ຮູບແບບແຜນທຸລະກິດ
ແຜນທຸລະກິດເປັນເຄື່ອງມືຂອງທຸລະກິດທີ່ຜູ້ປະກອບການສາມາດໃຊ້ໃນການກຳນົດຂັ້ນຕອນ ແລະ ວາງແຜນການດຳເນີນທຸລະກິດຢ່າງມີລະບົບ ແລະ ມີປະສິດທິພາບ ເພື່ອໃຫ້ບັນລຸວິໃສທັດພາລະກິດແລະ ເປົ້າໝາຍຕາມທີ່ກຳນົດໄວ້ ໂດຍແຜນທຸລະກິດທີ່ດີນັ້ນຄວນຈະມີຄວາມຖືກຕ້ອງ ຊັດເຈນ ແລະ ກະຊັບ ຄວບຄຸມຊີ້ນຳຫາທີ່ສຳຄັນ ງ່າຍຕໍ່ການເຂົ້າໃຈ ແລະຕ້ອງມີຄວາມເປັນໄປໄດ້ໃນການນຳໄປໃຊ້ໃນການດຳເນີນທຸລະກິດ.
1.1.ຄວາມໝາຍຂອງແຜນທຸລະກິດ.
ມີນັກວິຊາການທັງຊາວໄທ ແລະ ຊາວຕ່າງປະເທດ ອະທິບາຍຄວາມໝາຍຂອງແຜນທຸລະກິດໄວ້ຫລວງຫຼາຍ ຫຼາຍຄວາມຄິດ ສ່ວນໃຫຍ່ມີລັກສະນະຄ້າຍຄືກັນທັງໝົດ ແຕ່ມີທີ່ໜ້າສົນໃຈດັ່ງນີ້:
ທ່ານ ວິຊິດ ອູ່ອົ້ນ (2558) ໄດ້ອະທິບາຍໄວ້ຢ່າງໜ້າສົນໃຈວ່າ ແຜນທຸລະກິດໝາຍເຖິງ ເອກະສານທີ່ຈັດເຮັດຂຶ້ນເປັນລາຍລັກອັກສອນ (Written Document) ຊຶ່ງບອກລາຍລະອຽດຕ່າງໆ ກ່ຽວກັບທຸລະກິດໃໝ່ທີ່ຕັ້ງເປົ້າໝາຍໄວ້ ແຜນທຸລະກິດຈະບັນລະຍາຍໃຫ້ຮູ້ເຖິງສະຖານພາບຂອງທຸລະກິດໃນປະຈຸບັນ (CurrentStatus) ຄວາມຕ້ອງການທີ່ຄາດຫວັງທັງໝົດທັງຜົນລັບທີ່ຕ້ອງການຈະໃຫ້ເກີດຂຶ້ນຈາກການປະກອບ ທຸລະກິດນັ້ນ ໃນແຜນທຸລະກິດທຸກຊະນິດຈຶ່ງຕ້ອງປະກອບດ້ວຍໂຄງການ ການດຳເນີນງານການຕະຫຼາດ ການວິໄຈ ແລະ ພັດທະນາ (R & D) ການຈັດການດ້ານການຜະລິດ ພາວະຄວາມສ່ຽງທີ່ອັນຕະລາຍ ສະຖານພາບດ້ານການເງິນ ຕາລາງກິດຈະກຳສຳຄັນ ສິ່ງຕ່າງໆ ເຫຼົ່ານີ້ຈະຕ້ອງສະແດງໃຫ້ເຫັນພາບຢ່າງຊັດເຈນ ວ່າທຸລະກິດນັ້ນມີສະພາບຢ່າງໃດໃນປະຈຸບັນ ທຸລະກິດມີແຜນຈະມຸ້ງໜ້າໄປທາງໃດ ແລະ ຜູ້ປະກອບການ ຈະມີວິທີການນຳໄປສູ່ເປົ້າໝາຍນັ້ນໄດ້ຢ່າງໃດ ດັ່ງນັ້ນແຜນງານທຸລະກິດຈຶ່ງປຽບເໝືອນແຜນທີ່ຖະໜົນ (Roadmap) ຂອງຜູ້ປະກອບການ ທີ່ຈະນຳທາງການປະກອບທຸລະກິດໄປສູ່ຄວາມສຳເລັດໃນອະນາຄົດ.
ທ່ານ ທົງໄຊ ສຸດທິສົມ (2560) ໄດ້ອະທິບາຍໄວ້ຢ່າງໜ້າສົນໃຈວ່າ ແຜນທຸລະກິດໝາຍເຖິງ ເອກະສານທີ່
ສະແດງເຖິງຂໍ້ມູນ ແລະ ລາຍລະອຽດຂອງທຸລະກິດ ທັງໝົດເຖິງວິທີການ ແລະຂະບວນການໃນການດຳເນີນການຂອງທຸລະກິດໃນທຸກດ້ານ ຊຶ່ງໄດ້ຜ່ານການວາງແຜນຂຶ້ນຕາມເປົ້າໝາຍແລະ ວັດຖຸປະສົງຂອງທຸລະກິດນັ້ນທັງໝົດທັງສະແດງໃຫ້ເຫັນເຖິງຜົນລັບທີ່ເກິດຂື້ນຂອງທຸລະກິດ ຈາກວິທີການ ແລະ ຂະບວນການໃນການດຳເນີນການຂອງທຸລະກິດທີ່ໄດ້ກຳນົດຂຶ້ນ.
ທ່ານ ພົນທີ ບຸຍຊົງ (2556) ໄດ້ອະທິບາຍໄວ້ຢ່າງໜ້າສົນໃຈວ່າ ແຜນທຸລະກິດໝາຍເຖິງ ຄູ່ມືໃນການດຳເນີນທຸລະກິດໂດຍນຳສະເໜີການວິເຄາະລາຍລະອຽດທຸລະກິດໃນຕົວແປທີ່ສຳຄັນໆ ຄືສິນຄ້າ ຫຼື ບໍລິການທີ່ຂາຍ ກຸ່ມລູກຄ້າເປົ້າໝາຍ ຈຸດອ່ອນ ຈຸດແຂງ ໂອກາດ ແລະອຸປະສັກຕ່າງໆ ຂອງທຸລະກິດເພື່ອໃຊ້ໃນການກວດສອບ ແລະວາງແຜນທຸລະກິດ (To improve Business Planning and Control).
ທ່ານ ປິນສຸດາ ບັນລັດ ແລະ ຄະນະ (2556) ໄດ້ອະທິບາຍໄວ້ຢ່າງໜ້າສົນໃຈວ່າ ແຜນທຸລະກິດໝາຍເຖິງແຜນການດຳເນີນທຸລະກິດ ໂດຍເປັນການວິເຄາະລາຍລະອຽດຕ່າງໆ ທີ່ກ່ຽວຂ້ອງກັບທຸລະກິດໃນທຸກໆ ຂັ້ນຕອນ ບໍ່ວ່າຈະເປັນສິນຄ້າ ຫຼື ບໍລິການ ລູກຄ້າ ຈຸດອ່ອນ ຈຸດແຂງ ໂອກາດ ທັງໝົດເຖິງອຸປະສັກຕໍ່ທຸລະກິດ ເພື່ອໃຫ້ການດຳເນີນທຸລະກິດເປັນແບບແຜນມີຄວາມຮູ້ຄວາມເຂົ້າໃຈ ແລະ ການຈັດການທີ່ດີ ຈົນເຮັດໃຫ້ທຸລະກິດປະສົບຄວາມສຳເລັດໄດ້.
ທ່ານ ເອນເລນ ລູຕັດມຶກຈີນອົດເຊນ ແລະ ທ່ານ ອາເຈນແວນ ວິດເທລູຕູຈົນ (Ellen Loots, Boukie Cnossen & Arien van Witteloostuin, 2018) ໄດ້ອະທິບາຍໄວ້ຢ່າງໜ້າສົນໃຈວ່າ ແຜນທຸລະກິດ ໝາຍເຖິງ ການແປງຝັນໃຫ້ກາຍເປັນຮູບທຳນັ້ນເອງ ເພື່ອໃຊ້ສຳລັບແຊໃຫ້ຜູ້ຖືຜົນປະໂຫຍດຮ່ວມ ຫຼື Stakeholder ໄດ້ເຂົ້າໃຈໃນທຸລະກິດ ຫຼື ໂຄງການທີ່ເຮົາຕ້ອງການຈະເຮັດ.
ທ່ານ ກໍສະວາມິ ໄຄເຊັນ (Goswami, Kishor, 2017) ໄດ້ອະທິບາຍໄວ້ຢ່າງໜ້າສົນໃຈວ່າ ແຜນທຸລະກິດໝາຍເຖິງ ເຄື່ອງມືທີ່ມີຄວາມສຳຄັນຢິ່ງສຳລັບຜູ້ປະກອບການທີ່ລິເລີ່ມຈະກໍ່ຕັ້ງກິດຈະການ ແຜນນີ້ເປັນຜົນສະຫຼຸບ ຫຼື ຜົນທັງໝົດແຫ່ງກະບວນການຄິດພິຈາລະນາ ແລະ ການຕັດສິນໃຈທີ່ຈະປ່ຽນຄວາມຄິດຂອງຜູ້ປະກອບການອອກມາເປັນໂອກາດທາງທຸລະກິດ ມີຜູ້ປຽບທຽບວ່າແຜນທຸລະກິດປຽບເໝືອນ ແຜນທີ່ໃນການເດິນທາງ ທີ່ຈະຊີ້ແນະຂັ້ນຕອນຕ່າງໆ ເທື່ອລະຂັ້ນຕອນໃນຂະບວນການກໍ່ຕັ້ງກິດຈະການ ແຜນຈະໃຫ້ລາຍລະອຽດຕ່າງໆ ທັງເລື່ອງຂອງການຕະຫຼາດ ການແຂ່ງຂັນກົນລະຍຸດໃນການດຳເນີນທຸລະກິດ ການຄາດຄະເນທາງການເງິນ ທີ່ຈະຊີ້ນຳຜູ້ປະກອບການໄປສູ່ຄວາມສຳເລັດ ຫຼື ຊີ້ໃຫ້ເຫັນເຖິງຈຸດອ່ອນ ແລະ ຂໍ້ຄວນລະວັງດ້ວຍເຊັ່ນກັນ.
ດັ່ງນັ້ນຈາກທີ່ກ່າວມາທັງໝົດສາມາດສະຫຼຸບໄດ້ວ່າ: ແຜນທຸລະກິດ ແມ່ນເປັນເອກະສານທີ່ຈັດເຮັດຂຶ້ນເປັນລາຍລັກສະອັກສອນ ເພື່ອໃຊ້ອະທິບາຍຕົວແບບພື້ນຖານທາງທຸລະກິດຂອງຜູ້ປະກອບການທີ່ກຳນົດຂຶ້ນ(Basic Business Model) ເພື່ອສະແດງໃຫ້ເຫັນວ່າ ຄວາມຄິດເຊີງທຸລະກິດທີ່ຄົ້ນຄິດຂຶ້ນສາມາດປ່ຽນເຮັດໃຫ້ເກີດຜົນກຳໄລໄດ້ຢ່າງໃດ ແລະ ບໍລິສັດມີວິທີການຢ່າງໃດເພື່ອໃຫ້ເກີດຜົນຕາມທີ່ມຸ້ງຫວັງນັ້ນ.
1.2.ປະໂຫຍດຂອງແຜນທຸລະກິດ Benefits of a Business Plan
ແຜນທຸລະກິດມີຜົນປະໂຫຍດຕໍ່ຜູ້ປະກອບການຫຼາຍປະການດັ່ງນີ້:
1.ແຜນທຸລະກິດເປັນການຂຽນສິ່ງທີ່ຢູ່ໃນສະໝອງ (ຄວາມຄິດ).
ແມ່ນສະແດງອອກມາເປັນລາຍລັກອັກສອນ ຊ່ວຍໃຫ້ຜູ້ປະກອບການສາມາດຕິດຕາມກວດສອບ ແລະຄວບຄຸມການດຳເນີນການໃຫ້ເປັນໄປຕາມແຜນທີ່ວາງໄວ້ ເພື່ອໃຫ້ເກີດຜົນລັບຕາມເປົ້າໝາຍ.
2.ແຜນທຸລະກິດເປັນບັນທຶກຂອງທຸລະກິດ (Business Diary).
ທີ່ຈະໃຊ້ເປັນເຄື່ອງຊ່ວຍຈຳໃຫ້ກັບຜູ້ປະກອບການໃນການດຳເນີນງານແຕ່ລະຂັ້ນຕອນ ເຮັດໃຫ້ເບິ່ງເຫັນເຖິງການປ່ຽນແປງ ການເຕີບໂຕບັນຫາ ແລະ ອຸປະສັກຕ່າງໆ ຕັ້ງແຕ່ເລີ່ມຕົ້ນຈົນເຖິງປະຈຸບັນ ທັງໝົດເຖິງແນວທາງພັດທະນາຕໍ່ໄປໃນອະນາຄົດ.
3.ແຜນທຸລະກິດເປັນເຄື່ອງມືທີ່ຜູ້ປະກອບການສາມາດສະເໜີໃຫ້ຜູ້ຊ່ຽວຊານໄດ້ກວດສອບ.
ແມ່ນ ປັບປຸງ ແລະ ສະເໜີຄວາມຄິດເຫັນ ເພື່ອລຸດບັນຫາ ແລະ ອຸປະສັກຕ່າງໆ ທີ່ອາດເກີດຂຶ້ນໃນການປະຕິບັດງານຈິງ.
4.ແຜນທຸລະກິດເປັນເຄື່ອງມືທີ່ຜູ້ປະກອບການນຳສະເໜີ.
ແມ່ນເພື່ອຂໍຮັບການສະໜັບສະໜູນທາງການເງິນ ຈາກທະນາຄານ ຫຼື ສະຖາບັນການເງິນເພື່ອຂໍກູ້ເງິນມາລົງທຶນໃນທຸລະກິດ.
5.ຂະບວນການວາງແຜນທຸລະກິດທຸກຂັ້ນຕອນຈະເປັນຕົວບີບບັງຄັບ.
ແມ່ນໃຫ້ຜູ້ປະກອບການຈຳເປັນຕ້ອງວິເຄາະລັກສະນະຕ່າງໆ ຂອງທຸລະກິດທັງໝົດ ແລະ ວາງແຜນກົນຍຸດທໍ້ປິ້ງມີປະສິດທິພາບ ເພື່ອຜະເຊີນກັບສິ່ງທີ່ບໍ່ແນ່ນອນທີ່ຈະເກີດຂຶ້ນ ດັ່ງນັ້ນແຜນທຸລະກິດຈຶ່ງມີສ່ວນຊ່ວຍທີ່ສຳຄັນທີ່ຈະປ້ອງກັນບໍ່ໃຫ້ທຸລະກິດໃໝ່ປະສົບຄວາມລົ້ມເຫລວ.
1.3.ຂໍ້ຄວນລະວັງກ່ຽວກັບການຈັດເຮັດແຜນທຸລະກິດ.
ໃນການຈັດເຮັດແຜນທຸລະກິດ ມີຂໍ້ຄວນລະວັງທີ່ຕ້ອງຫຼີກລ້ຽງຢູ່ 7 ປະການ ຫາກມີໜຶ່ງຂໍ້ ຫຼື ຫຼາຍກວ່າ ປາກົດຢູ່ໃນແຜນທຸລະກິດແລ້ວ ກໍມີຄວາມເປັນໄປໄດ້ສູງທີ່ຜູ້ຈະເຂົ້າມາຮ່ວມລົງທຶນໃນທຸລະກິດນັ້ນ (Potential Investors) ຈະປະຕິເສດການເຂົ້າຮ່ວມ ບໍ່ວ່າລັກສະນະອື່ນໆ ຂອງແຜນທຸລະກິດນັ້ນຈະດີພຽງໃດກໍຕາມ ຂໍ້ຄວນລະວັງທີ່ຕ້ອງຫຼີກລ້ຽງ 7 ປະການດັ່ງກ່າວມີດັ່ງນີ້ (Baron & Shane, 2008)
1.ແຜນນັ້ນຈັດເຮັດຂຶ້ນບໍ່ດີ ເບິ່ງລັກສະນະບໍ່ມີຄວາມເປັນມືອາຊີບ (The Plan isPoorly Prepared; Looks Unprofessional).
ເຊັ່ນ ບໍ່ມີໜ້າປົກ ຫຼື ມີໜ້າປົກແຕ່ບໍ່ມີຂໍ້ມູນເພື່ອການຕິດຕໍ່ ຫຼື ຕົວພິມມີແສງສະທ້ອນບາດຕາ ເປັນຕົ້ນ ຄວາມສະເພົ່າ ບໍ່ຮອບຄອບດັ່ງກ່າວນີ້ ຈະເປັນຕົວຈຸດປະກາຍໃຫ້ເກີດປະຕິກິລາຕໍ່ນັກລົງທິນວ່າ ຕົນເອງກຳລັງຈະເຂົ້າມາກ່ຽວຂ້ອງຮ່ວມລົງທຶນກັບກຸ່ມມືສະໝັກຫລິ້ນ ຫຼື ເປົ່າ.
2.ແຜນນັ້ນມີການຈັດເຮັດໃຫ້ສວຍງາມຫຼາຍຈົນເກີນໄປ (The Plan is Far too Slick).
ເຊັ່ນ ມີການເຂົ້າເລ່ມເໝືອນກັບຫນັງສື ຈັດພິມດ້ວຍກະດາດສະທ້ອນແສງ ແລະ ໃຊ້ສິນປະການພິມທີ່ມີແສງແວວວາວລູຫລາ ຊຶ່ງສິ່ງເຫລົ້ານີ້ເປັນເຫດເຮັດໃຫ້ນັກລົງທຶນຄິດວ່າ ບໍ່ຮູ້ວ່າທ່ານມີຫຍັງທີ່ຊ່ອນໄວ້ເບື້ອງຫຼັງສິ່ງແວວວາວເຫຼົ່ານັ້ນ ຫຼື ບໍ່.
3.ບົດສະຫລຸບສຳລັບຜູ້ບໍລິຫານຍາວຈົນເກີນໄປ ແລະ ບໍ່ຕົງປະເດັນ (The Executive Summary is too Long and Does Not Get to the Point)
ການຂຽນບົດສະຫລຸບສຳລັບຜູ້ບໍລິຫານທີ່ຍາວເກີນໄປ ແລະ ກວ້າງໄປມາ ຂາດຄວາມກະທັດຮັດ ຈະເປັນເຫດເຮັດໃຫ້ນັກລົງທຶນຄິດວ່າ ຜູ້ປະກອບການບໍ່ສາມາດຂຽນບັນລະຍາຍແນວຄວາມຄິດຂອງຕົນເອງ ແລະ ແນວຄິດຂອງບໍລິສັດທີ່ກະທັດຣັດຣັດກຸມໄດ້ ດັ່ງນັ້ນຈຶ່ງບໍ່ຍາກຈະເສຍເວລາ ແລະ ເສຍເງິນເສຍທອງຮ່ວມລົງທຶນໃນທຸລະກິດຂອງທ່ານ.
4.ຂາດຄວາມຊັດເຈນດ້ານການຜະລິດຜະລິດຕະພັນວ່າຢູ່ໃນຂັ້ນໃດ (It is Not ClearWhere the Product is with Respect to Production)
ນັ້ນຄື ໃນແຜນທຸລະກິດບໍ່ໄດ້ບອກຢ່າງຊັດເຈນວ່າການພັດທະນາຜະລິດຕະພັນຢູ່ໃນຂັ້ນໃດ ຜະລິດອອກມາແລ້ວ ຫຼື ຍັງບໍ່ໄດ້ຜະລິດ ຫຼື ມີຄວາມສາມາດພ້ອມແລ້ວທີ່ຈະຜະລິດ ຊຶ່ງຖ້ານັກລົງທຶນຕ້ອງຖາມຄຳຖາມເຫຼົ່ານີ້ຢູ່ ທ່ານກໍອາດສະຫລຸບວ່າ “ນິ້ເປັນຄວາມຈິງ ຫຼື ເປັນພຽງແຄ່ຄວາມຝັນທີ່ຍັງເລື່ອນຟູ ສະນັ້ນໜ້າຈະຕັດສິນໃຈ ບໍ່ຂໍຮ່ວມລົງທຶນດ້ວຍຈະດີກວ່າ.
5.ຂາດຄວາມຊັດເຈນວ່າເປັນຫຍັງໃຜໆ ກໍຢາກຈະຊື້ຜະລິດຕະພັນຫລືບໍລິການນັ້ນ (Itis Not Clear Why Anyone would want to Buy the Product or Service).
ນັ້ນຄື ຜູ້ປະກອບການຈຳນວນບໍ່ນ້ອຍເບິ່ງເໝືອນຈະນຶກຄິດເອົາເອງວ່າ ຜະລິດຕະພັນຫລືບໍລິການໃໝ່ຂອງທ່ານເປັນຜະລິດຕະພັນຫລືບໍລິການທີ່ຍອົດຢ້ຽມຫລາຍ ຈົນສາມາດຂາຍຕັວມັນເອງໄດ້ໃນທີ່ສຸດ ຄວາມເຊື່ອຖືທີ່ຂາດເຫດຜົນ (Blind Faith) ເຊັ່ນນີ້ ອາດຈະເປັນສ່ວນຫນຶ່ງທີ່ຈະກລາຍເປັນເຫດຈູງໃຈໃຫ້ນັກລົງທຸນຄິດວ່າ “ຜູ້ປະກອບການໄດ້ຂອງດີວິເສດມາຈາກໃດນະ ແມ່ນແຕ່ເຄື່ອງປຸກຜົມເທິງຫົວຂອງຄົນຫັວລ້ານ ຢັງຈຳເປັນຕ້ອງມີແຜນກາຣົດລາດ ຜູ້ປະກອບການຄົງເປັນພວກມືສະໝັກຫລິ້ນຫລາຍກວ່າ.
6.ບໍ່ມີຂໍ້ຄວາມຊັດເຈນກ່ຽວກັບຄຸນສົມບັດຂອງທີມງານບໍລິຫານ (No Clear Statement of the Qualifications of the Management Team).
ແມ່ນຄວາມຜິດພາດເນື່ອງຈາກຄວາມເລີນເລັນເຊັ່ນ: ອາດເຮັດໃຫ້ນັກລົງທຶນສະຫຼຸບໄດ້ງ່າຍໆ ວ່າພວກທ່ານບໍ່ມີປະສົບການກ່ຽວຂ້ອງກັບທຸລະກິດນັ້ນໂດຍກົງ ຫຼື ອາດຈະບໍ່ຮູ້ດ້ວຍຊ້ຳວ່າປະສົບການທີ່ກ່ຽວຂ້ອງກັບທຸລະກິດນັ້ນເປັນແນວໃດ.
7.ການຄາດການດ້ານການເງິນ ເປັນການມອງໂລກໃນແງ່ດີທີ່ຟຸ້ງຊ່ານ ແລະ ບໍ່ສົມເຫດສົມຜົນ (Financial Projects are wildly and Unreasonably Optimistic).
ການມອງໂລກໃນແງ່ດີຈົນເກີນໄປ ອາດເຮັດໃຫ້ຜູ້ທີ່ຈະເຂົ້າມາຮ່ວມລົງທຶນດ້ວຍ ຄິດງ່າຍໆ ໄດ້ວ່າ ຜູ້ປະກອບການບໍ່ເຂົ້າໃຈວ່າການດຳເນີນທຸລະກິດໃນບໍລິສັດເປັນຢ່າງໃດ ຫຼື ອາດຄິດບໍ່ດີຍິ່ງກວ່ານັ້ນວ່າ ຜູ້ປະກອບການຄິດວ່າ ທ່ານເປັນຄົນໂງ່ ບໍ່ມີປະສົບການ ຫຼື ຢ່າງໃດ ດັ່ງນັ້ນຈຶ່ງຕັດສິນໃຈບໍ່ຂໍຮ່ວມລົງທຶນດ້ວຍ.
1.4.ຄວາມສຳຄັນຂອງຂອງແຜນທຸລະກິດ.
ແຜນທຸລະກິດ (Business Plan) ແມ່ນແຜນການດຳເນີນງານທາງທຸລະກິດທີ່ສະແດງກິດຈະກຳ ຫຼື ໂຄງການທີ່ຈັດເຮັດຂຶ້ນເພື່ອເປັນແນວທາງໃນການດຳເນີນທຸລະກິດຕາມໄລຍະເວລາທີ່ກຳນົດ ມີການວິເຄາະຜົນກະທົບຕໍ່ທຸລະກິດໃນດ້ານຕ່າງໆ ເຊັ່ນ: ການຜະລິດສິນຄ້າ, ການຕະຫຼາດ, ການບໍລິຫານງານ, ການໃຊ້ກຳລັງຄົນ ຫຼື ແຮງງານ ແລະ ງົບປະມານທາງການເງິນ ສະຫລຸບຄວາມສຳຄັນຂອງແຜນທຸລະກິດໄດ້ດັ່ງນີ້:
1.ໃຫ້ລາຍລະອຽດຂອງການເລີ່ມຕົ້ນທຸລະກິດທີ່ມີເປົ້າໝາຍຊັດເຈນ ມີກອບ ຫຼື ແນວທາງຂອງຄວາມຄິດທີ່ຊ່ວຍໃນການໃຊ້ຊັບພະຍາກອນ ແລະການບົ່ງບອກເຖິງຄວາມພະຍາຍາມທີ່ໄປສູ່ເປົ້າໝາຍຂອງຄວາມສຳເລັດຕໍ່ການປະກອບທຸລະກິດ.
2.ເປັນເຄື່ອງມືທີ່ຈະສະແຫວງຫາເງິນລົງທຶນຈາກຜູ້ຮ່ວມລົງທຶນ ຈາກກອງທຶນຮ່ວມລົງທຶນ ແລະ ຈາກແຫຼ່ງທຶນ ຫຼື ສະຖາບັນການເງິນຕ່າງໆ.
3.ເປັນເໝືອນພິມຂຽວທີ່ໃຫ້ລາຍລະອຽດຂອງກິດຈະກຳຕ່າງໆ ທັງກິດຈະກຳໃນການຈັດຫາເງິນທຶນກິດຈະກຳໃນການພັດທະນາຜະລິດຕະພັນ ກິດຈະກຳການຕະຫຼາດ ແລະ ອື່ນໆ ໃນການບໍລິຫານກິດຈະການໃໝ່ ແລະໃຊ້ເພື່ອກຳນົດການປະຕິບັດງານທີ່ຕໍ່ເນື່ອງໃນອະນາຄົດຂອງກິດຈະການທຸລະກິດອີກດ້ວຍ.
1.5.ວັດຖຸປະສົງໃນການຈັດເຮັດແຜນທຸລະກິດ.
ວັດຖຸປະສົງທົ່ວໄປໃນການຈັດເຮັດແຜນທຸລະກິດທີ່ຜູ້ປະກອບການຄວນຮູ້ ມີດັ່ງນີ້:
1.ເພື່ອໃຫ້ຜູ້ປະກອບການຕຽມຄວາມພ້ອມດ້ານຕ່າງໆ ໃນການດຳເນີນທຸລະກິດຫຼື ບໍລິການ.
2.ເພື່ອໃຊ້ເປັນແນວທາງການດຳເນີນທຸລະກິດສຳລັບໃຫ້ຜູ້ປະກອບການສາມາດຂໍຮັບການສະໜັບສະໜູນເງິນທຶນຈາກແຫຼ່ງທຶນ ຫຼື ການລະດົມທຶນຈາກຫຸ້ນສ່ວນທຸລະກິດໄດ້ຕາມຄວາມຕ້ອງການ.
3.ເພື່ອລົດຄວາມສ່ຽງໃນການດຳເນີນທຸລະກິດ ຫຼື ບໍລິການທີ່ໄດ້ວາງແຜນໄວ້ລ່ວງໜ້າ ທັງໝົດທັງມີແຜນສຳຮອງເພື່ອນດຄວາມສ່ຽງທາງທຸລະກິດທີ່ອາດເກີດຂຶ້ນໄດ້ຈາກປັດໄຈພາຍນອກ.
4.ເພື່ອຈັດລຳດັບຄວາມສຳຄັນດ້ານຄວາມຄິດ ແລະ ຂັ້ນຕອນການປະຕິບັດຂອງການດຳເນີນທຸລະກິດຫຼືບໍລິການ.
1.6.ລັກສະນະແຜນທຸລະກິດທີ່ດີ.
ໃນການຂຽນແຜນທຸລະກິດທີ່ດີນັ້ນ ຜູ້ປະກອບການຫຼືຜູ້ທີ່ມີໝ້າທີ່ຮັບຜິດຊອບໃນການຂຽນແຜນທຸລະກິດຈະຕ້ອງພະຍາຍາມຂຽນແຜນທີ່ສາມາດຊີ້ໃຫ້ເຫັນເຖິງຄວາມສຳເລັດແລະ ຄວາມເປັນໄປໄດ້ຂອງທຸລະກິດ ເພື່ອໂນ້ມນ້າວໃຫ້ຜູ້ສົນໃຈເຂົ້າຮ່ວມລົງທຶນດ້ວຍ ຫຼື ໃຫ້ການສະໜັບສະໜູນເງິນທຶນເພື່ອດຳເນີນທຸລະກິດຕໍ່ໄປ ໂດຍນຳສະເໜີແຜນທຸລະກິດທີ່ມີສາລະສຳຄັນດັ່ງນີ້:
1.ລັກສະນະຂອງການກໍ່ຕັ້ງທຸລະກິດ ວ່າມີຮູບຮ່າງຊັດເຈນຂະໜາດໃດ ແລະ ສຳເລັດສົມບູນພ້ອມທີ່ຈະດຳເນີນທຸລະກິດໄດ້ທັນທີ່ແລ້ວຫຼື ຍັງ.
2.ທຸລະກິດທີ່ນຳສະເໜີນີ້ມີຄວາມໜ້າສົນໃຈໜ້າລົງທຶນຫຼາຍນ້ອຍພຽງໃດ ເພື່ອໃຫ້ຜູ້ຮ່ວມລົງທຶນ ຫຼື ແຫຼ່ງທຶນມີຄວາມເຊື່ອໝັ່ນໃນກິດຈະການ ແລະ ຜົນສຳເລັດຂອງການດຳເນີນທຸລະກິດ.
3.ມີແນວໂນ້ມໃນການດຳເນີນທຸລະກິດ ຫຼື ມີໂອກາດທີ່ຈະປະສົບຄວາມສຳເລັດຕັ້ງແຕ່ເລີ່ມກໍ່ຕັ້ງແລະສາມາດດຳເນີນການໄປໄດ້ຢ່າງຕໍ່ເນື່ອງໝັ່ນຄົງ.
4.ມີຄວາມໄດ້ປຽບທາງທຸລະກິດ ໂດຍສະແດງໃຫ້ເຫັນວ່າການດຳເນີນທຸລະກິດນີ້ມີຄວາມສາມາດໃນການແຂ່ງຂັນທາງການຕະຫຼາດໃນໄລຍະຍາວໄດ້ສູງ.
5.ມີວິທີການຜະລິດສິນຄ້າຢ່າງມີປະສິດທິພາບ ສາມາດຜະລິດສິນຄ້າໄດ້ມາດຕະຖານຕາມທີ່ກຳນົດແລະ ມີ
ຕົ້ນທຶນການຜະລິດທີ່ເໝາະສົມສາມາດແຂ່ງຂັນໃນຕະຫຼາດໄດ້.
6.ມີຄວາມປະຢັດ ຫຼື ສາມາດລຸດຕົ້ນທຶນຄ່າໃຊ້ຈ່າຍຕ່າງໆ ຕັ້ງແຕ່ວິທີການຜະລິດສິນຄ້າ ການນຳສິນຄ້າມາວາງຈຳໜ່າຍໃນຕະຫຼາດ.
7.ສະແດງຂອບເຂດ ຫຼື ພາລະໝ້າທີ່ຕ່າງໆ ທີ່ດີ ແລະ ເໝາະສົມ ເຊັ່ນ: ຂະບວນການຜະລິດສິນຄ້າ ການຈັດຈຳໜ່າຍ ການຈັດລະບົບງານບັນຊີການເງິນ ການບໍລິຫານງານບຸກຄົນທີ່ເໝາະສົມແລະ ພຽງພໍ.
8.ສະແດງໃຫ້ເຫັນເຖິງປະສິດທິພາບ ຫຼື ຄວາມສາມາດໃນການນຳສິນຄ້າໄປແຂ່ງຂັນຫຼື ມີສ່ວນແບ່ງທາງການຕະຫຼາດໄດ້.