ນຳສະເໝີກ່ຽວກັບ ວິຊາ: ທິສະດີການເງິນ
ທິດສະດີການເງິນຈະປະກອບມີທັງໝົດ 8 ພາກຄື:
ທິດສະດີການເງິນຈະປະກອບມີທັງໝົດ 8 ພາກຄື:
ພາກທີ 1: ບັນດາບັນຫາພື້ນຖານກຽ່ວກັບການເງິນ.
ພາກທີ 2: ງົບປະມານແຫ່ງລັດ
ພາກທີ 3: ການເງິນວິສາຫະກິດ
ພາກທີ 4: ປະກັນໄພ
ພາກທີ 5: ສິນເຊື່ອ
ພາກທີ 6: ຕະຫຼາດການເງິນ
ພາກທີ 7: ການເງິນສາກົນ
ພາກທີ 8: ວຽກງນກວດກາການເງິນ
ພາກທີ 2: ງົບປະມານແຫ່ງລັດ
ພາກທີ 3: ການເງິນວິສາຫະກິດ
ພາກທີ 4: ປະກັນໄພ
ພາກທີ 5: ສິນເຊື່ອ
ພາກທີ 6: ຕະຫຼາດການເງິນ
ພາກທີ 7: ການເງິນສາກົນ
ພາກທີ 8: ວຽກງນກວດກາການເງິນ
ພາກທີ 1
ບັນດາບັນຫາພື້ນຖານກຽ່ວກັບການເງິນ.
ບັນດາບັນຫາພື້ນຖານກຽ່ວກັບການເງິນ.
ຈຸດປະສົງ: ເມືອຜູ້ຮຽນຈະໄດ້ຮັບຮູ້ບັນຫາຫົວຂໍ້ດັ່ງນີ້:
1.1.ປະຖົມປັດໃຈຕັດສິ້ນຊີຂາດການປະກົດຕົວ,ການຄົງຕົວ ແລະ ການພັດທະນາຂອງການເງິນ
1.2.ຄວາມເຂົ້າໃຈກ່ຽວກັບການເງິນ
1.3.ພາລະບົດບາດຂອງການເງິນ
1.4.ລະບົບການເງິນ
1.5.ນະໂບບາຍການເງິນແຫ່ງຊາດ
1.1.ປະຖົມປັດໃຈຕັດສິນຊີ້ຂາດການປະກົດຕົວ,ການຄົງຕົວ ແລະ ການພັດທະນາຂອງການເງິນ.
ການເງິນ ແມ່ນ:
ແມ່ນມາດຕະເກນເສດຖະກິດພາວະວິໃສ, ແມ່ນລະບົບການພົວພັນເສດຖະກິດເງິນຕາອັນແນ່ນອນ ສະແດງອອກໃນຄົງເຂດການແຈກຢາຍ ແລະ ນຳໃຊ້ຄັງເງິນຕາລວມສູນ ແລະ ບໍ່ລວມສູນໃນພື້ນຖານເສດຖະກິດແຫ່ງຊາດ ແນ່ໃສ່ພັດທະນາເສດຖະກິດສັງຄົມ.
ແມ່ນມາດຕະເກນເສດຖະກິດພາວະວິໃສ, ຂຶ້ນກັບມາດຕະເກນແບ່ງປັນ, ການປາກົດຕົວ,ຄົງຕົວ ແລະ ພັດທະນາຂອງການເງິນແມ່ນພາຍໃຕ້ການຕັດສິນຊີ້ຂາດຂອງບັນດາປະຖົມປັດໄຈພາວະວິໃສ.
ການຕັດສິນຊີ້ຂາດຂອງບັນດາປະຖົມປັດໄຈພາວະວິໃສມີຄື:
- ການປະກົດຕົວ, ການຄົງຕົວ ແລະ ການພັດທະນາເສດຖະກິດສິນຄ້າ-ເງິນຕາ.
- ການປະກົດຕົວ, ຄົງຕົວ ແລະ ດຳເນີນພາລະບົດບາດຂອງລັດ.
- ບັນດາປະຖົມປັດໄຈທີ່ກ່ຽວມາມີບົດບາດຕ່າງກັນ
- ເສດຖະກິດສິນຄ້າການເງິນ ແມ່ນປັດໃຈພາວະວິໃສ, ມີຄວາມໝາຍຕົກລົງການປະກົດຕົວ, ຄົງຕົວ, ການພັດທະນາຂອງການເງິນ.
- ລັດແມ່ນປັດໃຈ ທີ່ມີຄວາມໝາຍກຳນົດທິດທາງ, ສ້າງໃຫ້ມີສະພາບແວດລ້ອມ ດັດສົມການພັດທະນາຂອງການເງິນ.
- ການຄົ້ນຄວ້າປະຖົມປັດໃຈດັ່ງກ່າວມີຄວາມໝາຍພຶດຕິກຳທີ່ສຳຄັນ.
- ເພື່ອພັດທະນາການເງິນຕ້ອງມີການຈັດຕັ້ງພັດທະນາເສດຖະກິດການຄ້າເງິນຕາສ້າງສະພາບແວດລ້ອມເສດຖະກິດໃຫ້ມີການພັດທະນາ.
- ເພື່ອນຳໃຊ້ການເງິນໃຫ້ມີປະສິດທິຜົນ, ລັດຕ້ອງມີບັນດານະໂຍບາຍ ແລະ ກົນໄກທີ່ສອດຄອງກັບຈຸດພິເສດຂອງແຕ່ລະໄລຍະການພັດທະນາ.
1.2. ຄວາມເຂົ້າໃຈກ່ຽວກັບການເງິນ
ການສະແດງອອກຂອງການເງິນ:
ແມ່ນການເຄື່ອນໃຫວຂອງເງິນທຶນທີ່ສະແດງອອກ ຢູ່ທຸກໆ ນິຕິບຸກຄົນ ໃນສັງຄົມ, ມັນສ່ອງແສງ ແບບສັງລວມບັນດາສາຍພົວພັນເສດຖະກິດທີ່ເກີດຂື້ນໃນເວລາແບ່ງປັນແຫຼ່ງການເງິນຜ່ານການສ້າງຕັ້ງ ຫຼື ນຳໃຊ້ບັນດາຄັງເງິນຕາແນ່ໃສຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ຕ່າງກັນຂອງບັນດາ ນິຕິບຸກຄົນ ໃນສັງຄົມ.
ແມ່ນການເຄື່ອນໃຫວຂອງເງິນທຶນທີ່ສະແດງອອກ ຢູ່ທຸກໆ ນິຕິບຸກຄົນ ໃນສັງຄົມ, ມັນສ່ອງແສງ ແບບສັງລວມບັນດາສາຍພົວພັນເສດຖະກິດທີ່ເກີດຂື້ນໃນເວລາແບ່ງປັນແຫຼ່ງການເງິນຜ່ານການສ້າງຕັ້ງ ຫຼື ນຳໃຊ້ບັນດາຄັງເງິນຕາແນ່ໃສຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ຕ່າງກັນຂອງບັນດາ ນິຕິບຸກຄົນ ໃນສັງຄົມ.
ຄວາມເຂົ້າໃຈກຽ່ວກັບການເງິນມີຄວາມສຳຄັນດັ່ງນີ້:
- ຊ່ວຍຈຳແນກການເງິນກັບບັນດາເຄື່ອງມືແບ່ງປັນອື່ນໆຄື: ລາຄາ, ເງິນເດືອນ,ເພື່ອຈະໄດ້ມີການປະສານສົມທົບ ແລະ ນຳໃຊ້ບັນດາເຄື່ອງມືແບ່ງປັນຢ່າງຄົບຊຸດ ແລະ ມີປະສິດທິຜົນ.
- ຊ່ວຍໃຫ້ມີຄວາມເຂົ້າໃຈຢ່າງຖືກຕ້ອງກຽ່ວກັບເນືອໃນວຽກງານການຄຸ້ມຄອງການເງິນໃນພຶດຕິກຳຕົວຈິງຄື: ຄຸ້ມຄອງການເງິນ, ກ່ອນອື່ນ ແລະ ລະອຽດແມ່ນ: ຄຸ້ມຄອງບັນດາແຫຼງການເງິນ, ຄຸ້ມຄອງຄັງເງິນຕາ,ຄຸ້ມຄອງການສ້າງຕັ້ງ ແລະ ນຳໃຊ້ບັນດາຄັງເງິນຕາຢ່າງ ແໜ້ນແຟ້ນ,ສົມເຫດ ສົມຜົນ, ມີປະສິດທິຜົນ, ແນ່ໃສບັນລຸບັນດາຈຸດປະສົງທີ່ກຳນົດໄວ້.
- ສ້າງພື້ນຖານທາງດ້ານວິທະຍາສາດ ໃຫ້ແກ່ການກຳນົດທິດທີ່ຖືກຕ້ອງຂອງບັນດານະໂຍບາຍຮັບ ແລະ ຈ່າຍດ້ານການເງີນເພື່ອໃຫ້ມີຜົນກະທົບທີ່ມີປະສິດທີິຜົນທີສຸດເຖີງການແກ້ໄຂສາຍພົວ ພັນທາງດ້ານເສດຖະກິດ-ສັງຄົມທີ່ເກີດຂື້ນໃນຂວນວິວັດແບ່ງປັນບັນດາແຫຼ່ງການເງິນ, ໃນຂະບວນວິວັດສ້າງຕັ້ງ ແລະ ນຳໃຊ້ບັນດາຄັງເງີນຕາ, ຈາກນັ້ນຈະມີຜົນກະທົບທີ່ຕັ້ງໜ້າເຖິງການເຄື່ອນໃຫວເສດຖະກິດ-ສັງຄົມຕາມບັນດາທິດທາງ ແລະ ຈຸດໜາຍທີ່ວາງອອກ.
ແມ່ນເກີດຈາກທາດແທ້ຂອງພື້ນຖານເສດຖະກິດຕະຫຼາດ ແລະ ທາດແທ້ຂອງລັດຄຸ້ມຄອງເສດຖະກິດນັ້ນ ຕັດສິນຢູ່ແຕ່ລະປະເທດທີມີພື້ນຖານເສດຖະກິດ ຕະຫຼາດ ບັນດາສະພາບເສດຖະກິດການເງິນໄດ້ຮັບການສ້າງຕັ້ງຂຶ້ນ.
ຄວາມຮູ້ທາງດ້ານການເງິນ:
ແມ່ນການບໍລິຫານເງິນຢູ່ໃນ 4 ດ້ານຄື:
- ການຫາລາຍໄດ້
- ການໃຊ້ຈ່າຍ
- ການເກັບອອມ
- ການລົງທຶນ
ປະເພດຂອງລາຍໄດ້ຈະປະກອບມີ:
- ລາຍໄດ້ຈາກການເຮັດວຽກ
- ລາຍໄດ້ຈາກຊັບສິນ
ເປັນລາຍໄດ້ທີ່ຕ້ອງລົງມືເຮັດລົງມືທຳ ໃຊ້ເວລາຂອງຕົນເອງ ຈິງຈະໄດ້ລາຍຮັບລາຍໄດ້ນັ້ນມາເຊັນ: ເງິນເດືອນ, ໂບນັດ, ຄ່າແຮງງານ, ຄ່າຈ້າງ ແລະ ອື່ນໆ.
ລາຍໄດ້ຈາກຊັບສິນ (Passive Income):
ເປັນລາຍໄດ້ທີເກີດຈາກການຄອບຄອງ ຫຼື ມີໄວ້ເຊັ່ນ: ຊັບສິນ ຫຼື ສິງທີເຮັດໃຫ້ເງິນໄຫຼເຂົ້າມາກະເປົ້າທຸກເດືອນ.
- ມີເງິນຝາກພັນທາບັດຢູ່ທະນາຄານ, ການອອມກໍຈະໄດ້ຮັບ ດອກເບ້ຍ.
- ມີຮຸ້ນ ຫຼື ກອງທຶນລວມ ກໍ່ຈະໄດ້ຮັບ ເງິນປັນຜົນ.
- ມີສັງຫາລິມະຊັບໃຫ້ເຊົ້າ ກໍ່ຈະໄດ້ຮັບ ຄ່າເຊົ່າ
- ມີທຸລະກິດໂດຍບໍ່ຕ້ອງລົງມືເຮັດເອງ ກໍ່ຈະໄດ້ຮັບ ກໍາໄລເປັນຜົນ
- ມີຊັບສິນທາງປັນຍາ ກໍ່ຈະໄດ້ຮັບ ຄ່າລິກະສິດ
- ຕ້ອງພຽງພໍຕໍ່ການໃຊ້ຈ່າຍໃນຊີວິດປະຈຳວັນ
- ຕ້ອງມີແຫ່ງລາຍໄດ້ລາຍທາງ
- ວັນໝຶ່ງແຫ່ງລາຍໄດ້ຈາກຊັບສິນຕ້ອງໃຫ້ຫຼາຍ ແລະ ພຽງພໍສຳລັບການໃຊ້ຈ່າຍໃນຊີວິດປະຈຳວັນໄດ້.
- ການຈັດສັນລາຍຮັບ, ລາຍຈ່າຍ , ງົບສົມດຸນ ແລະ ການສ້າງບັນຊີຄ່າໃຊ້ຈ່າຍ.
- ການວາງແຜນຊື້ເຮືອນ ຊື້ລົດ ແລະ ອື່ນໆ
- ການວາງແຜນຈັດການໝີ້ສິນ
- ການວາງແຜນຈັດການຄວາມສຽ່ງ
- ການວາງແຜນທາງດ້ານພາສີ ແລະ ອາກອນ
- ການວາງແຜນການອອມ
- ເງິນສຳຮອງເພື່ອສຸກເສີນ
- ການວາງແຜນກະສຽນ
ແມ່ນຄົນເຮົາມີເງິນສຸກເສີນເພື່ອໃຊ້ຈ່າຍຢ່າງນ້ອຍ 3 ຫາ 6 ເດືອນ ເພື່ອປ້ອງກັນຄວາມສຽ່ງສູງເສຍລາຍຮັບລາຍໄດ້ຊົ່ວຄາວເຊັ່ນ:
- ຕົກງານຖືກໄລອອກ
- ຖືກບຽວຄ່າແຮງງານ
- ປະສົບອຸບັດຕິເຫດເຮັດວຽກບໍ່ໄດ້ ແລະ ອື່ນໆ.
ການກຳນົດເປົ້າໝາຍ ແລະ ແຜນການລົງທຶນ
ເຄື່ອງມືການລົງທຶນ:
- ຕະຫຼາດ ຫຼື ຕະຫຼາດການເງິນ
- ອະສັງຫາລິມະຊັບ ແລະ ສັງຫາລິມະຊັບ
- ທຸລະກິດ
- ຊັບສິນທາງປັນຍາ
ເປົ້າໝາຍຊີວິດ ກັບເປົ້າໝາຍທາງການເງິນ:
- ມີລາຍຮັບພຽງພໍກັນການໃຊ້ຈ່າຍໃນຊີວິດປະຈຳວັນ.
- ເຕີມເຕັມຄວາມສຸກໄດ້ຕາມຝັນ.
- ພ້ອມຮັບມືກັບເຫດການທີບໍ່ຄາດຄິດທີສົງຜົນກະທົບທາງລົບຂອງການເງິນ
- ມີຄວາມມັ່ງຄັ່ງພຽງພໍ ເບິງແຍງຕົວເອງໄດ້ຈົນເຖິງວາລະສຸດທ້າຍຂອງຊີວິດ.
ການວາງແຜນການເງິນ ກໍ່ຄືການວາງແຜນຊີວິດ, ການວາງແຜນການເງິນ ປະກອບມີ 5 ຂັ້ນຕອນດັ່ງນີ້:
- ຮູ້ຕົວເອງ
- ຮູ້ເປົ້າໝາຍ
- ສ້າງແຜນການເງິນ
- ປະຕິບັດ ແລະ ປັບໃຊ້ກັບຕົວເອງ
- ທົບທວນເປົ້າໝາຍ
ການເງິນມີ 2 ພາລະບົດບາດຄື:
- ພາລະບົດບາດແບ່ງປັນ.
- ພາລະບົດບາດຕິດຕາມກວດກາ.
ແມ່ນ ພາລະທີ່ອີ່ງໃສ ບັນດານິຕິບຸກຄົນ ທີ່ຄວາມສາມາດເປັນຕົວແທນໃຫ້ແກ່ພາກສ່ວນຕ່າງໆ ຂອງສັງຄົມນັ້ນຖືກນຳເຂົ້າບັນດາຄັງເງິນ ທີ່ຕ່າງກັນເພື່ອນຳໃຊ້ໃຫ້ແກ່ຈຸດປະສົງຕ່າງກັນ, ຮັບປະກັນໃຫ້ຄວາມຕ້ອງການ ແລະ ບັນດາຜົນປະໂຫຍດຕ່າງກັນຂອງສັງຄົມ.
ເຈົ້າກຳແບ່ງປັນອາດປະກົດໜຶ່ງໃນບັນດາສະຖານະຄື:
- ເຈົ້າກຳມີກຳມະສິດກຽ່ວກັບແຫຼ່ງການເງິນ.
- ເຈົ້າກຳມີກຳມະສິດນຳໃຊ້ແຫຼ່ງການເງິນ.
- ເຈົ້າກຳມີອຳນາດທາງດ້ານການເມືອງ.
- ເຈົ້າກຳຈັດຕັ້ງການພົວພັນຂອງບັນດາຈຸສະມາຊິກສັງຄົມ.
ແມ່ນການແບ່ງປັນຜົນຂອງການເຄືອນໄຫວຜະລິດທຸລະກິດ ຢູ່ບັນດາເສດຖະກິດພື້ນຖານທີ່ໄດ້ຮັບການປະຕິບັດໃນຂົງເຂດຜະລິດທຸລະກິດໃຫ້ແກ່ບັນດາເຈົ້າກຳທີ່ເຂົ້າຮວ່ມໃນຂະບວນວິວັດປະດິດສ້າງຊັບສິນວັດຖຸ, ສະໝອງບໍລິການໃຫ້ແກ່ບັນດາກົມກອງຜະລິດ ແລະ ການບໍລິການ.
ເນື້ອແທ້ຂອງການແບ່ງປັນທໍາອິດໃນການແບ່ງປັນລາຍຮັບຂອງບັນດາວິສາຫະກິດແມ່ນ:
- ທົດແທນໃຫ້ແກ່ການຈ່າຍວັດຖຸທີ່ສູນເສຍໄປໃນຂະບວນວິວັດແຫ່ງການຜະລິດ ຫຼື ເຮັດບໍ່ລິການ.
- ສ້າງຕັ້ງຄັງເງິນເດືອນໃຫ້ແກ່ກົມກອງເພື່ອຈ່າຍເງິນເດືອນໃຫ້ຄົນງານ.
- ປະກອບສວ່ນເຂົ້າໃນການສ້າງຕັ້ງຄັງປະກັນໄພຕ່າງໆຄື: ປະກັນໄພວິສາຫະກິດ, ປະກັນໄພສັງຄົມ.
- ລາຍຮັບບັນດາເຈົ້າຂອງກຳມະສິດ,ເຈົ້າຂອງກິດຈະການກ່ຽວກັບທຶນ ຫຼື ແຫ່ງຊັບພະຍາກອນທີຮັບໃຊ້ໃຫ້ການຜະລິດ ຫຼື ບໍລິການຂອງກົມກອງ.
ແມ່ນການສືບຕໍ່ແບ່ງປັນບັນດາສ່ວນລາຍຮັບ ທີ່ເກີດເນີດຂຶ້ນ ໃນການແບ່ງບັນຄັ້ງທຳອິດ ໃຫ້ແກ່ຄວາມຕ້ອງການໃຊ້ຈ່າຍ ເພື່ອປະຕິບັດພາລະບົດບາດໝ້າທີ ຫຼື ຕາມບັນດາຈຸດປະສົງຂອງ ບັດດາຄັງເງິນຕາ.
ຄວາມຈຳເປັນພາວະວິໄສຂອງການແບ່ງປັນຄືນ:
- ຮັບປະກັນແຫຼ່ງການເງິນໃຫ້ແກ່ຂົງເຂດທີ່ບໍ່ຜະລິດວັດຖຸຄົງຕົວ ແລະ ພັດທະນາການແບ່ງປັນການແບ່ງປັນທຳອິດບໍ່ໄດ້ໄລ່ເຖີງຂົງເຂດນີ້.
- ຜົນກະທົບທີ່ຕັ້ງໜ້າເຖີງເລື່ອງຫັນເປັນວິຊາສະເພາະ ແລະ ການແບ່ງປັນແຮງງານສັງຄົມໃນຂົງເຂດຜະລິດ, ສ້າງຕັ້ງໂຄງປະກອບເສດຖະກິດທີ່ສົມເຫດສົມຜົນ, ຊຸກຍູ້ກຳລັງຜະລິດໃນສັງຄົມໃຫ້ພັດ ທະນາດ້ວຍລະດັບສູງ ແລະ ໜັ້ນຄົງ.
- ປະກອບສ່ວນປະຕິບັດຄວາມຍຸດຕິທຳສັງຄົມ ໃນການແບ່ງປັນຜ່ານມາດຕະການດັັດສົມ, ລົດຜ່ອນລາຍຮັບສູງ ແລະ ຊ່ວຍໜູນບັນດາລາຍຮັບຕໍ່າ.
ຈຸດສົງຄື:
- ເປົ້າໝາຍຂອງການຕິດຕາມກວດກາການເງິນແມ່ນຂະບວນວິວັດເຄືອນໄຫວຂອງບັນດາແຫ່ງການເງິນ, ການສ້າງຕັ້ງ ແລະ ນຳໃຊ້ບັນດາຄັງເງິນຕາ.
- ເຈົ້າກຳຂອງການຕິດຕາມກວດກາການເງິນກໍ່ແມ່ນເຈົ້າກຳນັ້ນເອງ.
- ຜົນຂອງການກວດກາການເງິນແມ່ນຄົ້ນພົບ ແລະ ສະເໝີບັນດາມາດຕະການດັດແກ້ຂະບວນວິວັດແບ່ງປັນຕາມຈຸດໝາຍວາງອອກແນ່ໃສບັນລຸປະສິດທິຜົນສູງໃນການສ້າງຕັ້ງ ແລະ ນຳໃຊ້ບັນດາຄັງເງິນຕາ.
1.ຄວາມເຂົ້າໃຈກຽ່ວກັບລະບົບການເງິນ ແລະ ຂອດການເງິນ.
ລະບົບການເງິນ:
ແມ່ນສັງລວມບັນດາການເຄືອນໄຫວການເງິນໃນບັນດາຂົງເຂດຕ່າງໆ ຂອງພື້ນຖານເສດຖະກິດແຫ່ງຊາດ, ແຕ່ມີການພົວພັນ ຢ່າງສະໝິດແໝ້ນນຳກັນກ່ຽວກັບການສ້າງຕັ້ງ ແລະ ນຳໃຊ້ບັນດາຄັງເງິນຢູ່ຕາມເຈົ້າກຳເສດຖະກິດສັງຄົມທີ່ເຄືອນໄຫວໃນບັນດາຂົງເຂດດັ່ງກ່າວ.
ຂອດການເງິນ:
ແມ່ນບ່ອນເຕົ້າໂຮມຂອງບັນດາແຫຼ່ງການເງີນ, ບ່ອນທີ່ມີການສ້າງຕັ້ງ ແລະ ນຳໃຊ້ບັນາຄັງເງິນຕິດພັນກັບການດຳເນີນພາລະໜ້າທີ່ຂອງເຈົ້າກຳໃນຂົງເຂດເຄື່ອນໄຫວ.
ບັນດາຂອດການເງິນລວມເຂົ້າກັນເປັນລະບົບໝື່ງທີ່ເປັນເອກກະພາບຍ້ອນວ່າ:
- ບັນດາຂອດການເງິນມີທາດແທ້ ແລະ ພາລະບົດບາດດຽວກັນ.
- ບັນດາການເຄື່ອນໃຫວການເງິນມີການພົວພັນ ຢ່າງສະໜິດແໜ້ນນຳກັນໃນການສ້າງຕັ້ງ, ນຳໃຊ້ບັນດາຄັງເງີນ, ແບ່ງປັນບັນດາແຫຼ່ງການເງິນ.
- ງົບປະມານແຫ່ງລັດ
- ການເງິນວິສາຫະກິດ
- ປະກັນໄພ
- .ສິນເຊື່ອ
- ການເງິນຂອງບັນດາອົງການຈັດຕັ້ງສັງຄົມ ແລະ ການເງິນຄອບຄົວ.
ປະກອບມີ 5 ໝ້າທີຄື:
- ງົບປະມານແຫ່ງລັດ
- ການເງິນວິສາຫະກິດ
- ປະກັນໄພ
- ສິນເຊື່ອ
- ການເງິນບັນດາອົງການຈັດຕັ້ງສັງຄົມ ແລະ ການເງິນຄອບຄົວ
1.ນິຍາມ:
ແມ່ນນະໂຍບາຍການເງິນຂອງລັດ ກຽ່ວກັບການນຳໃຊ້ບັນດາເຄື່ອງມືການເງິນ, ລວມດ້ວຍລະບົບບັນດາທັດສະນະ, ຈຸດໜາຍ ແຜນນະໂຍບາຍ ແລະ ວິທີການກຽ່ວກັບການເງີນ - ເງິນຕາຂອງລັດ ທີ່ສອດຄ່ອງຈຸດພິເສດຂອງປະເທດຊາດໃນແຕ່ລະໄລຍະ, ແນ່ໃສ່ບຳລຸງ, ຂຸດຄົ້ນລະດົມ ແລະ ນຳໃຊ້ບັນດາແຫຼ່ງການເງິນໃນຫຼາຍຮູບຫຼາຍແບບ, ຮັບໃຊ້ຢ່າງມີປະສິດທິຜົນໃຫ້ແກ່ການດຳເນີນແຜນການ ແລະ ຍຸດທະສາດ ໃນການພັດທະນາເສດຖະກິດ - ສັງຄົມຂອງຊາດໃນແຕ່ລະໄລຍະໃຫ້ສອດຄ່ອງ.
ເນື້ອໃນຂອງນະໂຍບາຍການເງິນແຫ່ງຊາດມີດັ່ງນີ້:
- ນະໂຍບາຍ ພັດທະນາແຫຼ່ງກຳລັງການເງິນ.
- ນະໂຍບາຍ ຂຸດຄົ້ນລະດົມແຫຼ່ງກຳລັງການເງິນ.
- ນະໂຍບາຍ ແບ່ງປັນ ແລະ ນຳໃຊ້ແຫຼ່ງກຳລັງການເງິນ.
ແມ່ນລັດຖະບານ ປ່ຽນແປງລະດັບ ການໃຊ້ຈ່າຍຂອງຕົນເພື່ອກະຕຸ້ນ ຫຼື ຜ່ອນລະດັບການຂະຫຍາຍໂຕຂອງເສດຖະກິດ.
ນະໂຍບາຍເງິນຕາ:
ແມ່ນນະໂຍບາຍກ່ຽວກັບ ການສະໝອງເງິນຕາ ໃຫ້ເສດຖະກິດ.
ນະໂຍບາຍການເງິນ ປະກອບມີ 2 ແບບຄື:
- ແບບຂະຫຍາຍ.
- ແບບຮັດກຸມ.
ແມ່ນຈະສົງເສີມການຜະລິດ ແລະ ເຮັດໃຫ້ອັດຕາດອກເບ້ຍສູງຂຶ້ນ.
2.ແບບຮັດກຸມ:
ແມ່ນຈະຜ່ອນລະດັບການຂະຫຍາຍໂຕຂອງເສດຖະກິດ ແລະ ຫຼຸດອັດຕາດອກເບ້ຍ.