ກົດໝາຍກ່ຽວຂ້ອງກັບຜູ້ປະກອບການ
ການປະກອບທຸລະກິດນັ້ນສິ່ງທີ່ມີຄວາມສຳຄັນຫຼາຍຕໍ່ຜູ້ປະກອບການອີກຢ່າງໜຶ່ງ ກໍຄືຜູ້ປະກອບການຄວນຈະມີຄວາມຮູ້ ຄວາມເຂົ້າໃຈກ່ຽວກັບກົດໝາຍທີ່ກ່ຽວຂ້ອງກັບຜູ້ປະກອບການ ເນື່ອງຈາກຕ້ອງປະຕິບັດຕາມຂໍ້ບັງຄັບທາງກົດໝາຍທີ່ລະບຸໄວ້ໃຫ້ປະຕິບັດຕາມ ຊຶ່ງກົດໝາຍທີ່ມີຄວາມກ່ຽວຂ້ອງໂດຍກົງນັ້ນມີຫຼາຍສະບັບນຳກັນ ເຊັ່ນ ກົດໝາຍແຮງງານ ເພາະເປັນກົດໝາຍທີ່ບັນຍັດຕິເຖິງສິດທິ ແລະ ໝ້າທີ່ຂອງນາຍຈ້າງ ລູກຈ້າງ ອົງກອນຂອງນາຍຈ້າງ ແລະ ອົງກອນຂອງລູກຈ້າງ ທັງໝົດລວມທັງຕົ້ນການທີ່ກຳນົດໃຫ້ນາຍຈ້າງ ລູກຈ້າງແລະ ອົງກອນ ດັ່ງກ່າວປະຕິບັດຕໍ່ກັນ ແລະ ລັດ ໂດຍເພື່ອໃຫ້ການຈ້າງງານ ແລະການໃຊ້ງານ ການປະກອບກິດຈະການ ແລະ ຄວາມສຳພັນລະຫວ່າງນາຍຈ້າງ ແລະ ລູກຈ້າງເປັນໄປໂດຍເໝາະສົມ ນອກຈາກນີ້ຍັງມີກົດໝາຍສະບັບອື່ນໆ ທີ່ກ່ຽວຂ້ອງອີກໄດ້ແກ່ ການຈົດທະບຽນວິສາຫະກິດ, ກົດໝາຍແຮງງານ, ກົດໝາຍປະກັນສັງຄົມ, ກົດໝາຍ ສ່ວຍສາອາກອນ ແລະ ອື່ນໆ ທີ່ກ່ຽວຂ້ອງ.
1.1.ກົດໝາຍ ແຮງງານ.
ແມ່ນ ກາໍນົດ ຫລັກການ, ລະບຽບການ ແລະ ມາດຕະການກ່ຽວກັບແຮງງານ, ການສ້າງ ແລະ ພັດທະນາສີມືແຮງງານ, ການຈັດຫາງານ, ການອອກແຮງງານ, ການສ້າງວຽກເຮັດງານທຳ, ການນາໍໃຊ້ແຮງງານ, ການດັດສົມ ສາຍພົວພັນແຮງງານ, ການຄຸ້ມຄອງແຮງງານເພື່ອຍົກສູງຄຸນນະພາບ, ຜະລິດຕະພາບ ຂອງງານໃນສັງຄົມ ເພື່ອຮອງຮັບການຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝ ປະກອບສ່ວນໃນການພັດທະນາເສດຖະກິດ - ສັງຄົມແຫ່ງຊາດ ແລະ ເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໃຫ້ນັບມື້ນັບດີຂຶ້ນ.
1.1.1.ຄວາມໝາຍຂອງການອະຄຳສັບຕ່າງໆ.
1. ແຮງງານ ໝາຍເຖິງຄວາມສາມາດທາງດ້ານຮ່າງກາຍ, ມັນສະໝອງ ສະຕິປັນຍາ, ຄວາມຊຳນານງານຂອງຄົນ.
2. ການສ້າງສີມືແຮງງານ ໝາຍເຖິງການສະໜອງການຝຶກວິຊາຊີບຂັ້ນພື້ນຖານ ໃຫ້ແກ່ຜູ້ອອກແຮງງານ ທີ່ບໍ່ໄດ້ຮັບການຝຶກມາກ່ອນ ເພື່ອສ້າງຄວາມສາມາດໃນການອອກແຮງງານ.
3. ການພັດທະນາສີມືແຮງງານ ໝາຍເຖິງການຍົກລະດັບວິຊາຊີບ ແກ່ຜູ້ອອກແຮງງານທີ່ມີສີມືຂັ້ນພື້ນຖານມາກ່ອນແລ້ວ ໃຫ້ມີຄວາມຊຳນານງານເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານ ທີ່ມີການຂະຫຍາຍຕົວໃນແຕ່ລະໄລຍະ.
4. ຜູ້ອອກແຮງງານ ໝາຍເຖິງ ບຸກຄົນ ທີ່ເຮັດວຽກຢູ່ພາຍໃຕ້ການຄຸ້ມຄອງດູແລ ຂອງຜູ້ໃຊ້ແຮງງານ ໂດຍໄດ້ຮັບການທົດແທນ ຈາກການອອກແຮງງານດ້ວຍເງິນເດືອນ ຫຼື ຄ່າແຮງງານ, ຜົນປະໂຫຍດ ແລະ ນະໂຍບາຍອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ ແລະ ສັນຍາແຮງງານ.
5. ຜູ້ໃຊ້ແຮງງານ ໝາຍເຖິງ ບຸກຄົນ ຫຼື ການຈັດຕັ້ງທີ່ນາໍໃຊ້ຜູ້ອອກແຮງງານເຮັດວຽກໃຫ້ຕົນ ໂດຍຕ້ອງຈ່າຍເງິນເດືອນ ຫຼື ຄ່າແຮງງານ, ຜົນປະໂຫຍດ ແລະ ນະໂຍບາຍອື່ນໆ ທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ ແລະ ສັນຍາແຮງງານໃຫ້ແກ່ຜູ້ອອກແຮງງານ.
6. ການນາໍໃຊ້ແຮງງານດ້ວຍການບັງຄັບ ໝາຍເຖິງ ການນຳໃຊ້ແຮງງານ ທີ່ຜູ້ອອກແຮງງານບໍ່ສະຫມັກໃຈເຮັດວຽກງານ ທີ່ຕົນໄດ້ຮັບມອບ ຊຶ່ງບໍ່ສອດຄ່ອງກັບສັນຍາແຮງງານ.
7. ຫົວໜ່ວຍແຮງງານ ໝາຍເຖິງ ຫົວໜ່ວຍການຜະລິດ, ທຸລະກິດ ຫຼື ການບໍລິການຂອງທຸກພາກສ່ວນເສດຖະກິດ - ສັງຄົມ.
8. ຕະຫຼາດແຮງງານ ໝາຍເຖິງ ຄວາມຕ້ອງການ ແລະ ການສະໜອງແຮງງານ ໃນສັງຄົມ.
1.1.2.ເວລາເຮັດວຽກ.
ເວລາເຮັດວຽກຂອງຜູ້ອອກແຮງງານໃນທຸກຫົວໝ່ວຍແຮງງານ ແມ່ນ 6 ວັນຕໍ່ອາທິດ 1ວັນເຮັດວຽກ ບໍ່ໃຫ້ເກີນ 8 ຊົ່ວໂມງ ຫຼື ອາທິດໜຶ່ງ ບໍ່ໃຫ້ເກີນ 48 ຊົ່ວໂມງ ໂດຍບໍ່ຈຳແນກປະເພດຂອງການຮັບເງິນເດືອນ ຫຼື ຄ່າແຮງງານ.
ຜູ້ອອກແຮງງານທີ່ເຮັດວຽກບໍ່ໃຫ້ເກີນ 6 ຊົ່ວໂມງ ຕໍ່ 1 ວັນ ຫຼື ອາທິດຫນຶ່ງ ບໍ່ໃຫ້ເກີນ 36 ຊົ່ວໂມງ ມີຢູ່ໃນໝ້າວຽກດັ່ງນີ້:
- ກຳມັນຕະພາບລັງສີ ຫຼື ພະຍາດຕິດແປດທີ່ເປັນອັນຕະລາຍ.
- ກິ່ນອາຍ, ຄວັນ ທີ່ເປັນອັນຕະລາຍຕໍ່ສຸຂະພາບ.
- ວັດຖຸເຄມີທີ່ເປັນອັນຕະລາຍ ເປັນຕົ້ນ: ວັດຖຸລະເບີດ.
- ຢູ່ຂຸມ ຫຼື ອຸໂມງໃຕ້ດິນ, ຢູ່ພື້ນນ້ຳ ຫຼື ຢູ່ເທິງອາກາດ.
- ສະຖານທີ່ຊຶ່ງມີຄວາມຮ້ອນ ຫຼື ເຢັນ ຜິດປົກກະຕິ.
- ເຄື່ອງມື ສັ່ນສະເທືອນເປັນປະຈາໍ.
1.1.3.ເວລາທີ່ຕ້ອງຄິດໄລ່ເຂົ້າໃນຊົ່ວໂມງເຮັດວຽກ.
ເວລາທີ່ເສຍໄປຊຶ່ງຄິດໄລ່ເຂົ້າໃນຊົ່ວໂມງເຮັດວຽກປະຈຳວັນ ມີດັ່ງນີ້:
- ເວລາກະກຽມດ້ານເຕັກນິກ ເລີ່ມຕົ້ນເຮັດວຽກ ແລະ ກ່ອນເລີກວຽກ.
- ເວລາພັກຜ່ອນ ໃນບາງຂະແໜງວຽກງານທີ່ເຮັດເປັນໄລຍະສຳລັບແຕ່ລະຂອດວຽກ ຫຼື ເປັນຜຽນງານຕໍ່ເນື່ອງກັນ ແຕ່ບໍ່ໃຫ້ເກີນ 15 ນາທີ.
- ເວລາພັກກິນເຂົ້າ 45 ນາທີ ສຳລັບໜ່ວຍງານທີ່ເຮັດວຽກເປັນຜຽນ.
ຜູ້ໃຊ້ແຮງງານ ຕ້ອງຈັດວາງເວລາ ຂອງການຜະລິດໃຫ້ເໝາະສົມ ເພື່ອໃຫ້ຜູ້ອອກແຮງງານມີເວລາພັກຜ່ອນຢ່າງໜ້ອຍ 5 – 10 ນາທີ ໃນທຸກໆ 2 ຊົ່ວໂມງ ຫຼັງຈາກໄດ້ເຮັດວຽກມາແລ້ວ. ໃນກໍລະນີທີ່ເປັນວຽກ ຊຶ່ງຕ້ອງເຮັດຢ່າງຕໍ່ເນື່ອງດ້ວຍການໃຊ້ເຕັກນິກ ຫລື ເຄື່ອງຈັກນັ້ນ ຕ້ອງຈັດວາງໃຫ້ມີການສັບປ່ຽນກັນ ເພື່ອໃຫ້ຜູ້ອອກແຮງງານໄດ້ມີການພັກຜ່ອນຢ່າງເໝາະສົມ. ເວລາທີ່ເສຍໄປ ຊຶ່ງຄິດໄລ່ເຂົ້າໃນຊົ່ວໂມງເຮັດວຽກປະຈຳວັນດັ່ງກ່າວ ຕ້ອງກຳນົດໄວ້ໃນກົດລະບຽບພາຍໃນຂອງຫົວໜ່ວຍແຮງງານ.
1.1.4.ການເຮັດວຽກເພີ່ມໂມງ.
ຜູ້ໃຊ້ແຮງງານ ສາມາດຮຽກຮ້ອງໃຫ້ຜູ້ອອກແຮງງານເຮັດວຽກເພີ່ມໂມງໄດ້ ເມື່ອມີຄວາມຈຳເປັນ ໂດຍໄດ້ຮັບຄວາມເຫັນດີຈາກໜ່ວຍກາໍມະບານ ຫລື ຜູ້ຕາງຫນ້າຜູ້ອອກແຮງງານ ແລະຜູ້ອອກແຮງງານເສຍກ່ອນ.
ຊົ່ວໂມງເຮັດວຽກເພີ່ມ ໃນເດືອນໜຶ່ງບໍ່ໃຫ້ເກີນ 45 ຊົ່ວໂມງ ຫຼື ວັນໜຶ່ງບໍ່ໃຫ້ເກີນ 3 ຊົ່ວໂມງ ແຕ່ຫ້າມເຮັດວຽກເພີ່ມໂມງຢ່າງລຽນຕິດຕໍ່ກັນທຸກໆວັນ ເວັ້ນເສຍແຕ່ໃນກໍລະນີທີ່ມີເຫດສຸກເສີນເກີດຂຶ້ນເຊັ່ນ: ການຕ້ານໄພພິບັດ ຫຼື ເຫດບັງເອີນ ທີ່ຈະນາໍຄວາມເສຍຫາຍອັນໃຫຍ່ຫລວງມາສູ່ຫົວໜ່ວຍແຮງງານຂອງຕົນເທົ່ານັ້ນ.
ໃນກໍລະນີທີ່ມີຄວາມຈຳເປັນ ກ່ອນຈະໃຫ້ຜູ້ອອກແຮງງານເຮັດວຽກເພີ່ມໂມງໃນແຕ່ລະຄັ້ງນັ້ນຜູ້ໃຊ້ແຮງງານ ຕ້ອງປຶກສາຫາລືກັບໜ່ວຍກາໍມະບານ ຫຼື ຜູ້ຕາງໝ້າຜູ້ອອກແຮງງານ ແລະ ຕ້ອງແຈ້ງລ່ວງໝ້າ ພ້ອມທັງອະທິບາຍຄວາມຈຳເປັນໃນການເຮັດວຽກເພີ່ມໂມງ ໃຫ້ຜູ້ອອກແຮງງານຢູ່ຫົວໜ່ວຍແຮງງານບ່ອນນັ້ນຊາບ ແລະ ຄິດໄລ່ຈ່າຍເງິນຄ່າເຮັດວຽກເພີ່ມໂມງຕາມລະບຽບກົດໝາຍ.
ຖ້າຫາກມີຄວາມຈຳເປັນຕ້ອງການຢາກເຮັດວຽກເພີ່ມໂມງເກີນກວ່າ 45 ຊົ່ວໂມງ ພາຍໃນເດືອນໃດເດືອນໜຶ່ງນັ້ນ ຜູ້ໃຊ້ແຮງງານ ຕ້ອງສະເໜີຂໍອະນຸຍາດສະເພາະ ຈາກອົງການຄຸ້ມຄອງແຮງງານທີ່ຕົນຂຶ້ນກັບ ໂດຍມີການຢັ້ງຢືນຕົກລົງເຫັນດີ ຈາກກຳມະບານ ຫຼື ຜູ້ຕາງໜ້າຂອງຜູ້ອອກແຮງງານຢູ່ໃນຫົວໜ່ວຍແຮງງານຂອງຕົນ ເສຍກ່ອນ.
1.1.5.ວັນພັກປະຈຳອາທິດ ແລະ ວັນພັກທາງລັດຖະການ.
ຜູ້ອອກແຮງງານ ມີສິດໄດ້ຮັບການພັກວຽກຢ່າງໜ້ອຍໜຶ່ງວັນ ຕໍ່ໜຶ່ງອາທິດ, ຈະເປັນວັນອາທິດ ຫຼື ວັນໃດວັນຫນຶ່ງກໍໄດ້ ຕາມການຕົກລົງລະຫວ່າງຜູ້ອອກແຮງງານ ກັບຜູ້ໃຊ້ແຮງງານ.ວັນພັກທາງລັດຖະການ ແມ່ນລັດຖະບານເປັນຜູ້ກາໍນົດ.
1.1.6.ການພັກວຽກເນື່ອງຈາກການເຈັບເປັນ.
ຜູ້ອອກແຮງງານທີ່ເຮັດວຽກຕາມລະບອບເງິນເດືອນ ມີສິດພັກວຽກຍ້ອນການເຈັບເປັນ ໂດຍມີໃບຢັ້ງຢືນຈາກແພດ ແລະໄດ້ຮັບເງິນເດືອນ ຫຼື ຄ່າແຮງງານເຕັມ ຕາມປົກກະຕິ ແຕ່ໃນປີໜຶ່ງ ບໍ່ໃຫ້ ເກີນ 30 ວັນ. ສຳລັບຜູ້ອອກແຮງງານທີ່ເຮັດວຽກ ໄດ້ຮັບຄ່າແຮງງານເປັນວັນ, ເປັນຊົ່ວໂມງຕາມຜະລິດຕະພັນ ຫຼື ຕາມການມອບເໝົາ ທີ່ໄດ້ເຮັດວຽກເກີນ 90 ວັນຂຶ້ນໄປ ຈຶ່ງໄດ້ຮັບເງິນຄ່າແຮງງານໃນເວລາພັກເຈັບເປັນ ຕາມລະບອບປະກັນສັງຄົມ.
ເນື້ອໃນຂອງມາດຕານີ້ ບໍ່ໃຫ້ໃຊ້ສຳລັບການເຈັບເປັນ ທີ່ເນື່ອງຈາກການເກີດອຸປະຕິເຫດແຮງງານ ຫຼື ເນື່ອງຈາກຜົນສະທ້ອນຂອງພະຍາດອາຊີບ.
1.1.7.ການພັກວຽກປະຈຳປີ.
ຜູ້ອອກແຮງງານທີ່ເຮັດວຽກຕາມສັນຍາແຮງງານ ໂດຍບໍ່ມີກຳນົດເວລາ ແລະ ສັນຍາແຮງງານທີ່ມີກຳນົດເວລາ ແຕ່ໜຶ່ງປີຂຶ້ນໄປຊຶ່ງໄດ້ປະຕິບັດວຽກງານໜຶ່ງປີເຕັມນັ້ນ ກໍມີສິດພັກວຽກປະຈຳປີ 15 ວັນ. ສຳລັບຜູ້ເຮັດວຽກໃນຂະແໜງວຽກງານໜັກໜ່ວງ ແລະ ເປັນອັນຕະລາຍຕໍ່ສຸຂະພາບ ຕາມທີ່ໄດ້ກາໍນົດໄວ້ໃນມາດຕາ 16 ຂອງກົດ ໝາຍສະບັບນີ້ ມີສິດພັກວຽກປະຈຳປີ 18 ວັນ ໂດຍໄດ້ຮັບເງິນເດືອນ ຫຼື ຄ່າແຮງງານເຕັມ ຕາມປົກກະຕິຄືກັນກັບເວລາເຮັດວຽກ, ວັນພັກວຽກປະຈຳປີ ບໍ່ໃຫ້ນັບວັນພັກປະຈຳອາທິດ ແລະ ວັນພັກທາງລັດຖະການເຂົ້ານຳ.
1.1.8.ການລະເມີດລະບຽບການອອກແຮງງານ.
ການລະເມີດລະບຽບການອອກແຮງງານຕົ້ນຕໍມີດັ່ງນີ້:
- ການທັບມ້າງ, ທຳລາຍຊັບ ຂອງຫົວຫນ່ວຍແຮງງານ.
- ການລັກ, ສໍ້ໂກງ ຫຼື ຍັກຍອກ ຊັບຂອງຫົວໝ່ວຍແຮງງານ.
- ການປະໝາດ, ເລີ່ນເລີ້ ຫຼື ເມີນເສີຍຕໍ່ໝ້າທີ່ຮັບຜິດຊອບ.
- ການບໍ່ປະຕິບັດຕາມກົດລະບຽບພາຍໃນຂອງຫົວໝ່ວຍແຮງງານ ແລະ ສັນຍາແຮງງານ.
1.1.9.ສັນຍາແຮງງານ.
ສັນຍາແຮງງານ ແມ່ນການຕົກລົງລະຫວ່າງ ຜູ້ອອກແຮງງານ ກັບຜູ້ໃຊ້ແຮງງານ ຫຼື ຜູ້ຕາງໜ້າຂອງບຸກຄົນດັ່ງກ່າວ. ຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ຕ້ອງປະຕິບັດຂໍ້ຜູກພັນໃນສັນຍາແຮງງານຢ່າງເຂັ້ມງວດ: ຜູ້ອອກແຮງງານ ຕ້ອງປະຕິບັດໜ້າທີ່ ຕາມວິຊາສະເພາະ ແລະ ຄວາມຊຳນິຊຳນານງານຂອງຕົນຢ່າງຄົບຖ້ວນ, ຜູ້ໃຊ້ແຮງງານ ຕ້ອງມອບວຽກ ຫຼື ຕຳແໜ່ງໃດໜຶ່ງທີ່ໄດ້ກຳນົດໄວ້ໃນສັນຍາແຮງງານໃຫ້ຜູ້ອອກແຮງງານເຮັດ ພ້ອມທັງຈ່າຍເງິນເດືອນ ຫຼື ຄ່າແຮງງານ ແລະ ຮັບປະກັນຜົນປະໂຫຍດອັນຊອບທຳ ໃຫ້ແກ່ຜູ້ອອກແຮງງານ ໂດຍສອດຄ່ອງກັບສັນຍາແຮງງານ ແລະ ກົດໝາຍ. ໃນສັນຍາແຮງງານ ຕ້ອງໄດ້ກຳນົດສະຖານທີ່ເຮັດວຽກ, ວຽກທີ່ຈະເຮັດ, ລະດັບຄ່າແຮງງານ ແລະ ນະໂຍບາຍອື່ນໆ ທີ່ຄວນໄດ້ຮັບຈາກຜູ້ໃຊ້ແຮງງານ.
1.1.10.ການຮັບເອົາຜູ້ອອກແຮງງານ.
ຫົວໜ່ວຍແຮງງານ ມີສິດຮັບເອົາຜູ້ອອກແຮງງານ ຕາມຄວາມຕ້ອງການຂອງຕົນ ແຕ່ຕ້ອງໃຫ້ບູລິມະສິດແກ່ແຮງງານທີ່ເປັນພົນລະເມືອງລາວ ເປັນຕົ້ນ ແມ່ນຜູ້ອອກແຮງງານທີ່ຢູ່ໃນເປົ້າໝາຍລຶບລ້າງຄວາມທຸກຍາກ.
ໃນກໍລະນີທີ່ມີຄວາມຈຳເປັນ ຫົວໜ່ວຍແຮງງານ ອາດຈະຮັບເອົາຜູ້ອອກແຮງງານຕ່າງປະເທດເຂົ້າມາເຮັດວຽກກັບຕົນໄດ້ ແຕ່ຕ້ອງໄດ້ຮັບການເລືອກເຟັ້ນ ແລະໄດ້ຮັບອະນຸຍາດຈາກອົງການຄຸ້ມຄອງແຮງງານ ຕາມອັດຕາສ່ວນດັ່ງນີ້:
- ສຳລັບຜູ້ທີ່ມີວິຊາສະເພາະທີ່ອອກແຮງງານທາງດ້ານຮ່າງກາຍ ອະນຸຍາດໃຫ້ຮັບເອົາບໍ່ໃຫ້ເກີນ 10% ຂອງຈຳນວນຜູ້ອອກແຮງງານທັງໝົດ ໃນຫົວໜ່ວຍແຮງງານນັ້ນ.
- ສຳລັບຜູ້ທີ່ມີວິຊາສະເພາະທີ່ອອກແຮງງານດ້ວຍມັນສະໝອງ ອະນຸຍາດໃຫ້ຮັບເອົາບໍ່ໃຫ້ເກີນ 20% ຂອງຈຳນວນຜູ້ອອກແຮງງານທັງໝົດ ໃນຫົວໜ່ວຍແຮງງານນັ້ນ.
ໃນກໍລະນີທີ່ມີຄວາມຈຳເປັນ ການນຳເຂົ້າແຮງງານຕ່າງປະເທດ ເກີນກວ່າອັດຕາທີ່ໄດ້ກຳນົດໄວ້ຂ້າງເທິງນີ້ ຕ້ອງໄດ້ຮັບອະນຸຍາດຈາກລັດຖະບານ.
ຜູ້ອອກແຮງງານຕ່າງປະເທດ ທີ່ເຂົ້າມາເຮັດວຽກຢູ່ລາວນັ້ນ ຕ້ອງມີກຳນົດເວລາຈຳກັດ ແລະ ມີພັນທະຖ່າຍທອດວິຊາການໃຫ້ແກ່ຜູ້ອອກແຮງງານລາວ.
ລັດ ຈະບໍ່ອະນຸຍາດໃຫ້ຜູ້ອອກແຮງງານຕ່າງປະເທດເຂົ້າມາເຮັດວຽກ ຫຼື ປະກອບອາຊີບ ທີ່ໄດ້ສະຫງວນໄວ້ສະເພາະໃຫ້ແກ່ພົນລະເມືອງລາວ. ສຳລັບສາລະບານອາຊີບທີ່ສະຫງວນໄວ້ນັ້ນ ໄດ້ກຳນົດໄວ້ຕ່າງຫາກ.
1.1.11.ການຍົກເລີກ ແລະ ສິນສຸດສັນຍາແຮງງານ
ສັນຍາແຮງງານ ອາດຈະຖືກຍົກເລີກຕາມການເຫັນດີ ຂອງຄູ່ສັນຍາ. ຄູ່ສັນຍາຝ່າຍໃດຝ່າຍໜຶ່ງ ຈະຍົກເລີກສັນຍາແຮງງານ ໂດຍບໍ່ມີກາໍນົດ ເວລາໃດກໍໄດ້ ແຕ່ຕ້ອງແຈ້ງໃຫ້ຄູ່ສັນຍາຂອງຕົນຊາບລ່ວງໜ້າກ່ອນຢ່າງໜ້ອຍ 30ວັນ ສຳລັບຜູ້ອອກແຮງງານທີ່ເຮັດວຽກທາງດ້ານຮ່າງກາຍເປັນຕົ້ນຕໍ ແລະ 45 ວັນ ສຳລັບຜູ້ອອກແຮງງານທີ່ເຮັດວຽກທາງດ້ານວິຊາສະເພາະ.
ກ່ອນສັນຍາແຮງງານທີ່ມີກຳນົດນັ້ນຈະສິ້ນສຸດລົງ ຄູ່ສັນຍາຕ້ອງແຈ້ງໃຫ້ກັນຊາບລ່ວງໜ້າຢ່າງໜ້ອຍ ສິບຫ້າວັນ. ຖ້າຫາກມີຄວາມເຫັນດີຢາກສືບຕໍ່ວຽກງານ ຄູ່ສັນຍາຕ້ອງເຊັນສັນຍາແຮງງານໃໝ່.ສັນຍາແຮງງານທີ່ກາໍນົດຕາມບໍລິມາດວຽກນັ້ນ ຈະຍົກເລີກໄດ້ກໍຕໍ່ເມື່ອວຽກງານນັ້ນ ຫາກສາໍເລັດແລ້ວ.ໃນກໍລະນີທີ່ຜູ້ອອກແຮງງານ ຫາກໄດ້ເສຍຊີວິດ ສັນຍາແຮງງານກໍຈະສິ້ນສຸດລົງ ແຕ່ຜູ້ໃຊ້ແຮງງານ ຕ້ອງຈ່າຍຄ່າແຮງງານ ຕາມບໍລິມາດວຽກທີ່ຜູ້ອອກແຮງງານໄດ້ປະຕິບັດ ແລະ ນະໂຍບາຍອື່ນໆຕາມລະບຽບກົດໝາຍ.