ກົດໝາຍ ສວຍສາອາກອນ
ແມ່ນກຳນົດຫຼັກການ, ລະບຽບການ, ວິທີການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ກວດກາວຽກງານສ່ວຍສາອາກອນ ເພື່ອດັດສະເລັ່ຍລາຍໄດ້ຂອງຜູ້ດຳເນີນການຜະລິດທຸລະກິດ, ສັງຄົມ ແລະ ພົນລະເມືອງທຸກຄົນຢ່າງຍຸຕິທາໍ, ຊຸກຍູ້ສົ່ງເສີມການຜະລິດທຸລະກິດ ໃຫ້ມີການຂະຫຍາຍຕົວຢ່າງແຂງແຮງ ແນ່ໃສ່ຮັບປະກັນການເກັບພັນທະອາກອນ ເຂົ້າງົບປະມານແຫ່ງລັດ ໃຫ້ຖືກຕ້ອງ, ຄົບຖ້ວນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງຊາດ.
1.1.ນິຍາມ ສ່ວຍສາອາກອນ.
ແມ່ນ ພັນທະເປັນເງິນຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີລາຍໄດ້ຫຼື ລາຍຮັບຈາກການດໍາເນີນທຸລະກິດ, ການຊົມໃຊ້ສິນຄ້າ ຫຼື ການບໍລິການ, ນໍາໃຊ້ທີ່ດິນ ແລະ ຊັບສິນ ແລະ ການເຄື່ອນໄຫວອື່ນຢູ່ ສປປ ລາວ ແລະ ຕ່າງປະເທດ ຊຶ່ງຕ້ອງເສຍຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
1.2.ລະບຽບການລວມ ກ່ຽວກັບ ເງື່ອນໄຂການຈັດຕັ້ງປະຕິບັດກົດໝາຍ ສ່ວຍສາອາກອນ.
1.ກົດໝາຍການບັນຊີວິສະຫະກິດສະບັບປັບປຸງ ເລກທີ 01/ສພຊ, ສະບັບລົງວັນທີ 2 ກໍລະກົດ 2007
2.ກົດໝາຍວ່າດ້ວຍ ວິສາຫະກິດ ສະບັບປັບປຸງ ເລກທີ 024/ສພຊ, ລົງວັນທີ 26 ທັນວາ 2013
3.ກົດໝາຍວ່າດ້ວຍການສົ່ງເສີມ ແລະ ການຄຸ້ມຄອງການລົງທຶນຕ່າງປະເທດ.
4.ກົດໝາຍວ່າດ້ວຍທະນາຄານແຫ່ງ ສປປລາວ ແລະ ທະນາຄານທຸລະກິດ.
5.ກົດໝາຍແຮງງານ, ດຳລັດວ່າດ້ວຍ ລະບອບປະກັນສັງຄົມພາກວິສາຫະກິດ ແລະ ດໍາລັດວ່າດ້ວຍລະບອບປະກັນສັງຄົມພາກລັດ ເລກທີ 70/ນຍ, ລົງວັນທີ 20 ເມສາ 2006
6.ອີງຕາມກົດໝາຍວ່າດ້ວຍການສ່ວຍສາອາກອນ ສະບັບປັບປຸງ ເລກທີ 21/ສພຊ, ລົງວັນທີ 20 ທັນວາ 2011
7.ອີງຕາມກົດໝາຍວ່າດ້ວຍການສ່ວຍສາອາກອນ ມູນຄ່າເພີ່ມ ເລກທີ 04/ສພຊ, ລົງວັນທີ 26 ທັນວາ 2006 ແລະ ສະບັບປັບປຸງ ເລກທີ 35 ສພຊ, ລົງວັນທີ 13 ທັນວາ 2013
8.ລັດຖະບັນຍັດ ຂອງປະທານປະເທດວ່າດ້ວຍຄ່າທຳນຽມຕ່າງໆ ສະບັບເລກທີ 03/ປປທ, ລົງວັນທີ 19 ພະຈິກ 2008
9.ອີງຕາມລະບຽບການຂຶ້ນທະບຽນອາກອນສະບັບເລກທີ 2349/ກງ, ລົງວັນທີ 30 ທັນວາ 2003
10.ກົດໝາຍ ແລະ ລະບຽບການອື່ນໆທີ່ມີສ່ວນພົວພັນ.
1.3.ຂອບເຂດການປະຕິບັດການສວຍສາອາກອນ
ກົດໝາຍສ່ວຍສາອາກອນນໍາໃຊ້ຕໍ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງລວມທັງຊາວຕ່າງປະເທດ, ທີ່ດຳເນີນທຸລະກິດ ຫຼື ທຳມາຫາກິນຖາວອນ ຫຼື ຊົ່ວຄາວ ຢູ່ ສປປ ລາວ ກໍຄືຜູ້ທີ່ມີພູມລຳເນົາ ຫຼື ສະຖານທີ່ດຳເນີນທຸລະກິດຢູ່ລາວໄປເຄື່ອນໄຫວຢູ່ຕ່າງປະເທດທີ່ມີລາຍໄດ້.
1.4.ການເຄື່ອນໄຫວດໍາເນີນທຸລະກິດ
ກ່ອນຈະເຄື່ອນໄຫວທຸລະກິດໃນບັນດາຂະແໜງວິຊາຊີບຕ່າງ ທຸກຫົວໜ່ວຍທຸລະກິດ ການຜະລິດ, ການຄ້າແລະ ການບໍລິການ (ບຸກຄົນ ແລະ ນິຕິບຸກຄົນ) ຊຶ່ງເປັນຄົນລາວ, ຊາວຕ່າງດ້າວ, ຊາວຕ່າງປະເທດ, ຕົວແທນຂອງບໍລິສັດຕ່າງປະເທດ ເມື່ອໄດ້ຮັບອະນຸຍາດຈາກຂະແໜງການກ່ຽວຂ້ອງແລ້ວຕ້ອງຂຶ້ນທະບຽນອາກອນ, ເສຍຄ່າທຳນຽມນຳຂະແໜ່ງການສວຍສາອາກອນໃນຂັ້ນທີ່ມີສິດຄຸ້ມຄອງ ແລະ ເສຍອາກອນຕ່າງໆ ໃຫ້ງົບປະມານຕາມລະບຽບຫຼັກການ.
1.5.ສະໝຸດບັນຊີ ແລະ ເອກະສານຢັ້ງຢືນການຖືບັນຊີ
ທຸກຫົວໜ່ວຍທຸລະກິການພະລິດ, ການຄ້າ ແລະ ການບໍລິການ ຕ້ອງຖືສະໝຸດບັນຊີ ຕາມກົດໝາຍບັນຊີທີ່ໄດ້ປະກາດໃຊ້, ສະໝຸດບັນຊີຕ້ອງໄດ້ຮັບການຢັ້ງຢືນ ແລະ ປະທັບກາຈາກການສວຍສາອາກອນໃນຂັ້ນທີ່ມີສິດຄຸ້ມຄອງເສຍກ່ອນຈຶ່ງນຳໃຊ້ໄດ້. ພ້ອມກັນນີ້ໃນເວລາຂາຍສິນຄ້າເຄື່ອງຂອງ ຫຼື ໃຫ້ການບໍລິການ ຕ້ອງອອກໃບບິນໃຫ້ແກ່ຜູ້ຊື້ ຫຼື ຜູ້ຮັບບໍລິການທຸກໆ ຄັ້ງເພື່ອເປັນເອກະສານການຈົດກ່າຍບັນຊີ, ແຈ້ງເສຍອາກອນ ແລະ ການເຄື່ອນຍ້າຍສິນຄ້າຈາກຈຸດໜຶ່ງໄປຫາອີກຈຸດໜຶ່ງໃນຂອບເຂດທົ່ວປະເທດຂອງຜູ້ຊື້ ແລະ ຜູ້ຮັບບໍລິການໃບບິນຕ້ອງປະກອບດ້ວຍເນື້ອໃນຄົບຖ້ວນຕາມທີ່ຂະແໜງສ່ວຍສາອາກອນທີ່ໄດ້ແນະນຳ ແລະ ກ່ອນຈະມີການນຳໃຊ້ໃບບິນນັ້ນຕ້ອງໄດ້ຮັບການກວດກາດ ຢັ້ງຢືນ ແລະ ປະທັບກາຈາກຂະແໜງການສ່ວຍສາອາກອນບ່ອນທີ່ຕົນໄດ້ຂຶ້ນທະບຽນ.
ການແຈ້ງເສຍອາກອນ ແມ່ນຜູ້ດຳເນີນທຸລະກິດ ແລະ ຜູ້ມີລາຍໄດ້ທຸກຄົນຕ້ອງໄດ້ແຈ້ງເສຍອາກອນທຸກປະເພດຢູ່ນໍາຂະແໜງສ່ວຍສາອາກອນບ່ອນທີ່ຕົນໄດ້ຂຶ້ນທະບຽນອາກອນ ຫຼື ບ່ອນທີ່ຕົນມີລາຍໄດ້ຕາມກຳນົດເວລາທີ່ບົ່ງໄວ້ໃນກົດໝາຍສ່ວຍສາອາກອນ.
ການເຄື່ອນຍ້າຍວັດຖຸ ຫຼື ສິນຄ້າ ແມ່ນຜູ້ດຳເນີນທຸລະກິດ ທີ່ຈະເຄື່ອນຍ້າຍສິນຄ້າເຄື່ອງຈາກຈຸດໜຶ່ງໄປຫາອີກຈຸດໜຶ່ງ ໃນຂອບເຂດທົ່ວປະເທດນັ້ນຈະຕ້ອງປະກອບເອກະສານອັນຈໍາເປັນໃຫ້ຄົບຊຸດເຊັ່ນ: ໃບອະນຸຍາດລົງທຶນ,ໃບທະບຽນວິສາຫະກິດ ຫຼື ໃບອະນຸຍາດດໍາເນີນທຸລະກິດ,ໃບທະບຽນອາກອນ,ໃບຊື້ສິນຄ້າເຄື່ອງຂອງ ເພື່ອຂໍເອກະສານເຄື່ອນຍ້າຍສິນຄ້າຈາກເຈົ້າໝ້າທີ່ກ່ຽວຂ້ອງ, ເມື່ອສິນຄ້າໄປຮອດຈຸດໝາຍປາຍທາງແລ້ວຜູ້ກ່ຽວຕ້ອງນຳສິນຄ້າ ແລະ ເອກະສານດັ່ງກ່າວນັ້ນໄປແຈ້ງເຈົ້າໜ້າທີ່ກ່ຽວຂ້ອງເພື່ອກວດກາ, ຄິດໄລ່ ແລະ ພ້ອມເກັບອາກອນລາຍໄດ້ໃຫ້ຄົບຖ້ວນທັງນີ້ກໍ່ເພື່ອເຮັດໃຫ້ເຈົ້າໝ້ທີ່ກ່ຽວຂ້ອງ ສາມາດກວດກາ, ຕິດຕາມ ແລະ ຄຸ້ມຄອງເກັບລາຍຮັບເຂົ້າງົບປະມານແຫ່ງລັດໃຫ້ຄົບຖ້ວນ ແລະ ຖືກຕ້ອງກັບການເຄື່ອນໄຫວຕົວຈິງຂອງຜູ້ດຳເນີນທຸລະກິດ.
1.6.ປະເພດອາກອນ ແລະ ໄລຍະເວລາແຈ້ງເສຍ.
ຜູ້ດຳເນີນທຸລະກິດໂດຍບໍ່ຈຳແນກບຸກຄົນ ແລະ ນິຕິບຸກຄົນ ( ບໍລິສັດ, ໂຮງງານ ແລະ ວິສາກິດສ່ວນບຸກຄົນ ) ທີ່ຖືກເສຍອາກອນຕາມລະບຽບເກັບລາຍຮັບຕົວຈິງ ໝາຍຄວາມວ່າໄດ້ຖືບັນຊີຕາມກົດໝາຍບັນຊີວິສະຫະກິດຕ້ອງໄດ້ແຈ້ງເສຍອາກອນປະເພດຕ່າງໆຕາມກຳນົດທີ່ບົ່ງໄວ້ໃນກົດໝາຍສວຍສາອາກອນ:
- ອາກອນມູນຄ່າເພີ່ມ ( ແຈ້ງເສຍເປັນແຕ່ລະເດືອນ )
- ອາກອນຊົມໃຊ້ ( ແຈ້ງເສຍເປັນແຕ່ລະເດືອນ ), ໃນກໍລະນີວິສາຫະກິດຫາກໄດ້ເສຍອາກອນຊົມໃຊ້.
- ອາກອນລາຍໄດ້ຈາກເງິນເດືອນ ( ແຈ້ງເສຍເປັນແຕ່ລະເດືອນ )
- ອາກອນກໍາໄລ ( ແຈ້ງເສຍເປັນແຕ່ລະງວດ )
- ອາກອນລາຍໄດ້ຈາກເງິນປັນຜົນ ( ກໍລະນີເງິນມີການປັນຜົນກຳໄລ ).
1.7.ຜູ້ທີ່ບໍ່ໄດ້ດຳເນີນທຸລະກິດ.
ຜູ້ບໍ່ໄດ້ດຳເນີນທຸລະກິດເປັນຕົ້ນແມ່ນ: ນັກຮຽນ, ນັກສຶກສາ, ລັດຖະກອນ, ນັກການທູດ, ນັກທ່ອງທ່ຽວພາຍຫຼັງການສຶກສາ, ຝຶກອົບຮົມ , ສິ້ນສຸດໜ້າທີ່ວຽກງານ ແລະ ການທ່ອງທ່ຽວຢູ່ຕ່າງປະເທດແລ້ວ ໄດ້ນໍວັດຖຸເຄື່ອງຂອງເຂົ້າມານັ້ນເມື່ອຜູ້ກ່ຽວໄດ້ຮັບການຍົກເວັ້ນພາສີຂາເຂົ້າຕາມກົດໝາຍພາສີແລ້ວກໍ່ຈະໄດ້ຮັບອາກອນຍົກເວັ້ນອາກອນທຸກປະເພດເຊັ່ນດຽວກັນ, ຖ້າວ່າພວກດັ່ງກ່າວ ຫາກໄດ້ເສຍພາສີຂາເຂົ້າກໍ່ຕ້ອງໄດ້ເສຍອາກອນທຸກປະເພດ ຕາມກົດໝາຍ.
ເປັນຫຍັງ ຈຶ່ງມີການຄິດໄລ່ອາກອນກຳໄລໃນເວລານໍາເຂົ້າສິນຄ້າເຄື່ອງຂອງຢູ່ດ້ານພາສີຂາເຂົ້າສຳລັບຜູ້ບໍ່ໄດ້ດຳເນີນທຸລະກິດ ? ຜູ້ທີ່ບໍ່ອານຸຍາດໃຫ້ດໍາເນີນທຸລະກິດ ຂາອອກ - ຂາເຂົ້າ ບໍ່ມີສິດນຳເຂົ້າສິນຄ້າເຄື່ອງຂອງມາຈາກຕ່າງປະເທດເພື່ອເອົາມາຂາຍຕໍ່ ນອກຈາຜູ້ດຳເນີນທຸລະກິດການຜະລິດທີ່ນໍາເຂົ້າວັດຖຸເພື່ອດຳເນີນການຜະລິດ. ສະນັ້ນ,ເມື່ອນຳເຂົ້າຕົ້ນເອງຕ້ອງໄດ້ເສຍ ພາສີ-ອາກອນ ໃຫ້ຄົບຖ້ວນຄືກັນກັບຜູ້ດຳເນີນທຸກິດ ( ເຖິງແມ່ນວ່າການນຳເຂົ້ານັ້ນບໍ່ມີຈຸດປະສົງເພື່ອນຳເອົາມາຂາຍກໍ່ຕາມ ) ທັງນີ້ກໍ່ເພື່ອປ້ອງກັນບໍ່ໃຫ້ມີການຂາຍສິນຄ້າເຄື່ອງຂອງທີ່ບໍ່ຖືກຕ້ອງຕາມລະບຽບຫລັກການ. ອີກດ້ານໜຶ່ງກໍ່ເພື່ອເປັນການສົ່ງເສີມ ແລະ ປົກປ້ອງຜູ້ທີ່ດຳເນີນທຸລະກິດທີ່ມີໃບອະນຸຍາດຢ່າງຖືກຕ້ອງ, ຖືບັນຊີຄົບຖ້ວນ, ໃນເວລານຳເຂົ້າ ແລະ ສົ່ງອອກກໍ່ເສຍພາສີ ແລະ ອາກອນ ທຸກຢ່າງນັ້ນສາມາດເຄື່ອນໄຫວທຸລະກິດຕົນດ້ວຍຄວາມສະດວກ.
ການຄິດໄລ່ອາກອນລ່ວງໝ້າສຳລັບຜູ້ບໍ່ດຳເນີນທຸລະກິດ ຢູ່ດ້ານຂາເຂົ້ານີ້ກໍ່ເພື່ອໃຫ້ໝົດທຸກຄົນໄດ້ປະກອບສ່ວນໃຫ້ລັດນັ້ນເອງ ເພາະວ່າ: ໃນຕົວຈິງແລ້ວການເສຍພາສີ-ອາກອນ ທຸກປະເທດນີ້ແມ່ນຜູ້ຊົມໃຊ້ສິນຄ້າເຄື່ອງຂອງ ຫຼື ຜູ້ຮັບບໍລິການເປັນຜູ້ຈ່າຍໃຫ້ລັດ (ໂດຍຜ່ານຜູ້ດຳເນີນທຸລະກິດ) ໝາຍຄວາມວ່າ: ຜູ້ດຳເນີນທຸລະກິດເປັນຜູ້ເສຍພາສີ ແລະ ອາກອນ ລ່ວງໜ້າໃນເວລານຳເຂົ້າ, ມູນຄ່າພາສີ ແລະ ອາກອນ ບາງປະເພດຈະໄດ້ບວກເຂົ້າລາຄາສິນຄ້າເຄື່ອງຂອງກາຍເປັນຕົ້ນທຶນເມື່ອເວລາຈະຂາຍສິນຄ້າເຄື່ອງຂອງດັ່ງກ່າວ ແລະ ໄດ້ບວກອັດຕາສ່ວນກຳໄລເຂົ້ານໍາຕື່ມອີກຈຶ່ງເປັນລາຄາຂາຍຕົວຈິງໃນສັງຄົມ, ເມື່ອຜູ້ຊົມໃຊ້ໃນສັງຄົມໄດ້ຊື້ສິນຄ້າເຄື່ອງຂອງດັ່ງກ່າວນໍຳຜູ້ດໍາເນີນທຸລະກິດກໍ່ໄດ້ປະກອບສ່ວນເສຍພາສີ ແລະ ອາກອນໃຫ້ລັດໂດຍບໍ່ຮູ້ສຶກຕົວເພາະມັນໄດ້ນອນຢູ່ໃນລາຄາສິນຄ້າຢູ່ແລ້ວ.
ສະນັ້ນ, ໃນເວລານຳເຂົ້າ ຜູ້ນຳເຂົ້າກໍ່ຕ້ອງເສຍພາສີ ແລະ ອາກອນໃຫ້ຄົບຖ້ວນຄືກັນກັບການຊື້ສິນຄ້າພາຍໃນປະເທດເຊັ່ນດຽວກັນ ໂດຍບໍ່ຈຳແນກວ່າສິນຄ້າເຄື່ອງຂອງນັ້ນແມ່ນຊະນິດໃດມີມູນຄ່າສູງ ຫຼື ຕ່ຳ ນອກຈາກຈະໄດ້ຮັບນະໂຍບາຍຈາກຂັ້ນເທິງທີ່ມີສິດອຳນາດ.
1.8.ສິດ ແລະ ພັນທະຂອງຜູ້ເສຍອາກອນ.
1.ຜູ້ເສັຍອາກອນ ມີສິດດັ່ງນີ້:
- ໄດ້ຮັບການສະໜອງຂໍ້ມູນ, ຂ່າວສານ, ຊີ້ແຈງ, ອະທິບາຍ ແລະ ໃຫ້ການແນະນໍາກ່ຽວກັບນະໂຍບາຍ, ລະບຽບການເສັຍອາກອນ ລວມທັງການກ ຳນົດພັນທະທາງດ້ານອາກອນຂອງຜູ້ເສັຍອາກອນ.
- ໄດ້ຮັບການຮັກສາຄວາມລັບ ກ່ຽວກັບຂໍ້ມູນຂອງຜູ້ເສັຍອາກອນ.
- ໄດ້ຮັບນະໂຍບາຍຫຼຸດຜ່ອນ, ຍົກເວັ້ນອາກອນຕາມລະບຽບກົດໝາຍ.
- ໄດ້ຮັບເງິນອາກອນທີ່ມອບເກີນຄືນ ຕາມລະບຽບກົດໝາຍ.
- ສະເໜີ, ຮ້ອງທຸກ, ຮ້ອງຟ້ອງ ກ່ຽວກັບການກະທຳຂອງເຈົ້າໜ້າທີ່, ພະນັກງານສ່ວຍສາອາກອນ ຫຼື ການຈັດຕັ້ງທີ່ບໍ່ຖືກຕ້ອງ ແລະ ບໍ່ສອດຄ່ອງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ.
2.ຜູ້ເສັຍອາກອນ ມີພັນທະດັ່ງນີ້:
- ຄິດໄລ່, ແຈ້ງ ແລະ ເສັຍອາກອນ ໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ຖືກຕາມກຳນົດເວລາ.
- ຮັບຜິດຊອບຕໍ່ການແຈ້ງ, ການຄິດໄລ່, ການຂໍຫັກ, ການຂໍຫຼຸດຜ່ອນ ແລະ ການຂໍຍົກເວັ້ນອາກອນ ໃຫ້ຊັດເຈນ, ຖືກຕ້ອງຕາມຄວາມເປັນຈິງ.
- ສະຫຼຸບ ແລະ ສ້າງແຜນການມອບພັນທະໃນປີ.
- ລາຍງານບັນຊີເງິນຝາກຂອງຕົນຢູ່ທະນາຄານ, ຄັງເງິນ ແລະ ສະຖາບັນການເງິນ ອື່ນໃຫ້ແກ່ຂະແໜງການສ່ວຍສາອາກອນ.
- ຖືບັນຊີ ແລະ ນຳໃຊ້ໃບເກັບເງິນ ຕາມລະບຽບກົດໝາຍ.
- ສະໜອງເອກະສານບັນຊີ, ໃບເກັບເງິນ, ໃບຢັ້ງຢືນຖານະການເງິນ ແລະ ເອກະສານອື່ນ ທີ່ພົວພັນກັບການຄິດໄລ່ ແລະ ການກວດກາບັນຊີ ໃຫ້ຂະແໜງການສ່ວຍສາອາກອນ ຕາມລະບຽບການ.
- ປະຕິບັດ ຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ ແລະ ແຈ້ງການ ຂອງເຈົ້າໜ້າທີ່ສ່ວຍສາອາກອນໃນການມອບອາກອນຄ້າງມອບ ແລະ ຄ່າປັບໃໝ, ຖ້າຫາກຍັງບໍ່ເອົາໃຈໃສ່ແລະ ບໍ່ໃຫ້ຄວາມຮ່ວມມື ຕ້ອງໄດ້ຍິນຍອມໃຫ້ຍຶດ ຫຼື ອາຍັດຊັບທີ່ຕົນມີ ຊຶ່ງເທົ່າກັບມູນຄ່າອາກອນ ທີ່ຄ້າງມອບ.
- ຮັກສາ ແລະ ເກັບມ້ຽນເອກະສານການບັນຊີ ຕາມລະບຽບກົດໝາຍ.
- ປະຕິບັດພັນທະອື່ນ ຕາມລະບຽບກົດໝາຍ.
1.9.ການປັບໃໝ່.
ຜູ້ເສຍອາກອນ ທີ່ລະເມີດລະບຽບ ການແຈ້ງ ແລະ ການມອບ ອາກອນ ຕາມທີ່ໄດ້ກຳນົດໄວ້ ໃນກົດໝາຍສະບັບນີ້ຈະຖືກປັບໃໝ ຕາມກໍລະນີ ດັ່ງນີ້:
1.ການຍື່ນໃບແຈ້ງ ແລະ ມອບອາກອນຊັກຊ້າ ຈະຖືກປັບໃໝ ສູນຈຸດໜຶ່ງສ່ວນຮ້ອຍ (0.1%) ຂອງຈຳນວນເງິນທີ່ຕ້ອງເສຍຕໍ່ວັນ ເງິນຄ່າປັບໃໝ ແມ່ນບໍ່ໃຫ້ເກີນຈຳນວນເງິນ ອາກອນທີ່ຕ້ອງມອບ.
2.ການແຈ້ງລາຍຮັບບໍ່ຖືກຕ້ອງ, ການເສຍອາກອນບໍ່ຄົບຖ້ວນ, ການຂາຍສິນຄ້າ, ການໃຫ້ ການບໍລິການ ໂດຍບໍ່ອອກໃບເກັບເງິນ ຫຼື ອອກໃບເກັບເງິນບໍ່ຖືກຕ້ອງຈະຖືກປັບໃໝ ດັ່ງນີ້:
· ລະເມີດຄັ້ງທີໜຶ່ງ:
- ຄິດໄລ່ການເສຍອາກອນຄືນໃຫ້ຄົບຖ້ວນ.
- ຄິດໄລ່ຄ່າປັບໃໝ ຊາວສ່ວນຮ້ອຍ (20%) ຂອງຈຳນວນອາກອນທີ່ຄິດໄລ່ ໃຫ້ເສຍຄືນ.
- ປັບໃໝຕາມລະບຽບການບັນຊີ ແລະ ລະບຽບການອື່ນ ທີ່ກ່ຽວຂ້ອງ.
· ລະເມີດຄັ້ງທີສອງ:
- ຄິດໄລ່ການເສຍອາກອນຄືນ ໃຫ້ຄົບຖ້ວນ.
- ຄິດໄລ່ຄ່າປັບໃໝ ສີ່ສິບສ່ວນຮ້ອຍ (40%) ຂອງຈຳນວນອາກອນທີ່ຄິດໄລ່ ໃຫ້ເສຍຄືນ.
- ປັບໃໝຕາມລະບຽບການບັນຊີ ແລະ ລະບຽບການອື່ນ ທີ່ກ່ຽວຂ້ອງ.
· ລະເມີດຄັ້ງທີສາມ:
- ຄິດໄລ່ການເສຍອາກອນຄືນໃຫ້ຄົບຖ້ວນ.
- ຄິດໄລ່ຄ່າປັບໃໝ ຫົກສິບສ່ວນຮ້ອຍ (60%) ຂອງຈໍານວນອາກອນທີ່ຄິດໄລ່ ໃຫ້ເສຍຄືນ.
- ປັບໃໝຕາມລະບຽບການບັນຊີ ແລະ ລະບຽບການອື່ນ ທີ່ກ່ຽວຂ້ອງ.
- ໃຫ້ຢຸດເຊົາກິດຈະການ ແລະ ແຈ້ງອອກທັງສື່ມວນຊົນ.
- ດຳເນີນຄະດີຕາມກົດໝາຍຕາມແຕ່ລະກໍລະນີ.
3.ການບໍ່ຖືບັນຊີ, ບໍ່ແຈ້ງລາຍຮັບ, ບໍ່ແຈ້ງເສັຍອາກອນ, ບໍ່ຍອມໃຫ້ເຈົ້າໜ້າທີ່ກວດກາ, ບໍ່ສະເໜີເອກະສານການບັນຊີປະຈຳປີ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້ ຫຼື ບໍ່ໃຫ້ຄຳຕອບຕາມກຳນົດເວລາ ຕໍ່ເຈົ້າໜ້າທີ່ສ່ວຍສາອາກອນ ທີ່ສະເໜີໃຫ້ສະແດງ ຫຼັກຖານ, ຄໍາອະທິບາຍ, ຂໍ້ມູນ, ຂ່າວສານຕ່າງໆ ກ່ຽວກັບການຄິດໄລ່ອາກອນ ຈະຖືກປັບໃໝ ດັ່ງນີ້:
· ລະເມີດຄັ້ງທີໜຶ່ງ:
- ເສຍອາກອນກໍາໄລແບບບັງຄັບ ຕາມທີ່ໄດ້ກັນນົດໄວ້ໃນ ມາດຕາ 32 ຂອງກົດໝາຍສະບັບນີ້.
- ເສຍອາກອນເພີ່ມ ສາມສິບສ່ວນຮ້ອຍ ( 30% ) ຂອງຈຳນວນອາກອນທີ່ຄິດໄລ່ ໃຫ້ເສຍຄືນ.
- ປັບໃໝຕາມລະບຽບການບັນຊີ ແລະ ລະບຽບການອື່ນ ທີ່ກ່ຽວຂ້ອງ.
· ລະເມີດຄັ້ງທີ່ສອງ:
- ເສັຍອາກອນກຳໄລແບບບັງຄັບ ຕາມທີ່ໄດ້ກັນນົດໄວ້ໃນ ມາດຕາ 32 ຂອງກົດໝາຍສະບັບນີ້.
- ເສັຍອາກອນເພີ່ມ ຫົກສິບສ່ວນຮ້ອຍ ( 60% ) ຂອງຈຳນວນອາກອນທີ່ຄິດໄລ່ ໃຫ້ເສັຍຄືນ.
- ປັບໃໝຕາມລະບຽບການບັນຊີ ແລະ ລະບຽບການອື່ນ ທີ່ກ່ຽວຂ້ອງ.
· ລະເມີດຄັ້ງທີສາມ:
- ເສັຍອາກອນກໍາໄລແບບບັງຄັບ ຕາມທີ່ໄດ້ກັນນົດໄວ້ໃນ ມາດຕາ 32 ຂອງກົດໝາຍສະບັບນີ້.
- ເສັຍອາກອນເພີ່ມ ຮ້ອຍສ່ວນຮ້ອຍ ( 100% ) ຂອງຈຳນວນອາກອນທີ່ຄິດໄລ່ ໃຫ້ເສັຍຄືນ.
- ໃຫ້ຢຸດເຊົາກິດຈະການ ແລະ ແຈ້ງການອອກທາງສື່ມວນຊົນ.
- ດໍາເນີນຄະດີ ຕາມກົດໝາຍ ຕາມແຕ່ລະກໍລະນີ.
4.ໜີ້ອາກອນຄ້າງມອບ ພາຍຫຼັງທີ່ໄດ້ຮັບໃບສັ່ງມອບອາກອນແລ້ວ ຈະຖືກປັບໃໝ ສາມສ່ວນຮ້ອຍ 3% ຂອງຈຳນວນອາກອນທີ່ຕ້ອງເສຍ ຕໍ່ການເລັ່ງທວງຄັ້ງທີ່ໜຶ່ງ ນັບແຕ່ມື້ທໍາອິດທີ່ກາຍກຳນົດ ສິບຫ້າວັນ ຕາມໃບສັ່ງມອບໃຫ້ເສຍອາກອນ ຫົກສ່ວນຮ້ອຍ 6% ຕໍ່ການເລັ່ງທວງຄັ້ງທີ່ສອງ ແລະ ສິບສ່ວນຮ້ອຍ 10% ຕໍ່ການເລັ່ງທວງຄັ້ງທີ່ສາມ.ສໍາລັບການເລັ່ງທວງແຕ່ລະຄັ້ງນັ້ນ ຕ້ອງໃຫ້ກໍານົດເວລາມອບອາກອນ ພາຍໃນ ສິບຫ້າວັນ ນັບແຕ່ວັນ ທີ່ຜູ້ເສຍອາກອນໄດ້ຮັບໃບເລັ່ງທວງເປັນຕົ້ນໄປ.
1.10.ລະບົບສ່ວຍສາອາກອນແຫ່ງ ສປປ ລາວ.
ລະບົບສ່ວຍສາອາກອນແຫ່ງ ສປປ ລາວ ປະກອບດ້ວຍ 2 ລະບົບຄື: ສ່ວຍສາອາກອນທາງອ້ອມ ແລະ ສ່ວຍສາອາກອນທາງກົງ.
1.10.1.ສວຍສາອາກອນທາງອ້ອມ
ແມ່ນອາກອນທີ່ເກັບຈາກຜູ້ຊົມໃຊ້ສິນຄ້າເຄື່ອງຂອງ ຫຼື ການບໍລິການມອບເຂົ້າງົບປະມານໂດຍຜ່ານຜູ້ດຳເນີນທຸລະກິດ ຊຶ່ງປະກອບດ້ວຍ:
- ອາກອນ ຊົມໃຊ້ ສິນຄ້າເຄື່ອງຂອງບາງປະເພດ ( ອກຊ )
- ອາກອນ ມູນຄ່າເພີ່ມ ( ອມພ )
1.10.2.ສ່ວຍສາອາກອນທາງກົງ
ແມ່ນ ອາກອນທີ່ເກັບຈາກພົນລະເມືອງທຸກຄົນ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຊຶ່ງມີລາຍໄດ້ ຫຼື ດຳເນີນການຜະລິດທຸລະກິດຢູ່ພາຍໃນ ແລະ ຕ່າງປະເທດ. ຫຼື ເກັບໂດຍກົງຈາກຜູ້ມີກຳໄລ ຫຼື ລາຍໄດ້ຈາກ:
- ການດໍາເນີນທຸລະກິດ ( ການຜະລິດ, ການຄ້າ ແລະ ການບໍລິການ )
- ຈາກການປະກອບອາຊີບອິດສະຫລະ ແລະ ປະກອບດ້ວຍ:
· ອາກອນກໍາໄລ (ອກລ)
· ອາກອນລາຍໄດ້ (ອລດ) ຄື:
1. ລາຍໄດ້ຈາກເງິນເດືອນ
2. ລາຍໄດ້ຈາກຄ່າເຊົ່າທີ່ດິນ
3. ເຮືອນ ຫຼື ຊັບຄົງທີ່ອື່ນໆ (ອະສັງຫາຣິມະຊັບ)
4. ລາຍໄດ້ຈາກເງິນປັນຜົນກຳໄລ
5. ດອກເບັ້ຍເງິນໃຫ້ກູ້ຢືມ
6. ຄ່າທຳນຽມຄ້ຳປະກັນ
7. ລາຍໄດ້ຈາກລິຂະສິດ ຫລື ສິດຢ່າງອື່ນ.
- ອາກອນສິ່ງແວດລ້ອມ
- ຄ່າທຳນຽມ ແລະ ຄ່າບໍລິຫານວິຊາການ
1.11.ນິຍາມ ອາກອນຊົມໃຊ້ ແລະ ສິນຄ້າເຄື່ອງຂອງ ແລະ ກິດຈະການທີ່ຖືກເສຍອາກອນຊົມໃຊ້.
1.11.1.ອາກອນຊົມໃຊ້
ແມ່ນອາກອນທາງອ້ອມ ທີ່ເກັບຈາກສິນຄ້າເຄື່ອງຂອງ ແລະ ການບໍລິການບາງປະເພດ,ອາກອນຊົມໃຊ້ ແມ່ນອາກອນທີ່ເກັບຕາມບໍລິມາດ ຫຼື ຕາມລາຄາຂອງສິນຄ້າ ສຳຫລັບສິນຄ້າເຄື່ອງຂອງບາງປະເພດທີ່ນໍາເຂົ້າ ຫຼື ບາງຜະລິດຕະພັນທີ່ຜະລິດ ແລະ ເກັບຕາມລາຄາຕົ້ນທຶນຂອງການບໍລິການບາງປະເພດຢູ່ພາຍໃນປະເທດ ເປັນອາກອນທີ່ມີລັກສະນະເປັນລາຍຈ່າຍ ຜູ້ປະກອບການສາມາດບວກເຂົ້າເປັນຕົ້ນທຶນຂອງສິນຄ້າ ແລະ ເປັນອາກອນ ທີ່ບໍ່ມີເງື່ອນໄຂຂໍຫັກຄືນ.
1.11.2.ສິນຄ້າເຄື່ອງຂອງ ແລະ ກິດຈະການທີ່ຖືກເສຍອາກອນຊົມໃຊ້.
ອີງຕາມລັດຖະບັນຍັດຂອງປະທານປະເທດເລກທີ 01/ສປປ ລົງວັນທີ 28 ກັນຍາ 1998 ວ່າດ້ວຍການດັດແກ້ບາງມາດຕາຂອງກົດໝາຍສ່ວຍສາອາກອນ ແລະ ດຳລັດຂອງນາຍົກລັດຖະມົນຕີເລກທີ 24/ນຍ, ລົງວັນທີ 25/12/1998 ແລະ ຂອງກົດໝາຍວ່າດ້ວຍສ່ວຍສາອາກອນ (ສະບັບປັບປຸງ ປີ 2012).
ລາຍການສິນຄ້າເຄື່ອງຂອງ ແລະ ກິດຈະການທີ່ຖືກເສຍອາກອນຊົມໃຊ້ ຕາມມາດຕາ 18 ຂອງກົດໝາຍສ່ວຍສາອາກອນໄດ້ຖືກດັດແກ້ຈາກ 11 ລາຍການ ມາເປັນ 19 ລາຍການ ດັ່ງນີ້:
1. ນ້ຳມັນເຊື້ອໄຟ.
2. ອາຍແກ໊ດໃຊ້ສຳລັບຍານພາຫະນະ.
3. ເຫຼົ້າ, ເບຍ, ເຄື່ອງດື່ມທີ່ມີທາດເຫຼົ້າ.
4. ເຄື່ອງດື່ມສຳເລັດຮູບ ເຊັ່ນ ນ້ຳອັດລົມ, ໂສດາ, ເຄື່ອງດື່ມຊູກຳລັງ, ນ້ຳດື່ມແຮ່ທາດ.
5. ນ້ຳໝາກໄມ້ ແລະ ເຄື່ອງດື່ມອື່ນທີ່ຄ້າຍຄຽງ.
6. ຢາສູບ: ເປັນເສັ້ນ, ເປັນຊອງ, ຢາຊິກາ.
7. ເຄື່ອງໃຊ້ ຫຼື ເຄື່ອງປະດັບຄຣິດສະຕັນ.
8. ຜ້າພົມທຸກຊະນິດ.
9. ຊຸດເຟີນີເຈີ (ໂຊຟາ) ທີ່ມີມູນຄ່າແຕ່ 10.000.000 ກີບຂຶ້ນໄປ.
10. ນໍ້າຫອມ, ເຄື່ອງເສີມສວຍ.
11. ໄມ້ ແລະ ເຄື່ອງຫຼິ້ນການພະນັນ.
12. ບັ້ງໄຟ, ດອກໄມ້ໄຟ, ໝາກກະໂພກ.
13. ພາຫະນະ: ລົດຈັກ ແລະ ລົດໃຫຍ່.
14. ອາໄຫຼ່ ແລະ ເຄື່ອງຕົບແຕ່ງພາຫະນະ.
15. ເຮືອໄວ, ເຮືອຢຶອດ ແລະ ເຮືອກິລາທີ່ແລ່ນດ້ວຍເຄື່ອງຈັກ ລວມທັງອາໄຫຼ່ ແລະ ເຄື່ອງປະກອບ.
16. ເຄື່ອງຮັບສັນຍານໂທລະພາບຜ່ານດາວທຽມ, ເຄື່ອງຫຼິ້ນສຽງ ແລະ ພາບ, ກ້ອງຖ່າຍຮູບ, ໂທລະສັບ,ເຄື່ອງອັດສຽງ ແລະ ພາບ, ເຄື່ອງດົນຕີ ລວມທັງອຸປະກອນ ແລະ ເຄື່ອງປະກອບຂອງເຄື່ອງດັ່ງກ່າວ.
17. ເຄື່ອງປັບອາກາດ, ເຄື່ອງຈັກຊັກຜ້າ, ເຄື່ອງດູດຝູ່ນ.
18. ໂຕະບິນລຽດ, ໂຕະສະນຸກເກີ, ອຸປະກອນໂບລິ້ງ, ໂຕະຫັ້ນເຕະບານ.
19. ເຄື່ອງຫຼິ້ນເກມທຸກປະເພດ.
ສຳຫຼັບການບໍລິການທີ່ຖືກເສຍອາກອນຊົມໃຊ້ ຕາມມາດຕາ 18 ຂອງກົດໝາຍສ່ວຍສາອາກອນ ມີ 07 ລາຍການ ດັ່ງນີ້ :
1. ການບັນເທີງ: ໂຮງເຕັ້ນລຳ, ດິດສະໂກເທັກ, ຄາຣາໂອເກະ.
2. ກິດຈະການໂບລິ້ງ.
3. ການນວດ, ການຮົມຢາ, ການເສີມສວຍ.
4. ການຊົມໃຊ້ການບໍລິການໂທລະສັບ, ໂທລະພາບສາຍໄຍ, ໂທລະພາບດີຈີຕອນ, ອິນເຕີເນັດ.
5. ກິດຈະການກ໊ອຟ.
6. ກິດຈະການຫວຍ.
7. ກິດຈະການກາຊີໂນ ແລະ ຕູ້ເກມກາຊີໂນ.
ສິນຄ້າ ແລະ ການບໍລິການ ທີ່ຖືກຍົກເວັ້ນອາກອນຊົມໃຊ້ ມີດັ່ງນີ້:
1.ສິນຄ້າ ທີ່ເສຍອາກອນຊົມໃຊ້ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 19 ຂອງກົດໝາຍ ສະບັບນີ້ ທີ່ສົ່ງອອກ
ຕ່າງປະເທດ ຕາມເອກະສານຢັ້ງຢືນ ຂອງເຈົ້າໜ້າທີ່ພາສີ.
2.ເຫຼົ້າເກົ້າສິບອົງສາ ເພື່ອຮັບໃຊ້ວຽກງານການແພດໂດຍສະເພາະ.
3.ສິນຄ້າທີ່ນໍາເຂົ້າ, ຈຳໜ່າຍ ຫຼື ການບໍລິການໃຫ້ແກ່ນັກສືກສາ, ນັກຄົ້ນຄວ້າ, ພະນັກງານ ແລະ ອົງການຈັດຕັ້ງການທູດຂອງລາວ, ຕ່າງປະເທດ, ຂອງອົງການຈັດຕັ້ງສາກົນ ຢູ່ ສປປ ລາວ ແລະ ເຄື່ອງຮັບໃຊ້ທີ່ຈໍາເປັນທາງສາສະໜາ ຕາມລະບຽບການສະເພາະ.
4.ບັ້ນໄຟ, ດອກໄມ້ໄຟ, ໝາກກະໂພກ ທີ່ການຈັດຕັ້ງຂອງລັດນໍາເຂົ້າມາ ເພື່ອຮັບໃຊ້ ງານສະເຫຼີມສະຫຼອງ
ວັນສຳຄັນຕ່າງໆ ທີ່ເປັນທາງການ.
5.ກິດຈະການຂອງຄົນພິການ.
6.ກິດຈະການໂບອິ້ງ, ກ໋ອຟ ແລະ ຫວຍ ເພື່ອການກຸສົນ ຕາມການສະເໜີຂອງ ຂະແໜງການທີ່ກ່ຽວຂ້ອງ.
7.ອາໄຫຼ່ ທີ່ນຳເຂົ້າໂດຍໂຮງງານປະກອບ ແລະ ຜະລິດພາຍໃນ ເພື່ອປະກອບເປັນພາຫະນະສຳເລັດຮູບ.
8.ລົດທີ່ນຳເຂົ້າຂອງອົງການຈັດຕັ້ງສາກົນ, ລົດທີ່ໄດ້ຮັບການຊ່ວຍເຫຼືອລ້າຂອງຕ່າງປະເທດຢູ່ ສປປ ລາວ.
9.ລົດທີ່ນຳເຂົ້າຊົ່ວຄາວ ເພື່ອມາຮັບໃຊ້ໂຄງການຕາມສັນຍາການລົງທຶນ ທີ່ສະພາ ແຫ່ງຊາດ ຮັບຮອງ.
10.ລົດທີ່ນໍາເຂົ້າ, ຜະລິດ ແລະ ປະກອບຢູ່ພາຍໃນ ເພື່ອຮັບໃຊ້ວຽກງານວິຊາສະເພາະ ຂອງອົງການຈັດຕັ້ງ
ລັດ ຕາມທີ່ໄດ້ກຳນົດໄວ້ໃນລະບຽບການສະເພາະ.
11.ປະເພດລົດໃຫຍ່ ທີ່ບໍ່ໄດ້ກຳນົດໄວ້ໃນມາດຕາ 3 ຂໍ້ 15 ຂອງກົດໝາຍສະບັບນີ້.
1.12.ລະບຽບການກ່ຽວກັບ ອາກອນມູນຄ່າເພີ່ມ.
1.12.1.ນິຍາມ ອາກອນມູນຄ່າເພີ່ມ.
ແມ່ນ ອາກອນທາງອ້ອມ ທີ່ຄິດໄລ່ເກັບຕາມ ພູດສ່ວນມູນຄ່າເພີ່ມຂຶ້ນ ຂອງສິນຄ້າ, ເຄື່ອງຂອງ ແລະ ການບໍລິການ ຊຶ່ງເກີດຂຶ້ນໃນທຸກຂະບວນການ ນັບແຕ່ຂອດການຜະລິດ, ການຈໍລະຈອນ, ການສະໜອງບໍລິການ ໄປຈົນເຖິງການຊົມໃຊ້ ແລະ ເກັບຕາມມູນຄ່າສິນຄ້າ, ເຄື່ອງຂອງ ແລະ ການບໍລິການ ທີ່ນໍາເຂົ້າມາໃນດິນແດນຂອງ ສປປ ລາວ.
1.12.2.ຂອບເຂດການນຳໃຊ້ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ.
ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ນຳໃຊ້ຕໍ່ ບຸກຄົນ, ການຈັດຕັ້ງ ແລະ ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດທີ່ດຳເນີນທຸລະກິດ, ການຜະລິດ ແລະ ການບໍລິການ ຢູ່ດິນແດນຂອງ ສປປ ລາວ ຕາມທີ່ກົດໝາຍສະບັບນີ້ໄດ້ກຳນົດໄວ້.
1.12.3.ກິດຈະການທີ່ຕ້ອງເສຍ ອາກອນມູນຄ່າເພີ່ມ.
ກິດຈະການທີ່ຕ້ອງເສຍ ອາກອນມູນຄ່າເພີ່ມ ແມ່ນມີດັ່ງນີ້:
- ການນຳເຂົ້າສິນຄ້າເຄື່ອງຂອງຈາກຕ່າງປະເທດ.
- ການຂາຍເທື່ອທີໜຶ່ງສິນຄ້າເຄື່ອງຂອງທີ່ນຳເຂົ້າ ຫລື ທີ່ຜະລິດຈາກໂຮງງານຢູ່ພາຍໃນປະເທດ.
- ການບໍລິການທົ່ວໄປເຊັ່ນ : ກິດຈະການຂົນສົ່ງ, ໄປສະນີ, ໂທລະຄົມມະນາຄົມ, ການກໍ່ສ້າງ, ການສ້ອມແປງ, ການຮັບເໝົາຄຸ້ມຄອງຕະຫລາດ, ການພັດທະນາທີ່ດິນເພື່ອຂາຍສິດນຳໃຊ້, ກິດຈະການໂຮງແຮມ, ທ່ອງທ່ຽວ, ກິນດື່ມ,ການສະແດງສິນລະປະວັນນະຄະດີ, ກິລາ, ບັນເທິງ, ການແພດ, ການເປັນນາຍໜ້າ ຫລື ຕົວແທນ ແລະ ກິດຈະການອື່ນໆທີ່ມີລັກສະນະບໍລິການ.
1.12.4.ການແຈ້ງມອບ ແລະ ການມອບ ອາກອນມູນຄ່າເພີ່ມ.
1.ການແຈ້ງມອບອາກອນມູນຄ່າເພີ່ມ.
ຜູ້ດຳເນີນທຸລະກິດ ຕ້ອງຍື່ນໃບແຈ້ງມອບອາກອນມູນຄ່າເພີ່ມເປັນແຕ່ລະເດືອນ ແລະ ບໍ່ໃຫ້ກາຍວັນທີ 15 ຂອງເດືອນຖັດໄປ ນໍາລັດຖະການສ່ວຍສາອາກອນບ່ອນທີ່ຕົນຂຶ້ນກັບ.
ໃນກໍລະນີທີ່ບໍ່ມີອາກອນມູນຄ່າເພີ່ມ ໃນເບື້ອງຕົ້ນເຂົ້າ ແລະ ເບື້ອງສົ້ນອອກ ຜູ້ດໍາເນີນທຸລະກິດ ກໍ່ຕ້ອງຍື່ນໃບແຈ້ງມອບ ອາກອນມູນຄ່າເພິ່ມ, ຊຶ່ງຕ້ອງປະກອບຂໍ້ມູນ ໃຫ້ຄົບຖ້ວນ ແລະ ຖືກຕ້ອງ ໃສ່ແບບພິມໃບແຈ້ງໃຫ້ແກ່ລັດຖະການສ່ວຍສາອາກອນຕາມລະບຽບການ.
ໃນກໍລະນີທີ່ຜູ້ດໍາເນີນທຸລະກິດ ຖືກຈັດເຂົ້າໃນລະບົບອາກອນມູນຄ່າເພີ່ມ ຕ້ອງຍື່ນໃບແຈ້ງມອບອາກອນມູນຄ່າເພິ່ມ ໃນແຕ່ລະຄັ້ງທີ່ມີການນຳເຂົ້າ ໃນເວລາດຽວກັນກັບການແຈ້ງເສຍພາສີຂາເຂົ້າ.
ວິທີການແຈ້ງມອບລະອຽດ ແລະ ແບບພິມໃບແຈ້ງອາກອນມູນຄ່າເພີ່ມໄດ້ກຳນົດໄວ້ໃນລະບຽບການສະເພາະລະບຽບການ ກ່ຽວກັບ ການແຈ້ງ ແລະ ການມອບ ອາກອນມູນຄ່າເພີ່ມ, ສະບັບເລກທີ 3227/ກງ, ລົງວັນທີ 17 ທັນວາ 2009.
2.ການມອບອາກອນມູນຄ່າເພີ່ມ (ມາດຕາ 33)
ໃນກໍລະນີຈໍາໜ່າຍສິນຄ້າ, ເຄື່ອງຂອງ ແລະ ການບໍລິການນັ້ນ ອາກອນມູນຄ່າເພີ່ມຕ້ອງມອບເປັນແຕ່ລະເດືອນກ່ອນ ວັນທີ 15 ຂອງເດືອນຖັດໄປ.
ໃນກໍລະນີ ນຳເຂົ້າສິນຄ້າ, ເຄື່ອງຂອງຈາກຕ່າງປະເທດນັ້ນ ອາກອນມູນຄ່າເພີ່ມ ຕ້ອງມອບໃຫ້ຄົບຖ້ວນໃນເວລາດຽວກັນກັບ ການມອບຄ່າພາສີຂາເຂົ້າ.
ຖ້າວ່າອາກອນມູນຄ່າເພີ່ມໃນເບື້ອງສັ້ນເຂົ້າ ໃນໄລຍະການບັນຊີໃດໜຶ່ງ ຫາກສູງກ່ວາ ອາກອນມູນຄ່າເພີ່ມໃນເບື້ອງສົ້ນ ອອກ ສ່ວນຜິດດ່ຽງຈະຖືກຍົກໄປຫັກອອກ ໃນໄລຍະແຈ້ງມອບອາກອນໃນຄັ້ງຕໍ່ໄປ. ອາກອນມູນຄ່າເພີ່ມຕ້ອງມອບເປັນເງິນກີບເຂົ້າງົບປະມານແຫ່ງລັດ.