ອົງປະກອບຂອງແຜນທຸລະກິດ (Elements of a Business Plan)
ອົງປະກອບຂອງແຜນທຸລະກິດທີ່ເປັນແບບມາດຕະຖານໂດຍທົ່ວໄປ ປະກອບດ້ວຍ 9 ຕອນ ແລະ ມີຄວາມຍາວຢູ່ລະຫວ່າງ 40 - 50 ໜ້າ ແຕ່ຖ້າເປັນທຸລະກິດລາຍຍ່ອຍ ຫຼື ທຸລະກິດຂະໜາດນ້ອຍ ກໍບໍ່ຈຳເປັນຕ້ອງມີຈຳນວນໜ້າຫຼາຍເຖິງຂະໜາດນັ້ນ ເພາະຈະກາຍເປັນ “ພາລະ” ຕໍ່ຜູ້ອ່ານ ຜູ້ພິຈາລະນາແຜນ ສຳລັບໂຄງຮ່າງຂອງແຜນທຸລະກິດທີ່ເປັນແບບມາດຕະຖານທີ່ສົມບູນມີ 9 ຕອນດັ່ງນີ້:
ຕອນທີ່ 1 : ບົດສະຫລຸບສຳລັບຜູ້ບໍລິຫານ (Executive Summary)
ຕອນທີ່ 2 : ການບັນລະຍາຍກ່ຽວກັບທຸລະກິດ (Business Description)
- ພາບລວມຂອງກິດຈະການ.
- ພູມິຫຼັງຂອງອຸດສາຫະກຳ.
- ເປົ້າໝາຍ ແລະ ສັກຍາພາບຂອງທຸລະກິດ.
- ຄວາມເປັນເອກະລັກຂອງຜະລິດຕະພັນ ຫຼື ບໍລິການ.
ຕອນທີ່ 3 : ການຕະຫຼາດ (Marketing)
1.ຕະຫຼາດເປົ້າໝາຍ.
- ຂະໜາດຕະຫຼາດ ແລະ ແນວໂນ້ມຂອງຕະຫຼາດ.
- ການແຂ່ງຂັນ.
- ສ່ວນແບ່ງຕະຫຼາດທີ່ຄາດຄະເນ.
2.ແຜນການຕະຫຼາດ.
- ກົນລະຍຸດການຫຼາດ - ການຂາຍ ແລະ ການຈັດຈຳໜ່າຍ.
- ການກຳນົດລາຄາ.
- ການໂຄດນາ ແລະ ການສົ່ງເສີມການຕະຫຼາດ.
ຕອນທີ່ 4 : ການດຳເນີນງານ (Operations)
1.ລະບຸແຫຼ່ງທີ່ຕັ້ງ.
- ຂໍ້ໄດ້ປຽບ
- ການກຳນົດເຂດ
- ພາສີ
2.ຄວາມໃກ້ກັບຜູ້ຈັດຈຳໜ່າຍວັດຖຸດິບ.
3.ການເຂົ້າເຖິງແຫຼ່ງການຂົນສົ່ງ.
ຕອນທີ່ 5 : ການຈັດການ (Management)
- ທີມງານບໍລິຫານ
- ໂຄງສ້າງທາງກົດໝາຍ - ດ້ານຜູ້ຖືຫຸ້ນ ແຮງງານ ແລະ ຄວາມເປັນເຈົ້າຂອງ.
- ຄະນະກຳມະການອຳນວຍການ ຜູ້ໃຫ້ຂໍ້ສະເໜີແນະ ທີ່ປຶກສາ.
ຕອນທີ່ 6 : ການເງິນ (Financial)
1.ການຄາດການດ້ານການເງິນ
- ກຳໄລ ແລະ ຂາດທຶນ
- ກະແສເງິນສົດ
- ການວິເຄາະຈຸດຄຸ້ມທຶນ
- ການຄວບຄຸມຕົ້ນທຶນ
- ແຜນງານງົບປະມານ
ຕອນທີ່ 7 : ຄວາມສ່ຽງ (Critical Risks)
- ບັນຫາທີ່ອາດເກີດຂຶ້ນ
- ອຸປະສັກ ແລະ ຄວາມສ່ຽງ
- ທາງເລືອກການດຳເນີນງານ
ຕອນທີ່ 8 : ແຜນເກັບກ່ຽວຜົນການດຳເນີນງານ (Harvest Strategy)
- ການຖ່າຍໂອນຊັບສິນ
- ຄວາມຕໍ່ເນື່ອງຂອງການໃຊ້ກົນລະຍຸດ.
- ລະບຸຜູ້ຮັບຊ່ວງຕໍ່.
ຕອນທີ່ 9 : ຕາຕະລາງກຳນົດການກິດຈະກຳສຳຄັນ (Milestone Schedule)
- ຊ່ວງເວລາ ແລະ ວັດຖຸປະສົງ
- ການກຳນົດເວລາ ແລະ ເຫດການສຳຄັນ
- ຄວາມສຳພັນຂອງເຫດການ
1.1.ແນວທາງການຂຽນແຜນທຸລະກິດ.
ຈາກໂຄງຮ່າງຂອງແຜນທຸລະກິດທີ່ເປັນມາດຕະຖານທີ່ສົມບູນ 10 ຕອນ ດັ່ງກ່າວມາແລ້ວ ເພື່ອໃຫ້ເຂົ້າໃຈແນວການຂຽນແຜນທຸລະກິດຫຼາຍຍິ່ງຂຶ້ນ ຕອນນີ້ຈຶ່ງຂໍນຳມາຂຽນອະທິບາຍແຕ່ລະຕອນ ເພື່ອໃຫ້ເຂົ້າໃຈແນວການຂຽນເພິ່ມເຕິມດັ່ງນີ້:
ຕອນທີ່ 1: ບົດສະຫລຸບສຳລັບຜູ້ບໍລິຫານ (Executive Summary)
ບົດສະຫລຸບສຳລັບຜູ້ບໍລິຫານ ເປັນສ່ວນທີ່ສຳຄັນຫຼາຍຂອງແຜນທຸລະກິດ ຊຶ່ງຄວນຂຽນພາຍຫຼັງທີ່ການຈັດເຮັດແຜນທຸລະກິດສົມບູນແລ້ວ ເນື່ອງຈາກຜູ້ຜ່ານແຜນທຸລະກິດສ່ວນໃຫຍ່ ເຊັ່ນ: ນາຍທະນາຄານນາຍທຶນ ແລະ ຜູ້ຮ່ວມລົງທຶນໃນທຸລະກິດໃໝ່ ມັກຈະມັກອ່ານບົດສະຫລຸບຂອງແຜນທຸລະກິດຊຶ່ງສະຫລຸບເລື່ອງສຳຄັນທັງໝົດເອົາໄວ້ ໂດຍບຸກຄົນເຫຼົ່ານີ້ບໍ່ມີເວລາອ່ານເທົ່າໃດ ດັ່ງນັ້ນຜູ້ຂຽນຈຶ່ງຄວນຂຽນໃຫ້ກະຊັບຊັດເຈນ ດຶງດູດໃຈຜູ້ອ່ານໃຫ້ເບິ່ງເຫັນພາບລວວມທັງໝົດຂອງທຸລະກິດໃໝ່ຫຼາຍທີ່ສຸດ ຊຶ່ງນັກລົງທຶນທີ່ມີປະສົບການ (Experienced Investors) ແນະນຳວ່າ ສ່ວນນີ້ຄວນຂຽນປະມານ 2-3 ໜ້າຢ່າງຫຼາຍທີ່ສຸດ.
ສຳລັບຊີ້ນຳຫາໃນສ່ວນນີ້ ຄວນຈະໃຫ້ສາມາດຕອບຄຳຖາມສັ້ນໆ ເຫຼົ່ານີ້ໄດ້ຄື:
- ຄວາມຄິດເຊີງທຸລະກິດ ຫຼື ໂອກາດຂອງການຜະລິດສິນຄ້າ ຫຼື ບໍລິການໃໝ່ຄືຫຍັງ.
- ເປັນຫຍັງຄວາມຄິດທີ່ຈະຜະລິດເປັນສິນຄ້າ ຫຼື ບໍລິການໃໝ່ນີ້ ຈະເປັນສິ່ງດຶງດູດຄວາມສົນໃຈ ແລະ ຕໍ່ໃຜ.
- ກຸ່ມຜູ້ປະກອບການຄືໃຜ.
- ຈຳເປັນຕ້ອງໃຊ້ເງິນລົງທຶນຫຼາຍເທົ່າໃດ ແລະ ຈະໃຊ້ວິທີການຫາເງິນທຶນໃນຮູບແບບໃດ.
ດັ່ງນັ້ນການຂຽນບົດສະຫລຸບສຳລັບຜູ້ບໍລິຫານ ຈຶ່ງມີຄວາມສຳຄັນຢ່າງຫຼາຍ ແລະ ຄວນແກ່ການໃຊ້ຄວາມພະຍາຍາມໃນການຂຽນເປັນພິເສດ ເພາະເປັນໂອກາດແຮກ ແລະ ເປັນໂອກາດທີ່ດີທີ່ສຸດ ແລະ ຫຼາຍເທື່ອເປັນພຽງໂອກາດດຽວ ທີ່ຈະເຮັດໃຫ້ນັກລົງທຶນເກີດຄວາມສົນໃຈໃນທຸລະກິດໃໝ່ນັ້ນ ວ່າຈະໃຫ້ການສະໜັບສະໜູນ ຫຼື ບໍ່.
ຕອນທີ່ 2: ການບັນລະຍາຍກ່ຽວກັບທຸລະກິດ (Business Description)
ສ່ວນທີ່ 2 ນີ້ຄວນຂຽນກ່ຽວກັບພາບລວມທົ່ວໄປກ່ຽວກັບທຸລະກິດ ໄດ້ແກ່:
1.ພາບລວມຂອງກິດຈະການ (General Description of the Business)
ແມ່ນໄດ້ແກ່ ປະຫວັດຂອງກິດຈະການ ຊື່ ສະຖານທີ່ຕັ້ງ ປະເພດ ແລະ ລັກສະນະຂອງທຸລະກິດ ທັງໝົດທັງການດຳເນີນງານ ເຊັ່ນ: ພາກອຸດສາຫະກຳ, ພາກພານິດຕະກຳ, ພາກກະເສດຕະກຳ ຫຼື ພາກການບໍລິການ ວິໄສທັດ(Vision) ພະລະກິດ (Mission) ເປົ້າໝາຍ ແລະ ວັດຖຸປະສົງຂອງກິດຈະການ ເປັນຕົ້ນ.
2.ພູມີຫຼັງຂອງອຸດສາຫະກຳ (Industry Background)
ແມ່ນໄດ້ແກ່ ສະຖານພາບໃນປະຈຸບັນ (Current Status) ແລະ ແນວໂນ້ມໃນອະນາຄົດຂອງອຸດສາຫະກຳ (Future Trends) ແລະ ຫາກມີການພັດທະນາອຸດສາຫະກຳໃດໆ ເປັນພິເສດ ທີ່ອາດກະທົບຕໍ່ແຜນທຸລະກິດ ກໍໃຫ້ລະບຸເອົາໄວ້ດ້ວຍ.
3.ເປົ້າໝາຍ ແລະ ສັກຍະພາບຂອງທຸລະກິດ (Goals and Potential of the Business)
ທຸລະກິດໃໝ່ຄວນຈະບັນລະຍາຍເປົ້າໝາຍ ຄອບຄູ່ໄປກັບສັກຍະພາບທີ່ຄາດຫວັງ ຄຳທີ່ສຳຄັນທັງໝົດ (AllKey Terms) ຄວນຈະມີນິຍາມເພື່ອຄວາມເຂົ້າໃຈ ຫາກມີພາບ ຫຼື ການສະແດງປະກອບກໍຍິ່ງດີ.
4.ຄວາມເປັນເອກະລັກຂອງຜະລິດຕະພັນ ຫຼື ບໍລິການ (Uniqueness of Product orService)
ແມ່ນຂໍ້ໄດ້ປຽບໃດໆ ໃນຜະລິດຕະພັນ ຫຼື ບໍລິການ ທີ່ທຸລະກິດໃໝ່ມີເໜືອຄູ່ແຂ່ງ ຄວນຈະນຳມາກ່າວໃນລາຍລະອຽດຫຼາຍເປັນພິເສດ ເຊັ່ນ: ສິດທິບັດ (Patents) ລິກສິດ (Copyrights) ແລະ ເຄື່ອງໝາຍການຄ້າ (Trademarks) ທັງໝົດທັງຂໍ້ໄດ້ປຽບທາງດ້ານເທກໂນໂລຢີ ແລະ ທາງການຕະຫຼາດເປັນຕົ້ນ.
ຕອນທີ່ 3: ການຕະຫຼາດ (Marketing)
1.ການວິໄຈ ແລະ ການວິເຄາະ (Research and Analysis)
ໃນສ່ວນຂອງຕະຫຼາດນີ້ແນວການຂຽນຂອງຜູ້ປະກອບການຈະຕ້ອງຈູງໃຈ ໃຫ້ນັກລົງທຶນເກີດຄວາມຫມັ້ນໃຈວ່າ ມີຕະຫຼາດ ຫຼື ກຸ່ມລູກຄ້າພ້ອມທີ່ຈະຊື້ຢ່າງແນ່ນອນ ແລະ ຈະສາມາດເຮັດຢອດຂາຍໄດ້ຕາມເປົ້າໝາຍ ທັງ ໝົດທັງຈະປະສົບຜົນສຳເລັດໄດ້ຮັບໄຊຊະນະເໜືອຄູ່ແຂ່ງອີກດ້ວຍ ດັ່ງນັ້ນສ່ວນນີ້ຈຶ່ງເປັນສ່ວນທີ່ຍາກຫຼາຍທີ່ສຸດສ່ວນໝຶ່ງຂອງແຜນທຸລະກິດ ໂດຍສະເພາະການປະມານການຢອດຂາຍ ຊຶ່ງຂຶ້ນຢູ່ກັບການວິໄຈ ແລະ ການວິເຄາະຕະຫຼາດ ຂະໜາດຂອງການຜະລິດ ແຜນການຕະຫຼາດ ຈຳນວນໜີ້ ແລະ ເງິນລົງທຶນຕາມທີ່ຕ້ອງການ.
2.ແຜນການຕະຫຼາດ (Marketing Plan)
ໃນສ່ວນຂອງແຜນການຕະຫຼາດນີ້ ນັກລົງທຶນຜູ້ມີປະສົບການຕ້ອງການເບິ່ງຂໍ້ມູນລາຍລະອຽດໃນເລື່ອງນີ້ເປັນພິເສດ ເພາະຖືວ່າເປັນສ່ວນສຳຄັນເປັນຫົວໃຈຂອງແຜນທຸລະກິດ ໂດຍສະເພາະຢ່າງຢິ່ງທ່ານຕ້ອງການຂໍ້ມູນໃນສິ່ງທີ່ຜູ້ປະກອບການໄດ້ດຳເນີນການໄປແລ້ວ ໃນການກຳນົດຕະຫຼາດເປົ້າໝາຍສຳລັບຜະລິດຕະພັນຂອງທ່ານ ຄຳຖາມທີ່ທ່ານຢາກຮູ້ກໍຄືວ່າ ຜູ້ປະກອບການໄດ້ກໍ່ການສຳຣົວຈົດລາດແລ້ວ ຫຼື ບໍ່ ໄດ້ວິເຄາະຕະຫຼາດໃນລາຍລະອຽດແລ້ວ ຫຼື ຍັງ ຍິ່ງໄປກວ່ານັ້ນທ່ານຕ້ອງການຮູ້ວ່າຂະໜາດຂອງຕະຫຼາດໃຫຍ່ນ້ອຍແຄ່ໃດ ຕະຫຼາດກຳລັງຈະເລີນເຕີບໂຕ ຫຼື ຫົດຕົວ ແລະ ຜະລິດຕະພັນ ຫຼື ບໍລິການໃໝ່ຈະກໍ່ການໂຄດນາ ສົ່ງເສີມການຕະຫຼາດໃນຕະຫຼາດນີ້ໃຫ້ປະສົບຜົນສຳເລັດໄດແນວໃດ.
ນອກຈາກນີ້ໃນສ່ວນຂອງແຜນການຕະຫຼາດນີ້ ນັກລົງທຶນມັກຈະຕ້ອງການຮູ້ລາຍລະອຽດກ່ຽວກັບຜະລິດຕະພັນທີ່ເປັນຄູ່ແຂ່ງອີກດ້ວຍ ທ່ານຕ້ອງການຮູ້ວ່າມີຜະລິດຕະພັນທີ່ເປັນຄູ່ແຂ່ງ ຫຼື ບໍ່ຖ້າມີ ຜະລິດຕະພັນໃໝ່ສາມາດສະແດງໃຫ້ເຫັນວ່າມີຄວາມດີເດັ່ນເໜືອຄູ່ແຂ່ງຢ່າງໃດ ໃຜຄືບໍລິສັດ ຄູ່ແຂ່ງ ແລະ ທ່ານມີວິທີຕອບໂຕ້ຕໍ່ຜະລິດຕະພັນຂອງຜູ້ປະກອບການຢ່າງໃດ ເປັນຫຍັງເຊື່ອວ່າກົນລະຍຸດການຕັ້ງລາຄາແບບນີ້ຈະປະສົບຜົນສຳເລັດ.
ຫຼັກສຳຄັນຂອງການຂຽນແຜນທຸລະກິດໃນຕອນນີ້ຄື ເພື່ອຈູງໃຈໃຫ້ນັກລົງທຶນໄດ້ເບິ່ງເຫັນວ່າຜູ້ປະກອບການໄດ້ກໍ່ການບ້ານ ຜູ້ປະກອບການໄດ້ກໍ່ການສຳຣົວຈົດລາດ ເປົ້າໝາຍສຳລັບຜະລິດຕະພັນ ແລະ ບໍລິການໃໝ່ຂອງທ່ານຢ່າງຮອບຄອບແລ້ວ ພ້ອມມີຫຼັກຖານສະແດງໃຫ້ເຫັນວ່າຜູ້ບໍລິໂພກ ຫຼື ທຸລະກິດອື່ນໆ (ຂຶ້ນຢູ່ກັບຜະລິດຕະພັນຫຼື ບໍລິການ) ມີຄວາມຕ້ອງການຢ່າງແທ້ຈິງທີ່ຈະຊື້ເມື່ອຜະລິດຕະພັນວາງຈຳໜ່າຍ.
ນອກຈາກນັ້ນນັກລົງທຶນຕ້ອງການທີ່ຈະຮູ້ວ່າ ຜະລິດຕະພັນ ແລະ ບໍລິການຈະກໍ່ການສົ່ງເສີມການຕະຫຼາດຢ່າງໃດ ຕ້ອງໃຊ້ເງິນທຶນເທົ່າໃດ ແນ່ນອນທີ່ສຸດການຄາດຄະເນຕະຫຼາດ ບໍ່ມີຄວາມແນ່ນອນ ບໍ່ວ່າຜູ້ປະກອບການຈະໃຊ້ວິທີການທົດສອບຕະຫຼາດຢ່າງດີແລ້ວພຽງໃດ ແຕ່ຢ່າງນ້ອຍທີ່ສຸດເພື່ອສະແດງໃຫ້ເຫັນວ່າ ຜູ້ປະກອບການໄດ້ໃຊ້ຄວາມພະຍາຍາມຢ່າງເໝາະສົມແລ້ວ ທີ່ຈະຄົ້ນຫາວ່າເປັນຫຍັງຜູ້ບໍລິໂພກຕ້ອງການຊື້ ຫຼື ໃຊ້ຜະລິດຕະພັນຂອງທ່ານ ແລະ ຍັງໄດ້ໃຊ້ຄວາມພະຍາຍາມກຳນົດກົນລະຍຸດການຕະຫຼາດ (Marketing Strategy) ສຳລັບຜະລິດຕະພັນ ຫຼືບໍລິການຂອງທ່ານຢ່າງດີທີ່ສຸດແລ້ວ.
ຕອນທີ່ 4: ການດຳເນີນງານ (Operations)
ໃນສ່ວນນີ້ຄວນຂຽນລາຍລະອຽດກ່ຽວກັບເຮັດທີ່ຕັ້ງຂອງທຸລະກິດໃໝ່ ຊຶ່ງແຫຼ່ງທີ່ຕັ້ງທີ່ເລືອກຄວນຈະ ເໝາະສົມ ໃນແງ່ຂອງການຈັດຫາແຮງງານ (Labor Availability) ອັດຕາຄ່າຈ້າງ (Wage Rate) ຄວາມໃກ້ກັບຜູ້ຈັດຈຳໜ່າຍວັດຖຸດິບ (Proximity to Suppliers) ແລະ ການສະໜັບສະໜູນຂອງລູກຄ້າ ແລະ ຊຸມຊົນ ນອກຈາກນັ້ນຍັງຕ້ອງຄຳນຶງເຖິງການເກັບພາສີໃນທ້ອງຖິ່ນ ການຈັດແບ່ງເຂດ (Zoning) ທັງໝົດທັງການສະໜັບສະໜູນຂອງທະນາຄານໃນທ້ອງຖິ່ນຕໍ່ທຸລະກິດໃໝ່ອີກດ້ວຍ.
ນອກຈາກນີ້ຄວນຈະກ່າວເຖິງສິ່ງອຳນວຍຄວາມສະດວກຕ່າງໆ ທີ່ຈຳເປັນ ໂດຍສະເພາະຕໍ່ການດຳເນີນງານທຸລະກິດໃໝ່ ເຊັ່ນ: ໂຮງງານ ຄັງສິນຄ້າ ໂກດັ່ງເກັບວັດຖຸດິບ ແລະ ສຳນັກງານ ເປັນຕົ້ນ ທັງໝົດທັງອຸປະກອນທີ່ຈຳເປັນ ເຊັ່ນ ເຄື່ອງມື ເຄື່ອງຈັກ ເຄື່ອງຄອມພິວເຕີ ແລະ ຍານພາຫະນະ ເປັນຕົ້ນ.
ປັດໄຈອື່ນໆ ທີ່ອາດຕ້ອງນຳມາພິຈາລະນາດ້ວຍ ໄດ້ແກ່ ຜູ້ຈັດຈຳໜ່າຍວັດຖຸດິບ (ຈຳນວນຈັກລາຍ ແລະຄວາມໃກ້) ຄ່າຂົນສົ່ງ (Transportation Costs) ວັດດຸຕ່າງໆ ທັງໝົດທັງແຫຼ່ງແຮງງານ (TaborSupply) ອັດຕາຄ່າຈ້າງ (Wage Rates) ແລະ ຕຳແໜ່ງງານ ຕະຫຼອດຈົນທັກສະທີ່ຕ້ອງການກໍຄວນຈະກ່າວເຖິງດ້ວຍ.
ແລະໃນຕອນສຸດທ້າຍ ຂໍ້ມູນດ້ານຄ່າໃຊ້ຈ່າຍຕ່າງໆ ທີ່ກ່ຽວຂ້ອງກັບການດຳເນີນງານ ກໍຄວນນຳສະເໜີເອົາໄວ້ໃນແຜນດ້ວຍ.
ຕອນທີ່ 5: ການຈັດການ (Management)
ໃນສ່ວນດ້ານການຈັດການຄວນຈະລະບຸບຸກຄະລາກອນທີ່ສຳຄັນ (Key Personnel) ພ້ອມລະບຸຕຳແໜ່ງ ແລະ ຄວາມຮັບຜິດຊອບ ທັງໝົດທັງປະສົບການດ້ານອາຊີບ (Career Experiences) ທີ່ມີຄຸນສົມບັດເໝາະສົມກັບຕຳແໜ່ງ ທີມງານຜູ້ບໍລິຫານ (Management Team) ທຸກຄົນ ຄວນມີປະຫວັດຫຍໍ້ (Resume) ທີ່ສົມບູນດ້ວຍ ນອກຈາກນີ້ບົດບາດຂອງຜູ້ປະກອບການໃນທຸລະກິດນີ້ກໍຄວນຂຽນບອກໄວ້ໃຫ້ຊັດເຈນດ້ວຍ ໃນຕອນສຸດທ້າຍຄະນະທີ່ປຶກສາ ຫຼື ສະມາຊິກຂອງຄະນະກຳມະການບໍລິຫານທຸກຄົນ ກໍຄວນຈະລະບຸແລະ ກ່າວເຖິງດ້ວຍວ່າໃຜມີບົດບາດ ແລະ ຕຳແໜ່ງແນວໃດ.
ໂຄງສ້າງການຈ່າຍຄ່າຈ້າງ ແລະ ຄວາມເປັນເຈົ້າຂອງ (ຫຸ້ນສ່ວນຕາມຂໍ້ຕົກລົງ ຄ່າຈ້າງທີ່ປຶກສາ ແລະ ອື່ນໆ) ຄວນຈະລະບຸໄວ້ຢ່າງຊັດເຈນໃນສ່ວນນີ້:
- ໂຄງສ້າງຂອງອົງກອນ
- ທີມງານບໍລິຫານ ແລະ ບຸກຄະລາກອນທີ່ສຳຄັນ
- ປະສົບການ ແລະ ຄວາມສາມາດທາງດ້ານເທກນິກຂອງບຸກຄະລາກອນ
- ໂຄງສ້າງຄວາມເປັນເຈົ້າຂອງ ແລະ ການຈ່າຍຄ່າຕອບແທນ
- ຄະນະກຳມະການບໍລິຫານ ທີ່ປຶກສາ ຫຼື ຜູ້ໃຫ້ຄຳແນະນຳຈາກພາຍນອກ
ຕອນທີ່ 6: ການເງິນ (Financial)
ເນື່ອງຈາກສະຖານພາບທາງການເງິນເປັນເຄື່ອງບົ່ງຊີ້ຄຸນນະພາບການດຳເນີນງານ ແລະ ເປັນຕົວແປສຳຄັນໃນການພິຈາລະນາເພື່ອສະໜັບສະໜູນທີ່ດຖາບັນການເງິນໃຊ້ເປັນເກນຫຼັກໃນການອະນຸມັດສິນເຊື່ອ ດັ່ງນັ້ນຈຶ່ງຄວນຂຽນໃຫ້ເຫັນຄວາມສາມາດດ້ານການເງິນເທົ່າທີ່ເປັນໄປໄດ້ ງ່າຍຕໍ່ການເຂົ້າໃຈ ແລະ ສ້າງຄວາມໝັ້ນໃຈວ່າ ທຸລະກິດສາມາດສ້າງມູນຄ່າເພີ່ມໃຫ້ກັບສິນເຊື່ອ ແລະມີຄວາມສາມາດຈ່າຍດອກເບ້ຍ ແລະ ເງິນຕົ້ນຄືນໄດ້ແນ່ນອນ.
ໃນສ່ວນຂອງແຜນການເງິນ ຄວນຈະຂຽນກ່ຽວກັບງົບການເງິນ (Financial Statements) ເບື້ອງຕົ້ນ 3 ເລື່ອງຄື ປະມານການງົບດຸນ ງົບກຳໄລຂາດທຸນ ແລະ ງົບກະແສເງິນສົດ.
1.ການປະມານການງົບດຸນ (Pro Forma Balance Sheet)
ການປະມານການໝາຍເຖິງ ການຄາດການລ່ວງໜ້າເຖິງສິ່ງທີ່ຈະເກີດຂຶ້ນຈິງ ການປະມານການງົບດຸນ ເປັນການຄາດການສະພາວະທາງການເງິນຂອງທຸລະກິດ ນະຊ່ວງເວລາຕ່າງໆ ໂດຍສະເພາະ ຄືຊ່ວງເລີ່ມຕົ້ນກິດຈະການຊ່ວງໄລຍະ 6 ເດືອນສຳລັບປີແລກ ແລະ ຊ່ວງສິ້ນປີຂອງ 3 ປີແລກ ໃນງົບດຸນຈະສະແດງລາຍລະອຽດກ່ຽວກັບຊັບສິນທີ່ໄດ້ມາເພື່ອໃຊ້ໃນການດຳເນີນການ ຊຶ່ງອາດເປັນໜີ້ສິນ ຫຼື ສ່ວນທີ່ເຈົ້າຂອງນຳມາລົງທຶນ ຫຼື ທັງ 2 ຢ່າງທັງ ໝົດກັນ ນັກລົງທຶນຕ້ອງການເບິ່ງງງົບດຸນທີ່ຈັດເຮັດຂຶ້ນເພື່ອພິຈາລະນາອັດຕາສ່ວນໜີ້ສິນຕໍ່ສ່ວນຂອງເຈົ້າຂອງ (Debt/Equity Ratio) ເງິນທຶນໝູນວຽນ (Working Capital) ອັດຕາເງິນທຶນໝູນວຽນ (Current Ratio) ອັດຕາໝູນວຽນຂອງສິນຄ້າຄົງຄັງ (Inventory TurnoverRatio) ແລະ ອື່ນໆ ວ່າຢູ່ໃນລະດັບທີ່ຮັບໄດ້ຢູ່ໃນເກນຫຼືບໍ່ ຊຶ່ງເປັນການກວດສອບຖານະຄວາມຫມັ້ນຄົງຂອງທຸລະກິດໃໝ່.
2.ງົບກຳໄລ - ຂາດທຶນ (Profit and Loss Statement)
ແມ່ນເປັນການສະແດງຜົນຈາກການດຳເນີນງານທີ່ເກິດຂື້ນໃນຮອບໄລຍະເວລາໜຶ່ງ ຊຶ່ງສະແດງຜົນອອກມາໃນຮູບກຳໄລ ຂາດທຸນ ການປະມານການຢອດຂາຍທີ່ໄດ້ຈາກການຈັດຈຳໜ່າຍຈະເປັນລາຍຮັບ ແລະ ຫັກດ້ວຍລາຍຈ່າຍທີ່ເກິດຂື້ນທຸກຂັ້ນຕອນຂອງການຜະລິດໃນທຸກກິດຈະກຳ ຊຶ່ງໄດ້ແກ່ ວັດຖຸດິບ ແຮງງານ ຄ່າບໍລິການ ແລະ ຄ່າໂຫຸ້ຍຫຼຽນຕ່າງໆ (ທັງຄົງທີ່ ແລະ ແປຜັນ) ທັງໝົດ ທັງຄ່າໃຊ້ຈ່າຍອື່ນໆ ເຊັ່ນ ຄ່າໃຊ້ຈ່າຍກ່ຽວກັບການຈັດຈຳໜ່າຍ ຄັງສິນຄ້າ ການໂຄດນາ ຄ່າສ່ວນລຸດ ແລະ ຄ່າໃຊ້ຈ່າຍດ້ານການບໍລິຫານທົ່ວໄປ ໄດ້ແກ່ ເງິນເດືອນ ຄ່າເຊົ່າ ຄ່າໄຟຟ້າປະປາ ແລະ ໂທສັບ ເປັນຕົ້ນ.
3.ງົບກະແສເງິນສົດ (Cash-flow Statement)
ແມ່ນອາດກ່າວໄດ້ວ່າເປັນເອກະສານທີ່ມີຄວາມສຳຄັນທີ່ສຸດ ເພາະງົບກະແສເງິນສົດຈະສະແດງຂໍ້ມູນການໄດ້ມາ ແລະ ການໃຊ້ໄປຂອງເງິນສົດຈາກການດຳເນີນງານໃນເລື່ອງຕ່າງໆ ດັ່ງນັ້ນສ່ວນນີ້ຂອງແຜນທຸລະກິດຈະຕ້ອງໃຫ້ຄວາມພະຍາຍາມໃນການຂຽນຢ່າງຮອບຄອບ ການປະມານການ ແລະ ຈຳນວນເງິນສົດ ໄຫຼເຂົ້າ - ໄຫຼອອກ ຈະຕ້ອງສອດຄ່ອງກັນ ແລະມີເຫດມີຜົນໃນບາງເທື່ອການປະມານການຢອດຂາຍສູງໃນຊ່ວງໃດຊ່ວງໜຶ່ງ ກໍຈະເຮັດໃຫ້ຄ່າໃຊ້ຈ່າຍຂອງກິດຈະການສູງດ້ວຍ ຊຶ່ງຄວນກະທົບຕໍ່ກະແສເງິນສົດທີ່ຕ້ອງມີໄວ້ໃຊ້ດ້ວຍ ຜູ້ຈັດການຈຶ່ງຕ້ອງຕັດສິນໃຈ ຈັດຫາເງິນສົດມາລົງທຶນ ແລະ ມີວິທີໃຊ້ຈ່າຍຢ່າງເໝາະສົມ ເງິນສົດທີ່ຈຳເປັນຕ້ອງໃຊ້ອາດຫາມາໄດ້ຈາກຫຼາຍແຫຼ່ງ ສ່ວນໝຶ່ງອາດມາຈາກສ່ວນຂອງເຈົ້າຂອງ (Equity Financing) ສ່ວນອີກສ່ວນໜຶ່ງອາດມາຈາກການກູ້ຢືມຈາກທະນາຄານ ສະຖາບັນການເງິນ ຫຼື ຈາກເງິນກູ້ໄລຍະສັ້ນຈາກທະນາຄານ ຊຶ່ງຂໍ້ມູນທັງໝົດຈະກາຍເປັນສ່ວນຂອງການຄາດຄະເນກະແສເງິນເຂົ້າ-ອອກ ສະແດງຢູ່ໃນງົບກະແສເງິນສົດ.
ລາຍລະອຽດກ່ຽວກັບກະແສເງິນສົດ ຖ້າຜູ້ປະກອບການມີຄວາມເຂົ້າໃຈຢ່າງຖືກຕ້ອງ ກໍຈະສາມາດຊ່ວຍໃຫ້ຜູ້ປະກອບການແກ້ບັນຫາໃນການດຳເນີນການໄດ້ທັນທ່ວງທີ ກ່ອນທີ່ວິກິດເງິນສົດເກີດຂຶ້ນຢ່າງຮ້າຍແຮງເອກະສານສຸດທ້າຍທີ່ຄວນຈັດເຮັດໄວ້ໃນສ່ວນຂອງແຜນການເງິນດ້ວຍຄື ແຜນພູມິສະແດງຈຸດຄຸ້ມທິນ (Break-even Chart) ຊຶ່ງໝາຍເຖິງຈຸດທີ່ລາຍໄດ້ທັງໝົດ (ຢອດຂາຍທັງໝົດ) ເທົ່າກັບຕົ້ນທຶນ ຫຼື ຄ່າໃຊ້ຈ່າຍທັງໝົດ ຫຼື ຈຸດທີ່ກຳໄລຈາກການປະມານການເທົ່າກັບ “ສູນ” ພໍດີ ຊຶ່ງຫຼັງຈາກນີ້ກໍຄືກຳໄລ.
ຕອນທີ່ 7: ຄວາມສ່ຽງ (Critical Risks)
ໃນສ່ວນຂອງຄວາມສ່ຽງນີ້ ແຜນທຸລະກິດທີ່ມີປະສິດທິພາບ ຄວນສະແດງໃຫ້ເຫັນຄວາມສ່ຽງທີ່ອາດເກີດຂຶ້ນເອົາໄວ້ດ້ວຍ ຄວາມສ່ຽງທີ່ອາດເກີດຂຶ້ນ ເຊັ່ນ: ການຖືກຕັດລາຄາໂດຍຄູ່ແຂ່ງ ແນວໂນ້ມອຸດສາຫະກຳບໍ່ເປັນໄປຕາມທີ່ຄາດຫວັງ ຕົ້ນທຶນໃນການອອກແບບ ແລະ ການຜະລິດສູງກວ່າທີ່ປະມານການໄວ້ ຄູ່ແຂ່ງເຂົ້າມາໄວຫຼາຍເກີນເວລາທີ່ຄາດການໄວ້ ສັກກະຍາພາບດ້ານການຜະລິດ ແລະ ເຄື່ອງຈັກມີບັນຫາ.
ຄວາມສ່ຽງເຫຼົ່ານີ້ ຜູ້ປະກອບການຄວນຈັດເຮັດແຜນສຳຮອງຍາມສຸກເສີນໄວ້ດ້ວຍ ແຜນສຳຮອງສຸກເສີນ (Contingency Plan) ຄືແຜນງານທີ່ກຳນົດຂຶ້ນມາເພື່ອຮອງຮັບສະຖານນະການທີ່ບໍ່ເປັນໄປຕາມທີ່ຄາດຫວັງໄວ້ ໂດຍມີການລຸດລະດັບການບັນລຸວັດຖຸປະສົງ ແຕ່ຢັງຄົງເປົ້າໝາຍໄວ້ເຊັ່ນເດີມ ໂດຍເພື່ອໃຫ້ມີທາງເລືອກ ຫຼີກລ້ຽງຄວາມສ່ຽງເຫຼົ່ານີ້ ອັນທີ່ຈິງຄວາມສ່ຽງດັ່ງກ່າວເປັນເລື່ອງທີ່ເກີດຂຶ້ນໄດ້ ແຕ່ຜູ້ອ່ານແຜນທຸລະກິດຕ້ອງການຮູ້ວ່າ ຜູ້ປະກອບການໄດ້ຕະໜັກ ແລະມີຄວາມພ້ອມທີ່ຈະຜະເຊີນກັບເຫດການເຫຼົ່ານັ້ນ ຫຼື ບໍ່.
ຕອນທີ່ 8: ແຜນເກັບກ່ຽວຜົນການດຳເນີນງານ (Harvest Strategy)
ແຜນທຸລະກິດທຸກແຜນ ຄວນຈັດເຮັດແຜນເພື່ອເກັບກ່ຽວຜົນການດຳເນີນງານໃນອະນາຄົດເອົາໄວ້ໂດຍ ຜູ້ປະກອບການທີ່ມີກົນໄກ ຈະຕ້ອງຕຽມແຜນສຳລັບການປັບປ່ຽນຢ່າງມີລະບົບເມື່ອທຸລະກິດຈະເລີນເຕີບໂຕແລະພັດທະນາຫຼາຍຂຶ້ນ ເຊັ່ນ: ການປັບຂະບວນການເຮັດວຽກງານ ການປັບລະບົບ ການບໍລິຫານຈັດການ ການຖ່າຍໂອນຊັບສິນຂອງບໍລິສັດ ຫາກເຈົ້າຂອງກິດຈະການປ່ຽນແປງຖືຮັກສາການໃຊ້ແຜນກົນລະຍຸດທາງທຸລະກິດຕໍ່ໄປ ເພື່ອໃຫ້ເກີດຄວາມຕໍ່ເນື່ອງໃນຊ່ວງທີ່ມີການປ່ຽນຜ່ານການກຳນົດແຕ່ງຕັ້ງບຸກຄົນສຳຄັນເພື່ອດຳເນີນກິດຈະການຂອງບໍລິສັດ ຖ້າຫາກຜູ້ບໍລິຫານຊຸດປະຈຸບັນຕ້ອງປ່ຽນ ເປັນຕົ້ນ ດ້ວຍການມອງກົນໄກລໄປຂ້າງໜ້າ ຜູ້ປະກອບການກໍຈະຍັງຄົງຖືຮັກສາຄວາມໃຝ່ຝັນຂອງທ່ານໃຫ້ຄົງຢູ່ຕໍ່ໄປ ສ້າງຄວາມຫມັ້ນຄົງປອດໄພໃຫ້ເກີດຄວາມຫມັ້ນໃຈໃຫ້ກັບນັກລົງທຶນ ແລະຂະນະດຽວກັນເປັນການສ້າງຄວາມແຂງແກ່ງໃນ ຂະບວນການເຮັດວຽກງານໃຫ້ກັບທຸລະກິດຂອງທ່ານອີກດ້ວຍ ດັ່ງນັ້ນການຂຽນແຜນຮັບຊ່ວງເພື່ອໃຫ້ເກີດຄວາມຕໍ່ເນື່ອງຈຶ່ງມີຄວາມຈຳເປັນສຳລັບແຜນທຸລະກິດທີ່ມີປະສິດທິພາບ.
ຕອນທີ່ 9: ຕາຕະລາງກຳນົດການກິດຈະກຳສຳຄັນ (Milestone Schedule)
ໃນສ່ວນນີ້ຂອງແຜນທຸລະກິດ ຂຽນຂຶ້ນເພື່ອໃຫ້ນັກລົງທຶນໄດ້ຮູ້ເຖິງຕາຕະລາງກຳນົດການກິດຈະກຳຕ່າງໆ ທີ່ກຳນົດໄວ້ວ່າຈະບັນລຸຜົນສຳເລັດ ການກຳນົດກອບເວລາການເຮັດວຽກງານຂອງເຫດການ ຈະຊ່ວຍໃຫ້ຄວາມສຳພັນຂອງເຫດການຢູ່ໃນຊ່ວງເວລາທີ່ເໝາະສົມ ຕາຕະລາງກຳນົດກິດຈະກຳຈະບອກແຕ່ລະມື້ວ່າ ເມື່ອໃດກິດຈະກຳໃດສຳເລັດຕາມກອບເວລາທີ່ກຳນົດໄວ້ ເຊັ່ນ: ທຸກອາທິດ, ທຸກເດືອນ ຫຼື ທຸກໄຕມາດ ຊຶ່ງຈະສຳພັນກັບກິດຈະກຳອື່ນ ເຊັ່ນ ການອອກແບບ ແລະ ພັດທະນາຜະລິດພັນ ການຄາດຄະເນຍອດຂາຍ ການສ້າງທີມງານບໍລິຫານ ການວາງແຜນດຳເນີນງານ ແລະ ການຕະຫຼາດ ຕາຕະລາງກິດຈະກຳທີ່ສຳຄັນໄດ້ແກ່:
- ການຈັດຕັ້ງທຸລະກິດໃໝ່.
- ການອອກແບບຜະລິດຕະພັນ ຫຼື ບໍລິການສຳເລັດສົມບູນ.
- ຜະລິດຕະພັນຕົ້ນແບບ (Prototypes) ແລ້ວສຳເລັດ.
- ການຈ້າງຕົວແທນຂາຍ
- ການຈັດສະແດງສິນຄ້າໃນງານເທດໂຊ (Trade Shows)
- ຜູ້ຈັດຈຳໜ່າຍເຊັນສັນຍາເຂົ້າຮ່ວມງານ
- ເລີ່ມລົງມືຜະລິດ
- ຈັດໃບສັ່ງຊື້ເທື່ອແລກ
- ການຂາຍ ແລະ ການສົ່ງມອບສິນຄ້າຄັ້ງທຳອິດ
- ການໄດ້ຮັບເຊັກການຈ່າຍເງິນເທື່ອທຳອິດ
- ຄວາມສາມາດໃນການສ້າງກຳໄລ (Profitability)
ການມີຕາຕະລາງກຳນົດກິດຈະກຳສຳຄັນ ດັ່ງກ່າວຂ້າງເທິງນີ້ ຍິ່ງມີລາຍລະອຽດຫຼາຍເທົ່າໃດ ກໍຈະຍິ່ງຈູງໃຈເຊີນຊວນໃຫ້ນັກລົງທຶນ ຕັດສິນໃຈເຂົ້າຮ່ວມລົງທຶນດ້ວຍຫຼາຍຂຶ້ນເທົ່ານັ້ນ.
1.2.ການນຳສະເໝີແຜນທຸລະກິດ (Presentation of the Business Plan)
ເມື່ອຜູ້ປະກອບການໄດ້ຈັດເຮັດແຜນທຸລະກິດຮຽບຮ້ອຍແລ້ວ ຂັ້ນຕໍ່ໄປກໍຄື ການນຳສະເໜີແຜນທຸລະກິດນັ້ນຕໍ່ເຈົ້າໝ້າທີ່ການເງິນພຽງຄົນດຽວ ຫຼື ຕໍ່ທີ່ປະຊຸມຂອງນັກລົງທຶນທາງການເງິນທີ່ມາທັງໝົດຕົວກັນກໍໄດ້ ບໍ່ວ່າເປັນການນຳສະເໜີແຜນທຸລະກິດຕໍ່ໃຜ ໃນລັກສະນະໃດ ແຕ່ຜູ້ປະກອບການຈະນຳສະເໜີດ້ວຍປາກເປົ່າ (Oral Presentation) ເປັນຫຼັກ ເພື່ອໃຫ້ນັກລົງທຶນຍອມຮັບແຜນ ແລະ ຕັດສິນໃຈຮ່ວມລົງທຶນດ້ວຍໃນການນຳສະເໜີ ຜູ້ປະກອບການຄວນກຽມຄວາມພ້ອມດັ່ງນີ້:
1.ສຶກສາເຮັດຄວາມເຂົ້າໃຈກ່ຽວກັບແຜນທຸລະກິດທີ່ນຳສະເໜີຢ່າງຖືກຕ້ອງແລະ ຊັດເຈນ.
2.ສາມາດຕອບຂໍ້ຊັກຖາມລາຍລະອຽດກ່ຽວກັບທີ່ມາຂອງຕົວເລກປະມານການຕ່າງໆ ໄດ້ຖືກຕ້ອງ ແລະຊັດເຈນ.
3.ມີຫຼັກຖານສະໜັບສະໜູນຂໍ້ມູນໃນແຜນທຸລະກິດຢ່າງຄົບຖ້ວນ.
4.ມີບຸກຄະລິກກະພາບເໝາະສົມ ທາງດ້ານການເວົ້າ ການແຕ່ງກາຍ ແລະ ມີວັດທະນະທຳ.
5.ມີການປະເມີນຜົນແຜນທຸລະກິດທຸກຂັ້ນຕອນ ປັບປຸງ ແລະ ກວດຄວາມຖືກຕ້ອງຢ່າງດີ.
6.ບໍ່ໃຊ້ວິທີການນຳສະເໜີແບບທ່ອງຈຳ ເພາະຈະເຮັດໃຫ້ການນຳສະເໜີຂາດຄວາມຕື່ນເຕັ້ນ ແລະ ບໍ່ໜ້າສົນໃຈ.
ການນຳສະເໜີແຜນທຸລະກິດມີວັດຖຸປະສົງເພື່ອການຂໍຮັບການສະໜັບສະໜູນ ໃນກໍລະນີທີ່ເປັນໂຄງການທຸລະກິດຂະໜາດໃຫຍ່ ຫຼື ມີການແຂ່ງຂັນການລົງທຶນສູງ ຊຶ່ງຜູ້ປະກອບການຄວນມີຄວາມຮູ້ເພື່ອນຳໄປປະຍຸກໃຊ້ ດັ່ງນີ້:
1.2.1.ລັກສະນະຂອງການນຳສະເໜີແຜນທຸລະກິດ.
ການນຳສະເໜີແຜນທຸລະກິດ ສາມາດແບ່ງໄດ້ເປັນ 2 ລັກສະນະຄື:
1.ການນຳສະເໜີແບບເປັນທາງການ (Formal Presentation)
ແມ່ນເປັນການນຳສະເໜີແຜນທຸລະກິດຕໍ່ໜ້າຄະນະກຳມະການຫຼື ຜູ້ຊົງລັກຊະນະພາຍໃນສະຖານທີ່ສະເພາະ ເຊັ່ນ: ຫ້ອງປະຊຸມ ຫ້ອງສຳມະນາ ມີວາລະການນຳສະເໜີມີຂໍ້ກຳນົດແລະ ວັດຖຸປະສົງທີ່ຊັດເຈນ.
2.ການນຳສະເໜີແບບບໍ່ເປັນທາງການ (Informal Presentation)
ແມ່ນເປັນການນຳສະເໜີແຜນທຸລະກິດໃນຮູບແບບການເວົ້າຄຸຍ ການສຳພາດ ການຊັກຖາມ ຫຼື ຕອບຂໍ້ສົງໃສ ລະຫວ່າງຜູ້ນຳສະເໜີແຜນກັບຜູ້ພິຈາລະນາແຜນຊຶ່ງໂດຍປົກກະຕິແລ້ວເປັນການນຳສະເໜີແຜນທຸລະກິດສຳລັບຜູ້ປະກອບການຂະໜາດນ້ອຍ.
1.2.2.ສ່ວນປະກອບການນຳສະເໜີແຜນທຸລະກິດ.
ແຜນທຸລະກິດ ຫຼື ບໍລິການທີ່ຜູ້ປະກອບການຈະຕ້ອງກຽມຕົວນຳສະເໜີ ຄວນມີສ່ວນປະກອບທີ່ສຳຄັນ 4 ປະການດັ່ງນີ້:
1.ເອກະສານແຜນທຸລະກິດ (Business Plan Document)
ແມ່ນເປັນສ່ວນປະກອບທີ່ສຳຄັນທີ່ສຸດ ເພາະເປັນຫຼັກຖານຂໍ້ມູນທີ່ປາກົດເປັນລາຍລັກອັກສອນ ແລະ ມີຜົນທາງກົດໝາຍ ດັ່ງນັ້ນຜູ້ປະກອບການຄວນຈັດເຮັດແຜນທຸລະກິດໃຫ້ຮຽບຮ້ອຍ ມີລາຍລະອຽດສຳຄັນ ຫຼື ຈຳເປັນໃຫ້ແລ້ວສຳເລັດກ່ອນທີ່ຈະໄປກໍ່ການນຳສະເໜີ.
2.ການນຳສະເໜີສື່ພາບ (Visual Presentation)
ປະຈຸບັນມີການໃຊ້ໂປແກມຄອມພິວເຕີສຳລັບປະກອບການນຳສະເໜີສື່ພາບໃນຮູບແບບຂອງພາບນິ່ງ (Side) ດ້ວຍໂປແກມ Power Point ກັນຢ່າງແພ່ຫຼາຍ ຊຶ່ງມີແນວທາງໃນການຈັດເຮັດດັ່ງນີ້ຄື:
- ບໍ່ຄັດລອກຂໍ້ມູນທັງໝົດຂອງແຜນທຸລະກິດມາຈັດເຮັດພາບນິ່ງໃນສື່ພາບ ເພາະຈະເຮັດໃຫ້ມີຈຳນວນ
ຫຼາຍ ແລະ ໃຊ້ເວລາດົນໃນການນຳສະເໜີ ເນື່ອງຈາກສາມາດອ່ານໄດ້ຈາກເອກະສານແຜນທຸລະກິດຢູ່ແລ້ວ.
- ຄວນໃຊ້ການສະຫລຸບສະເພາະປະເດັນເນື້ອຫາສຳຄັນ ໂດຍບໍ່ໃຊ້ວິທີການອ່ານຕາມພາບນິ່ງທີ່ຈັດເຮັດມາ.
- ໃນພາບນິ່ງ 1 ແຜ່ນຄວນມີເນື້ອຫາປະມານ 5-7 ບັນທັດໂດຍສະຫລຸບສະເພາະປະເດັນ (Topic) ສຳຄັນ ໆ.
- ໃຊ້ເວລານຳສະເໜີປະມານ 10-15 ນາທີ ແລະ ບໍ່ຄວນເກີນ 20 ນາທີ ເພຣາະຜູ້ພິຈາລະນາຈະມີຄວາມສົນໃຈໃນຊ່ວງເວລາດັ່ງກລ່າວເທົ່ານັ້ນ.
- ມີຈຳນວນພາບນິ່ງຫຼັກໃນການນຳສະເໜີປະມານ 10-15 ພາບ ແຕ່ອາດຈັດເຮັດເສີມໃນສ່ວນຂອງຂໍ້ມູນປະກອບຫຼື ຂໍ້ມູນສະໜັບສະໜູນກຽມໄວ້ໃນກໍລະນີຕອບຂໍ້ຊັກຖາມ.
- ພື້ນຫຼັງ (Background) ຂອງພາບນິ່ງ (Slide) ຖ້າເປັນສີເຂ້ມ ເຊັ່ນ: ນ້ຳເງີນ, ດຳ, ນ້ຳຕານ ໃຫ້ເລືອກໃຊ້ຕົວອັກສອນ (Text) ສີອ່ອນ ເຊັ່ນ: ຂາວ, ເຫຼືອງ, ຄີມ ແຕ່ຖ້າພື້ນຫຼັງພາບນິ່ງເປັນສີອ່ອນໃຫ້ໃຊ້ຕົວອັກສອນສີເຂ້ມ.
- ຂະໜາດຂອງຕົວອັກສອນ (Font) ຕ້ອງເຫັນໄດ້ຊັດເຈນໃນໄລຍະໄກພໍສົມຄວນ ຖ້າເປັນພາສາລາວອາດໃຊ້ຕົວອັກສອນຕະກຸນ Phetsarath OT ແລະແບ່ງຂະໜາດຕົວອັກສອນທີ່ເປັນຫົວເລື່ອງກັບເນື້ອຫາດັ່ງນີ້: ອັກສອນຫົວເລື່ອງ (Headline) ຄວນມີຂະໜາດຕົວອັກສອນ (Size) ຕັ້ງແຕ່ 40-48 pt. ອັກສອນເນື້ອຫາ (Context) ຄວນມີຂະໜາດຕົວອັກສອນ (Size) ຕັ້ງແຕ່ 28-36 pt.
- ໃຊ້ພາບຖ່າຍ ກາບຟິກ ແຜນທີ່ ຕາຕະລາງ ທີ່ກ່ຽວຂ້ອງຢ່າງເໝາະສົມ ປະກອບພາບນິ່ງ (Side) ໃນການນຳສະເໜີ ເພື່ອເພີ່ມຄວາມໜ້າສົນໃຈແລະ ຈະເປັນການຊ່ວຍອະທິບາຍໃຫ້ຜູ້ພິຈາລະນາເຂົ້າໃຈໃນລາຍລະອຽດ ຕ່າງໆ ຂອງທຸລະກິດໄດ້ດີຍິ່ງຂຶ້ນ ແຕ່ຕ້ອງບໍ່ມີລາຍລະອຽດຫຼາຍຈົນເກີນໄປໃນການແປຄວາມໝາຍ.
- ຫຼີກລ້ຽງການໃຊ້ພາບຈາກຄອມພິວເຕີ (Clip Art) ທີ່ບໍ່ກ່ຽວຂ້ອງກັບທຸລະກິດ ໂດຍສະເພາະປະເພດກາຕູນເຄື່ອນໄຫວ (Animation) ເນື່ອງຈາກຈະດຶງຄວາມສົນໃຈຂອງຜູ້ພິຈາລະນຳແຜນອອກໄປ.
3.ການບັນລະຍາຍປະກອບ (Verbal Presentation)
ແມ່ນເປັນການອະທິບາຍຫຼື ຊີ້ແຈງຂໍ້ມູນລາຍລະອຽດຕ່າງໆ ຂອງທຸລະກິດຈາກຂໍ້ມູນໃນເອກະສານ ຫຼື ພາບຈາກຄອມພິວເຕີ (Clip art) ທີ່ໃຊ້ໃນການນຳສະເໜີແຜນທຸລະກິດຄວນມີແນວທາງໃນການດຳເນີນການດັ່ງນີ້:
- ກຽມເນື້ອຫາ ຫຼື ໂຄງເລື່ອງໃນການນຳສະເໜີກ່ອນລ່ວງໜ້າ ໂດຍອາດຈັດເຮັດເປັນບົດ (Script)ຄວນມີການຊ້ອມການນຳສະເໜີກ່ອນລ່ວງໜ້າ ທັງລາຍລະອຽດໃນເອກະສານ ການເວົ້າ ການສະແດງພາບຈາກຄອມພິວເຕີ ແລະ ການອະທິບາຍຂໍ້ມູນສຳຄັນຕ່າງໆ ທີ່ສະໜັບສະໜູນ.
- ຢ່າໃຊ້ວິທີການອ່ານຈາກພາບນິ່ງ (Side) ເທິງຈໍຄອມພິວເຕີເປັນຕົວຫຼັກ ແຕ່ໃຫ້ໃຊ້ເປັນຕົວຊ່ວຍໃນການອະທິບາຍ ເພື່ອໃຫ້ຜູ້ພິຈາລະນາແຜນສາມາດຕິດຕາມເລື່ອງທີ່ເວົ້າອະທິບາຍໄດ້ເປັນລຳດັບ.
- ອະທິບາຍດ້ວຍນ້ຳສຽງທີ່ຊັດເຈນໃຫ້ເໝືອນເລົ່າເລື່ອງກ່ຽວກັບທຸລະກິດຂອງຕົນເອງ.
- ຄວບຄຸມເວລາໃນການນຳສະເໜີ.
4.ການຕອບຂໍ້ຊັກຖາມ (Answering from Questions)
ແມ່ນເປັນການອະທິບາຍຂໍ້ສົງໃສໃນສິ່ງທີ່ນຳສະເໜີໃຫ້ເຂົ້າໃຈຫຼາຍຂຶ້ນ ໂດຍຄຳຖາມທີ່ມີການໃຊ້ເລື້ອຍໆ ມີດັ່ງນີ້:
- ທຸລະກິດ ຫຼື ບໍລິການປະເພດນີ້ມີຂໍ້ດີ ແລະ ຂໍ້ເສຍແນວໃດ
- ແນ່ໃຈໄດ້ແນວໃດວ່າສິນຄ້າ ຫຼື ບໍລິການຈາກທຸລະກິດເປັນທີ່ຕ້ອງການຂອງຕະຫຼາດ
- ສາມາດຈັດຕັ້ງໄດ້ໃນວົງເງິນລົງທຶນທີ່ກຳນົດ ຫຼື ບໍ່
- ສະພາວະຕະຫຼາດ ຫຼື ອຸດສາຫະກຳຂອງທຸລະກິດເປັນແນວໃດ ແລະ ມີຜົນກະທົບຕໍ່ທຸລະກິດແນວໃດ
- ລາຍລະອຽດຂອງທຸລະກິດ ຫຼື ບໍລິການຂອງຄູ່ແຂ່ງຂັນເປັນແນວໃດ