ຫຼັກການຈັດອົງກອນ
1.1.ຫຼັກການຈັດອົງກອນທີ່ດີ.
ຫຼັກການຈັດອົງກອນທີ່ດີມີດັ່ງນີ້:
1.ຫຼັກວັດຖຸປະສົງ (Objective)
ແມ່ນອົງກອນຕ້ອງມີວັດຖຸປະສົງທີ່ກຳນົດໄວ້ຢ່າງຊັດເຈນ ນອກຈາກນັ້ນຕຳແໜ່ງຍັງຕ້ອງມີວັດຖຸປະສົງຍ່ອຍກຳນົດໄວ້ເພື່ອວ່າບຸກຄົນທີ່ດຳລົງຕຳແໜ່ງຈະໄດ້ພະຍາຍາມບັນລຸວັດຖຸປະສົງຍ່ອຍ ຊຶ່ງຊ່ວຍໃຫ້ອົງກອນບັນລຸວັດຖຸປະສົງທັງໝົດ.
2.ຫຼັກຄວາມຮູ້ຄວາມສາມາດສະເພາະຢ່າງ (Specialization)
ແມ່ນການຈັດແບ່ງງານຄວນຈະແບ່ງຕາມຄວາມຖະນັດ ຂອງພະນັກງານຄວນຈະຮັບມອບໝ້າທີ່ສະເພາະພຽງຢ່າງດຽວແລະ ງານໝ້າທີ່ທີ່ຄ້າຍກັນ ຫຼື ສຳພັນກັນ ຄວນຈະຕ້ອງຢູ່ພາຍໃຕ້ບັງຄັບບັນຊາຂອງຄົນຄົນດຽວ.
3.ຫຼັກການປະສານງານ (Coordination)
ການປະສານງານກັນ ແມ່ນການຫາທາງເຮັດໃຫ້ທຸກໆຝ່າຍຮ່ວມມືກັນ ແລະ ເຮັດວຽກສອດຄ່ອງກັນ ໂດຍໃຊ້ຫຼັກສາມັກຄີທຳ ເພື່ອປະໂຫຍດຂອງອົງກອນ.
4.ຫຼັກຂອງອຳນາດໝ້າທີ່ (Authority)
ແມ່ນທຸກອົງກອນຕ້ອງມີອຳນາດສູງສຸດ ຈາກບຸກຄົນຜູ້ມີອຳນາດສູງສຸດນີ້ ຈະມີການແຍກອຳນາດອອກເປັນສາຍໄປຍັງບຸກຄົນທຸກໆຄົນໃນອົງກອນຫຼັກນີ້ບາງທີເອີ້ນວ່າ: Scalar Principle (ຫຼັກຄວາມລຸດຫຼັ່ນຂອງອຳນາດ) ບາງທີເອີ້ນວ່າ: Chain of command (ສາຍການບັງຄັບບັນຊາ) ການກຳນົດສາຍການບັງຄັບບັຍນຊານີ້ກໍເປັນວິທີປະສານງານຢ່າງໜຶ່ງ.
5.ຫຼັກຄວາມຮັບຜິດຊອບ (Responsibility)
ຫຼັກຂອງຄວາມຮັບຜິດຊອບ ແມ່ນອຳນາດໝ້າທີ່ຄວນຈະເທົ່າກັບຄວາມຮັບຜິດຊອບ ຄືບຸກຄົນໃດເມື່ອໄດ້ຮັບມອບໝາຍຄວາມຮັບຜິດຊອບກໍຄວນຈະໄດ້ຮັບມອບໝາຍອຳນາດໃຫ້ພຽງພໍ ເພື່ອເຮັດວຽກໃຫ້ສຳເລັດດ້ວຍດີ.
6.ຫຼັກຄວາມສົມດຸນ (Balance)
ແມ່ນຈະຕ້ອງມອບໝາຍໃຫ້ໝ່ວຍງານຍ່ອຍເຮັດວຽກໃຫ້ສົມດຸນກັນແມ່ນປະລິມານງານຄວນຈະມີປະລິມານທີ່ໃກ້ຄຽງກັນ ທັງໝົດທັງຄວາມສົມດຸນລະຫວ່າງງານກັບອຳນາດໝ້າທີ່ທີ່ຈະມອບໝາຍ.
7.ຫຼັກຄວາມຕໍ່ເນື່ອງ (Continuity)
ໃນການຈັດອົງກອນເພື່ອການບໍລິຫານງານຄວນຈະເປັນການກະທຳທີ່ຕໍ່ເນື່ອງ ບໍ່ແມ່ນເຮັດໆ ຢຸດໆ ຫຼື ປິດໆ ເປີດໆ ຍິ່ງຖ້າເປັນບໍລິສັດຫຼື ຫ້າງຮ້ານຄົງຈະໄປບໍ່ຫຼອດແນ່.
8.ຫຼັກການໂຕ້ຕອບແລະ ການຕິດຕໍ່ (Correspondence)
ແມ່ນຕຳແໜ່ງ ທຸກຕຳແໝ່ງ ຈະຕ້ອງມີການໂຕ້ຕອບລະຫວ່າງກັນແລະ ຕິດຕໍ່ສື່ສານກັນ ອົງກອນຈະຕ້ອງອຳນວຍຄວາມສະດວກ ຈັດໃຫ້ມີເຄື່ອງມືແລະ ການຕິດຕໍ່ສື່ສານທີ່ເປັນລະບົບ.
9.ຫຼັກຂອບເຂດຂອງການຄວບຄຸມ (Span of control)
ເປັນການກຳນົດຂີດຄວາມສາມາດໃນການບັງຄັບບັນຊາຂອງຜູ້ບັງຄັບບັນຊາຄົນໜຶ່ງໆ ວ່າຄວນຈະຄວບຄຸມເບິ່ງແຍງຜູ້ໃຕ້ບັງຄັບບັນຊາ ຫຼື ຈຳນວນໝ່ວຍງານຍ່ອຍຫຼາຍເກີນໄປ ໂດຍປົກກະຕິຫົວໜ້າຄົນງານບໍ່ເກີນ 6 ຫນ່ວຍງານ.
10.ຫຼັກເອກພາບໃນການບັງຄັບບັນຊາ (Unity of command)
ໃນການຈັດອົງກອນທີ່ດີ ຄວນໃຫ້ເຈົ້າໝ້າທີ່ຮັບຄຳສັ່ງຈາກຜູ້ບັງຄັບບັນຊາຫຼື ຫົວໜ້າງານພຽງຄົນດຽວເທົ່ານັ້ນ ເພື່ອໃຫ້ເກີດເອກພາບໃນການບັງຄັບບັນຊາຈຶ່ງຖືຫຼັກການວ່າ "One man one boss".
11.ຫຼັກຕາມລຳດັບຂັ້ນ (Ordering)
ໃນການທີ່ນັກບໍລິຫານ ຫຼື ຫົວໜ້າງານຈະອອກຄຳສັ່ງແກ່ຜູ້ໃຕ້ບັງຄັບບັນຊາ ຄວນປະຕິບັດການຕາມລຳດັບຂັ້ນຂອງສາຍການບັງຄັບບັນຊາບໍ່ຄວນອອກຄຳສັ່ງຂ້າມໜ້າຜູ້ບັງຄັບບັນຊາ ຫຼື ຜູ້ທີ່ມີຄວາມຮັບຜິດຊອບໂດຍກົງ ເຊັ່ນ: ອາທິການຈະສັ່ງການໃດໆ ແກ່ຫົວໜ້າພາກຄະນະວິຊາຄວນທີ່ຈະສັ່ງຜ່ານຫົວໜ້າຄະນະພາກວິຊານັ້ນສັງກັດຢູ່ ຢ່າງນ້ອຍທີ່ສຸດກໍຄວນຈະໄດ້ແຈ້ງຫົວໜ້າຄະນະວິຊານັ້ນໆ ຮູ້ດ້ວຍ ເພື່ອປ້ອງກັນຄວາມເຂົ້າໃຈຜິດ ແລະ ອາດຈະເປັນການເຮັດງານຂວັນ ແລະ ຈິດໃຈໃນການເຮັດວຽກງານຂອງຜູ້ໃຕ້ບັງຄັບບັຍນຊາໂດຍບໍ່ຕັ້ງໃຈ.
12.ຫຼັກການເລື່ອນຂັ້ນເລື່ອນຕຳແໜ່ງ (Promotion)
ໃນການພິຈາຄວາມດີຄວາມຄວາມມັກ ແລະ ການໂອນຕຳແໜ່ງຄວນຖືຫຼັກວ່າ ຜູ້ບັງຄັບບັນຊາໂດຍກົງຄວນເປັນຜູ້ທີ່ປະຕິບັດງານ ກ່ຽວກັບໃຕ້ບັງຄັບບັນຊາຂອງຕົນໂດຍໃກ້ຊິດແລະ ຄວນຮູ້ພຶດຕິກຳໃນການເຮັດວຽກງານຂອງຜູ້ໃຕ້ບັງຄັບບັນຊາໄດ້ດີກວ່າຜູ້ອື່ນ ດັ່ງນັ້ນການພິຈາລະນາໃຫ້ເຈົ້າ ແລະ ໂທດແກ່ຜູ້ທີ່ຢູ່ໃຕ້ບັງຄັບບັນຊາຂອງຜູ້ໃດກໍຄວນໃຫ້ຜູ້ນັ້ນຮູ້ແລະ ມີສິດທິມີສຽງໃນການພິຈາລະນາດ້ວຍເພື່ອຄວາມເປັນທຳແກ່ໃຕ້ບັງຄັບບັນຊາຂອງທ່ານ ແລະ ເພື່ອເປັນການເສີມສ້າງຂວັນໃນການເຮັດວຽກງານຂອງບຸກຄົນໃນອົງກອນ.
1.2.ຂະບວນການຈັດອົງກອນ (Process of Organizing)
ຂະບວນການຈັດອົງກອນ ປະກອຍດ້ວຍ 3 ຂັ້ນດັ່ງນີ້:
1.ພິຈາລະນາແຍກປະເພດງານ ຈັດກຸ່ມງານ ແລະ ອອກແບບງານສຳລັບຜູ້ເຮັດວຽກແຕ່ລະຄົນ (Identification of Work & Grouping Work)
ກ່ອນອື່ນຜູ້ບໍລິຫານຈະຕ້ອງພິຈາລະນາກວດສອບແຍກປະເພດເບິ່ງວ່າ ກິດຈະການຂອງຕົນນັ້ນມີງານຫຍັງແນ່ທີ່ຈະຕ້ອງຈັດເຮັດເພື່ອໃຫ້ກິດຈະການໄດ້ຮັບຜົນສຳເລັດຕາມວັດຖຸປະສົງ ຂັ້ນຕໍ່ມາກໍຄື ການຈັດກຸ່ມງານ ຫຼື ຈຳແນກປະເພດງານອອກເປັນປະເພດ ໂດຍມີຫຼັກທີ່ວ່າງານທີ່ຄືກັນຄວນຈະທັງໝົດຢູ່ນຳກັນ ເພື່ອໃຫ້ເປັນໄປຕາມຫຼັກການຂອງການແບ່ງງານກັນເຮັດ ໂດຍການຈັດຈຳແນກງານຕາມໝ້າທີ່ແຕ່ລະຊະນິດອອກເປັນກຸ່ມໆ ຕາມຄວາມຖະນັດ ແລະ ຕາມຄວາມສາມາດຂອງຜູ້ທີ່ຈະປະຕິບັດ.
2.ເຮັດຄຳບັນລະຍາຍລັກສະນະງານ (Job Description & Delegation of Authority & Responsibility)
ລະບຸຂອບເຂດຂອງງານ ແລະ ມອບໝາຍງານ ພ້ອມທັງກຳນົດຄວາມຮັບຜິດຊອບ ແລະ ໃຫ້ອຳນາດໝ້າທີ່ ຊຶ່ງມີລາຍລະອຽດດັ່ງນີ້:
- ລະບຸໃຫ້ເຫັນເຖິງຂອບເຂດຂອງງານທີ່ແບ່ງໃຫ້ສຳລັບແຕ່ລະຄົນຕາມທີ່ໄດ້ plan ໄວ້ໃນຂັ້ນແຮກ ເພື່ອໃຫ້ຮູ້ວ່າ ງານແຕ່ລະຊິ້ນທີ່ໄດ້ແບ່ງອອກແບບໄວ້ນັ້ນຈະກ່ຽວຂ້ອງກັບເລື່ອງຫຍັງ ຊະນິດໃດ ມີຂອບເຂດ ແລະປະລິມານຫຼາຍນ້ອຍຊຳໃດ ໂດຍການລະບຸຊື່ເປັນຕຳແໜ່ງພ້ອມກັບໃຫ້ລາຍລະອຽດກ່ຽວກັບງານຊິ້ນນັ້ນເອົາໄວ້.
- ຂັ້ນຕໍ່ມາ ຜູ້ບໍລິຫານກໍຈະດຳເນີນການພິຈາລະນາມອບໝາຍ (Delegation) ໃຫ້ ແກ່ຜູ້ເຮັດວຽກໃນລະດັບຮອງລົງໄປ (ສຳລັບງານທີ່ມອບໝາຍໄດ້).
- ການມອບໝາຍງານປະກອບດ້ວຍການກຳນົດຄວາມຮັບຜິດຊອບ (Responsibility) ທີ່ແຈ່ມແຈ້ງກ່ຽວກັບງານທີ່ມອບໝາຍໃຫ້ເຮັດ ພ້ອມກັນນັ້ນກໍມອບໝາຍອຳນາດໝ້າທີ່ (Authority) ໃຫ້ເພື່ອໃຊ້ສຳລັບການເຮັດວຽກງານຕາມຄວາມຮັບຜິດຊອບ (Responsibility) ທີ່ໄດ້ຮັບມອບໝາຍໃຫ້ສຳເລັດສິ້ນໄປໄດ້.
3.ຈັດວາງຄວາມສຳພັນ (Establishment of Relationship)
ການຈັດວາງຄວາມສຳພັນຈະເຮັດໃຫ້ຮູ້ວ່າ ໃຜຕ້ອງລາຍງານຕໍ່ໃຜ ເພື່ອໃຫ້ງານສ່ວນຕ່າງໆ ດຳເນີນໄປໂດຍປາດສະຈາກຂໍ້ຂັດແຍ້ງ ມີການເຮັດວຽກງານຮ່ວມກັນຢ່າງເປັນລະບຽບເພື່ອໃຫ້ທຸກຝ່າຍຮ່ວມມືກັນເຮັດວຽກມຸ້ງໄປສູ່ຈຸດໝາຍອັນດຽວກັນ.