ການເປັນຜູ້ປະກອບການກັບການບໍລິຫານງານໃນອົງກອນ
ການຈັດການທີ່ດີເປັນຈຸດເລີ່ມຕົ້ນຂອງການດຳເນີນງານຂອງອົງກອນ ການເຕີບໂຕ ແລະ ການດຳລົງຢູ່ຕໍ່ໄປຂອງອົງກອນ ໂດຍສະເພາະແມ່ນອົງກອນໃນຍຸກສັດວັດທີ່ 21 ຊຶ່ງຕ້ອງຜະເຊີນກັບປັດໄຈແວດລ້ອມທີ່ມີການປ່ຽນແປງຢ່າງວ່ອງໄວ ບໍ່ວ່າຈະເປັນດ້ານສັງຄົມ ເສດຖະກິດ ໂລກາພິວັດ ແລະ ເທກໂນໂລຢີ ເຮັດໃຫ້ອົງກອນຕ້ອງມີແນວທາງໃນການຈັດການທີ່ທັນສະໄໝເພື່ອຮັບມືກັບການປ່ຽນແປງທີ່ວ່ອງໄວນີ້ ເພື່ອໃຫ້ເຂົ້າໃຈແນວຄິດກ່ຽວກັບການຈັດການສະໄໝໃໝ່ ໃນບົດນີ້ຈະໄດ້ນຳສະເໜີຫົວຂໍ້ກ່ຽວກັບເລື່ອງການເປັນຜູ້ປະກອບການ ກັບ ການບໍລິຫານອົງກອນ ຄວາມໝາຍຂອງອົງກອນ, ຂະບວນການຈັດອົງກອນ, ຄວາມໝາຍຂອງການຈັດການ, ຂະບວນຂອງການຈັດການ ບົດບາດຂອງການຈັດການ ແລະ ຄຸນສົມບັດຂອງນັກບໍລິຫານທີ່ປະສົບຄວາມສຳເລັດ.
1.1.ຄວາມໝາຍຂອງການຈັດອົງກອນ.
ອົງກອນ ແມ່ນຫົວໜ່ວຍ ສັງຄົມສ້າງຕັ້ງຂື້ນໂດຍກຸ່ມຄົນໂດຍມີເປົ້າໝາຍ ຫຼື ຈຸດປະສົງດຽວກັນ ມີການຄຸ້ມຄອງຢ່າງເປັນລະບົບເຮັດວຽກຮ່ວມກັນໃນກິດຈະກຳຕ່າງໆ ເພື່ອບັນລຸເປົ້າໝາຍ ຫຼື ຈຸດປະສົງ.
1.2.ຄຸນລັກສະນະຂອງອົງກອນ.
1.ອົງກອນແມ່ນກຸ່ມຂອງບຸກຄົນ (Organization as a Group of People) ເປັນກຸ່ມຂອງບຸກຄົນທີ່ມີເປົ້າໝາຍຮ່ວມກັນ ຕ້ອງອາໄສຄວາມຮ່ວມມືຮ່ວມໃຈ.
2.ອົງກອນແມ່ນໂຄງສ້າງຂອງຄວາມສຳພັນ (Organization as a Structureof Relationship) ເປັນຄວາມຮັບຜິດຊອບລະຫວ່າງໝ່ວຍງານຕ່າງໆ.
3.ອົງກອນເປັນໝ້າທີ່ສ່ວນໝຶ່ງຂອງການຈັດການ (Organization as aFunction of Management) ເປັນຮູບຂອງການຈັດກິດຈະກຳ ຫຼືງານຕ່າງໆທີ່ມີລັກສະນະຄ້າຍຄືກັນເຂົ້າໄວ້ນຳກັນ ໂດຍກຳນົດໝ້າທີ່ (authority) ຄວາມຮັບຜິດຊອບ (Responsibility)
4.ອົງກອນແມ່ນຂະບວນການ (Organization as a Process) ລຳດັບ ຂັ້ນຕອນຄວາມຕໍ່ເນື່ອງ ການດຳເນີນງານ ກໍ່ໃຫ້ເກີດຄວາມວ່ອງໄວ ຖືກຕ້ອງ ແລະ ປະຢັດມີຂັ້ນຕອນດັ່ງນີ້:
- ການກຳນົດເປົ້າໝາຍ (Determination of objectives)
- ການແບ່ງງານ (Division of activities)
- ການຈັດບຸກຄົນເຂົ້າເຮັດວຽກ (Fitting individuals into activities)
- ການສ້າງຄວາມສຳພັນ (Developing relationships)
5.ອົງກອນການເປັນລະບົບຢ່າງໜຶ່ງ (Organization as a System) ສ່ວນທັງໝົດຂອງສິ່ງໃດໆ ທີ່ປະກອບດ້ວຍສ່ວນຍ່ອຍໆ ທີ່ຈັດລຽງລຳດັບມີຄວາມກ່ຽວຂ້ອງກັນ.
1.3.ປະເພດຂອງອົງກອນ.
ອົງກອນແບ່ງອອກໄດ້ເປັນ 3 ປະເພດດັ່ງນີ້:
1.ອົງກອນແບບຫວັງຜົນກຳໄລ (For-profit)
ແມ່ນອົງກອນ ທຸລະກິດ ຖືກສ້າງຂຶ້ນມາເພື່ອສ້າງລາຍໄດ້ແລະ ຜົນກຳໄລຈາກການຂາຍສິນຄ້າ ແລະບໍລິການ ເມື່ອຄົນສ່ວນໃຫຍ່ນຶກເຖິງການຈັດການກໍມັກຈະນຶກເຖິງອົງກອນ ທຸລະກິດ ຕົວຢ່າງເຊັ່ນ: ຮ້ານຄ້າຂາຍຍ່ອຍ, ຮ້ານຄ້າຂົນສົ່ງ, ຮ້ານເສີມງາມ, ຮ້ານຕັດຫຍິບເສື້ອຜ້າ, ການເຮັດໄຮ່.
2.ອົງກອນແບບບໍ່ຫວັງຜົນກຳໄລ (Non-profit)
ແມ່ນຜູ້ບໍລິຫານ ແລະ ອົງການຈັດຕັ້ງຕ່າງໆເຊັ່ນ: ອາດຈະແມ່ນອົງກອນໃນພາກລັດ ຫຼື ເອກະຊົນ ເປົ້າ ໝາຍຫຼັກຂອງອົງກອນແມ່ນ ການໃຫ້ບໍລິການແກ່ລູກຄ້າ ບໍ່ແມ່ນເພື່ອສະແຫວງຫາກຳໄລ, ຍົກຕົວຢ່າງ: ໂຮງໝໍ, ວິທະຍາໄລ ແລະ ອົງກອນເຮັດວຽກສັງຄົມ ແລະ ອື່ນໆ.
3. ອົງກອນແບບຜົນປະໂຫຍດຕອບແທນ (Mutual-benefit)
ແມ່ນອົງກອນ ໜຶ່ງທີ່ເອີ້ນວ່າເກັບຄ່າ ທຳນຽມສະມາຊິກ ຫຼື ການບໍລິຈາກຕ່າງໆ ໂດຍມີເປົ້າໝາຍ ໃນການຊ່ວຍເຫລືອ ແລະ ຮັກສາຜົນປະໂຫຍດຂອງສະມາຊິກເຊັ່ນ: ພັກການເມືອງ, ສະຫະກອນກະສິກຳ, ສະຫະພັນແຮງງານສະມາຄົມການຄ້າ ແລະ ອື່ນໆ.
1.3.1.ອົງປະກອບພື້ນຖານທີສຳຄັນຂອງອົງກອນ.
1.ປະກອບມີ 2 ຄົນຂຶ້ນໄປ
2.ພວກເຂົາຕ້ອງພົວພັນ ຫຼື ປະຕິບັດຕໍ່ກັນ ແລະ ກັນ.
3.ລັກສະນະຂອງການໂຕ້ຕອບ ແມ່ນການຮ່ວມມືຂອງຄົນໃນອົງກອນດັ່ງທີ່ໄດ້ ກຳນົດໄວ້ໃນໂຄງສ້າງ.
4.ທຸກໆຄົນມີຈຸດປະສົງສ່ວນຕົວເຊິ່ງເປັນແຮງຈູງໃຈໃນການເຮັດວຽກ ແລະ ຫວັງວ່າການຮ່ວມມືຈະສຳ ເລັດບັນລຸຈຸດປະສົງສ່ວນຕົວ.
5.ການພົວພັນເຊິ່ງກັນ ແລະ ກັນຈະນຳໄປສູ່ການບັນລຸຈຸດປະສົງ ຫຼື ຈຸດປະສົງຂອງການສ້າງຕັ້ງໃນທີ່ສຸດອົງກອນຈະນຳໄປສູ່ຜົນຜະລິດຂອງອົງກອນ.
1.4.ຄວາມສຳຄັນຂອງການຈັດອົງກອນ.
ການຈັດອົງກອນມີຄວາມສຳຄັນດັ່ງນີ້:
1.ມີຄວາມສຳຄັນຕໍ່ອົງກອນ ແມ່ນການຈັດໂຄງສ້າງອົງກອນທີ່ດີແລະ ເໝາະສົມຈະເຮັດໃຫ້ອົງກອນບັນລຸເປົ້າໝາຍ ແລະ ວັດຖຸປະສົງ ສິງນີ້ເຮັດໃຫ້ການເຮັດວຽກງານຂອງບຸຄລາກອນງານບໍ່ຊ້ຳຊ້ອນກັນ ບໍ່ມີແຜນກງານ ຫຼື ຝາຍງານຫຼາຍເກີນໄປ ເປັນການປະຢັດຕົ້ນທຶນໄປດ້ວຍ ຊ່ວຍໃຫ້ອົງກອນສາມາດປັບຕົວເຂົ້າກັບສະພາບແວດລ້ອມທີ່ປ່ຽນໄປໄດ້.
2.ມີຄວາມສຳຄັນຕໍ່ຜູ້ບໍລິຫານຄືການບໍລິຫານງານງ່າຍ ສະດວກ ຮູ້ວ່າໃຜຮັບຜິດຊອບຫຍັງ ມີໝ້າທີ່
ເຮັດຫຍັງ ແກ້ບັນຫາການເຮັດວຽກງານຊ້ຳຊ້ອນໄດ້ງ່າຍ ເຮັດໃຫ້ງານບໍ່ຄົງຄ້າງ ນະຈຸດໃດ ສາມາດຕິດຕາມແກ້ໄຂໄດ້ງ່າຍການມອບງານ ແລະອຳນາດໝ້າທີ່ຕ່າງໆ ເຮັດໄດ້ງ່າຍ ກຳຈັດບັນຫາການກ່ຽງກັນເຮັດວຽກ ຫຼື ປັດຄວາມຮັບຜິດຊອບ.
3.ຄວາມສຳຄັນທີ່ເປັນປະໂຫຍດຕໍ່ຜູ້ປະຕິບັດງານ ແມ່ນເຮັດໃຫ້ຮູ້ອຳນາດໝ້າທີ່ແລະ ຂອບເຂດການເຮັດວຽກຂອງຕົນວ່າພຽງໃດການແບ່ງງານໃຫ້ບຸກຄະລາກອນ ຜູ້ປະຕິບັດໄດ້ຢ່າງເໝາະສົມຊ່ວຍໃຫ້ຜູ້ປະຕິບັດມີຄວາມພໍໃຈບໍ່ເກີດຄວາມຮູ້ສຶກວ່າງານຫຼາຍຫຼືນ້ອຍເກີນໄປ ເມື່ອຜູ້ປະຕິບັດຮູ້ອຳນາດໝ້າທີ່ ແລະ ຂອບເຂດງານຂອງຕົນຄວນກໍ່ໃຫ້ເກີດຄວາມຄິດລິເລີ່ມໃນການເຮັດວຽກງານ ຜູ້ປະຕິບັດເຂົ້າໃຈຄວາມສຳພັນຂອງຕົນຕໍ່ຝ່າຍອື່ນໆ ເຮັດໃຫ້ສາມາດຕິດຕໍ່ປະສານງານກັນໄດ້ດີຢິ່ງຂຶ້ນ.
1.5.ແຜນຜັງອົງກອນ (Organization Chart)
ແຜນຜັງຂອງອົງກອນນອກຈາກຈະສະແດງໃຫ້ເຫັນເຖິງຂະໜາດແລະ ຮູບແບບຂອງອົງກອນແລ້ວ ຍັງສະແດງໃຫ້ເຫັນເຖິງຄວາມສຳພັນຂອງກ່ອງ ແລະເສັ້ນກົງ (Box-and-lineslustration) ທີ່ບອກເຖິງລຳດັບຂັ້ນການບັງຄັບບັນຊາແລະ ຕຳແໜ່ງຕ່າງໆ ຫຼື ການແບ່ງງານກັນເຮັດໃນອົງກອນ ແຜນຜັງອົງກອນມີລັກສະນະເໝືອນຕົ້ນໄມ້ (Family-tree-like Pattern) ຊຶ່ງແຕ່ລະເສັ້ນກົງສະແດງລຳດັບແລະ ຄວາມສຳພັນຂອງແຕ່ລະຕຳແໜ່ງ ປະກອບດ້ວຍ 2 ລັກສະນະດັ່ງນີ້:
1.ອຳນາດໝ້າທີ່ຕາມລຳດັບຂັ້ນການບັງຄັບບັນຊາໃນແນວຕັ້ງ (Vertical Hierarchyof Authority) ສະແດງເຖິງສາຍການບັງຄັບບັນຊາ ຕາມລຳດັບຂັ້ນການບັງຄັບບັນຊາໃນແນວຕັ້ງ ແລະ ເຄື່ອຂ່າຍການສື່ສານ ຕົວຢ່າງເຊັ່ນ: ໃນອົງກອນແບບງ່າຍເຈົ້າຂອງຈະສັ່ງການກັບເລຂານຸການຫຼື ຜູ້ຊ່ວຍໂດຍກົງ ແຕ່ໃນກໍລະນີທີ່ອົງກອນມີຄວາມຊັບຊ້ອນປະທານບໍລິສັດຈະສັ່ງການມາຍັງຮອງປະທານແລ້ວໃຫ້ຮອງປະທານ ສັ່ງການຕໍ່ໄປຢັງຜູ້ຊ່ວຍຂອງທ່ານ ຕາມລຳດັບ ເປັນຕົ້ນ. ແຜນຜັງອົງກອນລັກສະນະແນວຕັ້ງ (Vertical Hierarchyof Authority)
2.ຄວາມຊຳນານສະເພາະດ້ານໃນແນວນອນ (Horizontal Specialization) ເສັ້ນກົງທີ່ລາກໄປທາງດ້ານຊ້າຍແລະ ຂວາໃນແຜນຜັງອົງກອນສະແດງເຖິງ ຄວາມຊຳນານສະເພາະດ້ານໃນແນວນອນທີ່ມີຄວາມແຕກຕ່າງກັນໄປຕາມແຕ່ລະປະເພດຂອງງານເຊັ່ນ ກໍລະນີບໍລິສັດສິ່ງພິມທີ່ດຳເນີນການບໍລິຫານໂດຍຄູ່ຜົວເມຍ ອາດຈ້າງຄົນພາຍນອກເຮັດໝ້າທີ່ຂາຍເບິ່ງແຍງລູກຄ້າ ແລະ ການເງິນ ສ່ວນທັງຄູ່ເຮັດໝ້າທີ່ຜະລິດແລະ ວິໄຈ ແຕ່ໃນກໍລະນີບໍລິສັດໃຫຍ່ຈະມີຮອງປະທານບໍລິສັດ 1 ຄົນຕໍ່ການເຮັດໝ້າທີ່ເບິ່ງແຍງງານໃນແຕ່ລະງານ.
ແຜນຜັງອົງກອນລັກສະນະແນວນອນ (Horizontal Specialization)
1.6.ອົງປະກອບຫຼັກຂອງອົງກອນ.
1.ມີເປົ້າໝາຍຮ່ວມກັນ (Common Purpose) ຈະສ້າງເອກະພາບໃນກຸ່ມພະນັກງານ ແລະສະມາຊິກຂອງອົງກອນ ແລະເຮັດໃຫ້ພວກທ່ານເຂົ້າໃຈເຖິງເຫດຜົນຂອງການດຳລົງຢູ່ຂອງອົງກອນ.
2.ຄວາມສາມາດໃນການປະສານງານ (Coordination Eforts) ສະແດງເຖິງລັກສະນະຂອງການມີເປົ້າ ໝາຍຮ່ວມກັນຂອງສະມາຊິກອົງກອນ ການປະສານງານມີທັງໃນລະດັບລະຫວ່າງສະມາຊິກແຕ່ລະຄົນໃນກຸ່ມ ແລະໃນລະດັບອົງກອນ ດັ່ງນັ້ນການປະສານງານເປັນສິ່ງທີ່ຂາດບໍ່ໄດ້ເນື່ອງຈາກສະມາຊິກແຕ່ລະຄົນບໍ່ສາມາດເຮັດວຽກໃຫ້ສຳເລັດດ້ວຍຕົວຄົນໆ ດຽວໄດ້.
3.ການແບ່ງງານກັນເຮັດ (Division of Labor) ຫຼື ຄວາມຊຳນານໃນງານ (WorkSpecialization) ຄືການຈັດການແຍກງານອອກເປັນສ່ວນຕ່າງໆ ແລະມອບໝາຍໃຫ້ສະມາຊິກແຕ່ລະຄົນປະຕິບັດເນື່ອງຈາກເປັນງານບາງຢ່າງທີ່ມີຄວາມຊັບຊ້ອນແລະຕ້ອງໃຊ້ຄວາມຊຳນາຍສະເພາະຢ່າງ ດັ່ງນັ້ນ ຄວນມອບໝາຍໃຫ້ແກ່ຜູ້ທີ່ມີຄວາມຊ່ຽວຊານໃນງານນັ້ນໆ ນຳໄປປະຕິບັດ ຊຶ່ງຈະນຳໄປສູ່ປະສິດທິພາບໃນການເຮັດວຽກງານ.
4.ອຳນາດໝ້າທີ່ຕາມລຳດັບຂັ້ນສາຍການບັງຄັບບັນຊາ (Hierarchy of Authority) ຄືກົນໄກການຄວບຄຸມ ການເລືອກບຸກຄະລາກອນທີ່ເໝາະສົມໃຫ້ເຮັດວຽກຢ່າງຖືກຕ້ອງ ຜູ້ຈັດການຈະມີອຳນາດຫຼາຍຂຶ້ນທີ່ຈະສັ່ງການບຸກຄົນອື່ນໆ ແມ່ນໃນອົງກອນທີ່ມີສະມາຊິກເປັນເຈົ້າຂອງນອກຈາກນີ້ການໃຊ້ອຳນາດໝ້າທີ່ຢ່າງມີປະສິດທິຜົນຈຳເປັນຈະຕ້ອງເປັນໄປຕາມລຳດັບຂັ້ນການບັງຄັບບັນຊາ.
5.ຂອບເຂດແຫ່ງການຄວບຄຸມ (Span of control) ສະແດງຈຳນວນບຸກຄະລາກອນ ທີ່ຕ້ອງລາຍງານໂດຍກົງຕໍ່ຜູ້ຈັດການຄົນໜຶ່ງ ໂດຍຂອບເຂດແຫ່ງການຄວບຄຸມມີຢູ່ 2 ປະເພດຄື:
· ຂອບເຂດແຫ່ງການຄວບຄຸມແບບແຄບ ໝາຍຄວາມວ່າຜູ້ຈັດການມີຈຳນວນຄົົນທີ່ຕ້ອງລາຍງານຕົງຢ່າງຈຳກັດ ເຊັ່ນ: ປະທານເຈົ້າໝ້າທີ່ບໍລິຫານ ມີຜູ້ບໍລິຫານລະດັບສູງ 3 ຄົົນທີ່ຕ້ອງລາຍງານໂດຍຕົງ ແທນຜູ້ບໍລິຫານລະດັບກາງ 4 ຄົນ ດັ່ງນັ້ນອົງກອນແບບນີ້ອາດເອີ້ນວ່າ: ອົງກອນແບບສູງ (Tal). ຊຶ່ງມີລະດັບການບັງຄັບບັນຊາຫຼາຍລະດັບໃນຂອບເຂດການຄວບຄຸມທີ່ແຄບ.
ລັກສະນະແຄບ ຫຼື (ແບບສູງ)
· ຂອບເຂດແຫ່ງການຄວບຄຸມແບບກວ້າງ (Wide Span of Control) ຜູ້ຈັດການມີຈຳນວນຄົົນທີ່ຕ້ອງລາຍງານຫຼາຍຂຶ້ນ ເຊັ່ນ: ປະທານເຈົ້າໝ້າທີ່ບໍລິຫານລະດັບກາງ 4 ຄົົນທີ່ຈະຕ້ອງລາຍງານຕົງຕໍ່ທ່ານ ດັ່ງນັ້ນອົງກອນແບບນີ້ໂດຍສະເພາະອົງກອນສາຍການຜະລິດ ອາດເອີ້ນວ່າ: ອົງກອນແບບແບນລາບ (Flat) ຊຶ່ງມີລະດັບການບັງຄັບບັນຊານ້ອຍລະດັບໃນເຂດຂອງການຄວບຄຸມທີ່ກວ້າງຂຶ້ນກວ່າແບບແລກ.
6.ລັກສະນະສະເພາະຂອງອຳນາດໝ້າທີ່ ອຳນາດໝ້າທີ່ຂອງບຸກຄົນໃນອົງກອນມາຈາກການຕໍ່ສູ້ ແຕ່ມາຈາກອຳນາດໝ້າທີ່ການຈັດການຂອງອົງກອນ ອຳນາດໝ້າທີ່ມີລັກສະນະດັ່ງນີ້:
- ກວດສອບໄດ້ (Accountability) ເນື່ອງຈາກອຳນາດໝ້າທີ່ໝາຍເຖິງສິດທິທີ່ໄດ້ຮັບຈາກຕຳແໜ່ງໝ້າທີ່ໃນການຕັດສິນໃຈ ສັ່ງການ ແລະ ການໃຊ້ຊັບພະຍາກອນທີ່ທຸກຄົນຕ້ອງປະຕິບັດຕາມຄຳສັ່ງ ຫາກຂັດຂືນກໍຈະມີການລົງໂທດໃນຮູບແບບຕ່າງໆ ເຊັ່ນ: ການບໍ່ໄດ້ເລື່ອນຕຳແໜ່ງ ຫຼື ຖືກໄລ່ອອກຈາກງານ ເປັນຕົ້ນ.
- ຄວາມຮັບຜິດຊອບ (Responsibility) ໝາຍເຖິງການຍອມຮັບ (Obligation) ຜົນຂອງງານທີ່ໄດ້ປະຕິບັດແລ້ວ ການອອກແບບງານບໍ່ຖືກຕ້ອງ ຜູ້ຈັດການມີອຳນາດຫຼາຍແຕ່ມີຄວາມຮັບຜິດຊອບນ້ອຍຈຶ່ງເກີດການໃຊ້ອຳນາດໃນທາງທີ່ຜິດ ໃນທາງກົງກັນຂ້າມຫາກຜູ້ຈັດການມີອຳນາດນ້ອຍກວ່າຄວາມຮັບຜິດຊອບ ຈະສົ່ງຜົນໃຫ້ບໍ່ສາມາດປະຕິບັດງານໃຫ້ລຸລ່ວງໄດ້.
- ການມອບໝາຍງານ (Delegation) ແມ່ນຂະະບວນການມອບໝາຍອຳນາດໝ້າທີ່ ແລະ ຄວາມຮັບຜິດຊອບໃຫ້ແກ່ບຸກຄະລາກອນສາຍການບັງຄັບບັນຊາ ຜູ້ຈັດການຈະມອບໝາຍງານໃຫ້ຜູ້ໃຕ້ບັງຄັບບັນຊາໃຫ້ຫຼາຍເທົ່າທີ່ຈະເຮັດໄດ້ເພື່ອເພີ່ມປະສິດທິພາບການເຮັດວຽກງານ ແຕ່ຜູ້ປະກອບການມັກຕິດກັບດັກຂອງຄວາມເຊື່ອວ່າຕົວເອງເທົ່ານັ້ນທີ່ຈັດການໄດ້ທຸກສະຖານນະການດັ່ງນັ້ນ ອຳນາດໝ້າທີ່ ແລະ ຄວາມຮັບຜິດຊອບຈະສະແດງຢູ່ໃນແຜນຜັງ ອົງກອນເຮັດໃຫ້ເກີດສາຍງານ 2 ປະເພດດັ່ງນີ້:
1.ສາຍງານຫຼັກ (Line) ຜູ້ຈັດການສາຍງານຫຼັກ (Line Managers) ມີອຳນາດໝ້າທີ່ໃນການຕັດສິນໃຈແລະ ມີພະນັກງານລາຍງານ ເຊັ່ນ: ປະທານບໍລິສັດ ຮອງປະທານ ຜູ້ອຳນວຍ ຫານງານບຸກຄົນ ຫຼື ຫົວໜ້າງານບັນຊີ ເປັນຕົ້ນ ຊຶ່ງຈາກແຜນຜັງອົງກອນເສັ້ນທຶບໃນແນວດິ່ງຈະສະແດງສາຍງານຫຼັກ.
2.ສາຍງານສະໜັບສະໜູນ (Staf) ພະນັກງານສາຍງານສະໜັບສະໜູນ (Staff Personnel) ມີໝ້າທີ່ໃນການຈັດການເຄື່ອງມື ຄຳແນະນຳ ແລະງານວິໄຈໃຫ້ກັບສາຍງານຫຼັກ ເຊັ່ນ: ຜູ້ຊ່ຽວຊານດ້ານກົດໝາຍ ດ້ານການຄວບຄຸມທັງໝົດກິດຈະການຫຼື ການວາງແຜນກົນລະຍຸດເປັນຕົ້ນ ໂດຍເສັ້ນປະໃນແນວນອນສະແດງສາຍງານສະ ໜັບສະໜູນ.
ແຜນຜັງສາຍງານການບັງຄັບບັນຊາ
7.ປະເພດຂອງອຳນາດໝ້າທີ່ ປະກອບດ້ວຍ:
- ແບບທັງໝົດອຳນາດ (Centralized Authority) ເປັນການລວບລວມອຳນາດການຕັດສິນໃຈໄວ້ທີ່ຜູ້ບໍລິຫານລະດັບສູງຂອງອົງກອນເທົ່ານັ້ນ ຈຶ່ງເໝາະກັບການຕັດສິນໃຈເລື່ອງສຳຄັນຂອງຜູ້ບໍລິຫານລະດັບສູງໃນອງົງກອນສ່ວນໃຫຍ່ ເຊັ່ນ: Kmart ແລະ McDonald's ເພື່ອລົດຄວາມຊ້ຳຊ້ອນຂອງການເຮັດວຽກງານ ເນື່ອງຈາກມີຄົນຮ່ວມໃນການຕັດສິນຈຳນວນນ້ອຍ ຈຶ່ງຄວບຄຸມງານ ຫຼື ສຳລັບບໍລິສັດຂະໜາດນ້ອຍທີ່ເຈົ້າຂອງເປັນຜູ້ຕັດສິນໃຈ
ທັງໝົດ ເຮັດໃຫ້ພະນັກງານລະດັບລຸມມີໝ້າທີ່ບໍ່ມີສ່ວນໃນການຕັດສິນໃຈຕ່າງໆ.
- ແບບກະຈາຍອຳນາດ (Decentralized Authority) ເປັນການກະຈາຍອຳນາດການຕັດສິນໃຈໄປຍັງຜູ້ບໍລິຫານລະດັບກາງແລະ ລະດັບຕົ້ນ ໃນສ່ວນໃຫຍ່ຈະເປັນເລື່ອງການຕັດສິນໃຈທີ່ບໍ່ສຳຄັນ ເປັນອຳນາດໝ້າທີ່ທີ່ຖືກມອບໝາຍໃນອົງກອນທີ່ຕ້ອງພ້ອມຜະເຊີນກັບສະພາບແວດລ້ອມ ຕົວຢ່າງເຊັ່ນ: ບໍລິສັດ General Motors ແລະ Sears Rochuck.