ຄວາມໝາຍ ແລະ ຄວາມສຳຄັນໃນການຈັດການ
ການລວມຕົວກັນເປັນປະຊາຄົມເສດຖະກິດອາຊຽນ (ASEAN Economic Community : AEC) ຂອງ 10 ປະເທດຈະເຮັດໃຫ້ປະເທດສະມາຊິກທັງໝົດເປັນຕະຫຼາດ ແລະ ຖານການຜະລິດດຽວ ຊຶ່ງນັບເປັນຈຸດປ່ຽນທີ່ສຳຄັນຂອງເສດຖະກິດແລະ ທຸລະກິດຂອງລາວ ເຮັດໃຫ້ການບໍລິຫານທຸລະກິດ ຫຼື ການບໍລິຫານອົງກອນມີຄວາມຫຍຸ້ງຍາກຊັບຊ້ອນຫຼາຍຂຶ້ນ ໂດຍຕ້ອງນຳເທກໂນໂລຢີໃໝ່ໆ ເຂົ້າມາຊ່ວຍໃນການບໍລິຫານ ທັງຕ້ອງຜະເຊີນກັບການຜັນຜວນຂອງເສດຖະກິດຢູ່ຕະຫຼອດເວລາບໍ່ວ່າຈະເປັນການກີດກັນທາງການຄ້າ ຫຼື ການມີຄູ່ແຂ່ງເພີ່ມຂຶ້ນ ໂດຍລະບົບການຄ້າເສລີ ຫຼື ການເຄື່ອນຢ້າຍແຮງງານຝີມືຢ່າງເສລີ ເຮັດໃຫ້ຜູ້ບໍລິຫານຈຳເປັນຕ້ອງຫາວິທີການເພື່ອຈະບໍລິຫານ ຫຼື ຈັດການກັບອົງກອນໃຫ້ດຳເນີນງານບັນລຸວັດຖຸປະສົງທີ່ວາງໄວ້ ດັ່ງນັ້ນການຈັດການຈຶ່ງເປັນສິ່ງສຳຄັນຕໍ່ການບໍລິຫານ ເພາະຖ້າຫາກມີການຈັດການອົງກອນທີ່ດີຈະເຮັດໃຫ້ອົງນັ້ນປະສົບຜົນສຳເລັດໄປຕາມເປົ້າທີ່ໄວ້.
1.1.ຄວາມໝາຍຂອງການຈັດການ.
ການບໍລິຫານແລະ ການຈັດການ ໝາຍເຖິງ ກິດຈະກຳໃນການບໍລິຫານກ່າວວ່າ ໃນການປະຕິບັດໝ້າທີ່ໃນດ້ານການຈັດການນັ້ນ ບົດບາດໝ້າທີ່ຂອງນັກບໍລິຫານ ຫຼື ຫົວໜ້າງານທຸກຄົນຕ່າງຮັບຜິດຊອບໃນພາລະກິດທີ່ສຳຄັນ 3 ປະການດັ່ງນີ້:
1.ຈະຕ້ອງສາມາດເຮັດໃຫ້ງານຕ່າງໆ ຂອງກຸ່ມສຳເລັດດດ້ວຍດີ.
2.ຈະເຮັດໂດຍວິທີໃຫ້ຄົນອື່ນ ຄືລູກນ້ອງ ຫຼື ຜູ້ໃຕ້ບັງຄັບບັນຊາເປັນຜູ້ເຮັດ.
3.ຈະເປັນຜູ້ເຮັດໝ້າທີ່ປະສານການເຮັດວຽກງານຂອງທຸກຝ່າຍໃຫ້ເຂົ້າກັນໄດ້.
ທ່ານ ບັນຈົ່ງ ອິນຕິກຸນ ໃຫ້ຄວາມໝາຍວ່າ ການຈັດການຫຼື ການບໍລິຫານ ແມ່ນການໃຊ້ຊັບພະຍາກອນຕ່າງໆ ເພື່ອໃຫ້ເກີດຜົນງານຕາມວັດຖຸປະສົງຂອງອົງກອນ.
ທ່ານ ສົມຄິດ ບາງໂມ ໃຫ້ຄວາມໝາຍວ່າ ການຈັດການ ແມ່ນສິນປະໃນການໃຊ້ຄົນ ເງິນ ວັດຖຸ ອຸປະກອນຂອງອົງກອນ ແລະ ນອກອົງກອນ ເພື່ອໃຫ້ບັນລຸວັດຖຸປະສົງຂອງອົງກອນຢ່າງມີປະສິດທິພາບຈາກທີ່ກ່າວມາຈະເຫັນວ່າ ການຈັດການ (Management) ມີບົດບາດຕໍ່ການບໍລິຫານງານຂອງຜູ້ບໍລິຫານບໍ່ວ່າຈະເປັນຜູ້ບໍລິຫານລະດັບສູງ ກາງ ຫຼື ຕົ້ນ ທີ່ຕ້ອງປະສານງານລະຫວ່າງບຸກຄົນ ຫຼື ກຸ່ມບຸກຄົນ ໃຫ້ດຳເນີນງານໄປຕາມນະໂຍບາຍພາຍໃນຂອບເຂດທີ່ກຳນົດ ໂດຍໃຊ້ຊັບພະຍາທີ່ມີຢູ່ໃຫ້ສຳເລັດຕາມວັດຖຸປະສົງທີ່ວາງໄວ້.
1.2.ຄວາມສຳຄັນຂອງການຈັດການ.
ໃນອະດີດການດຳເນີນງານຈະອາໄສຄວາມເປັນຈິງຫຼື ປະສົບການຂອງຜູ້ບໍລິຫານທີ່ມີຄວາມຮູ້ຄວາມຊຳນານໃນດ້ານໃດດ້ານໜຶ່ງ ດັ່ງນັ້ນຫາກມີບັນຫາໃນດ້ານທີ່ຕົນເອງບໍ່ຊຳນານກໍເຮັດໃຫ້ບໍ່ສາມາດແກ້ບັນຫາທີ່ເກີດຂື້ນໄດ້ ເພາະການດຳເນີນງານບໍ່ມີການຈັດການທີ່ເປັນລະບົບ ເຮັດໃຫ້ບໍ່ຮູ້ວ່າຜະລິດຕະພັນຊິ້ນໜຶ່ງນັ້ນໃນລະບົບການຜະລິດຄວນໃຊ້ເວລາເທົ່າໃດ ຊຶ່ງອາດຈະໃຊ້ເວລາຫຼາຍໄປ ແຕ່ຜູ້ບໍລິຫານບໍ່ຮູ້ວ່າເປັນຫຍັງຈຶ່ງຕ້ອງໃຊ້ເວລາຫຼາຍແລະຄວນຈະແກ້ໄຂແນວໃດເພື່ອໃຫ້ໃຊ້ເວລານ້ອຍລົງ ໃນນີ້ອາດມີຄວາມເຂົ້າໃຈທີ່ບໍ່ຖືກຕ້ອງກ່ຽວກັບການຈັດການວ່າຄົງບໍ່ມີຫຍັງຫຼາຍ ບໍ່ຈຳເປັນຕ້ອງສຶກສາກໍໄດ້ ແຕ່ໃນປະຈຸບັນເປັນທີ່ຍອມຮັບກັນວ່າ ການຈັດການເປັນກິດຈະກຳທີ່ມີຄວາມສຳຄັນຫຼາຍຕໍ່ອົງກອນ ເພາະຖ້າຫາກມີການຈັດການຢ່າງເປັນລະບົບແລ້ວ ຄວນເຮັດໃຫ້ອົງກອນມີຜົນຜະລິດທີ່ສູງຂຶ້ນ ມີມາດຕະຖານເປັນທີ່ຍອມຮັບຂອງຕະຫຼາດ ສາມາດລຸດຕົ້ນທຶນຕ່າງໆ ລົງເປັນການເພີ່ມກຳໄລໃຫ້ກັບອົງກອນ ໃນນີ້ຫາກອົງກອນໃດມີການຈັດການເປັນລະບົບທີ່ດີ ມີຂັ້ນຕອນທີ່ໄຫຼລື່ນບໍ່ຕິດຂັດ ກໍສາມາດນຳຊັບພະຍາກອນ ທີ່ມີຢູ່ມາໃຊ້ຢ່າງມີປະສິດທິພາບ ແລະ ເຮັດໃຫ້ເກີດປະໂຫຍດສູງສຸດຕໍ່ອົງກອນໄດ້ ກໍຄວນເຮັດໃຫ້ອົງກອນ ນັ້ນບັນລຸເປົ້າໝາຍທີ່ວາງໄວ້ ອີກທັງໃນປະຈຸບັນອົງກອນມີຄວາມສະລັບຊັບຊ້ອນຫຼາຍຂຶ້ນ ຜູ້ບໍລິຫານຈຶ່ງຈຳເປັນຕ້ອງຈັດລະບົບການຈັດການໃຫ້ມີປະສິດທິພາບເພື່ອລຸດຊ່ອງອັດຮອຍຮົ່ວທີ່ຈະເກີດຂຶ້ນຈາກຂະບວນການຜະລິດ ຫຼື ຈາກການບໍລິຫານການຕະຫຼາດ ຊຶ່ງເຮັດໃຫ້ເກີດການສູຍເສຍຊັບພະຍາກອນ ຢ່າງບໍ່ໜ້າຈະຕ້ອງສູຍເສຍ ດັ່ງນັ້ນການຈັດການຈຶ່ງມີຄວາມສຳຄັນຢ່າງຍິ່ງຕໍ່ອົງກອນແລະ ຜູ້ບໍລິຫານທີ່ຈະຕ້ອງສຶກສາຫາຄວາມຮູ້ເພີ່ມຕະຫຼອດເວລາ ເພື່ອທີ່ຈະໄດ້ແກ້ບັນຫາຕ່າງໆ ທີ່ອາດຈະເກີດຂຶ້ນກ່ຽວກັບຜົນຜະລິດ ຫຼື ລະບົບການເຮັດວຽກ.
ຄວາມສຳຄັນຂອງການຈັດການສາມາດຊ່ວຍຜູ້ບໍລິຫານໄດ້ດັ່ງນີ້:
1.ປະຢັດໃນດ້ານຕ່າງໆ ເຊັ່ນ: ເງິນ, ວັດຖຸອຸປະກອນ, ເວລາ, ຄ່າໃຊ້ຈ່າຍອື່ນໆ.
2.ເກີດປະສິດທິພາບໃນການເຮັດວຽກ.
3.ເກີດປະສິດທິຜົນຂອງງານ.
4.ເກີດຄວາມເປັນທຳໃນການປະເມີນຜົນການເຮັດວຽກ.
5.ເກີດຂວັນ ແລະ ກຳລັງໃຈໃນການເຮັດວຽກ.
1.3.ບົດບາດ ແລະ ໝ້າທີຂອງນັກບໍລິຫານ.
ນັກບໍລິຫານ (Manager) ແມ່ນຜູ້ທີ່ໃຊ້ຊັບພະຍາກອນຕ່າງໆ ທີ່ມີຢູ່ບໍ່ວ່າຈະເປັນຄົນ ເງິນ ວັດຖຸອຸປະກອນ ທີ່ມີຢູ່ໃຫ້ມຸ້ງໄປສູ່ວັດຖຸປະສົງ ແລະເປົ້າໝາຍທີ່ວາງໄວ້ ໂດຍອາໄສບຸກຄົນອື່ນເປັນຜູ້ທີ່ເຮັດວຽກໃຫ້ ຊຶ່ງນັກບໍລິຫານຈະຕ້ອງມີຄຸນສົມບັດແລະ ທັກສະທີ່ດີໃນການຈັດການ.
ນັກບໍລິຫານ ໂດຍທົ່ວໄປຈະແບ່ງອອກເປັນ 3 ລະດັບ ດັ່ງນີ້:
1.ຜູ້ບໍລິຫານລະດັບສູງ (Top Management ຫຼື Executives) ເຊັ່ນ: ປະທານກຳມະການຜູ້ຈັດການໃຫຍ່ ຜູ້ຈັດການອາວຸໂສ, ກຳມະການຜູ້ຈັດການ.
2.ຜູ້ບໍລິຫານລະດັບກາງ (Middle Management ຫຼື Managers) ເຊັ່ນ: ຜູ້ຈັດການໂຮງງານ ແລະ ຜູ້ຈັດການຝ່າຍ.
3.ຜູ້ບໍລິຫານລະດັບຕົ້ນ (Supervisors) ເຊັ່ນ: ຫົວໜ້າງານ, ຫົວໜ້າພະແນກ.
ຜູ້ບໍລິຫານຄວນມີຄຸນສົມບັດ ດັ່ງຕໍ່ໄປນີ້:
1.ເປັນຜູ້ທີ່ມີຄວາມຄິດກວ້າງໄກ ສາມາດວິເຄາະສະຖານນະການຕ່າງໆ ໄດ້ຊັດເຈນ.
2.ເປັນຜູ້ນຳທັງດ້ານຄວາມຄິດແລະ ການກະທຳໃນດ້ານຕ່າງໆ.
3.ເປັນຜູ້ທີ່ມີການຕັດສິນໃຈທີ່ດີໃນການໃຊ້ຊັບພະຍາກອບທີ່ມີຢູ່ ຫຼື ການຕັດສິນໃຈໃນການແກ້ບັນຫາຕ່າງໆ.
4.ເປັນຜູ້ປະສານງານທີ່ດີ ມີມະນຸດສຳພັນຕໍ່ຜູ້ຮ່ວມງານ.
5.ເປັນຜູ້ທີ່ສາມາດຈູງໃຈແລະ ສ້າງຄວາມສາມັກຄີໃຫ້ກັບຜູ້ຮ່ວມງານ.
6.ເປັນຜູ້ທີ່ມີຄວາມຍຸດຕິທຳ ໂດຍໃຫ້ຄວາມຍຸດຕິທຳຕໍ່ຜູ້ໃຕ້ບັງຄັບບັນຊາເທົ່າທຽມກັນ.
7.ເປັນຜູ້ທີ່ມີຄວາມສາມາດໃນການຕິດຕໍ່ສື່ສານໃນການຮັບຮູ້ແລະ ເຂົ້າໃຈການຕິດຕໍ່ສື່ສານ ໃນການຮັບຮູ້ ແລະ ເຂົ້າໃຈການຕິດຕໍ່ສື່ສານກັບບຸກຄົນ.
ນອກຈາກຄຸນສົມບັດທີ່ກ່າວມາຂ້າງເທິງນັ້ນແລ້ວ ຜູ້ບໍລິຫານຄວນຈະມີທັກສະໃນການບໍລິຫານ ຊຶ່ງຜູ້ບໍລິຫານຕ່າງໆ ກໍມີໝ້າທີປະຕິບັດຫຼາຍດ້ານເພື່ອໃຫ້ການດຳເນີນງານໄປສູ່ເປົ້າໝາຍ ແລະ ປະສົບຜົນສຳເລັດ ດັ່ງນັ້ນຜູ້ບໍລິຫານຈຶ່ງຈຳເປັນຕ້ອງມີຄວາມຮູ້ ຄວາມສາມາດ ແລະມີສິນປະໃນການເຮັດໃຫ້ບຸກຄົນອື່ນເຮັດວຽກໃຫ້ເກີດປະໂຫຍດສູງສຸດ ແລະໃນການເຮັດວຽກງານນັ້ນຕ້ອງກົງກັບຄວາມຮູ້ຄວາມສາມາດ ຜູ້ບໍລິຫານຈຶ່ງຈຳເປັນຕ້ອງມີທັກສະ 3 ປະການ ດັ່ງນີ້:
1.ທັກສະດ້ານເທກນິກ (Technical Skills)
ໝາຍເຖິງ ມີຄວາມຊຳນານໃນເລື່ອງກ່ຽວກັບການໃຊ້ເຄື່ອງມື ອຸປະກອນ ວິທີການຕ່າງໆ ໃນການປະຕິບັດງານປະເພດໃດ ປະເພດໜຶ່ງໂດຍສະເພາະ ທັກສະດ້ານເທກນິກນີ້ຜູ້ບໍລິຫານລະດັບຕົ້ນຄວນຈະມີຫຼາຍກວ່າຜູ້ບໍລິຫານລະດັບສູງຫຼື ລະດັບກາງ.
2.ທັກສະດ້ານຄວາມຄິດ (Conceptual Skills)
ໝາຍເຖິງ ການມີຄວາມຄິດລິເລີ່ມໃນການວາງແຜນການສັ່ງງານ ສາມາດວິເຄາະສະຖານນະການຕ່າງໆ ໄດ້ດີ ສາມາດແກ້ບັນຫາຕ່າງໆ ໄດ້ຢ່າງມີປະສິດທິພາບ ເຂົ້າໃຈຂອບເຂດຂອງງານ ແລະ ຕັດສິນໃຈໄດ້ຢ່າງວ່ອງໄວ ຖືກຕ້ອງ ແມ່ນຢຳ ທັກສະດ້ານນີ້ຜູ້ບໍລິຫານລະດັບສູງມີຄວາມຈຳເປັນຕ້ອງມີຫຼາຍກວ່າຜູ້ບໍລິຫານລະດັບຕົ້ນຫຼື ລະດັບກາງ.
3.ທັກສະດ້ານມະນຸດສຳພັນ (Human Skitts)
ໝາຍເຖິງ ຄວາມສາມາດໃນການຕິດຕໍ່ສື່ສານ ຫຼືການສ້າງຄວາມສຳພັນທີ່ດີ ການສ້າງຄວາມຮູ້ສຶກທີ່ດີ ການສ້າງແຮງຈູງໃຈ ການສ້າງຄວາມສາມັກຄີ ຄວາມພັກດີຕໍ່ອົງກອນໃຫ້ເກີດຂຶ້ນກັບຜູ້ຮ່ວມງານທັກສະດ້ານມະນຸດສຳພັນນີ້ມີຄວາມຈຳເປັນສຳລັບຜູ້ບໍລິຫານທຸກລະດັບ ເພາະທັກສະດ້ານນີ້ສາມາດເຮັດໃຫ້ການເຮັດວຽກງານໃນອົງກອນເກີດເອກພາບ ແລະມີຄວາມຮັກສາມັກຄີຕໍ່ກັນ.
ດັ່ງນັ້ນບໍລິຫານຈຶ່ງເປັນຜູ້ເຮັດໝ້າທີ່ຄອຍ ປະສານງານກັບທຸກຝ່າຍໃຫ້ດຳເນີນງານໄປສູ່ວັດຖຸປະສົງຂອງອົງກອນ ພ້ອມດ້ວຍການກວດສອບປະສິດທິພາບ ແລະ ປະສິດທິຜົນໃນການດຳເນີນງານວ່າ ໄດ້ບັນລຸຕາມເປົ້າໝາຍທີ່ວາງໄວ້ ຫຼື ບໍ່.
1.4.ຂະບວນການຈັດການ.
ການບໍລິຫານເປັນຂະບວນການສາກົນສຳລັບອົງກອນທຸກປະເພດ ແລະ ທຸກລະດັບ ຊຶ່ງຂະບວນການຈັດການນັບເປັນສິ່ງສຳຄັນຕໍ່ຜູ້ບໍລິຫານທີ່ຈະໃຊ້ຢຶດເປັນຫຼັກໃນການປະຕິບັດງານ ເພື່ອບັນລຸເປົ້າໝາຍຢ່າງມີປະສິດທິພາບຂະບວນການຈັດການປະກອບດ້ວຍ 5 ຂັ້ນຕອນ ດັ່ງນີ້:
1.ການວາງແຜນ (Planning) ແມ່ນການຄາດການ ການເຮັດວຽກງານໃນອະນາຄົດວ່າຕ້ອງເຮັດຫຍັງ
ເຮັດແນວໃດ ເພື່ອໃຫ້ການດຳເນີນງານບັນລຸວັດຖຸປະສົງທີ່ວາງໄວ້.
2.ການຈັດອົງກອນ (Organizing) ແມ່ນການຈັດໂຄງສ້າງຂອງອົງກອນ ແບ່ງສ່ວນງານ ແລະ ຕຳແໜ່ງ ທັງໝົດ ທັງກຳນົດອຳນາດໝ້າທີ່ໄວ້ຢ່າງຊັດເຈນ.
3.ການຈັດບຸກຄົນເຂົ້າເຮັດວຽກ (Staffing) ແມ່ນການຈັດບຸກຄົນເຂົ້າເຮັດວຽກຕາມຕຳແໜ່ງທີ່ໄດ້ກຳນົດໄວ້.
4.ການສັ່ງການ (Directing) ແມ່ນການມອບໝາຍໃຫ້ບຸກຄົນເຮັດວຽກຕາມຄວາມຮັບຜິດຊອບເພື່ອໃຫ້ບັນລຸວັດຖຸປະສົງທີ່ວາງໄວ້.
5.ການຄວບຄຸມ (Controlling) ແມ່ນການຄວບຄຸມການເຮັດວຽກງານຂອງບຸກຄົນໃຫ້ເປັນໄປຕາມມາດຕະຖານລະບຽບຂໍ້ບັງຄັບທີ່ກຳນົດໄວ້
ດັ່ງນັ້ນຜູ້ບໍລິຫານຄວນຈະສຶກສາຂະບວນການຈັດການ ໃຫ້ຮູ້ເຖິງຂັ້ນຕອນປະຕິບັດຕ່າງໆ ເພື່ອໃຫ້ການດຳເນີນງານບັນລຸວັດຖຸປະສົງຂອງອົງກອນທີ່ວ່າງໄວ້.
1.5.ຈັນຍາບັນໃນການຈັດການ.
ການບໍລິຫານໃນປະຈຸບັນທີ່ມີການພັດທະນາທາງດ້ານເທກໂນໂລຢີທີ່ເຮັດໃຫ້ຜູ້ບໍລິຫານສາມາດເຂົ້າເຖິງຂໍ້ມູນ ຂ່າວສານຄວາມເຄື່ອນໄຫວໃນດ້ານຕ່າງໆ ໄດ້ຢ່າງວ່ອງໄວເພື່ອໃຊ້ເປັນເຄື່ອງມືໃນການຊ່ວຍໃຫ້ການບໍລິຫານຈັດການສາມາດເປັນໄປໄດ້ຢ່າງເໝາະສົມແລະ ທັນກັບສະຖານນະການທີ່ປ່ຽນແປງໄດ້ທັນທ່ວງທີ ຂະນະດຽວກັນຜູ້ບໍລິຫານກໍຕ້ອງມີການຈັດການອົງກອນໃນການໃຊ້ງານຊັບພະຍາກອນທີ່ມີຢູ່ຢ່າງຈຳກັດໃຫ້ຄຸ້ມຄ່າ ແລະ ເກີດປະໂຫຍດຫຼາຍທີ່ສຸດ ຊຶ່ງຊັບພະຍາກອນທີ່ສຳຄັນຂອງອົງກອນກໍຄືບຸກຄະລາກອນ ເພາະຫາກອົງກອນມີບຸກຄະລາ ກອນທີ່ມີຄວາມຮູ້ຄວາມສາມາດ ມີຄວາມຊ່ຽວຊານໃນໝ້າທີ່ການງານທີ່ຕົນຮັບຜິດຊອບກໍຈະເກີດຜົນດີີຕໍ່ອົງກອນ ເຮັດໃຫ້ການເຮັດວຽກງານມີປະສິດທິພາບ ແລະ ເກີດປະສິດທິຜົນບັນລຸວັດຖຸປະສົງຂອງອົງກອນ ຊຶ່ງການທີ່ຈະເຮັດໃຫ້ບຸກຄະລາກອນ ໃນອົງກອນສາມາດດຳເນີນງານເພື່ອໃຫ້ເປັນໄປຕາມວັດຖຸປະສົງນັ້ນ ຜູ້ທີ່ມີສ່ວນສຳຄັນໃນການພັກດັນ ຄື ຜູ້ບໍລິຫານ ດັ່ງນັ້ນເພື່ອໃຫ້ການບໍລິຫານຈັດການເປັນໄປດ້ວຍດີຜູ້ບໍລິຫານຄວນຈະຕ້ອງມີຈັນຍາບັນເຈົ້າທຳເປັນຫຼັກໃນການບໍລິຫານຈັດການງານໃນອົງກອນ.
ດັ່ງນັ້ນ ຈັນຍາບັນ ແມ່ນ ການຄິດດີ ປະພຶດດີ ມີສິນທຳ ເປັນຫຼັກຍຶດໝັນໃນການດຳເນີນງານເພື່ອຜົນປະໂຫຍດຂອງສ່ວນລວມ.
1.5.1.ຄວາມສຳຄັນຂອງຈັນຍາບັນ.
ຈັນຍາບັນເປັນສິ່ງທີ່ນຳຄວາມສຸກ ແລະ ຄວາມຈະເລີນກ້າວໜ້າມາສູ່ອົງກອນເພາະຫາກຜູ້ທີ່ເຮັດວຽກໃນອົງກອນມີຄວາມປະພຶດດີ ຄິດດີ ປະຕິບັດຕົວຢູ່ໃນກົດລະບຽບທີ່ເປັນມາດຕະຖານກໍຈະເຮັດໃຫ້ອົງກອນນັ້ນມີຄວາມຈະເລີນກ້າວໜ້າດັ່ງນັ້ນຈັນຍາບັນຈຶ່ງມີຄວາມສຳຄັນດັ່ງນີ້:
1.ເຮັດໃຫ້ບຸກຄະລາກອນມີລະບຽບວິໄນ ອົດທົນ.
2.ເຮັດໃຫ້ບຸກຄະລາກອນຄິດດີ ເຮັດດີ ສ້າງສັນແຕ່ສິ່ງດີ.
3.ເຮັດໃຫ້ການດຳເນີນງານເປັນໄປດ້ວຍຄວາມລາບລື່ນ ສຸກສະຫງົບ.
4.ເຮັດໃຫ້ເກີດຄວາມສາມັກຄີໃນອົງກອນ.
5.ເຮັດໃຫ້ເກີດຄວາມຊື່ສັດ ຂະຫຍັນ ມີນ້ຳໃຈ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ.
6.ເຮັດໃຫ້ເກີດປະໂຫຍດຕໍ່ຕົນເອງແລະ ອົງກອນ.
ການມີຈັນຍາບັນສາມາດຊ່ວຍລຸດຄວາມຂັດແຍ້ງ ແລະບັນຫາທີ່ເກິດຂື້ນໃນອົງກອນລົງໄດ້ ເພາະຜູ້ປະຕິບັດງານປະພຶດດີ ຄິດດີ ເຮັດດີ ມີນ້ຳໃຈຕໍ່ກັນ ຊ່ວຍເຫຼືອເກື້ອກູນກັນ ຂະຫຍັນ ຊື່ສັດ ອົດທົນ ຄິດເຖິງແຕ່ປະໂຫຍດຂອງສ່ວນລວມ ຮ່ວມມືຮ່ວມໃຈກັນປະຕິບັດງານຢ່າງເຕັມຄວາມຮູ້ຄວາມສາມາດຂອງຕົນເອງ ເພື່ອໃຫ້ບັນລຸວັດຖຸປະສົງຂອງອົງກອນ.
1.5.2.ການບໍລິຫານງານຕາມຫຼັກຈັນຍາບັນ.
ການບໍລິຫານງານໃຫ້ປະສົບຜົນສຳເລັດໄດ້ນັ້ນ ຜູ້ບໍລິຫານຈະຕ້ອງມີຈັນຍາບັນເຈົ້າທຳເປັນຫຼັກຢຶດໃນ
ການຈັດການບັນຫາ ແລະ ອຸປະສັກທີ່ເກິດຂື້ນ ເພື່ອໃຫ້ການດຳເນີນງານເປັນໄປຕາມວັດຖຸປະສົງ ຜູ້ບໍລິຫານຄວນມີ
ຫຼັກການດັ່ງນີ້:
- ມີຄວາມຮັບຜິດຊອບ.
- ມີຄຸນນະທຳ.
- ມີການປະຢັດ.
- ມີຄວາມໂປ່ງໃສ.
- ມີຄວາມເສຍສະຫຼະ
- ມີຄວາມຍຸດຕິທຳ
- ມີເມດຕາກະລຸນາ
- ມີຄວາມສາມັກຄີ.