ກົດໝາຍ ປະກັນສັງຄົມ
ແມ່ນກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ ແລະ ການກວດກາວຽກງານປະກັນສັງຄົມ ເພື່ອໃຫ້ວຽກງານດັ່ງກ່າວເປັນລະບົບ, ເຂັ້ມແຂງ ແລະ ມີປະສິດທິພາບ ຮັບປະກັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ໃຊ້ແຮງງານ, ຜູ້ປະກັນຕົນ ແລະ ສະມາຊິກຄອບຄົວ ດ້ວຍການປະກອບທຶນສົມທົບ ແລະ ການສະໜອງການອຸດໜູນປະກັນສັງຄົມ ແນໃສ່ຄໍ້າປະກັນ ການດຳລົງຊີວິດຂັ້ນພື້ນຖານ, ການສ້າງຄວາມສາມັກຄີປອງດອງ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງຊາດ.
1.1.ນິຍາມ ການປະກັນສັງຄົມ.
ການປະກັນສັງຄົມ ແມ່ນ ການຮັບປະກັນໃຫ້ຜູ້ປະກັນຕົ້ນ ແລະ ສະມາຊິກຄອບຄົວໄດ້ຮັບການອຸດໜູນຈາກກອງທຶນປະກັນສັງຄົມ ເພື່ອຄ້ຳປະກັນພື້ນຖານການດໍາລົງຊີວິດ ເມື່ອມີການປິ່ນປົວສຸຂະພາບ, ເກີດອຸປະຕິເຫດແຮງງານ ຫຼື ພະຍາດອາຊີບ, ອອກລູກ, ປ່ວຍການ, ເສຍກໍາລັງແຮງງານ, ບໍານານ, ເສຍຊີວິດ, ອຸດໜູນສະມາຊິກຄອບຄົວ ແລະ ວ່າງງານ ຕາມເງື່ອນໄຂທີ່ໄດ້ກຳນົດໄວ້ໃນແຕ່ລະກໍລະນີ.
1.2.ປະເພດການອຸດໝູນປະກັນສັງຄົມ.
ປະເພດການອຸດໜູນປະກັນສັງຄົມມີດັ່ງນີ້:
- ການອຸດໜູນປະກັນສຸຂະພາບ.
- ການອຸດໜູນອຸປະຕິເຫດແຮງງານ ຫຼື ພະຍາດອາຊີບ.
- ການອຸດໜູນອອກລູກ.
- ການອຸດໜູນປ່ວຍການ.
- ການອຸດໜູນເສຍກຳລັງແຮງງານ.
- ການອຸດໜູນບຳນານ.
- ການອຸດໜູນເສຍຊີວິດ.
- ການອຸດໜູນສະມາຊິກຄອບຄົວ.
- ການອຸດໜູນວ່າງງານ.
1.3.ເປົ້າໝາຍຮັບອຸດໝູນປະກັນສັງຄົມ.
ເປົ້າໝາຍຮັບການອຸດໜູນປະກັນສັງຄົມ ຂອງແຕ່ລະກໍລະນີ ມີດັ່ງນີ້:
1.ພະນັກງານ - ລັດຖະກອນ, ທະຫານ ແລະ ຕຳຫຼວດ ໄດ້ຮັບການອຸດໜູນປະກັນສັງຄົມຕາມທີ່ໄດ້ກຳນົດໄວ້ໃນພາກທີ III ຂອງກົດໝາຍສະບັບນີ້.
2.ຜູ້ອອກແຮງງານ ໃນຫົວໜ່ວຍແຮງງານ ໄດ້ຮັບການອຸດໜູນປະກັນສັງຄົມ ຕາມທີ່ໄດ້ກໍານົດໄວ້ໃນພາກທີ IV ຂອງກົດໝາຍສະບັບນີ້.
3.ຜູ້ສະໝັກໃຈ ໄດ້ຮັບການອຸດໜູນປະກັນສັງຄົມ ຕາມທີ່ໄດ້ກຳນົດໄວ້ໃນພາກທີ IV ຂອງກົດໝາຍສະບັບນີ້ ຍົກເວັ້ນການອຸດໜູນ ອຸປະຕິເຫດແຮງງານ ຫຼື ພະຍາດອາຊີບ ແລະ ວ່າງງານ.
4.ຜົວ ຫຼື ເມຍ ແລະ ລູກ ຂອງຜູ້ປະກັນຕົນ ໄດ້ຮັບການອຸດໜູນປິ່ນປົວສຸຂະພາບ, ເສຍຊີວິດ ຫຼື ການອຸດໜູນສະມາຊິກຄອບຄົວ.
5.ພໍ່ ແລະ ແມ່ ຂອງຜູ້ປະກັນຕົນ ໄດ້ຮັບການອຸດໜູນສະມາຊິກຄອບຄົວ.
6.ຜູ້ດູແລ ຜູ້ເສຍກໍາລັງແຮງງານ ໄດ້ຮັບການອຸດໜູນ ປະກັນສຸຂະພາບ ແລະ ເສຍຊີວິດ.