ຈຸດປະສົງ: ເມືອຜູ້ຮຽນຈະໄດ້ຮັບຮູ້ບັນຫາຫົວຂໍ້ດັ່ງນີ້:
8.1.ບັນດາບັນຫາທົ່ວໄປກ່ຽວກັບວຽກງານກວດກາການເງິນ.
8.2.ເນື້ອໃນ ແລະ ວິທີການກວດກາການເງິນ.
8.3.ບັນດາເຈົ້າກຳດຳເນີນການກວດກາການເງິນ.
8.1.ບັນດາບັນຫາທົ່ວໄປກ່ຽວກັບວຽກງານກວດກາການເງິນ
1.ກວດກາການເງິນ.
ແມ່ນປະເພດກວດກາທີ່ໄດ້ຮັບການສະແດງ ອອກດວ້ຍຂະບວນວິວັດແບ່ງປັນບັນ ດາແຫ່ງກຳລັງການເງິນເພື່ອຮັບປະກັນລັກສະນະຖືກຕ້ອງ ລັກສະນະສົມເຫດສົມຜົນຂອງການສ້າງຕັ້ງ ແລະ ນຳໃຊ້ບັນດາຄັງເງິນຕາ, ແນ່ໃສ່ປະຕິບັດຈຸດໝາຍທີ່ໄດ້ກຳນົດໄວ້ເປັນຢ່າງດີ.
2.ຈຸດພິເສດຂອງການກວດກາການເງິນ.
- ແມ່ນຈຸດພິເສດອັນເປັນພື້ນຖານຂອງກວດກາການເງິນແມ່ນ ກວດກາເງິນໄດ້ຮັບການປະຕິບັດຜ່ານການໄຈ້ແຍກຈ່າຍເຖິງ (ຄາດໝາຍລາຄາ) ທີ່ມີຕໍ່ຂະບວບວິວັດແຫ່ງການສ້າງຕັ້ງ, ແບ່ງປັນ ແລະ ນຳໃຊ້ບັນດາແຫ່ງທຶນການເງິນ.
- ກວດກາການເງິນມີລັກສະນະສັງລວມ, ຮອບດ້ານ, ເປັນປະຈຳກ້ວາງຂວາງ ແລະ ສະແດງໃຫ້ເຫັນລັກສະນະທັນການ.
3.ຜົນດີຂອງກວດກາການເງິນ.
- ພິຈາລະນາທາງລັດ
- ກ່ຽວກັບບັນດາວິສາຫະກິດ
- ໃນຈົງເຂດປອດການຜະລິດວັດຖຸ
4.ຫຼັກການກວດກາການເງິນ.
ມີ 5 ຫຼັກການຄື:
- ຫຼັກການກວດກາການເງິນ
- ຫຼັກການແມ່ນຍຳ, ພາວະວິໄສ, ເປີດເຜີຍ, ເປັນປະຈຳ ແລະ ກ້ວາງຂວາງ.
- ຫຼັກການປົກປັກຄວາມຫຼັບ
- ຫຼັກການມະຫາຊົນ
- ຫຼັກການກວດກາ ແມ່ນຫ້າມຂັດຂວາງການເຄືອນໄຫວທົ່ວໄປຂອງອົງການຈັດຕັ້ງ ແລະ ສ່ວນບຸກຄົນທີ່ເປັນເປົ້າໝາຍກວດກາ.
8.2.ເນື້ອໃນ ແລະ ວິທີການກວດກາການເງິນ.
8.2.1.ເນື້ອໃນຂອງກວດກາການເງິນ.
ເຮົາຕ້ອງມີການຈຳແນກ 3 ປະເພດກວດກາການເງິນລວມມີ:
- ກວດກາກ່ອນປະຕິບັດແຜນການການເງິນ
- ກວດກາການເງິນໃນຂະບວນວິວັດປະຕິບັດແຜນການການເງິນ
- ກວດກາຫຼັງປະຕິບັດແຜນການການເງິນ.
8.2.2.ວິທີການກວດກາການເງິນ.
ແມ່ນ ແບບວິທີດຳເນີນການກວດກາການເງິນ, ແນ່ໃສບັນລຸໃຫ້ໄດ້ຈຸໝາຍທີ່ວາງອອກ.
ວິທີການກວດກາຮັບຮູ້ຕາມການແບ່ງປະເພດຕ່າງກັນມີ:
- ອີງໃສ່ຂອບເຂດກວດກາການເງິນ
- ອີງໃສ່ຫຼັກຖານກວດກາການເງິນ
1.ອີງໃສ່ຂອບເຂດກວດກາການເງິນ.
- ກວດກາຮອບດ້ານ.
- ກວດກາແບບຈຸດໜັກ ຫຼື ກວດກາຫົວເລື່ອງ.
- ກວດກາແບບສັງລວມ.
- ກວດກາເປົ້າໜາຍເດັ່ນກວດກາເລືອກແບບ.
2.ອີງໃສ່ຫຼັກຖານກວດກາການເງິນ.
ວິທີການກວດກາການເງິນຖືກແບ່ງອອກເປັນ 2 ວິທີຄື:
- ກວດກາຜ່ານໃບບິນ.
- ກວດກາຕົວຈິງ.
8.3.ບັນດາເຈົ້າກຳດຳເນີນການກວດກາການເງິນ.
1.ເຈົ້າກຳກວດກາທີ່ມີຕໍ່ງົບປະມານ.
ການກວດກາການເງິນໄດ້ຮັບການດຳເນີນດ້ວຍບັນດາເຈົ້າກຳດັ່ງນີ້:
- ສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ.
- ລັດຖະບານ ແລະ ຄະນະກຳມະການປະຊາຊົນທຸກຂັ້ນ.
- ກະຊວງການເງິນ ແລະ ອົງການການເງິນທຸກຂັ້ນ.
2.ບັນດາເຈົ້າກຳກວດກາການເງິນທີ່ຂຶ້ນກັບກົມກອງຮາກຖານ.
ກວດກາພາຍໃນ ແມ່ນບັນດາວິສາຫະກິດຂື້ນກັບທຸກພາກສ່ວນເສດຖະກິດ, ບັນດາອົງການບໍລິຫານ, ບັນດາກົມກອງວິຊາການ, ດຳເນີນການກວດກາການເງິນໃນກົມກອງຂອງຕົນ.