3.1.ບັນດາບັນຫາທົ່ວໄປກ່ຽວກັບການເງິນວິສາຫະກິດ.
3.2.ການຈັດຕັ້ງການເງິນວິສາຫະກິດ.
3.3.ບັນດາເນື້ອໃນຕົ້ນຕໍ່ຂອງການເຄື່ອນໄຫວຂອງການເງິນວິສາຫະກິດ.
3.1. ບັນດາບັນຫາທົ່ວໄປກ່ຽວກັບການເງິນວິສາຫະກິດ.
ວິສາຫະກິດ ແມ່ນການຈັດຕັ້ງດໍາເນີນທຸລະກິດຂອງບຸກຄົນ ຫຼື ນິຕິບຸກຄົນ ຊິ່ງປະກອບດວ້ຍຊື່, ທຶນ, ການບໍລິຫານຈັດຕັ້ງ, ສຳນັກງານ ແລະ ໄດ້ຂື້ນທະບຽນວິສາຫະກິດທີ່ຖືກຕ້ອງຕາມກົດໝາຍ.
- ວິສາຫະກິດເອກະຊົນ
- ວິສາຫະກິດຂອງລັດ
- ວິສາຫະກິດປະສົມ
- ວິສາຫະກິດລວມໝູ່
ແມ່ນລະບົບສາຍພົວພັນເສດຖະກິດໃນການແບ່ງປັນບັນດາແຫ່ງການເງິນ ທີ່ຕິດພັນກັບຂະບວນວິວັດສ້າງຕັ້ງ ແລະ ນຳໃຊ້ບັນດາຄັງເງິນຕາ ໃນການເຄື່ອນໄຫວທຸລະກິດຂອງວິສາຫະກິດ, ແນ່ໃສ່ບັນລຸຈຸດໝາຍທີ່ແນ່ນອນ.
- ການພົວພັນການເງິນລະຫວ່າງວິສາຫະກິດກັບລັດ.
- ການພົວພັນການເງິນລະຫວ່າງວິສາຫະກິດນິຕິບຸກຄົນອື່ນໆ.
- ການພົວພັນການເງິນພາຍໃນວິສາຫະກິດ.
ແມ່ນສະແດງອອກຢູ່ບ່ອນວ່າ ວິສາຫະກິດປະຕິບັດພັນທະການເງິນກັບລັດຄື:
- ມອບອາກອນ
- ຄ່າທຳນຽມເຂົ້າງົບປະມານ
ແມ່ນການພົວພັນຫຼາຍຮູບຫຼາຍແບບ ເຊິ່ງສະແດງອອກຜ່ານການຊຳລະ, ປັບໃໝດ້ວຍວັດຖຸເມື່ອວິສາຫະກິດ ແລະ ບັນດານິຕິບຸກຄົນເສດຖະກິດອື່ນສະໜອງສິນຄ້າ, ການບໍລິການໃຫ້ກັນ ( ກວມທັງການບໍລິການການເງິນປະເພດຕ່າງໆ ).
ແມ່ນການພົວພັນຊຳລະລະຫວ່າງພາກສ່ວນຕ່າງໆ ຢູ່ພາຍໃນວິສາຫະກິດໃນການເຄື່ອນໄຫວທຸລະກິດ, ແບ່ງປັນກຳໄລຫຼັງອາກອນຂອງວິສາຫະກິດ, ໃນການປະກອບເປັນຄັງ ແລະ ນຳໃຊ້ຄັງຕ່າງໆ ຂອງວິສາຫະກິດ.
- ໃນຂະບວນວິວັດເຄື່ອນໄຫວຂອງການເງິນວິສາຫະກິດ, ການເຄ່ອນໄຫວຂອງທຶນວິສາຫະກິດເຊິງແມ່ນປະເພດຄັງເງິນຕາພິເສດມັນຕິພັນກັບບັນດາປັດໃຈວັດສະດຸ ແລະ ແຮງງານສະເໝີ.
- ທຸກການເຄື່ອນໄຫວຂອງບັນດາແຫຼ່ງການເງິນໃນວິສາຫະກິດຕ່າງແນ່ໃສ່ບັນລຸຈຸດໝາຍທຸລະກິດຂອງວິສາຫະກິດ.
- ລະດົມທຶນຢ່າງຄົບຖວ້ນ ແລະ ທັນການໃຫ້ແກ້ການເຄື່ອນໄຫວທຸລະກິດຂອງວິສາຫະກິດ.
- ຈັດຕ້ງການນຳໃຊ້ທຶນປະຫຍັດ ແລະ ມີປະສິດທິຜົນ.
- ຊຸກຍູ້ ແລະ ດັດສົມທຸລະກິດ.
- ຕິດຕາມ, ກວດກາການເຄື່ອນໄຫວທຸລະກິດຂອງວິສາຫະກິດຢ່າງແໝ້ນແຟ້ນ.
3.2.ການຈັດຕັ້ງການເງິນວິສາຫະກິດ.
ແມ່ນການວາງແຜນກຳນົດຍຸດທະສາດກ່ຽວກັບການນຳໃຊ້ການເງິນ ແລະ ລະບົບມາດຕະເກນ ເພື່ອການດຳເນີນຍຸດທະສາດດັ່ງກ່າວແນ່ໃສ່ບັນລຸໃຫ້ໄດ້ຈຸດໝາຍທຸລະກິດຂອງວິສາຫະກິດໃນໄລຍະໄດໝຶ່ງທີ່ແນ່ນອນ.
ແມ່ນຕ້ອງອີງຕາມພື້ນຖານຈຳນວນໜຶ່ງ ແຕ່ວ່າການເງິນຂອງບັນດາວິສາຫະກິດຕ່າງກັນ ກໍມີຈຸດພິເສດຕ່າງກັນຍ້ອນໄດ້ຮັບຜົນສະທ້ອນຂອງຫຼາຍປັດໄຈນັ້ນເອງ ຕໍ່ໄປນີ້ພວກເຮົາຈະພິຈາລະນາບັນດາປັດໄຈ ທີ່ກໍ່ຜົນສະທ້ອນເຖິງການຈັດຕັ້ງການເງິນຂອງວິສາຫະກິດ.
- ຖ້າວິສາຫະກິດຕ່າງກັນຈະເປັນຜູ້ຕົກລົງການຈັດຕັ້ງ
- ລະດົມທຶນ
- ຄຸ້ມຄອງທຶນ
- ແບ່ງປັນໝາກຜົນທຸລະກິດ
- ວິສາຫະກິດສ່ວນບຸກຄົນ.
- ວິສາຫະກິດຮຸ້ນສ່ວນ.
- ບໍລິສັດ.
- ວິສາຫະກິດຮຸ້ນສ່ວນສາມັນ.
- ວິສາຫະກິດຮຸ້ນສ່ວນຈຳກັດ.
- ບໍລິສັດຈຳກັດລວມທັງບໍລິສັດຈຳກັດຜູ້ດຽວ.
- ບໍລິສັດມະຫາຊົນ.
- ໂຄງປະກອບທຶນ
- ລະດັບຄວາມໄວການໝູນວຽນຂອງທຶນໄວ ຫຼຶ ຊ້າ
- ສະພາບຂອງຊັບສົມບັດ
- ຄວາມສ່ຽງຂອງທຸລະກິດ
- ສະພາບລາຍຈ່າຍການເງິນຂອງທຸລະກິດ
- ລະດັບການເຄື່ອນຍ້າຍທຶນ
- ສະພາບຕົ້ນທຶນ
- ສະພາບແວດລ້ອມເສດຖະກິດ-ການເງິນ.
- ສະພາບແວດລ້ອມການເມືອງ.
- ສະພາບແວດລ້ອມກົດໝາຍ.
- ສະພາບແວດລ້ອມເຕັກໂນໂລຊີ.
- ສະພາບແວດລ້ອມວັດທະນະທຳ - ສັງຄົມ.
- ຫຼັກການເຄົາລົບກົດໝາຍ
- ຫຼັກການໄລ່ລຽງທຸລະກິດ
- ຫຼັກການຮັກສາຄວາມໄວວາງໃຈ
- ຫຼັກການປອດໄພ, ປ້ອງກັນຊາດ, ສະກັດກັ້ນຄວາມສ່ຽງ.
3.3.ບັນດາເນື້ອໃນຕົ້ນຕໍຂອງການເຄື່ອນໄຫວການເງິນວິສາຫະກິດ.
- ຍືນຍັນຄວາມຕ້ອງການທຶນທຸລະກິດ.
- ຂຸດຄົ້ນສ້າງທຶນ.
- ທຸລະກິດ.
- ລົງທຶນ.
- ນຳໃຊ້ທຶນ ແລະ ຮັກສາທຶນວິສາຫະກິດບໍ່ໃຫ້ເສຍຫາຍ.
ເພື່ອທຳການຜະລິດ, ທຸລະກິດວິສາຫະກິດຕ້ອງມີຈຳນວນທຶນທຽບເທົ່າກັບຂະໜາດການເຮັດທຸລະກິດ ແລະ ເງື່ອນໄຂເຮັດທຸລະກິດ, ເຊິ່ງໃນນັ້ນຕ້ອງປະກອບມີ: ໂຮງຈັກ, ເຄື່ອງຈັກ, ອຸປະກອນ, ວັດຖຸດິບ ແລະ ອຶ່ນໆ.
ດັ່ງນັ້ັນ: ທຶນທຸລະກິດຂອງວິສາຫະກິດໄດ້ສະແດງອອກພາຍໃຕ້ຮູບການເງິນຕາ, ຊັບສິນທັງໝົດທີ່ວິສາຫະກິດລະດົມມາໄດ້ທີ່ນຳໃຊເຂົ້າໃນການເຄື່ອນໄຫວທຸລະກິດເພື່ອຫວັງຜົນກຳໄລ.
ແມ່ນການເຄື່ອນໃຫວອັດຕະວິໄສ, ມີການຊັ່ງຊາ, ຄິດໄລ່ຂອງນັກລົງທຶນໃນການເອົາທຶນເຂົ້າໃນຈຸດໜາຍທຸລະກິດໃດໜື່ງດ້ວຍຄວາມຫວັງຈະນຳຊື່ງປະສິດທິຜົນທາງເສດຖະກິດສູງໃນອານາຄົດ.
ແມ່ນແຫຼ່ງທຶນຂື້ນກັບກຳມະສິດຂອງເຈົ້າຂອງວິສາຫະກິດ ເມື່ອວິສາຫະກິດຫາກໍ່ໄດ້ຮັບການການສ້າງຕັ້ງ, ແຫຼ່ງທຶນຂອງເຈົ້າຂອງກຳມະສິດໂດຍເຈົ້າຂອງວິສາຫະກິດ, ບັນດາລົງທຶນເປັນຜູ້ປະກອບທຶນພາຍໃຕ້ຮູບການທຶນຮ່ວມທຸລະກິດ, ຮ່ວມກຸ່ມ, ທຶນຫຸ້ນສ່ວນ.
ອີ່ງໃສ່ຜົນປະໂຫຍດທີ່ໄດ້ມາຈາກເສດຖະກິດ, ທຶນທຸລະກິດຂອງວິສາຫະກິດຜະລິດໄດ້ຮັບການແບ່ງປັນທຶນຄົງທີ່ ແລະ ທຶນເຄື່ອນທີ່.
ແມ່ນຈຳນວນຊັບສົມບັດຄົງທີ່ທັງໜົດຂອງວິສາຫະກິດທີ່ສະແດງອອກເປັນເງິນສົມບັດຄົງທີ່ຂອງວິສາຫະກິດແມ່ນສົມບັດທີ່ມີຄ່າມະຫາສານ, ໄລຍະເວລາການນຳໃຊ້ຍາວນານ, ມີບົດບາດແມ່ນພາລະແຮງງານ.
ທຶນເຄື່ອນທີ່ສະແດງອອກດ້ວຍເງິນ, ສົມບັດເຄື່ອນທີ່ທັງໜົດຂອງວິສາຫະກິດ ແມ່ນຮັບໃຊ້ການເຮັດທຸລະກິດຂອງວິສາຫະກິດ.
ແມ່ນສະແດງອອກດ້ວຍເງິນ, ຄວາມສີ້ນເປືອງທັງໜົດກ່ຽວກັບວັດຖຸ ແລະ ແຮງງານຊື່ງວິສາຫະກິດຈ່າຍເພື່ອທຳການຜະລິດ, ທຸລະກິດໃນໄລຍະໃດໜຶ່ງທີ່ແນ່ນອນ.
- ຈ່າຍໃຫ້ການຜະລິດຕະພັນ.
- ຈ່າຍໃຫ້ການຈັດຕັ້ງຈຳໜ່າຍຜະລິດຕະພັນ.
- ເງິນອາກອນທາງອ້ອມທີ່ມອບໃຫ້ລັດຕາມກົດໜາຍອາກອນວາງອອກ.
ແມ່ນສະແດງອອກການຈ່າຍສະເພາະຂອງວິສາຫະກິດເພື່ອຜະລິດ ແລະ ຈຳໜ່າຍຜະລິດຕະພັນ.
- ລາຍຈ່າຍໃຫ້ວັດສະດຸໂດຍກົງ.
- ລາຍຈ່າຍໃຫ້ແຮງງານໂດຍກົງ.
- ລາຍຈ່າຍໃຫ້ບໍຫານຜະລິດລວມ.
ແມ່ນຈໍານວນເງິນທັງໝົດຊຶ່ງວິສາຫະກິດເກັບມາໄດ້ຍ້ອນການລົງທຶນທຸລະກິດໄລຍະທີ່ແນ່ນອນໃດໝຶ່ງ.
ພາກສ່ວນມາຈາກການເຄື່ອນໄຫວທຸລະກິດຄື:
- ລາຍຮັບທຸລກິດທັງໝົດທີ່ໄດ້ມາຈາກການຈຳໝ່າຍຜະລິດຕະພັນ
- ສິນຄ້າ
- ການບໍລິການ.
ລາຍຮັບທຸລະກິດວິສາມັນເຊັ່ນ: ໂອນ, ຂາຍຊັບສົມບັດຄົງທີ,ວັດສະດຸຄ້າງອັງ, ຈຳນວນເງິນທີໄດ້ຮັບຈາກການທົດແທນ, ຈຳນວນເງິນໝີ້ທີ່ເຈົ້າຂອງບໍ່ຢູ່ ຫຼື ໝີ້ບໍ່ມີໃຜທ້ວງ.
- ເພີ່ມຈຳນວນພະລິດຕະພັນທີ່ຜະລິດອອກ, ປ່ຽນແປງອົງປະກອບຜະລິດຕະພັນ.
- ເອົາໃຈໃສ່ເຖິງຄຸນນະພາບຜະລິດຕະພັນ, ເພາະຄຸນນະພາບຜະລິດຕະພັນແມ່ນຕິດພັນຢ່າງແໝ້ນແຟ້ນກັບຊື່ສຽງຂອງວິສາຫະກິດໃນວົງທຸລະກິດ.
- ຍືນຍັນລາຄາຈໍາໝ່່າຍໃຫ້ສົມເຫດສົມຜົນ ແລະ ພິກໄຫວ ກະຕຸກຊຸກຍູ້ເພີ່ອຄວາມຕ້ອງການເພື່ອເພີ່ມທຸລະກິດຈຳໝ່າຍ.
- ຊຸກຍູ້ການຊຳລະໂດຍໄວ, ລົດຜ່ອນໝີ້ສິນຕ່າງໆທີ່ຕ້ອງເກັບ, ແກ້ໄຂໝີ້ສິນທີ່ແກ່ຍາວໃຫ້ດີ.
ແມ່ນຈໍານວນຜິດດຽງລະຫວ່າງລາຍຮັບທຸລະກິດ ແລະ ລາຍຈ່າຍເຊິງວິສາຫະກິດເປັນຜູ້ອອກເພື່ອບັນລຸໃຫ້ໄດ້ລາຍຮັບທຸລະກິດດັ່ງກ່າວຈາກການເຄື່ອນໄຫວຕ່າງຂອງວິສາຫະກິດ.
ແມ່ນໄມ້ວັດເສດຖະກິດທີ່ມີຕໍ່ການເຄື່ອນໄຫວຜະລິດທຸລະກິດ, ແມ່ນຕົວແລກຄາດໝາຍທີ່ເປັນພື້ນຖານເພື່ອຕີລາຄາປະສິດທິຜົນຜະລິດທຸລະກິດຂອງວິສາຫະກິດ, ແມ່ນແຫ່ງສະສົມເປັນພື້ນຖານເພື່ອເປີດກ້ວາງການຜະລິດສັງຄົມຄືນໃໝ່.
- ເສຍອາກອນລາຍຮັບວິສາຫະກິດໃຫ້ລັດ.
- ທົດແທນການຫຼຸບທຶນປີກ່ອນບໍ່ໄດ້ຫັກຈາກກຳໄລກ່ອນອາກອນ.
- ສົ່ງກຳໄລຫຸ້ນສວ່ນ, ແບ່ງກຳໄລໃຫ້ບັນດາຜູ້ຮວ່ມມືທີ່ປະກອບທຶນຮວ່ມທຸລະກິດ.
- ຫັກສ້າງຄັງໃຊ້ສະເພາະຂອງວິສາຫະກິດເຊັ່ນ: ຄັງສຳຮອງການເງິນ, ຄັງລົງທຶນພັດທະນາ, ຄັງຢ້ອງຍໍ, ລາງວັນ ແລະ ຄັງສະຫວັດດີການ..