ລະດັບຂອງການຈັດການ
ລະດັບຂອງການຈັດການມີ 3 ລະດັບດັ່ງນີ:
1.ການຈັດການລະດັບສູງ (Top Management)
- ມີອຳນາດເຕັມໃນການກຳນົດນະໂຍບາຍ ແລະ ວິທີການບໍລິຫານງານຂອງອົງກອນ.
- ນຳພາ ແລະ ຮັບຜິດຊອບການດຳເນີນງານໂດຍລວມຂອງອົງອນ.
- ຜູ້ບໍລິຫານລະດັບນີ້ໃນສູນຂໍ້ມູນຂ່າວສານ ໝາຍເຖິງຜູ້ອຳນວຍການ ຮອງຜູ້ອຳນວຍການ ແລະ ຜູ້ຊ່ວຍຜູ້ອຳນວຍການ
2.ການຈັດການລະດັບກາງ (Middle Management)
- ນຳພາ ແລະ ຮັບຜິດຊອບການດຳເນີນງານ ໃນໝ່ວຍງານຍ່ອຍຂອງອົງກອນ.
- ຄວາມຮັບຜິດຊອບຫຼັກ ແມ່ນຄວາມສຳເລັດຂອງການປະຕິບັດໝ້າທີພາຍໃນຝ່າຍ.
- ເຮັດໝ້າທີ່ເປັນຜູ້ປະສານງານລະຫວ່າງ ຜູ້ບໍລິຫານລະດັບສູງ ກັບ ຫົວໝ້າງານ.
- ຜູ້ບໍລິຫານລະດັບນີ້ໃນຫ້ອງສະໝຸດ ແລະ ຂໍ້ມູນຂ່າວສານ ແມ່ນຫົວໝ້າຝ່າຍ.
3.ການຈັດການລະດັບຕົ້ນ (First line Management)
- ນຳພາ ແລະ ຮັບຜິດຊອບການປະຕິບັດງານປະຈຳວັນ ຂອງພະນັກງານໃຫ້ມີປະສິດທິຜົນ ແລະ ປະສິດທິພາບ.
- ໂດຍການຄວບຄຸ່ມກຳກັບໃຫ້ພະນັກງານແຕ່ລະຄົນ ປະຕິບັດໝ້າທີ່ຕາມເປົ້າໝາຍທີ່ອົງກອນຕັ້ງໄວ້ ແລະ ຜະລິດສິນຄ້າ ຫຼື ບໍລິການທີ່ດີ.
- ຜູ້ບໍລິຫານລະດັບນີ້ໃນຂໍ້ມູນຂ່າວສານ ແມ່ນຫົວໝ້າງານ ຫຼື ຫົວໝ້າໝ່ວຍ.
v ໝ້າທີຂອງການຈັດການມີດັ່ງນີ້:
- ວາງແຜນ (Planning)
- ຈັດການອົງກອນ (Organizing)
- ຈັດການຊັບພະຍາກອນມະນຸດ (HumanResources Management)
- ນຳພາອົງກອນ (Leading)
- ຄວບຄຸມກຳກັບ (Controlling)