ພາກທີ 4
ປະກັນໄພ
4.1.1.ນິຍາມປະກັນໄພ.
4.1.ບັນດາບັນຫາທົ່ວໄປກ່ຽວກັບປະກັນໄພ.
ແມ່ນການພົວພັນເສດຖະກິດຕິດພັນກັບຂະບວນວິວັດສ້າງຕັ້ງ,ແບ່ງປັນແລະນຳໃຊ້ຄັງປະກັນໄພ,ແນ່ໃສ່ແກ້ໄຂຄວາມສ່ຽງຕ່າງໆ.
1.ປະກັນທຸລະກິດ
2.ປະກັນສັງຄົມ
ການບໍລິຫານຄວາມສ່ຽງໄພຕ່າງໆ ທີ່ອາດຈະເກີດຂຶ້ນກັບຜູ້ໄດ້ຮັບການປະກັນໄພ ທີ່ໄດ້ຈ່າຍຄ່າທໍານຽມປະກັນໄພ ໃຫ້ແກ່ຜູ້ປະກັນໄພ ໂດຍການຊົດເຊີຍຄ່າເສຍຫາຍດ້ວຍສິນປະກັນໄພ ຕາມທີ່ໄດ້ຕົກລົງກັນໄວ້ໃນສັນຍາປະກັນໄພ.
ໝາຍເຖິງ ວິສາຫະກິດທີ່ໄດ້ຮັບອະນຸຍາດຈາກລັດ ໃຫ້ດຳເນີນທຸລະກິດປະກັນໄພ ຊຶ່ງຕົກລົງຈະທົດແທນຄ່າເສຍຫາຍຕາມສັນຍາປະກັນໄພ.
- ຄວາມສຳຄັນຕໍ່ຜູ້ເອົາປະກັນໄພ.
- ຄວາມສຳຄັນຕໍ່ສັງຄົມ.
- ຄວາມສຳຄັນຕໍ່ກັບເສດຖະກິດ.
- ຜົນປະໂຫຍດຕໍ່ຜູ້ເອົາປະກັນໄພ
- ຜົນປະໂຫຍດຕໍ່ທຸລະກິດ
- ຜົນປະໂຫຍດຕໍ່ເສດຖະກິດ ແລະ ສັງຄົມ
- ໃຫ້ຄວາມຄຸ້ມຄອງຕໍ່ບຸກຄົນຄອບຄົວ ແລະ ຊັບສິນຂອງຜູ້ເອົາປະກັນ.
- ຊ່ວຍປູກຝັງໃຫ້ເກີດນິໃສປະຫຍັດ ແລະ ຊ່ວຍໃຫ້ເກີດການອອມ.
- ຊ່ວຍໃຫ້ເກີດຄວາມໝັ້ນຄົງໃນການປະກອບທຸລະກິດ.
- ຊ່ວຍເພີ່ມປະສິດທິພາບ ໃນການດຳເນີນທຸລະກິດເພາະວ່າຜູ້ບໍລິ ຫານບໍ່ຈຳເປັນຕ້ອງເສຍເວລາກ່ຽວກັບການສ່ຽງໄພ.
- ຊ່ວຍໃຫ້ການຂະຫຍາຍບັດເຄດິດຫຼຸດຄວາມສ່ຽງຂອງຜູ້ໃຫ້ກູ້ຈາກໝີ້ສິນ.
- ຊ່ວຍໃຫ້ເກີດສະຖຽນນະພາບໃນຕົນທຶນການຜະລິດ.
- ຊ່ວຍສົງເສີມທຸລະກິດບາງປະເພດ ໃຫ້ຈະເລີນກ້າວໝ້າໂດຍສະເພາະຢ່າງຍິງທຸລະກິດທີ່ກ່ຽວຂ້ອງກັບຄວາມໄພ.
ຜົນປະໂຫຍດຕໍ່ເສດຖະກິດ ແລະ ສັງຄົມ:
- ຊ່ວຍລະດົມທຶນເພື່ອການພັດທະນາປະເທດຊາດ
- ຊ່ວຍຫຼຸດພາລະແກ່ສັງຄົມ.
- ໝ້າທີ່ເປີດເຜີຍຂໍ້ມູນຄວາມຈິງ.
- ໝ້າທີ່ບອກກ່າວເລື່ອງລາວການເກີດອຸບັດຕິເຫດຕ່າງໆ.
- ໝ້າທີ່ປ້ອງກັນຮັກສາຊັບສິນທີ່ເຮົາເອົາປະກັນໄພ.
- ໝ້າທີ່ໃນການຊຳລະຄ່າເບັ້ຍປະກັນໄພ.
ໃນພື້ນຖານເສດຖະກິດການຕະຫຼາດ, ການເຄື່ອນໄຫວປະກັນໄພມີບົດບາດສຸດທິໃຫ່ຍໂຕ. ບົດບາດດັ່ງກ່າວໄດ້ສະແດງອອກໃນດ້ານຕ່າງໆ ທີ່ສຳຄັນຕໍ່ໄປນີ້:
- ປະກັນໄພປະກອບສວ່ນເຂົ້າໃນການສຶກສາທຶນຜະລິດທຸລະກິດບໍ່ໃຫ້ຕົກເຫ່ຍເສຍຫາຍ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງຜູ້ເຂົ້າຮວ່ມການປະກັນໄພເປັນປົກກະຕິ.
- ການປະກັນໄພປະກອບສ່ວນເຂົ້າໃນການປ້ອງກັນ, ຫຼີກລຽງ, ຈຳກັດຄວາມເສຍຫາຍ, ຮັບປະກັບຄວາມປອດໄພໃຫ້ການຜະລິດ ແລະ ຊີວິດການເປັນຢູ່.
- ປະກັນໄພປະກອບສວ່ນເຂົ້າໃນການສະໝອງທຶນ ໃຫ້ແກ້ການພັດທະນາເສດຖະກິດສັງຄົມ.
- ອີງໃສ່ຈຸດປະສົງເຄື່ອນໄຫວຂອງບັນດາອົງການຄຸ້ມຄອງຄັງປະກັນໄພ, ປະກັນໄພລວມມີການປະກັນໄພມີຈຸດປະສົງທຸລະກິດ ແລະ ການປະກັນໄພບໍ່ມີຈຸດປະສົງທຸລະກິດ.
- ປະກັນໄພທີ່ມີລັກສະນະທຸລະກິດ ແມ່ນປະກັນໄພໂດຍອົງການຈັດຕັ້ງ, ບໍລິສັດປະກັນໄພສະໝອງບໍລິການປະກັນໄພ, ຊອກຫາຜົນປະໂຫຍດເສດຖະກິດທີ່ແນ່ນອນບົນພື້ນຖານເຮັດສັນຍາປະກັນໄພ.
- ປະກັນໄພບໍ່ມີຈຸດປະສົງທຸລະກິດ ແມ່ນປະເພດປະກັນໄພແນ່ໃສ່ຈຸດປະສົງຊ່ວຍເຫຼືອເຊິງກັນ ແລະ ກັນລະຫວ່າງສະມາຊິກທັງຫຼາຍທີ່ເຂົ້າຮວ່ມປະກັນໄພ.
- ຕາມແບບວິທີແກ້ໄຂຄວາມສ່ຽງການເຄືອນໄຫວປະກັນໄພຖືກແບ່ງອອກ,ທີມີການເຄືອນໄຫວດັ່ງ: ປະກັນໄພດວ້ຍຕົນເອງ ແລະ ເຄື່ອນໄຫວມອບໂອນ ຫຼື ຍ້າຍຄວາມສ່ຽງອອກ.
- ປະກັນໄພແມ່ນປະເພດບໍລິຫານການເງິນພິເສດຜະລິດຕະພັນແມ່ນຜະລິດຕະພັນທີ່ບໍ່ເປັນຕົນເປັນໂຕ, ບົນພື້ນຖານຂອງລະບົບສັນຍາຈາກສອງຝ່າຍ, ລະຫວ່າງບໍລິສັດປະກັນໄພ ແລະ ຜູ້ເຂົ້າຮວ່ມປະກັນໄພ.
- ປະກັນໄພທັງມີລັກສະນະທົດແທນຄືນ ແລະ ບໍມີລັກສະນະທົດແທດຄືນ.
- ຫຼັກການເລືອກເຟັ້ນຄວາມສ່ຽງຖີ່ຖວ້ນບັນດາອົງການຈັດຕັ້ງ, ບໍລິສັດທຸລະກິດປະກັນໄພ (ຜູ້ເຮັດໝ້າທີ່ປະກັນໄພ) ພະຍາຍາມຄັດເລືອກຢ່າງຖີ່ຖວ້ນຄວາມສ່ຽງທີ່ຮ້າຍແຮງ.
- ຫຼັກການກຳນົດຄ່າທຳນຽມປະກັນໄພ ຕ້ອງອີງຕາມບົນພື້ນຖານ ລາຄາ ຂອງຄວາມສ່ຽງຕ່າງໆ.
- ຫຼັກການລະມັດລະວັງອົງການປະກັນໄພ ແມ່ນລູກໝີ້ຂອງຜູ້ເຂົ້າຮວ່ມປະກັນໄພ ແລະ ບັນຫາປອດໄພການເງິນຂອງອົງການປະກັນໄພເວລາໄດ້ກໍ່ຖືກຈັດວາງຢູ່ໃນອັດດັບຕົ້ນ.
- ຫຼັກການເອົາຈຳນວນຫຼາຍທົດແທນຈຳນວນນ້ອຍ.
4.2.ປະກັນທຸລະກິດ.
ແມ່ນແບບວິທີເຄື່ອນໄຫວທຸລະກິດຂອງບັນດາອົງການປະກັນໄພ ແນ່ໃສ່ຈຸດປະສົງຊອກຫາກຳໄລບົນພື້ນຖານລະດົມແຫຼ່ງກຳລັງຄວາມສາມາດ, ຜ່ານການປະກອບຂອງຜູູ້ເຂົ້າຮ່ວມປະກັນໄພເພື່ອສ້າງຄັງປະກັນໄພ, ແບ່ງປັນ ແລະ ນຳໃຊ້ມັນເພື່ອສົ່ງເງິນ ແລະ ທົດແທນຄວາມເສຍຫາຍໃຫ້ບັນດາເປົ້າໜາຍທີ່ໄດ້ຮັບການປະກັນໄພເມື່ອເຫດການປະກັນໄພເກີດຂື້ນ.
- ປະກັນຄວາມເສຍຫາຍ.
- ປະກັນຊີວິດ.
- ປະກັນຊັບສົມບັດ.
- ປະກັບຄວາມຮັບຜິດຊອບທາງແພງ.
- ປະກັນໄພ ປະເພດຕ່າງໆຊຶ່ງເປົ້າໝາຍປະກັນໄພແມ່ນຊີວິດ.
- ປະກັນໄພ ສຸຂະພາບ ແລະ ຄວາມສາມາດອອກແຮງງານຂອງຄົນ.
- ປະກັນໄພ ຄວາມສ່ຽງອືນໆກ່ຽວກັບຄົນ.
ທຶນທຸລະກິດ ຂອງວິສາຫະກິດປະກັນໄພ. ຕາມແຕ່ລະປະເພດຮູບການຂອງບັນດາວິສາຫະກິດປະກັນໄພ ທີ່ອາດລະດົມແຫຼ່ງທຶນເບື້ງຕົ້ນຕ່າງກັນ ໃນວິວັດແຫ່ງການເຄື່ອນໄຫວທຶນວິສາຫະກິດ ອາດຈະໄດ້ຮັບການເພີ່ມເຕີມຈາກການເຄື່ອນໄຫວທຸລະກິດ ແລະ ລານຮັບຂອງວິສາຫະກິດປະກັນໄພ.
- ລາຍຮັບການເກັບຄ່າປະກັນທຸລະກິດປະກັນໄພ.
- ລາຍຮັບເກັບຈາກສັນຍາຂາຍປະກັນທີ່ດິນ.
- ລາຍຮັບເກັບຈາກການເຄືອນໄຫວລົງທຶນ.
ໝາຍເຖິງ ນິຕິບຸກຄົນທີ່ດຳເນີນທຸລະກິດປະກັນໄພ ຫຼື ລະດົມການສະສົມທຶນ.
- ເງິນມັດຈຳ
- ສ້າງຄັງສະສົມບັງຄັບ
- ທົດແທນຄວາມເສຍຫາຍ ແລະ ສົງເງິນປະກັນໄພ.
- ສ້າງຕັ້ງຄັງສຳຮອງວິຊາການ
- ສ້າງຕັ້ງຄັງສຳຮອງວິຊາການໃນເຕັກນິກແບ່ງປັນ
- ຄັງສຳຮອງວິຊາການໃນເຕັກນິກສະສົມຍັງຢູ່ໃນເຕັກນິກດັ່ງກ່າວ.
- ປະຕິບັດພັນທະທີ່ມີງົບປະມານລັດ.
- ການເຄືອນໄຫວລົງທຶນຂອງບັນດາອົງການຈັດຕັ້ງປະກັນໄພທຸລະກິດ.
4.3.ປະກັນສັງຄົມ.
ແມ່ນການພົວພັນເສດຖະກິດ ຕິດພັນກັບຂະບວນວິວັດສ້າງຕັ້ງຄັງສະສົມໂດຍມີການປະກອບສ່ວນຂອງຜູ້ນຳໃຊ້ແຮງງານ ແລະ ແຮງງານຕາມການກຳນົດຂອງກົດໜາຍ.
ບັນດາລັດຖະກອນ, ຜູ້ທີ່ເຮັດວຽກກີນເງີນເດືອນໃນທົ່ວສັງຄົມ. ເງື່ອນໄຂເພື່ອຊົມໃຊ້ປະກັນສັງຄົມແມ່ນຕ້ອງເຂົ້າຮ່ວມການປະກອບເຂົ້າໃນຄັງປະກັນສັງຄົມ.
- ການເບີ່ງແຍງດ້ານສາທາລະນະສຸກ.
- ຊ່ວຍໜູນໃນເວລາເຈັບເປັນ.
- ຊ່ວຍໜູນໃນເວລາຕົກງານ.
- ຊ່ວຍໜູນໃນເວລາເຖົ້າແກ່ຊະລາ.
- ຊ່ວຍໜູນໃນເວລາປະສົບອຸປະຕິເຫດແຮງງານ ແລະ ພະຍາດຍ້ອນອາຊີບ.
- ຊ່ວຍໜູນຄອບຄົວ.
- ຊ່ວຍໜູນໃນເວລາເກີດລູກ.
- ຊ່ວຍໜູນໃນເວລາພິການ.
- ຊ່ວຍໜູນໃນເວລາບໍ່ມີຜູ້ລ້ຽງດູ.
- ແຫຼ່ງທຶນສ້າງຕັ້ງຄັງປະກັນສັງຄົມ.
- ການຈ່າຍຂອງປະກັນສັງຄົມ
- ຜູ້ທີ່ເຂົ້າຮ່ວມປະກັນແມ່ນສະມາຊິກປະກັນສັງຄົມ.
- ພົບເຫດການທີ່ໄດ້ກຳນົດໃນລະບອບປະກັນສັງຄົມ.
- ຕ້ອງປະກອບສວ່ນເຂົ້າປະກັນສັງຄົມເປັນປະຈຳ.