ການອອກແບບອົງກອນ
1.1.ຄວາມໝາຍຂອງການອອກແບບອົງກອນ.
ການອອກແບບອົງກອນ ແມ່ນຂະບວນການຂອງການເລືອກ ແລະ ໃຊ້ໂຄງສ້າງອົງກອນທີ່ເໝາະສົມເພື່ອຕອບສະໝອງຕໍ່ພາລະກິດ (Mission) ແລະ ເປົ້າໝາຍ (Goals) ຂອງອົງກອນ ເປັນການສ້າງຄວາມກົມກືນໃຫ້ເກີດຂຶ້ນລະຫວ່າງອົງປະກອບຫຼັກຂອງອົງກອນຊຶ່ງໄດ້ແກ່ ໂຄງສ້າງອົງກອນງານຄົນ ລະບົບການໃຫ້ລາງວັນ ແລະການຕັດສິນໃຈ ວັດທະນະທຳອົງກອນທີ່ບໍ່ເປັນທາງການ ໃນເລື່ອງຂອງການຈັດ ຫຼືອອກແບບໂຄງສ້າງອົງກອນນີ້ຈະມີຄວາມສຳຄັນຕໍ່ນັກບໍລິຫານຄ່ອນຂ້າງຫຼາຍ ທັງນີ້ເພາະການອອກແບບອົງກອນເປັນເລື່ອງທີ່ກ່ຽວຂ້ອງກັບຊັບພະຍາກອນທັງໝົດບຸກຄົນທີ່ຢູ່ພາຍໃນໂຄງສ້າງທີ່ມີວິທີຄິດ ຫຼື ປັບປ່ຽນໄດ້ຫຼາຍແບບແຕກຕ່າງກັນ.
1.2.ຄວາມສຳຄັນຂອງການອອກແບບອົງກອນ.
ການອອກແບບຂອງອົງກອນນັ້ນ ແມ່ນເປັນສ່ວນປະກອບທີສຳຄັນປະການໝຶ່ງ ຂອງການຈັດການທີມີປະສິດທິພາບ ການອອກແບບອົງກອນມີເຫດຜົນທີສຳຄັນ 4 ປະການດັ່ງຕໍ່ໄປນີ້:
1.ເມີືອອົງກອນມີຂະໝາດໃຫ່ຍຂຶ້ນ.
2.ຮູບແບບຂອງອົງກອນຈະແຕກຕ່າງໄປຕ່າງປະເພດຂອງງານທີເຮັດ.
3.ຮູບແບບອົງກອນຕ້ອງສອດຂ້ອງກັບລັກສະນະກົນລະຍຸດທີ່ເລືອກໃຊ້.
4.ເມື່ອອົງກອນມີການພັດທະນາທາງດ້ານເທັກໂນໂລຢີ.
1.2.1.ອົງປະກອບພື້ນຖານຂອງການອອກແບບອົງກອນ.
ໃນການອອກແບບອົງກອນນັ້ນ ຜູ້ອອກແບບຈະຕ້ອງຄຳນຶງເຖິງອົງປະກອບທີ່ສຳຄັນ 5 ປະການ ແລະ ຕ້ອງໃຫ້ອົງປະກອບເຫຼົ່ານີ້ ມີຄວາມສອດຄ່ອງ ແລະ ກົມກືນກັນໃນປະລິມານທີພຽງພໍທີ່ຈະເຮັດໃຫ້ ການປະຕິບັດງານໄດ້ຕາມແຜນກົນລະຍຸດ ທີ່ວາງໄວ້ເປັນທີໝ້າພຶງພໍໃຈ ໂດຍມີລາຍລະອຽດຂອງອົງປະກອບທັ່ງ 5 ດັ່ງຕໍ່ໄປນີ້:
- ໂຄງສ້າງອົງກອນ (Structure)
- ງານ (Tasks)
- ຄົນ (People)
- ລະບົບການໃຫ້ລາງວັນ ແລະ ການຕັດສິນໃຈ (Decision and Reward Systems)
- ວັດທະນາທຳ ແລະ ອົງກອນທີ່ບໍ່ເປັນທາງການ (Informal Org, and Culture)
1.ໂຄງສ້າງອົງກອນ (Structure)
ໂຄງສ້າງທີ່ມີປະສິດທິພາບຈະຕ້ອງມີການຈັດແບ່ງງານອອກເປັນກຸ່ມຕາມຄວາມຊຳນານສະເພາະຢ່າງ(Specialization) ແລະການປະສານງານ (Coordination).
2.ງານ (Tasks)
- ກິດຈະກຳຍ່ອຍຕ່າງໆຂອງກົນລະຍຸດ.
- ຕ້ອງມີຄວາມຈະແຈ້ງວ່າໜ້າວຽກແມ່ນ ໜ້າທີ່ສຳຄັນ.
- ວຽກທີ່ສຳຄັນແມ່ນຈຸດໃຈກາງຂອງການສ້າງແບບແຜນການອົງກອນ.
3.ຄົນ (People)
- ຄົນທີເຮັດວຽກຢູ່ໃນອົງກອນ ກັບ ຄົນງານໃນອານາຄົດ.
- ເປັນການຕັດສິນໃຈກ່ຽວກັບການຈ້າງງານ.
4.ລະບົບການໃຫ້ລາງວັນ ແລະ ການຕັດສິນໃຈ (Decision and Reward Systems)
5.ວັດທະນາທຳ ແລະ ອົງກອນທີ່ບໍ່ເປັນທາງການ (Informal Org, and Culture)
1.3.ຮູບແບບໂຄງສ້າງຂອງອົງກອນ.
ແມ່ນການຕັດສິນໃຈອອກແບບອົງກອນວ່າຈະໃຊ້ແບບໃດ ທັງນີ້ຈະນຳຫຼັກການຈັດອົງກອນຕາມແນວຄິດເດີມມາເປັນຫຼັກໃນການຈັດແມ່ນຫຼັກການແບ່ງງານກັນເຮັດຕາມຄວາມຊຳນານ ຫຼັກການຈັດແຜນກງານຂະໜາດຂອງການຄວບຄຸມ ແລະ ຫຼັກການມີຜູ້ບັງຄັບບັນຊາຄົນດຽວ ການອອກແບບອົງກອນ ຫຼືອອກແບບໂຄງສ້າງອົງກອນທີເໝາະສົມກັບປະເທດທຸລະກິດ ແລະ ສະພາບແວດລ້ອມ ຕະຫຼອດຈົນຂະໝາດຂອງອົງກອນຍອມຈະເຮັດໃຫ້ການບໍລິຫານງານເປັນໄປໂດຍລາບລື່ນ ແລະ ບັນລຸເປົ້າໝາຍຂອງອົງກອນ.
ຮູບແບບຂອງອົງກອນອອກແບບ ອົງກອນທີ່ນິຍົມໃຊ້ກັນຢູ່ທົ່ວໄປມີຢູ່ 5 ແບບ ຕໍ່ໄປນີ້:
1.ໂຄງສ້າງອົງກອນແບບງ່າຍ (SIMPLE STRUCTURE)
2.ໂຄງສ້າງອົງກອບແບບແບ່ງງານຕາມໝ້າທີ່ (FUNCTIONAL STRUCTURE)
3.ໂຄງສ້າງຂອງອົງກອນແບບແບ່ງງານເປັນຝ່າຍ (DIVISIONAL STRUCTURE)
4.ໂຄງສ້າງອົງກອນແບບ SBU (STRATEGIC BUSINESS UNITS)
5.ໂຄງສ້າງອົງກອນແບບ MATRIX (MATRIX ORGANIZATION)
1.3.1.ໂຄງສ້າງອົງກອນແບບງ່າຍ (SIMPLE STRUCTURE)
1.ຂໍ້ດີ:
- ຄວບຄຸມດູແລງ່າຍ.
- ຕັດສິນໃຈໄດ້ໄວ.
- ບໍ່ມີບັນຫາການປະສານງານ.
- ຄວບຄຸມ ແລະ ຈຸງໃຈງ່າຍ.
2.ຂ້ເສຍ:
- ເຈົ້າຂອງຕ້ອງແບກພາລະໝັກ.
- ບໍ່ມີການສົ່ງເສີ່ມພະນັກງານ.
1.3.2.ໂຄງສ້າງອົງກອບແບບແບ່ງງານຕາມໝ້າທີ່ (FUNCTIONAL STRUCTURE)
- ເກີດຄວາມຊຳນານສະເພາະຢ່າງ.
- ຄວບຄຸມອຳນາດໄວ້ທີສ່ວນກາງ.
- ສາມາດສົ່ງເສີ່ມ ແລະ ສະໝັບສະໝູນໝ່ວຍງານຫຼັກໄດ້ເຕັມທີ່.
2.ຂໍ້ເສຍ:
- ຄວາມຊະນານສະເພາະຢ່າງກໍ່ໃຫ້ເກີດຄວາມເບື່ອໝ່າຍໃນງານທີ່ເຮັດ.
- ເກີດບັນຫາຄວາມຂັດແຍ້ງລະຫ່ວາງໝ່ວຍງານ.
- ປະສານງານຍາກ.
- Line ກັບ Staff ອາດຂັດແຍ້ງລະຫວ່າງໝ່ວຍງານ.
1.3.3.ໂຄງສ້າງຂອງອົງກອນແບບແບ່ງງານເປັນຝ່າຍ (DIVISIONAL STRUCTURE)
1.ຂໍ້ດີ:
- ຊີ້ນຳ ແລະ ຕັດສິນໃຈໄວ.
- ຝຶກອົບຮົມຜູ້ບໍລິຫານພະແນກໃຫ້ເປັນນັກວາງແຜນ.
- ຜູ້ບໍລິຫານຂັ້ນສູງມີເວລາໃນການວາງແຜນຍຸດທະສາດສຳລັບສ່ວນລວມ.
2.ຂໍ້ເສຍ:
- ການແຂ່ງຂັນດ້ານຊັບພະຍາກອນ
- ບັນຫາກ່ຽວກັບຂອບເຂດສິດອຳນາດ
- ນະໂຍບາຍຂອງແຕ່ລະຝ່າຍອາດຈະຂັດແຍ້ງກັນ.
1.3.4.ໂຄງສ້າງອົງກອນແບບ SBU (STRATEGIC BUSINESS UNITS)
1.ຂໍ້ດີ:
- ສ້າງການປະສານງານທີ່ດີສຳລັບຜະລິດຕະພັນທີ່ຄ້າຍຄືກັນ.
- ການບໍລິຫານ ແລະ ຄວບຄຸມໄດ້ເຂັ້ມງວດ.
- ຊ່ວຍເຮັດໃຫ້ການວາງແຜນມີຄວາມລະອຽດຂື້ນ.
2.ຂໍ້ເສຍ:
- ຍືດລະບົບຕ່ອງໂສ້ ຄຳສັ່ງ.
- ມີການແຂ່ງຂັນດ້ານຊັບພະຍາກອນຫຼາຍຂື້ນ.
- ສ້າງຄວາມຫຍຸ້ງຍາກໃຫ້ກັບສິດເສລີພາບໃນການເຮັດວຽກຂອງຜູ້ບໍລິຫານກຸ່ມ SBU ກັບຜູ້ບໍລິຫານພະແນກ.
1.3.5.ໂຄງສ້າງອົງກອນແບບ MATRIX (MATRIX ORGANIZATION)
1.ຂໍ້ດີ:
- ນຳ ໃຊ້ຊັບພະຍາກອນທີ່ມີຢູ່ໃຫ້ຄົບຖ້ວນ.
- ປະກອບສ່ວນສ້າງສັນໃນອົງກອນ.
- ອະນຸຍາດໃຫ້ການຄຸ້ມຄອງຂັ້ນກາງພັດທະນາເຮັດໃຫ້ຕົວທ່ານເອງເປັນນັກວາງແຜນທີ່ດີ.
2.ຂໍ້ເສຍ:
- ກຳມະກອນອາດຈະສັບສົນ ແລະ ເຮັດວຽກຍ້ອນຕ້ອງມີຄວາມຮັບຜິດຊອບຕໍ່ສອງດ້ານຂອງວຽກ.
- ຕ້ອງມີລະບົບການປະສານງານທີ່ດີ.
ປັດໄຈທີມີຜົນກະທົບຕໍ່ການອອກແບບອົງກອນ:
1.ສະພາບແວດລ້ອມ (Environment) ນະໂຍບາຍລັດຖະບານ ຄຸນຄ່າຂອງສັງຄົມເສດຖະກິດ ການປ່ຽນແປງດ້ານເທັກໂນໂລຢີ etc.
2.ເທັກໂນໂລຢີ (Technology)
3.ຂະໜາດຂອງອົງກອນ (Size)
ການອອກແບບອົງກອນໃນອານາຄົດ:
- ລະດັບຊັ້ນຂອງຜູ້ບໍລິຫານມີນ້ອຍລົງ
- ອົງກອນແບບແບນລາບ (Flat Organization)
- ແຜນກງານມີອິດສະຫລະຫຼາຍຂຶ້ນ
- ການກະຈາຍອຳນາດ (Decentralized)
- ແຍກລະບົບງານໃຫ້ເຮັດວຽກເປັນອິດສະຫລະ
- ໃຊ້ຊັບພະຍາກອນຕ່າງໆໂດຍບໍ່ຈຳກັດ