2.1.ບັນດາບັນຫາທົ່ວໄປກ່ຽວກັບງົບປະມານແຫ່ງລັດ.
2.2.ລາຍຮັບງົບປະມານລັດ
2.3.ລາຍຈ່າຍງົບປະມານລັດ
2.4.ການຜັນແປຂອງຂະບວນວິວັດຄຸ້ມຄອງງົບປະມານລັດ.
2.5.ການຈັດຕັ້ງງົບປະມານລັດ ແລະ ແບ່ງຂັ້ນຄຸ້ມຄອງງົບປະມານລັດ
ຈຸດປະສົງລວມ:
ແມ່ນຈະອີງໃສ່ ກົດໝາຍວ່າດວ້ຍງົບປະມານແຫ່ງລັດ ແມ່ນຈະກໍານົດບັນດາ ຫຼັກການ, ລະບຽບການ, ມາດຕະການ ກຽວກັບການສາງແຜນ, ການຈັດຕັ້ງປະຕິບັດ, ການສະຫຼຸບ ແລະ ການກວດສອບ ງົບປະມານແຫ່ງລັດ ເພື່ອຄຸ້ມຄອງການເກັບລາຍຮັບເຂົ້າງົບປະມານ ໃຫ້ຖືກຕ້ອງ, ຄົບຖ້ວນ, ທັນເວລາ, ປະຕິບັດລາຍຈ່າຍງົບປະມານໃຫ້ໂປງໃສ, ປະຢັດມັດທະຍັດ, ມີປະສິດທິຜົນ, ເອກະພາບໃນຂອບເຂດທົ່ວປະເທດ, ຍົກສູງຄວາມຮັບຜິດຊອບຂອງອົງການລັດທຸກຂັ້ນ, ເພີ່ມຖານແຫຼ່ງລາຍຮັບ, ສ້າງຄວາມເຂັ້ມແຂງທາງດ້ານການເງິນດ້ວຍຕົນເອງເທື່ອລະກ່າວ ເຮັດໃຫ້ການເງິນແຫ່ງຊາດ ມີສະຖຽນລະພາບ ແລະ ເຊື່ອມໂຍງເຂົ້າລະບົບການເງິນສາກົນແນ່ໃສປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ຕໍ່ເນື່ອງ ແລະ ຍືນຍົງ.
2.1.ບັນດາບັນຫາທົ່ວໄປກ່ຽວກັບງົບປະມານແຫ່ງລັດ
2.1.1.ນິຍາມ ງົບປະມານແຫ່ງລັດ
ແມ່ນການຄາດຄະເນແຜນລາຍຮັບ ລາຍຈ່າຍຂອງລັດຊຶ່ງໄດ້ຮັບຮອງຈາກສະພາແຫ່ງຊາດໃນແຕ່ລະປີ. ງົບປະມານແຫ່ງລັດ ເປັນໃຈກາງຂອງລະບົບການເງິນແຫ່ງຊາດ, ເປັນເຄື່ອງມືຄຸ້ມຄອງ, ດັດສົມເສດຖະກິດມະຫາພາກເພື່ອຮັບ ປະກັນໃຫ້ເສດຖະກິດ ສັງຄົມມີການພັດທະນາ.
ການດຸນດຽງງົບປະມານແຫ່ງລັດ:
ໝາຍເຖິງ ການສົມທຽບລະຫວ່າງ ຕົວເລກລວມຍອດລາຍຮັບກັບ ຕົວເລກລວມຍອດລາຍຈ່າຍງົບປະມານແຫ່ງລັດ.
ງົບປະມານສົມດຸນ:
ໝາຍເຖິງ ງົບປະມານທີ່ມີຕົວເລກ ລວມຍອດລາຍຮັບ ເທົ່າກັບຕົວເລກ ລວມຍອດລາຍຈ່າຍ.
ງົບປະມານເກີນດຸນ:
ໝາຍເຖິງງົບປະມານທີ່ມີຕົວເລກ ລວມຍອດລາຍຮັບ ຫຼາຍກວ່າຕົວເລກ ລວມຍອດລາຍຈ່າຍ.
ງົບປະມານຂາດດຸນ:
ໝາຍເຖິງ ງົບປະມານ ທີ່ມີຕົວເລກ ລວມຍອດລາຍຮັບ ໜອຍກວ່າ ຕົວ ເລກລວມຍອດລາຍຈ່າຍ.
ຫົວໜ່ວຍງົບປະມານ:
ໝາຍເຖິງ ອົງການຈັດຕັ້ງຂອງລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ອົງການຈັດຕັ້ງຂອງລັດຂັ້ນທ້ອງຖິ່ນ ທີ່ໄດ້ຮັບມອບສິດຈາກລັດຖະບານ ໃນການສ້າງແຜນ, ການຈັດຕັ້ງປະຕິບັດ ແລະ ການສະຫຼຸບງົບປະມານແຫ່ງລັດ.
ປີງົບປະມານແຫ່ງລັດ:
ລວມມີ 12 ເດືອນ, ເລີມແຕ່ວັນທີ 1 ມັງກອນ ແລະ ສິ້ນສຸດລົງ ໃນວັນທີ 31 ທັນວາ ຂອງປີດຽວກັນ.
2.1.2.ຈຸດພິເສດຂອງງົບປະມານລັດ.
- ການສ້າງຕັ້ງ ແລະ ນຳໃຊ້ຄັ້ງງົບປະມານລັດຍາມໃດກໍ່ຕິດພັນກັບກັບສິດອຳນາດ ແລະ ການດຳເນີດບັນດາພາລະຂອງລັດຢູ່ສະເໝີ ແລະ ລັດດຳເນີນບົນພື້ນຖານຂອງກົດໝາຍທີ່ແນ່ນອນ.
- ງົບປະມານລັດແມ່ນກວມຜົນປະໂຫຍດລວມ.
- ງົບປະມານລັດແມ່ນກວມມີລັກສະນະແບ່ງປັນຄືນເປັນຕົ້ນຕໍ.
- ໃນຖານະແມ່ນຄັງເງິນຕາລວມສູນຂອງລັດ.
- ການເຄືອນໄຫວຮັບ ແລະ ຈ່າຍງົບປະມານລັດໄດ້ຮັບການດຳເນີນຕາມຫຼັກການບໍ່ສົ່ງຄືນໂດຍກົງເປັນຕົ້ນ.
- ຕອບສະໝອງກັບຄວາມຕ້ອງການໃຊ້ຈ່າຍຂອງງລັດ ດວ້ຍການລະດົມແຫ່ງການເງິນໃນຂອບເຂດກວ້າງຂວາງທັງພາຍໃນປະເທດ ແລະ ຕ່າງປະເທດ.
- ງົບປະມານລັດແມ່ນ ເຄື່ອງມືຕົ້ນຕໍ່ໃນການແບ່ງປັນໂດຍກົງ ຫຼື ທາງອອ້ມບັນດາແຫ່ງການເງິນແຫ່ງຊາດ.
- ແມ່ນເຄື່ອງມືເພື່ອດັດສົມຕະຫຼາດ, ເຮັດໃຫ້ລາຄາເປັນປົກກະຕິ ແລະ ຈຳກັດເງິນເຟີ້.
- ງົບປະມານລັດແມ່ນ ເຄື່ອງມືປະສິດທິພາບຂອງລັດ ເພື່ອດັດແກ້ໃນຂົງເຂດລາຍຮັບ, ປະກອບສ່ວນແກ້ໄຂບັນຫາສັງຄົມ.
- ງົບປະມານລັດ ມີບົດບາດສຳຄັນໃນການປັບປຸງ, ເພີມທະວີກຳລັງແຮງງານຂອງກົງຈັກລັດ, ປົກປັກຮັກສາປະເທດຊາດ ແລະ ຮັກສາຄວາມສະຫງົບປອດໄພ.
- ງົບປະມານລັດ ກວດກາການເຄືອນໄຫວການເງິນອື່ນໆ, ຜ່ານການຕິດຕາມກວດກາການປະຕິບັດພັນທະເສຍສວ່ຍສາອາກອນ ແລະ ອື່ນໆໃຫ້ລັດ.
- ການລວມສູນ ແລະ ຄວາມຄົບຖວນ.
- ຄວາມໝັ້ນຄົງຂອງງບປະມານ.
- ຄວາມເປັນເອກະພາບ.
- ການຂາດດຸນງບປະມານແຫງລັດ.
- ການດຸນດຽງງບປະມານແຫງລັດ.
- ປະສິດທິຜົນ ແລະ ຄວາມສາມາດກວດສອບໄດ້.
- ການແບງຄວາມຮັບຜິດຊອບ ກຽວກັບລາຍຮັບ ແລະ ລາຍຈາຍງບປະມານແຫງລັດ ລະຫວາງສູນກາງ ແລະ ທອງຖິ່ນ.
- ການຄຸມຄອງລວມສູນຕາມສາຍຕັ້ງ.
- ການຈັດສັນງບປະມານແຫງລັດ.
- ຄວາມຮັບຜິດຊອບ.
- ຄວາມສະເໝີພາບບົດບາດຍິງ-ຊາຍ.
- ລາຍຮັບງົບປະມານແຫ່ງລັດ
- ລາຍຈ່າຍງົບປະມານແຫ່ງລັດ
- ການດຸນດຽ່ງງົບປະມານແຫ່ງລັດ.
ລາຍຮັບງົບປະມານລັດປະກອບມີພາກສວ່ນຕ່າງໆຄື:
- ເນື້ອໃນເສດຖະກິດຂອງລາຍຮັບງົບປະມານລັດ
- ປັດໃຈທີ່ເປັນຜົນສະທ້ອນລາຍຮັບງົບປະມານລັດ
- ຄວາມສຳຄັນຂອງຫງົບປະມານລັດ
- ສວ່ຍສາອາກອນ ແລະ ບັນດາຫຼັກການສ້າງຕັ້ງລະບົບອາກອນ
- ຂະແໜງການການເງິນ.
- ບັນດາການຈັດຕັ້ງຂອງລັດ,ບັນດາກອງທຶນ,ອົງການບໍລິຫານວິຊາການ ທີ່ໄດຮັບມອບສິດ ຈາກລັດຖະບານຕາມການສະເໜີຂອງກະຊວງການເງິນ.
- ລາຍຮັບຈາກພາສີ ແລະ ສ່ວຍສາອາກອນ.
- ລາຍຮັບບໍ່ແມ່ນ ພາສີ ແລະ ສ່ວຍສາອາກອນ.
- ລາຍຮັບຈາກການຊ່ວຍເຫຼືອລ້າ.
- ລາຍຮັບຈາກການປະກອບສ່ວນຂອງສັງຄົມ.
ລາຍຮັບຈາກ ພາສີ ແລະ ສວ່ຍສາອາກອນ ທາງກົງ ມີດັ່ງນີ້:
- ອາກອນກຳໄລ
- ອາກອນລາຍໄດ້
- ອາກອນມອບເໝົາ
- ອາກອນສິ່ງແວດລອມ
- ຄ່າທຳນຽມ, ຄ່າບໍລິການວິຊາການ
- ອາກອນມູນຄ່າເພີ່ມ
- ອາກອນຊົມໃຊ້
- ຄ່າພາກຫຼວງ
- ພາສີຂາອອກ-ຂາເຂົ້າ
- ລາຍຮັບອື່ນ.
- ຄ່າເຊົ່າ
- ຄ່າສຳປະທານ
- ຄ່າບິນຜ່ານ
- ເງິນປັນຜົນ
- ຄ່າສຳຫຼວດ
- ດອກເບ້ຍເງິນກູ້ຢືມ
- ການປັບໃໝ່, ການຂາຍເຄື່ອງຍຶດ ແລະ ເຄື່ອງຮິບ
- ລາຍຮັບອື່ນ
- ລາຍຮັບຊ່ວຍເຫຼືອລ້າ ຈາກລັດຖະບານຕ່າງປະເທດ
- ລາຍຮັບຊ່ວຍເຫຼືອລ້າ ຈາກອົງການຈັດຕັ້ງສາກົນ
- ລາຍຮັບຈາກການປະກັນສັງຄົມ
- ລາຍຮັບຈາກການປະກອບສ່ວນຂອງສັງຄົມ
- ລາຍຮັບອື່ນ
ລາຍຮັບງົບປະມານແບ່ງອອກເປັນ 2 ພາກສວ່ນຄື:
1.ຈຸລາຍຮັບປົກກະຕິ:
ມີລັກສະນະບັງຄັບຄື: ສວ່ຍສາອາກອນ, ຄ່າທຳນຽມ.
2.ຈຸລາຍຮັບບໍ່ປົກກະຕິ:
- ລວມມີບັນດາລາຍຮັບຈາກການເຄືອນໄຫວເສດຖະກິດຂອງລັດ.
- ລາຍຮັບຈາກການເຄື່ອນໄຫວວິຊາການ
- ລາຍຮັບຈາກການຂາຍ ຫຼື ໃຫ້ເຊົ້າຊັບສົມບັດທີ່ຂຶ້ນກັບກຳມະສິດລັດ.
- ເງິນລາຍຮັບກ່ຽວກັບການຮວ່ມມືແຮງງານກັບຕ່າງປະເທດ.
- ລາຍຮັບຂອງ GDP ຕົກຕ່ຳ.
- ອັດຕາດອກເບ້ຍໃນພື້ນຖານເສດຖະກິດມີຜົນກະທົບ.
- ຜົນກະທົບທາງດ້ານຊັບພະຍາກອນທຳມະຊາດຄຸກຄາມ.
- ລາຍຮັບງົບປະມານລັດມີຜົນກະທົບເພີ່ມຂື້ນ ແລະ ຫຼຸດລົງຕາມອັດຕາສ່ວນຂອງລາຍຮັບງົບປະມານລັດ.
- ລະບົບການຈັດຕັ້ງກົງຈັກລັດຍັງບໍ່ທັນຫັດກຸມ ແລະ ກະທັດລັດ, ບໍ່ບັນລຸປະສິດທິຜົນສູງ ແລະ ການໝີ້ພາສີອາກອນ.
- ຮັບປະກັບການຈ່າຍໃຫ້ການເຄືອນໄຫວຂອງກົງຈັກບໍລິຫານລັດ ແລະ ການເຄື່ອນໄຫວຂອງລັດ.
- ລາຍຮັບງົບປະມານລັດສ້າງເປັນແຫ່ງການເງິນ ເພື່ອລົງທຶນພັດທະນາເສດຖະກິດ ລົງທຶນກໍ່ສ້າງພື້ນຖານໂຄ່ງລ່າງ ແລະ ກິດຈະກຳສາທາລະນະຕ່າງໆ.
- ແມ່ນໝຶ່ງໃນຈຳນວນເຄື່ອງມື ດັດສົມມະຫາພາກພື້ນຖານເສດຖະກິດຂອງລັດ, ດັດແກ້ອົງປະກອບເສດຖະກິດ ໃຫ້ສົມເຫດສົມຜົນໃນແຕ່ລະໄລຍະ.
ສວ່ຍສາອາກອນແມ່ນ:
ພັນທະເປັນເງິນຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ມີລາຍໄດ້ຈາກການປະກອບອາຊີບ, ການດຳເນີນການຜະລິດທຸລະກິດ, ການຊົມໃຊ້ສິນຄ້າ ແລະ ການບໍລິການ ຢູ່ ສປປ ລາວ ແລະ ຕ່າງປະເທດຊຶ່ງຕ້ອງເສຍອັດຕາທີ່ໄດ້ກຳນົດໄວ້ໃນກົດໝາຍ.
ອາກອນແມ່ນ:
ແມ່ນ ຮູບການປະກອບພັນທະຕາມກົດໝາຍ ກຳນົດໄວ້ຂອງບັນດານິຕິບຸກຄົນໃຫ້ແກ່ລັດ, ແນ່ໃສ່ຕອບສະໝອງຄວາມຕ້ອງການໃນການໃຊ້ຈ່າຍຂອງລັດ.
1.ຈຸດພິເສດອັນເປັນພື້ນຖານຂອງອາກອນ
- ຮູບການລະດົມທີ່ມີລັກສະນະບັງຄັບບົນຫຼັກການທີ່ມີກົດໝາຍກໍານົດ.
- ການປະກອບສວ່ນໂດຍກົງໂດຍບໍ່ຕ້ອງສົ່ງຄືນໃຫ້ຜູ້ເສຍໂດຍກົງ
- ອາກອນແມ່ນຮູບການປະສວ່ນທີ່ໄດ້ຮັບການກຳນົດໄວ້ກ່ອນ.
- ອາກອນແມ່ນຮູບການແບ່ງປັນຄືນ ແລະ ໄດ້ຮັບມາຈາກທຸກພາກສ່ວນເສດຖະກິດ ແລະ ປະຊາຊົນຊັ້ນຄົນ.
- ຜູ້ເສຍອາກອນ
- ຜູ້ຖືກເສຍອາກອນ
- ເປົ້າໝາຍທີ່ຖືກເກັບອາກອນ
- ພື້ນຖານເພື່ອຄິດໄລ່ອາກອນ
- ອັດຕາອາກອນ
- ຫົວໝ່ວຍຄິດໄລ່ອາກອນ
- ລາຄາຄິດໄລ່ອາກອນ
- ຈຸດເລີ່ມຕົ້ນເກັບອາກອນ
- ຍົກເວັ້ນ ຫຼື ຫຼຸດຜ່ອນອາກອນ
ຖືກແບ່ງອອກເປັນ 2 ປະເພດຄື:
1.ອາກອນຖືກເກັບທາງກົງ:
ແມ່ນຮູບການເກັບໂດຍກົງກັບຜູ້ຕ້ອງເສຍອາກອນເປົ້າໝາຍ ທີ່ຕ້ອງເສຍອາກອນ ແລະ ເປົ້າໝາຍເສຍອາກອນ.
2.ອາກອນຖືກເກັບທາງອ້ອມ:
ແມ່ນຮູບການອາກອນຊຶ່ງຜູ້ເສຍອາກອນ ແລະ ຜູ້ຕ້ອງເສຍອາກອນແມ່ນບໍ່ຄືກັນ.
4.ຫຼັກການສ້າງຕັ້ງລະບົບອາກອນ.
ຫຼັກການກໍານົດທິດມີ 7 ຫຼັກການຄື:
- ຫຼັກການເກັບອາກອນຕາມຜົນປະໂຫຍດ
- ຫຼັກການເກັບອາກອນຕາມຄວາມສາມາດ
- ຫຼັກການລະອຽດ
- ຫຼັກການປົກເປັນປົກກະຕິ ແລະ ຍາວນານ
- ຫຼັກການຮັບປະກັນຄວາມຍຸດຕິທຳ.
- ຫຼັກການຈະເເຈ້ງ, ແນ່ນອນ
- ຫຼັກການງ່າຍດາຍ
2.3.1.ຈຸດພິເສດຂອງລາຍຈ່າຍງົບປະມານລັດ
ແມ່ນການແບ່ງປັນ ແລະ ນໍາໃຊ້ຄັງງົບປະມານລັດ, ແນ່ໃສ່ຮັບປະກັນດຳເນີນການພາລະຂອງລັດຕາມຫຼັກການທີ່ແນ່ນອນ.
ລາຍຈ່າຍງົບປະມານລັດມີຈຸດພິເສດດັ່ງນີ້:
- ປະສິດທິຜົນການຈ່າຍງົບປະມານລັດໄດ້ຮັບການພິຈາລະນາໃນຂັ້ນມະຫາພາກ ແລະ ມີປະສິດທິຜົນເສດຖະກິດ, ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ.
- ລາຍຈ່າຍງົບປະມານລັດ ແມ່ນພາກສ່ວນໝຶ່ງໃນການສ້າງຕັ້ງ ແຫ່ງຂົນຂວາຍການເງິນ ແລະ ມັນໄດ້ຕິດພັນກັບການເຄື່ອນໄຫວ ຂອງບັນດາມາດຕະເກນຄຸນຄ່າອືນໆເຊັ່ນ: ສິນເຊື່ອ, ອາກອນ, ອັດຕາແລກປ່ຽນ.
- ລາຍຈ່າຍບໍລິຫານປົກກະຕິ.
- ລາຍຈ່າຍການລົງທຶນຂອງລັດ.
ລາຍຈາຍຮັບໃຊກົງຈັກຂອງລັດ, ແນວລາວສາງຊາດ, ອົງການຈັດຕັ້ງມະຫາຊົນ, ກຳລັງປອງກັນຊາດປອງກັນຄວາມສະຫງົບປະກອບດວຍ:
- ລາຍຈ່າຍເງິນເດືອນ ແລະ ເງິນອຸດໜູນຕ່າງໆ
- ເງິນນະໂຍບາຍ ແລະ ເງິນຊ່ວຍໜູນ
- ລາຍຈ່າຍບໍລິຫານ ແລະ ຊື້ໃໝ່ ຮັບໃຊ້ກົງຈັກລັດ
- ລາຍຈ່າຍດັດສົມ ແລະ ສົ່ງເສີມ
- ເງິນພັນທະບໍາລຸງໃຫ້ອົງການສາກົນ
- ລາຍຈ່າຍດອກເບ້ຍ
- ລາຍຈ່າຍເຂົ້າຄັງສະສົມແຫ່ງລັດ
- ລາຍຈ່າຍຄ້າງຊໍາລະປີຜ່ານມາ
- ລາຍຈ່າຍອື່ນໆ.
ແມ່ນການນຳໃຊ້ທຶນຈາກງົບປະມານແຫ່ງລັດ ລວມມີ ແຫຼ່ງທຶນພາຍໃນ. ການກູ້ຢືມ ແລະ ການຊ່ວຍເຫຼືອລ້າ, ເຂົ້າໃນການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ຊື້, ລົງທຶນ ຫຼື ເຂົ້າຮຸ້ນນຳວິສາຫະກິດ, ລາຍຈ່າຍຊື້ຊັບສົມບັດຄົງທີ່ທີ່ມີອາຍຸນໍາໃຊ້ ເກີນໜຶ່ງປີຂຶ້ນໄປ.
2.3.2.ເນື້ອໃນຈ່າຍງົບປະມານລັດ.
- ຈ່າຍໃຫ້ການລົງທຶນພັດທະນາລວມມີການຈ່າຍໃຫ້ການກໍ່ສ້າງພື້ນຖານໂຄງລ່າງ.
- ຈ່າຍໃຫ້ວິຊາການເສດຖະກິດ
- ຈ່າຍໃຫ້ສາທາລະນະສຸກ
- ຈ່າຍໃຫ້ການສຶກສາບຳລຸງສ້າງ ແລະ ຄົ້ນຄວ້າວິທະຍາສາດ
- ຈ່າຍໃຫ້ວັດທະນາທໍາ, ກິລາກາຍະບໍລິຫານ
- ຈ່າຍກ່ຽວກັບສັງຄົມ
- ຈ່າຍໃຫ້ການຄຸ້ມຄອງລັດ, ພັກ, ອົງການຈັດຕັ້ງມະຫາຊົນ.
- ຈ່າຍໃຫ້ປ້ອງກັນຊາດປ້ອງກັນຄວາມສະຫງົບ.
- ຈ່າຍໃຫ້ການຊວ່ຍເຫຼືອ, ຈ່າຍໃຫ້ການກູ້ຢືມ, ຈ່າຍໃຫ້ສົງໝີ້ ແລະ ດອກເບ້ຍ.
- ການພັດທະນາຂອງກຳລັງການຜະລິດ.
- ຄວາມສາມາດສະສົມໃນພື້ນຖານເສດຖະກິດ ປັດໄຈດັ່ງກ່າວສະແດງໃຫ້ເຫັນຄວາມສາມາດໃນການຈ່າຍໃຫ້ການລົງທຶນ ພັດທະນາເສດຖະກິດ.
- ຮູບການຈັດຕັ້ງກົງຈັກ ແລະ ໝ້າທີ່ເສດຖະກິດສັງຄົມຊຶ່ງລັດຮັບຜິດຊອບແຕ່ລະໄລຍະ.
- ຫຼັກການຜູກພັນຢ່າງແໝ້ນເຂົ້າກັບງົບປະມານລັດ.
- ຫຼັກການຮັບປະກັນຄວາມຮຽກຮ້ອງ ໃຫ້ປະຫຍັດ ແລະ ປະສິດທິຜົນໃນການຈັດວາງການຈ່າຍງົບປະມານລັດ.
- ຫຼັກການຈ່າຍງົບປະມານລັດເຕົ້າໂຮມມີຈຸດໝັກ.
- ຫຼັກການແບ່ງຂັ້ນຈ່າຍງົບປະມານລັດຕິດພັນກັບໝ້າທີ່ ພັດທະນາເສດຖະກິດສັງຄົມ ຂອງອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ.
- ຫຼັກການຈັດຕັ້ງການຈ່າຍງົບປະມານໃນການປະສານສົມທົບຢ່າງແໝ້ນແຟ້ນກັບຈຳນວນເງິນຕາ, ດອກເບ້ຍ, ອັດຕາແລກປ່ຽນ ເພື່ອສ້າງເປັນເຄື່ອງມືສັງລວມ.
- ຕ້ອງຢູໃນແຜນງົບປະມານປະຈໍາປີ
- ຕ້ອງໄດ້ຮັບການອະນຸມັດ
- ຕ້ອງໃຫ້ຖືກຕາມເປົ້າໝາຍລາຍຈ່າຍ
- ຕ້ອງຄິດໄລ່ໃຫ້ຖືກຕ້ອງຕາມກາໍນົດໝາຍການໃຊ້ຈ່າຍ
- ຕ້ອງໄດ້ຮັບອະນຸຍາດຈາກຜູ້ສັ່ງການ ຫຼື ໄດ້ຮັບມອບສິດ.
ແມ່ນຈໍານວນຕົວເລກຜິດໂຕນລະຫວ່າງຈ່າຍງົບປະມານລັດຫຼາຍກ່ວາລາຍຮັບງົບປະມານລັດ.
ບັນດາປະເພດຈ່າຍເກີນງົບປະມານ:
- ຈ່າຍເກີນໂຄງປະກອບ ແມ່ນການຈ່າຍເກີນທີ່ເກີດຂຶ້ນຍ້ອນມີການປ່ຽນແປງນະໂຍບາຍລາຍຮັບ - ລາຍຈ່າຍ ຂອງລັດ.
- ຈ່າຍເກີນຮອບໝູນວຽນ ແມ່ນການຈ່າຍເກີນໂດຍມີການປ່ຽນແປງຮອບໝູນວຽນເສດຖະກິດ.
ຈະມີ 2 ວິທີຄື
1.ວິທີສະເພາະໝ້າ:
- ໄປກູ້ຢືມຢູ່ຕ່າງປະເທດ ແລະ ຕ່າງປະເທດເພື່ອທົດແທນໃຫ້ການໃຊ້ຈ່າຍ.
- ຈຳໝ່າຍເງິນສົດເພື່ອແທນໃຫ້ການຈ່າຍເກີນ.
- ການລົດຜ່ອນການຈ່າຍງົບປະມານລັດ.
- ການເພີມລາຍຮັບງົບປະມານລັດ.
3.4.1.ຂຶ້ນແຜນງົບປະມານ.
1.ການຂຶ້ນແຜນງົບປະມານ
ແມ່ນ ຂຶ້ນແຜນງົບປະມານລາຍຮັບ ລາຍຈ່າຍ ຂອງງົບປະມານໃນໝຶ່ງປີ. ການຂຶ້ນແຜນງົບປະມານແມ່ນວຽກງານເລີ່ມຕົ້ນໃນຂະບວນວິວັດງົບປະມານເປັນຮູບປະທຳ.
ການສ້າງແຜນງົບປະມານແຫ່ງລັດປະຈຳປີ ໃຫ້ປະຕິບັດມີດັ່ງນີ້:
- ສ້າງບົນພື້ນຖານແຜນການເງິນໄລຍະກາງ, ໄລຍະຍາວ.
- ໃຫ້ສອດຄ່ອງກັບລະດັບການຂະຫຍາຍຕົວຂອງເສດຖະກິດ ແລະ ແຜນພັດທະນາເສດຖະກິດ - ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ເພື່ອຮັບປະກັນສະຖຽນລະພາບທງດ້ານການເງິນ.
- ປະຕິບັດຫຼັກການລວມສູນປະຊາທິປະໄຕ ດ້ວຍການເຂົ້າຮ່ວມ ຂອງຂະແໜງການທີ່ກ່ຽວຂ້ອງ.
- ເລີ່ມຈາກຫົວນ່ວຍງົບປະມານແຕ່ລະຂັ້ນຂຶ້ນມາຕາມຄຳສັ່ງ, ຕົວເລກຊີ້ນໍາຂອງລັດຖະບານ ແລະ ຄໍາແນະນໍາຂອງກະຊວງການເງິນ.
- ການຂຶ້ນແຜນລາຍຮັບລາຍຈ່າຍງົບປະມານລັດ ໄດ້ຮັບການສ້າງຕັ້ງຂຶ້ນອີງບົນລະບົບລະບອບນະໂຍບາຍ ແລະ ມາດຕະຖານວາງກຳນົດທີ່ຖືກຕ້ອງສອດຄອງກັບພຶດຕິກຳເສດຖະກິດສັງຄົມ.
- ຂຶ້ນແຜນລາຍຮັບລາຍຈ່າຍງົບປະມານລັດ ຕ້ອງດຳເນີນຖືກຕ້ອງຕາມຂັ້ນຕອນ ແລະ ເວລາທີ່ໄດ້ກຳນົດໄວ້.
- ຮັບປະກັນສາຍພົວພັນທີ່ຖືກຕ້ອງລະຫວ່າງແຜນການທີ່ເປັນວັດຖຸ ແລະ ແຜນການຄຸນຄ່າໃນສະພາບການສະໝອງ ແລະ ຄວາມຕ້ອງການລາຄາມີການຜັນເເປເປັນປະຈຳ.
- ອີງໃສ່ທິດທາງ, ແຜນນະໂຍບາຍ, ໝ້າທີ່ພັດທະນາເສດຖະກິດ, ວັດທະນາທຳ, ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບໃນໄລຍະປານກາງ ແລະ ໄລຍະຍາວນານ.
- ອີງໃສ່ບັນດາການໃຊ້ຈ່າຍຂອງແຜນການພັດທະນາເສດຖະກິດ - ສັງຄົມຂອງລັດໃນປີ.
- ອີງໃສ່ລະບົບບັນດານະໂຍບາຍ, ລະບອບ, ອັດຕາກຳນົດລະດັບລາຍຮັບ, ລາຍຈ່າຍຂອງງົບປະມານລັດ.
- ອີງໃສ່ໝາກຜົນຂອງການໄຈ້ແຍກການປະຕິບັດແຜນງົບປະມານໃນໄລຍະກ່ອນເພື່ອເພີ່ມເຕີ່ມບັນດາບົດຮຽນທີ່ຈຳເປັນໃຫ້ການຂຶ້ນແຜນຂອງໄລຍະແຜນການ.
ແມ່ນການດຳເນີນແຜນງົບປະມານລັດທີ່ໄດ້ຮັບການອະນຸມັດແລ້ວ. ເນື້ອໃນລວມມີ: ຈັດຕັ້ງການເກັບງົບປະມານລັດ ແລະ ຈັດວາງສະໝອງງົບປະມານລັດ ໃຫ້ແກ່ຄວາມຕ້ອງການຕ່າງໆ ທີ່ໄດ້ຮັບການອະນຸມັດແລ້ວ.
3.4.3.ການສະສາງງົບປະມານລັດ.
ແມ່ນ ໄລຍະສະຫຼຸບ ຕີລາຄາໝາກຜົນການເຄືອນໄຫວທັງໝົດຂອງງົບປະມານລັດ ຫຼັງສົກປີງົບປະມານ ແມ່ນຂອດສຸດທ້າຍຂອງຂະບວນວິວັດຄຸ້ມຄອງງົບປະມານລັດ.
3.5.ການຈັດຕັ້ງລະບົບງົບປະມານລັດ ແລະ ຂັ້ນຄຸ້ມຄອງງົບປະມານລັດ
3.5.1.ຈັດຕັ້ງລະບົບງົບປະມານລັດ.
- ຫຼັກການຈັດຕັ້ງລະບົບງົບປະມານລັດ
- ເງື່ອນໄຂສ້າງຕັ້ງງົບປະມານ
- ຫຼັກການເອກະລາດ, ລວມສູນ, ປະຊາທິປະໄຕ.
- ຫຼັກການຮັບປະກັນລັກສະນະສອດຄ່ອງລະຫວ່າງຂັ້ນງົບປະມານ ແລະ ຂັ້ນອຳນາດປົກຄອງລັດ.
- ມີອຳນາດການປົກຄອງຂັ້ນໝຶ່ງຕັ້ງຢູ່ໃນເຂດພື້ນທີ່ໝຶ່ງໄດ້ຮັບການຍືນຍັນ ເປັນຜູ້ດຳເນີນໝ້າທີ່ພັດທະນາເສດຖະກິດ.
- ຄວາມສາມາດແຫ່ງລາຍຮັບໃນເຂດພື້ນທີ ເຊິ່ງຂັ້ນອຳນາດປົກຄອງ ສາມາດຕອບສະໝອງໄດ້ສ່ວນໃຫ່ຍຄວາມຕ້ອງການໃຊ້ຈ່າຍຂອງອຳນາດການປົກຄອງ.
ແມ່ນການແບ່ງຂອບເຂດສິດອຳນາດ, ຄວາມຮັບຜິດຊອບລະຫວ່າງອຳນາດການປົກຄອງຂັ້ນຕ່າງໆໃນການຄຸ້ມຄອງ ແລະ ຊີນຳງົບປະມານລັດ.
1.ຄວາມຮຽກຮ້ອງໃນການແບ່ງຂັ້ນຄຸ້ມຄອງງົບປະມານລັດ.
- ເພື່ອຮັບປະກັນລັກສະນະເປັນເອກະພາບຂອງງົບປະມານລັດ.
- ການແບ່ງຂັ້ນຄຸ້ມຄອງງົບປະມານລັດ ຕ້ອງສອດຄ່ອງກັບການແບ່ງຂັ້ນຄຸ້ມຄອງຂອງບັນດາຂົງເຂດອືນໆຂອງລັດ.
- ເນື້ອໃນ ຂອງການເເບ່ງຂັ້ນຄຸ້ມຄອງງົບປະມານລັດ ຕ້ອງສອດຄ່ອງກັບລັດຖະທະມະນູນ ແລະ ກົດໝາຍທີ່ກຳນົດ ແລະ ໝ້າທີ່.
- ສະພາແຫ່ງຊາດ ຕົກລົງແຜນງົບປະມານລັດແບ່ງປັນງົບປະມານສູນກາງ, ອະນຸມັດຊຳລະສະສາງງົບປະມານລັດ, ສະພາປະຊາຊົນຂັ້ນຕ່າງໆ.
- ແກ້ໄຂສາຍພົວພັນສິດ ອຳນາດລະຫວ່າງອຳນາດການປົກຄອງຂັ້ນຕ່າງໆໃນການປະກາດໃຊ້ບັນນະໂຍບາຍ, ລະບອບລາຍຮັບ, ລາຍຈ່າຍ ແລະ ລະບອບຄຸ້ມຄອງງົບປະມານລັດ.
- ແກ້ໄຂສາຍພົວພັນໃນຂະບວນວິວັດແຫ່ງການປະຕິບັດງົບປະມານ.
- ຫຼັກການແບ່ງຂັ້ນຄຸ້ມຄອງງົບປະມານລັດ ຕ້ອງໄດ້ການດຳເນີນຄົບຊຸດ ກັບການແບ່ງຂັ້ນຄຸ້ມຄອງເສດຖະກິດ ແລະ ການຈັດຕັ້ງກົງຈັກບໍລິຫານ.
- ຫຼັກການຮັບປະກັນບົດບາດ ເປັນຜູ້ຊີ້ນຳຂອງງົບປະມານສູນກາງ ແລະ ຈຸດທີ່ຕັ້ງເປັນເອກກະລາດ ຂອງງົບປະມານທ້ອງຖິ່ນໃນລະບົບງົບປະມານລັດທີ່ເປັນເອກກະພາບ.
- ຫຼັກການຮັບປະກັນ ຫຼັກການຍຸດຕິທຳ ໃນການແບ່ງຂັ້ນຄຸ້ມຄອງງົບປະມານ.