ການວາງແຜນປະກອບອາຊີບ
ການປະກອບອາຊີບ ໝາຍເຖິງ ການທຳມາຫາກິນຂອງບຸກຄົນໃນສັງຄົມ ໄດ້ຮັບຄ່າຕອບແທນເປັນລາຍໄດ້ນຳມາຈັບຈ່າຍໃຊ້ສອຍລ້ຽງດູຕົນເອງ ແລະ ສະມາຊິກໃນຄອບຄົວໃຫ້ມີຄຸນນະພາບຊີວິດທີ່ດີ ມີຄວາມເປັນຢູ່ດີລັດຖະບານມີລາຍໄດ້ຈາກການເສຍພາສີຂອງບຸກຄົນທີ່ປະກອບອາຊີບ ນຳມາຈັດສັນຈ່າຍເປັນຄ່າໃຊ້ຈ່າຍໃນການພັດທະນາປະເທດ.
ອາຊີບ ກົງກັບຄຳຫຼາຍຄຳໃນພາສາອັງກິດ ໄດ້ແກ່ Employment Meatier Occupation Profession Pursuit Vocation Avocation Business Calling Career ຊຶ່ງມີຄວາມໝາຍໄປໃນລັກສະນະດຽວກັນວ່າເປັນອາຊີບ ຊຶ່ງ ວິກິພີເດຍ ສາລານຸກົມເສລີ ໄດ້ໃຫ້ຄວາມໝາຍຂອງຄຳວ່າ “ອາຊີບ” ວ່າ ເປັນຮູບແບບການດຳລົງຊີບໃນສັງຄົມມະນຸດປະຈຸບັນ ອາຊີບເປັນໝ້າທີ່ຂອງບຸກຄົນໃນສັງຄົມ ການທີ່ບຸກຄົນປະກອບອາຊີບຈະໄດ້ມາຊຶ່ງຄ່າຕອບແທນ ຫຼື ລາຍໄດ້ເພື່ອໃຊ້ຈ່າຍໃນການດຳລົງຊີວິດ.
1.1.ຄວາມສຳຄັນຂອງອາຊີບ.
ອາຊີບເປັນປັດໄຈສຳຄັນໃນການພັດທະນາຄຸນນະພາບຊີວິດ ເສດຖະກິດ ແລະ ສັງຄົມທີ່ສົ່ງຜົນກະທົບຕໍ່ຄວາມຈະເລີນກ້າວໜ້າຂອງປະເທດຊາດ ອາຊີບມີຄວາມສຳຄັນດັ່ງນີ້:
1.ສົ່ງເສີມຄຸນນະພາບຊີວິດຂອງມະນຸດໃຫ້ສາມາດດຳລົງຊີວິດຢູ່ໄດ້ຢ່າງປົກກະຕິສຸກ.
ເພາະຜູ້ທີ່ມີອາຊີບຈະມີລາຍໄດ້ ເຮັດໃຫ້ມີອຳນາດການຊື້ (Power Purchasing) ສິນຄ້າເພື່ອການອຸປະໂພກ ບໍລິໂພກ ທີ່ຈຳເປັນຕໍ່ການດຳເນີນຊີວິດປະຈຳວັນໄດ້.
2.ເຮັດໃຫ້ເກີດຄວາມໜ້າເຊື່ອຖືໃນສັງຄົມ.
ຜູ້ທີ່ມີອາຊີບຈະໄດ້ຮັບຄວາມເຊື່ອຖືຈາກຜູ້ຄົນໃນສັງຄົມ ເພາະຄ່ານິຍົມໃນສັງຄົມມະນຸດມອງວ່າຄົົນທີ່ມີອາຊີບ ສາມາດທຳມາຫາກິນລ້ຽງຕົນເອງ ໄດ້ເປັນຄົົນທີ່ມີຄຸນນະພາບຈະບໍ່ໄປ ສ້າງຄວາມເດືອດຮ້ອນໃຫ້ເກີດກັບບຸກຄົນອື່ນ ບໍ່ຕ້ອງໄປລັກເອົາ ບໍ່ຕ້ອງໄປສົກຊິງວິ່ງລາວຊັບສິນ ແລະ ສິ່ງຂອງຈາກຜູ້ອື່ນ.
3.ສ້າງຄວາມເຊື່ອໝັ່ນໃຫ້ກັບຜູ້ທີ່ຈະມາໃຊ້ຊີວິດຢູ່ຮ່ວມກັນ.
ເນື່ອງຈາກທຳມະຊາດຂອງມະນຸດຕ້ອງມີການດຳລົງເຜົ່າພັນ ມີການແຕ່ງງານ ຜູ້ທີ່ມີອາຊີບຈະສ້າງຄວາມຫມັ້ນໃຈໃຫ້ກັບຄູ່ຊີວິດວ່າຈະສາມາດສ້າງຄອບຄົວທີ່ມີຄວາມສຸກໄດ້ຢ່າງແນ່ນອນ.
4.ສ້າງລາຍໄດ້ຈາກການປະກອບອາຊີບ.
ສາມາດເບິ່ງແຍງໃຫ້ການດຳເນີນຊີວິດຂອງຄອບຄົວເປັນປົກກະຕິສຸກ ມີການເກັບສະສົມ ການອອມໄວ້ໃຊ້ເມື່ອຢາມເຈັບປ່ວຍ ແຕ່ຖ້າບໍ່ມີອາຊີບກໍຈະບໍ່ມີລາຍໄດ້ ການດຳລົງຊີວິດໃນຄອບຄົວກໍ່ຈະບໍ່ມີຄວາມສຸກ.
5.ກິດຈະກຳໃນສັງຄົມມີຄວາມເຄື່ອນໄຫວ.
ເພາະຄວາມຫຼາກຫຼາຍຂອງອາຊີບກໍ່ໃຫ້ເກີດການເຊື່ອມປະສານໃນຈຸດຕ່າງໆ ເກີດການປະຕິສຳພັນກັນລະຫວ່າງຜູ້ຄົນໃນສັງຄົມ ໄດ້ແກ່ ການຊື້ຂາຍສິນຄ້າ ກິດຈະກຳການໃຫ້ບໍລິການດ້ານຕ່າງໆ ທີ່ມີຄວາມຈຳເປັນຕໍ່ການດຳລົງຊີວິດຂອງມະນຸດ ເທກໂນໂລຢີການສື່ສານທີ່ມີການພັດທະນາຢ່າງບໍ່ຍັບຍັ້ງ ໂດຍໃຊ້ເງິນເປັນຕົວກາງໃນການແລກປ່ຽນ.
1.2.ລັກສະນະຂອງອາຊີບ.
ອາຊີບຈຳເປັນຕ້ອງມີຄວາມຮູ້ຄວາມສາມາດສະເພາະດ້ານ ຮຽກວ່າ “ວິຊາຊີບ” ເຊັ່ນ ວິສະວະກອນ, ແພດພະຍາບານ, ທະນາຍຄວາມ ແລະ ອາຊີບ ທີ່ຖືກກົດໝາຍ ແລະ ສິນລະທຳ ຮຽກວ່າ “ສຳມາຊີບ” ເຊັ່ນ ຄ້າຂາຍ ສ່ວນອາຊີບທີ່ຜິດກົດໝາຍ ຮຽກວ່າ “ມິດສາຊີບ” ເຊັ່ນ ໂຈນອາຊີບອາດມີລາຍໄດ້ຕ່າງໆ ກັນໄປ ລັກສະນະອາຊີບທີ່ເປັນລູກຈ້າງຈະໄດ້ຄ່າຕອບແທນໃນຮູບແບບເງິນເດືອນອາຊີບຄ້າຂາຍ ຫຼື ປະກອບກິດຈະການສ່ວນຕົວ ຫຼື ການລົງທຶນ ຈະໄດ້ຄ່າຕອບແທນໃນຮູບແບບກຳໄລ ລັກສະນະອາຊີບ ແບ່ງອອກໄດ້ດັ່ງນີ້:
1.ອາຊີບອິດສະຫລະ.
ມີລັກສະນະເປັນເຈົ້າຂອງກິດຈະການ ບໍລິຫານຈັດການດ້ວຍຕົນເອງ ອາດເປັນກິດຈະການຂະໜາດນ້ອຍ ຫຼື ເປັນອຸດສາຫະກຳໃນຄົວເຮືອນ ອາຊີບອິດສະຫລະແຍກຍ່ອຍອອກໄປເປັນ 2 ປະເພດຄື:
- ອາຊີບອິດສະຫລະດ້ານການຜະລິດ ການແປຮູບຜົນຜະລິດເປັນສິນຄ້າ ນຳໄປຈຳໜ່າຍໃນທ້ອງຕະຫຼາດເປັນການຂາຍສິນຄ້າ ແລະ ຂາຍສົ່ງ ເຊັ່ນ ອາຫານລາວ, ເຂົ້າໜົມລາວ, ຜັກໝາກໄມ້ ແລະ ອື່ນໆ.
- ອາຊີບອິດສະຫລະດ້ານການໃຫ້ບໍລິການ ເປັນອາຊີບທີ່ນິຍົມກັນແພ່ຫຼາຍ ເນື່ອງຈາກມີຄວາມສ່ຽງນ້ອຍ ການລົງທຶນຕ່ຳ ເຊັ່ນ ບໍລິການເຮັດຄວາມສະອາດ ທຳນາຍໂຊກຊະຕາ ບໍລິການຊັກລີດເສື້ອຜ້າ ຊ່າງຊ່ອມອື່ນໆ.
2.ອາຊີຮັບຈ້າງ.
ເປັນການເຮັດວຽກງານທີ່ມີເຈົ້ານາຍມອບໝາຍ ໄດ້ຮັບຄ່າຕອບແທນເປັນເງິນ ເຊັ່ນ ງານກໍ່ສ້າງພະນັກງານໃນບໍລິສັດຫ້າງຮ້ານ ແລະ ໂຮງງານ.
3.ອາຊີບງານຝີມື.
ເປັນອາຊີບທີ່ປະຕິບັດງານໂດຍໃຊ້ປະສົບການ ແລະ ຄວາມຊຳນານສະເພາະດ້ານ ເຊັ່ນ ງານສິນປະງານຫັດຖະກຳ ງານປະຕິມາກຳ.
4.ອາຊີບຂ້າລະຊາການ ຫຼື ເຈົ້າໝ້າທີ່ຂອງລັດ ແລະ ພະນັກງານລັດວິສາຫກິດ.
ເປັນອາຊີບທີ່ໃຫ້ບໍລິການແກ່ປະຊາຊົນ.
1.3.ແນວທາງການເລືອກອາຊີບ.
ອາຊີບມີຫຼາຍປະເພດ ມີລັກສະນະແຕກຕ່າງກັນ ການເລືອກອາຊີບຕ້ອງພິຈາລະນາຈາກປັດໄຈຕ່າງໆດັ່ງນີ້:
1.ຄວາມສົນໃຈ ສຳຫຼວດຄວາມຖະນັດ ຄວາມສົນໃຈ ຕະຫຼອດຈົນປະສົບການຕ່າງໆ ໃຫ້ເໝາະສົມກັບຕົນເອງຫຼາຍທີ່ສຸດ ເພື່ອເປັນແນວທາງການເລືອກອາຊີບທີ່ເໝາະສົມ.
2.ແນວໂນ້ມດ້ານອາຊີບ ເປັນອາຊີບທີ່ຈະເລີນກ້າວໜ້າ ແລະ ເປັນທີ່ຕ້ອງການຂອງສັງຄົມ ການປ່ຽນແປງ
ດ້ານທຸລະກິດ ແລະ ດ້ານອຸດສາຫະກຳ ຊຶ່ງປະກອບດ້ວຍດ້ານການສື່ສານ ດ້ານອີເລັກໂທນິກດ້ານລະບົບຄວບຄຸມ
ອັດໂນມັດ ແລະດ້ານທຸລະກິດລະດັບຊຸມຊົນ.
3.ຊັບພະຍາກອນທ້ອງຖິ່ນ ຈະຊ່ວຍປະຢັດຕົ້ນທຶນ ແລະຄ່າໃຊ້ຈ່າຍ ເປັນການສ້າງງານໃຫ້ຄົນໃນທ້ອງຖິ່ນ.
4.ວິໃສທັດ ການເປັນຄົົນທີ່ມີຄວາມຄິດລິເລີ່ມສ້າງສັນ ແລະ ມອງການໄກ ຈະໄດ້ປຽບໃນເຊີງທຸລະກິດຫຼາຍກວ່າຄົນອື່ນ.
5.ທັກສະໃນການປະກອບອາຊີບ ຈະຕ້ອງມີທັກສະ ຫຼື ຄວາມຊຳນາຍນໃນວິຊາຊີບສາຂານັ້ນໆ.
1.4.ປະໂຫຍດຂອງອາຊີບ.
ປະໂຫຍດຂອງອາຊີບມີຫຼາຍດ້ານ ດັ່ງນີ້:
1.ດ້ານຕົນເອງ ເປັນຄົົນທີ່ຮູ້ຄຸນຄ່າຂອງເງິນ ໃຊ້ຈ່າຍເງິນຢ່າງປະຢັດ ວາງແຜນການໃຊ້ຈ່າຍເງິນການເກັບອອມເງິນເພື່ອຄວາມໝັ້ນຄົງຂອງຊີວິດ.
2.ດ້ານຄອບຄົວ ການມີອາຊີບຈະສ້າງຄຸນຄ່າໃຫ້ກັບຕົນເອງ ແລ ະສະມາຊິກໃນຄອບຄົວ ເປັນຕົວຢ່າງແກ່ຄົນໃນຄອບຄົວ ແລະ ບຸກຄົນອື່ນໆ.
3.ດ້ານຊຸມຊົນ ເປັນການສ້າງລາຍໄດ້ໃຫ້ຊຸມຊົນ ເຮັດໃຫ້ເສດຖະກິດຊຸມຊົນດີຂຶ້ນ ເຮັດໃຫ້ຊຸມຊົນເຂັ້ມແຂງພຶ່ງພາຕົນເອງໄດ້.
4.ດ້ານປະເທດຊາດ ເມື່ອປະຊາຊົນມີອາຊີບ ມີລາຍໄດ້ ລັດສາມາດເກັບພາສີຈາກປະຊາຊົນໄດ້ສາມາດນຳລາຍໄດ້ຈາກການເກັບພາສີໄປພັດທະນາປະເທດໃນດ້ານຕ່າງໆ ໄດ້.