7.1.ບັນດາບັນຫາທົ່ວໄປກ່ຽວກັບການເງິນສາກົນ.
ແມ່ນລະບົບການພົວພັນການເງິນ ທີ່ເກີດຂື້ນລະຫວ່າງບັນດາເຈົ້າກຳຂອງປະເທດໜື່ງກັບບັນດາເຈົ້າກຳຂອງປະເທດອື່ນໆ ແລະ ບັນດາອົງການຈັດຕັ້ງສາກົນ, ຕິດພັນກັບກະແສເຄື່ອນຍ້າຍຂອງສິນຄ້າ ແລະ ທຶນຢູ່ໃນໂລກຕາມຫຼັກການເຄື່ອນທີ່ແນ່ນອນ.
- ການຮ່ວມມືສາກົນ, ໂດຍສະເພາະ ແມ່ນການຮວ່ມມືສາກົນກັບເສດຖະກິດ.
- ບັນດາການພົວພັນການເມືອງລະຫວ່າງປະເທດຕ່າງໆ ໃນວົງຄະນະຍາດສາກົນ.
- ເຄົາລົບເອກະລາດ, ອະທິບາຍ ແລະ ບໍ່ແຊກແຊງເຂົ້າວຽກງານພາຍໃນ ຂອງກັນແຕ່ລະປະເທດໃນຖານະເປັນປະເທດເອກກະລາດ, ມີອະທິປະໄຕທາງດ້ານເສດຖະກິດ, ການເມືອງ, ສັງຄົມ ແລະ ພູມສາດ.
- ຄວາມສະເໝີພາບ.
- ຕ່າງຝ່າຍຕ່າງມີຜົນປະໂຫຍດ.
- ອັດຕາແລກປ່ຽນເງິນຕາ ເປັນຜົນສະທ້ອນ ເຖິງພື້ນຖານເສດຖະກິດ-ສັງຄົມຂອງເກືອບທຸກໆປະເທດ.
- ຄວາມບໍ່ສົມບູນຂອງຕະຫຼາດ.
- ສະພາບແວດລ້ອມສາກົນໄດ້ເປີດໂອກາດເພື່ອພັດທະນາການເງິນສາກົນ.
- ສ້າງເງືອນໄຂສະດວກໃຫ້ປະເທດຕ່າງໆ ເຊື່ອມໂຍງເຂົ້າກັນກັບພື້ນຖານເສດຖະກິດໂລກ.
- ເປີດໂອກາດໃຫ້ປະເທດຕ່າງໆ ພັດທະນາເສດຖະກິດສັງຄົມ.
- ຍົກສູງປະສິດທິຜົນນຳໃຊ້ແຫ່ງກຳລັງການເງິນ.
7.2. ບັນດາຮູບການການເງິນສາກົນຕົ້ນຕໍ່.
ແມ່ນຮູບການລົງທຶນສາກົນເຊື່ງເຈົ້າຂອງລົງທຶນຕ່າງປະເທດປະກອບທຶນຫຼາຍພໍສົມຄວນເຂົ້າໃນຂົງເຂດຜະລິດ ຫຼື ການບໍລິການ, ອະນຸຍາດໃຫ້ເຂົາເຈົ້າເຂົ້າຮ່ວມການຊີ້ນຳໂດຍກົງເປົ້າໜາຍທີ່ເຂົາເຈົ້າອອກເງີນການລົງທຶນ.
- ວິສາຫະກິດມີທຶນຂອງຕ່າງປະເທດ 100% ແມ່ນວິສາຫະກິດໂດຍເຈົ້າຂອງຄົນຕ່າງປະເທດລົງທຶນ 100% ຢູ່ປະເທດທີ່ເຂົາເຈົ້າເຂົ້າມາລົງທຶນ, ມີສິດຊີ້ນຳວິສາຫະກິດດັ່ງກ່າວຕາມການກຳນົດຂອງກົດໜາຍຂອງຕ່າງປະເທດທີ່ເຂົາເຈົ້າລົງທຶນ.
- ວິສາຫະກິດຮ່ວມທຸລະກິດ ແມ່ນວິສາຫະກິດໄດ້ຮັບການສ້າງຕັ້ງໂດຍເຈົ້າຂອງຄົນຕ່າງປະເທດປະກອບທຶນພ້ອມກັບວິສາຫະກິດຢູ່ປະເທດທີ່ເຂົາເຈົ້າລົງທຶນ, ບົນພື້ນຖານຂອງສັນຍາຮ່ວມທຸລະກິດ.
- ຮູູບການອື່ນໆ.
- ຜົນກະທົບຂອງ FDI ທີ່ມີຕໍ່ປະເທດສົ່ງອອກ FDI (ປະເທດລົງທຶນ).
- ຜົນກະທົບ FDI ທີ່ມີຕໍ່ບັນດາປະເທດໃຫ້ເຂົ້າລົງທຶນ.
- FDI ແມ່ນແຫຼ່ງທຶນເພີ່ມເຕີມສຳຄັນທີ່ສຸດ ເພື່ອປະຕິບັດການຫັນປະເທດຊາດເປັນປະເທດອຸດສະຫະກຳ ແລະ ທັນສະໃໝ, ຊຸກຍູ້ການຈະເລີນເຕີບໂຕຂອງເສດຖະກິດ.
- FDI ປະກອບສ່ວນພັດທະນາຊັບພະຍາກອນມະນຸດ ແລະ ສ້າງວຽກເຮັດງານທຳ ໃໜ່ຕື່ມອີກ, ມີຜົນກະທົບເຖີງຂາເຂົ້າຂາອອກ.
- ປະກອບສ່ວນຫັນປ່ຽນອົງປະກອບເສດຖະກິດຕາມທິດຫັນເປັນອຸດສະຫະກຳ,ທັນສະໄໝຜ່ານນະໂຍບາຍດຶງດູດທຶນຕາມບັນດາຂະແໜງທີ່ມີກຳນົດທິດສົມເຫດສົມຜົນ.
- ບັນດາໂຄງການ FDI ປະກອບສ່ວນເພີ່ມເຕີມແຫຼ່ງລາຍຮັບສຳຄັນໃຫ້ງົບປະມານຂອງປະເທດຕ່າງໆ.
- ດ້ານບໍ່ດີຂອງ FDI ທີ່ມີຕໍ່ບັນດາປະເທດທີ່ໃຫ້ເຂົ້າມາລົງທຶນ.
- ບັນດາປະເທດ ທີ່ຮັບເຂົ້າມາລົງທຶນອາດຈະຕ້ອງຮັບເອົາເຕັກໂນໂລຍີ ແລະ ເຕັກນິກທີ່ລ້າຫຼັງ.
- ຜູ້ທີ່ເຂົ້າຮ່ວມການລົງທຶນມັກຄິດລາຄາສູງກວ່າລາຄາຂອງສາກົນທົ່ວໄປໃຫ້ແກ່ປັດໃຈຕົ້ນທຶນເຊັ່ນ: ເຄື່ອງຈັກ,ພາຫະນະ,ວັດຖຸດິບ,ຜະລິດຕະພັນບໍ່ທັນສຳເລັດຮູບ.
ແມ່ນການສັງລວມບັນດາການພົວພັນເສດຖະກິດ ທີ່ເກີດຂື້ນລະຫວ່າງບັນດາເຈົ້າກຳ ຂອງປະເທດໜື່ງກັບບັນດາເຈົ້າກຳຂອງປະເທດອື່ນ ກັບບັນດາອົງການສາກົນເມື່ອໃຫ້ກູ້ຍືມ ແລະ ສົ່ງໝີ້ເງິນກູ້ຍືມຕາມຫຼັກການຂອງສິນເຊື່ອ.
- ກູ້ຍືມການຄ້າ.
- ຈຸດພິເສດຂອງຮູບການການຄ້າ.
- ທະນາຄານແມ່ນຜູ້ສະໜອງທຶນ.
- ເຈົ້າຂອງລົງທຶນຂອງຕ່າງປະເທດເກັບກຳໄລ ຜ່ານດອກເບ້ຍທະນາຄານ ຄົງທີ່ຕາມສັນຍາກູ້ຍືມເປັນເອກກະລາດດ້ວຍໜາກຜົນແຫ່ງການນຳໃຊ້ແຫຼ່ງກູ້ຍືມ.
- ເປົ້າໜາຍກູ້ຍືມທຶນ.
- ຊ່ວຍເຫຼືອພັດທະນາທີ່ເປັນທາງການ (ODA).
- ຈຸດພິເສດຂອງຮູການຊ່ວຍເຫຼືອພັດທະນາທີ່ເປັນທາງການ (ODA).
- ບັນດາຮູບການຊ່ວຍເຫຼືອພັດທະນາທີ່ເປັນທາງການ (ODA).
- ທຶນກູ້ຍືມຕົ້ນຕໍພາຍໃຕ້ຮູບການເງິນຕາດ ເພື່ອໃຊ້ຊື້ພາຫະນະລົງທຶນອື່ນໆໄດ້ຢ່າງງ່າຍດາຍ.
- ປະເທດທີ່ຮັບເອົາການລົງທຶນມີສິດເປັນເຈົ້າການນຳໃຊ້ແຫຼ່ງທຶນໃຫ້ບັນດາຈຸດປະສົງສະເພາະ.
- ເຈົ້າຂອງລົງທຶນຂອງຕ່າງປະເທດມີລາຍຮັບເປັນປົກກະຕິຜ່ານດອກເບ້ຍເງິນກູ້ຢືມ, ບໍ່ຂື້ນກັບປະສິດທິຜົນເຄື່ອນໄຫວຂອງທຶນລົງທຶນ.
- ຜ່ານຮູບການນີ້, ມີຫຼາຍປະເທດທີ່ເປັນເຈົ້າຂອງລົງທຶນໄດ້ບັງຄັບໃຫ້ບັນດາປະເທດ ທີ່ຮັບເອົາການລົງທຶນຂຶ້ນກັບຜົນສະທ້ອນຂອງຕົນ.
- ສຳຫຼັບຝ່າຍທີ່ເປັນເຈົ້າຂອງລົງທຶນ (ປະເທດໃຫ້ກູ້ຢືມ) ປະສິກທິຜົນແຫ່ງການນຳໃຊ້ທຶນແມ່ນບໍ່ສູງຍ້ອນບໍ່ເຂົ້າຮ່ວມການຊີ້ນຳໂດຍກົງຕໍ່ເປົ້າໜາຍທີ່ເຂົາເຈົາອອກເງິນລົງທຶນດ ຫາກປະສິດທິຜົນນຳໃຊ້ແຫຼ່ງທຶນກູ້ຢືມຈະຂຶ້ນກັບປະເທດທີ່ໄປກູ້ຢືມ.
- ສຳຫຼັບປະເທດທີ່ໄປກູ້ຢືມ (ພິເສດແມ່ນບັນດາປະເທດດ້ອຍພັດທະນາ ຫຼື ພວມພັດທະນາ) ສິນເຊື່ອສາກົນອາດຈະກາຍເປັນ (ມີດສອງຄົມ) ໃນກໍລະນີທີ່ປະເທດເຫຼົ່ານີ້ນຳໃຊ້ ແລະ ຄຸ້ມຄອງແຫຼ່ງທຶນກູ້ຢືມບໍ່ມີປະສິດທິຜົນກໍ່ ແມ່ນວ່າອາດພາໄປເຖິງສະພາບເປັນໝີ້ສິນ, ຊ້ຳບໍ່ໜຳບໍ່ສາ ມາດສົ່ງຄືນໄດ້.
- ປະຕິບັດເປັນຢ່າງດີການເຄື່ອນໄຫວຢືມທຶນຕ່າງປະເທດ.
- ຕ້ອງມີການຕິດຕາມກວດກາຢ່າງເໜັ້ນແຟ້ນຈຸດປະສົງນຳໃຊ້ທຶນກູ້ຢືມ.
- ສ້າງແຜນສົ່ງໝີ້ສິນ, ແຫຼ່ງທຶນສົ່ງໝີ້ສິນ ແລະ ຕ້ອງສົ່ງໜີ້ສິນຖືກຕ້ອງຕາມກຳນົດ ຊຳລະເງິນກຳໄລຖືກຕ້ອງຕາມການຕົກລົງເພື່ອຮັບປະກັນຊື່ສຽງຂອງຜູ້ໄປກູ້ຢືມຕໍ່ເຈົ້າໝີ້ຕ່າງປະເທດ.
- ສ້າງຄາດໜາຍພື້ນຖານຈຳນວນໜື່ງກ່ຽວກັບການກູ້ຢືມຕ່າງປະເທດ.
- ຈຸດໜາຍຍືນຍັນຄວາມສາມາດຮັບເອົາແຫຼ່ງທຶນກູ້ຢືມ.
- ຕົວເລກຄາດໜາຍໃນການສົ່ງໝີ້ຄືນ.
ແມ່ນບ້ວງເງິນຊ່ວຍເຫຼືອຂອງລັດຖະບານ ຫຼື ອົງການທີ່ບໍ່ຂຶ້ນກັບລັດຖະບານຢູ່ບັນດາປະເທດພັດທະນາທີ່ມີຕໍ່ປະເທດທຸກຈົນ ຫຼື ພວມພັດທະນາຈຳນວນໜື່ງ ຫຼື ຍ້ອນເຫດຜົນມະນຸດສະທຳ, ພົວພັນລະຫວ່າງປະເທດ, ການເມືອງ, ຍຸດທະສາດພັດທະນາ ແລະ ເຫດຜົນຈຳນວນໜຶ່ງຂອງຝ່າຍທີ່ໃຫ້ການຊ່ວຍເຫຼືອ.
- ການຊ່ວຍເຫຼືອຂອງລັດຖະບານຕ່າງໆ.
- ຊ່ວຍເຫຼືອຂອງອົງການສາກົນ.
ແມ່ນປະເພດຊ່ວຍເຫຼືອໂດຍອົງການປອດລັດຖະບານໃນຫຼາຍຂົງເຂດ. ແບບວິທີອັນເປັນພື້ນຖານຂອງການຊ່ວຍເຫຼືອ NGO ແມ່ນການພົວພັນໂດຍກົງກັບທ້ອງຖິ່ນ ແລະ ຮາກຖານຕ່າງໆ.
7.3. ດຸນຊຳລະສາກົນ.
ແມ່ນຕາຕະລາງລາຍງານສະຖິຕິທີ່ໄດ້ບັນທຶກຕາມຫຼັກການບັນຊີກ່ຽວກັບບັນດາບ້ວງລາຍຮັບ ແລະ ຈ່າຍກ່ຽວຂ້ອງເຖິງການຕິດຕໍພົວພັນສາກົນຂອງປະເທດໜຶ່ງຢູ່ໃນຈຸດປະເວລາໃດໜຶ່ງ ຫຼື ໄລຍະທີ່ແນ່ນອນໃດໜື່ງ.
- ແມ່ນຂໍ້ມູນລະອຽດພົວພັນເຖີງການສະໜອງ ແລະ ຄວາມຕ້ອງການເງິນຕາຂອງປະເທດໜື່ງກັບສາກົນ.
- ແມ່ນຂໍ້ມູນຂ່າວສານໃນດຸນຊຳລະອາດຈະຖືກນຳໃຊ້ເພື່ອຕີລາຄາຄວາມສາມາດແກ່ງແຍ່ງໃນຕະຫຼາດສາກົນຂອງແຕ່ລະປະເທດ.
- ບັນຊີເງິນຝາກບໍຄົງທີ່
- ບັນຊີເງິນຝາກທຶນ
- ບັນຊີເງິນຝາກສະສົມທາງການ
- ເມື່ອບັນຊີເງິນຝາກໃນດຸນຊຳລະໄດ້ບັນທຶກຖືກຕ້ອງກໍ່ ແມ່ນວ່າຍອດຈຳນວນເຫຼືອຂອງບັນຊີເງິນຝາກບໍ່ຄົງທີ່, ບັນຊີເງິນຝາກທຶນ ແລະ ບັນຊີເງີນຝາກສະສົມແມ່ນເທົ່າກັບສູນ.
- ເມືອພວກເຮົາມີການຄິດໄລດຸນຊຳລະກັບບັນຊີເງີນຝາກບໍ່ຄົງທີ່,ບັນຊີເງິນຝາກທຶນ,ຕົວເລກສະຖິຕິຜິດ,ພວກເຮົາຈະມີຕົວເລກເສດລວມເອີ້ນວ່າ: ຕົວເລກເສດຊຳລະທາງການ.
- ບ້ວງຂາດຫຼຸດບໍ່ຄົງທີ່ໃຫ້ເຫັນວ່າປະເທດໜຶ່ງ ໄດ້ນຳໃຊ້ຫຼາຍກວ່າຈຳນວນທີ່ເຂົາເຈົ້າຜະລິດອອກ.
- ສ່ວນເກີນໃນບັນຊີເງິນຝາກບໍ່ຄົງທີ່ຂອງປະເທດໜື່ງ ໄດ້ເພີ່ມຂື້ນຢ່າງລຽນຕິດໃນເມື່ອປະເທດອື່ນພັດຂາດຫຼຸດເປັນປະຈຳ.
7.4.ຄວາມປອດໄພຂອງການເງິນແຫ່ງຊາດ.
- ກ່ຽວກັບການພົວພັນສິນເຊື່ອສາກົນ
- ກ່ຽວກັບຮູບການລົງທຶນໂດຍກົງຂອງຕ່າງປະເທດ
- ກ່ຽວກັບການເປີດປະຕູຕະຫຼາດການເງິນ.