ການອອມ
ການອອມເປັນການເກັບສະສົມເງິນລາຍໄດ້ໃນສ່ວນຕ່າງໆ ໄວ້ໃຊ້ຈ່າຍໃນອະນາຄົດທັງໝົດເຖິງການສະສົມສິ່ງທີ່ມີຄ່າເປັນເງິນ ແລະ ມີປະໂຫຍດຕໍ່ຄອບຄົວ ຊຶ່ງເປັນການສ້າງຫຼັກປະກັນຄວາມໝັ້ນຄົງໃຫ້ກັບຕົນເອງ ແລະ ກໍ່ໃຫ້ເກີດສະຖຽນລະພາບທາງເສດຖະກິດ ການອອມຈຶ່ງມີຄວາມສຳຄັນຕໍ່ລະບົບເສດຖະກິດ ເພາະມີຄວາມສຳຄັນຕໍ່ຄວາມເປັນຢູ່ຂອງປະຊາຊົນ ຄອບຄົວ ແລະ ສັງຄົມ ຈຶ່ງຖືວ່າການອອມເປັນສິ່ງຈຳເປັນຕໍ່ການພັດທະນາເສດຖະກິດແລະສັງຄົມຂອງປະເທດ.
1.1.ຄວາມໝາຍຂອງ ການອອມ.
ການອອມ ໝາຍເຖິງ ການເກັບສະສົມເງິນລາຍໄດ້ໃນສ່ວນຕ່າງໆ ໄວ້ໃຊ້ຈ່າຍໃນອະນາຄົດທັງໝົດເຖິງການສະສົມສິ່ງທີ່ມີຄ່າເປັນຕົວເງິນແລະ ມີປະໂຫຍດຕໍ່ຄອບຄົວ ເຊັ່ນ: ທອງຄຳ, ເພັດ, ເຄື່ອງປະດັບ, ທີ່ດິນ ແລະ ອື່ນໆ ເປັນຕົ້ນ ຊຶ່ງການເກັບລາຍໄດ້ສຸດທິເມື່ອຫັກລາຍຈ່າຍແລ້ວ ຈະມີສ່ວນທີ່ເຫຼືອຢູ່ເອີ້ນວ່າ ເງິນອອມ.
1.2.ຄວາມສຳຄັນຂອງການອອມ.
ຄວາມສຳຄັນຂອງການອອມ ການອອມເປັນການສ້າງຫຼັກປະກັນຄວາມໝັ້ນຄົງໃຫ້ກັບຕົນເອງ ແລະ ກໍ່ໃຫ້ເກີດສະຖຽນລະພາບທາງເສດຖະກິດ ຈຶ່ງມີຄວາມສຳຄັນຕໍ່ລະບົບເສດຖະກິດ ເພາະກ່ຽວຂ້ອງກັບຄວາມເປັນຢູ່ຂອງປະຊາຊົນຄອບຄົວແລະ ຊຸມຊົນ.
1.3.ປະໂຫຍດຂອງການອອມ.
ປະໂຫຍດຂອງການອອມ ການອອມໃຫ້ປະໂຫຍດຕໍ່ການດຳລົງຊີວິດແລະ ພັດທະນາຊີວິດຂອງທຸກຄົນ ບໍ່ວ່າຈະເປັນການອອມເງິນ ແລະ ອອມ ທັງໝົດທັງການອອມຊີວິດ ຊຶ່ງສະຫຼຸບໄດ້ດັ່ງນີ້:
1. ດ້ານເສດຖະກິດ.
ເປັນສິ່ງທີ່ຊ່ວຍໃຫ້ຊີວິດດຳລົງຢູ່ແລະ ເປີດໂອກາດໃຫ້ຄົນພັດທະນາຊີວິດໃຫ້ຈະເລີນຂຶ້ນ ຫຼື ເປັນການປະກອບອາຊີບເພື່ອນຳໄປແລກກັບປັດໄຈອື່ນ ເຊັ່ນ: ຢາປິ່ນປົວພະຍາດ, ທີ່ຢູ່ອາໄສ, ເຄື່ອງນຸ່ງຫົ່ມ ,ຍານພາຫະນະ ເປັນຕົ້ນ.
2. ດ້ານສັງຄົມ.
ເປັນກິດຈະກຳສົ່ງເສີມຄວາມສຳພັນທີ່ດີລະຫວ່າງກັນ ເອື້ອອາທົນຕໍ່ກັນ ເຊັ່ນ: ການອອມມື້ລະ 10,000 ກີບ ຂອງບຸກຄົນໃດໜຶ່ງ ຊຶ່ງເປັນເຄື່ອງມືໃຫ້ຄົົນທີ່ເປັນສະມາຊິກຄິດເອື້ອອາທົນຕໍ່ເພື່ອນສະມາຊິກ ຕໍ່ຜູ້ດ້ອຍໂອກາດຖ້າໄດ້ປະຕິບັດກັນຈິງຈັງກໍ່ຈະຊ່ວຍເສີມສ້າງຄວາມເຂັ້ມແຂງໃຫ້ຄອບຄົວ ແລະ ຊຸມຊົນໄດ້.
3. ດ້ານວັດທະນະທຳ.
ເປັນກິດຈະກຳທີ່ຄົນສ່ວນໃຫຍ່ ຖືປະຕິບັດກັນຢ່າງແພ່ຫຼາຍມີສາລະທີ່ເປັນຄວາມຮູ້ຄວາມຄິດ ການປະຕິບັດທີ່ມີແບບແຜນແນ່ນອນ ແລະ ເຮັດຢ່າງຕໍ່ເນື່ອງເຮັດໃຫ້ເກີດຜົນດີີແກ່ຜູ້ປະຕິບັດ ດັ່ງນັ້ນ ພຶດຕິກຳການອອມ ກິດຈະກຳການອອມ ຜົນການອອມທີ່ມີລັກສະນະເຊັ່ນນີ້ ຈຶ່ງຖືວ່າເປັນວັດທະນະທຳສຳຄັນໄດ້.
4. ດ້ານການສຶກສາ.
ຂະບວນການອອມເປັນເລື່ອງຂອງການຮຽນຮູ້ ການຝຶກຕົນເອງ ຜູ້ກໍ່ການອອມຕ້ອງຮູ້ຫຼັກຄິດ ຫຼັກການ ແລະ ຫຼັກປະຕິບັດຕະຫຼອດເຖິງຜົນລັບທີ່ຈະໄດ້ ການທີ່ທຸກຄົນໄດ້ເຂົ້າສູ່ຂະບວນການອອມກໍ່ຖືໄດ້ວ່າເປັນການເຂົ້າສູ່ຂະບວນການທາງການສຶກສາເພື່ອພັດທະນາຕົນເອງ ຜູ້ທີ່ມີສ່ວນຮ່ວມໃນການອອມນີ້ຈະຮຽນຮູ້ ແລະ ໄດ້ຮັບປະໂຫຍດ ໂດຍຈະພົບວ່າຕົນເອງໄດ້ປ່ຽນແປງໄປໃນທາງທີ່ດີຂຶ້ນ.
5. ດ້ານຊັບພະຍາກອນທຳມະຊາດແວດລ້ອມ.
ຊັບພະຍາກອນທີ່ຢູ່ຮອບຕົວ ເຊັ່ນ: ດິນ, ນ້ຳ, ປ່າ, ສັດ, ພືດ ເປັນຕົ້ນ ຄືຊີວິດທຸກຄົນ ເພາະມະນຸດຕ້ອງອາໄສສິ່ງເຫລົ້ານີ້ ຈຶ່ງຈະມີຊີວິດຢູ່ໄດ້ ຖ້າຊັບພະຍາກອນເຫຼົ່ານີ້ຖືກທຳລາຍກໍຖືເປັນສັນຍານເຕືອນໄພ ທີ່ເກິດຂື້ນແກ່ມະນຸດແລ້ວ ເພາະທຸກຄົນຢູ່ໄດ້ກໍ່ຕ້ອງອາໄສສິ່ງເຫລົ້ານີ້.
6. ດ້ານການພັດທະນາຊີວິດ.
ການອອມເປັນເລື່ອງການຮູ້ ການຄິດ ຊຶ່ງເປັນການຮຽນຮູ້ເພື່ອຮູ້ຈັກຕົນເອງ ຮູ້ຈັກຄວາມສຳພັນລະຫວ່າງຄົນກັບຜູ້ຄົນໃນຄອບຄົວ ໃນຊຸມຊົນ ເປັນຕົ້ນ.
1.4.ເປົ້າໝາຍໃນການອອມ.
ການອອມເປັນປັດໄຈເຮັດໃຫ້ເປົ້າໝາຍທີ່ບຸກຄົນກຳນົດໄວ້ໃນອະນາຄົດບັນລຸຈຸດປະສົງໄດ້ເຊັ່ນ: ກຳນົດເປົ້າໝາຍໄວ້ວ່າຕ້ອງມີເຮືອນເປັນຂອງຕົນເອງແລະ ເງິນອອມ ຍັງໃຊ້ແກ້ໄຂບັນຫາຄວາມເດືອດຮ້ອນທາງການເງິນ ທີ່ອາດເກີດຂຶ້ນຢ່າງບໍ່ຄາດການໄດ້ ດັ່ງນັ້ນບຸກຄົນຈຶ່ງຄວນມີການອອມຢ່າງສະໝ່ຳສະເໝີໃນຊີວິດ.
ເປົ້າໝາຍ ແມ່ນສິ່ງຈູງໃຈໃນການອອມ ຊຶ່ງແຕ່ລະບຸກຄົນອາດຈະແຕກຕ່າງກັນຂຶ້ນຢູ່ກັບຄວາມຫວັງແລະຄວາມຕ້ອງການໃນຊີວິດ ເຊັ່ນ ຢາກມີເຮືອນ ແລະ ທີ່ດິນ ເປັນຂອງຕົນເອງ ຢາກມີຊີວິດທີ່ສຸກສະບາຍໃນໄວກະສຽນບຳນານເປົ້າໝາຍນັ້ນຈະເປັນສິ່ງທີ່ກຳນົດໃຫ້ຈຳນວນເງິນອອມ ແລະ ໄລຍະເວລາໃນການອອມແຕກຕ່າງກັນໄດ້ແກ່:
1. ເພື່ອສ້າງຫຼັກປະກັນຊີວິດ ແລະ ຄວາມໝັ້ນຄົງດ້ານການເງິນ.
2. ເພື່ອໃຫ້ມີເງິນໄວ້ໃຊ້ໃນໄວກະສຽນ.
3. ເພື່ອໄວ້ໃຊ້ໃນດ້ານການສຶກສາ ແລະ ຄວາມກ້າວໜ້າໃນການງານ.
4. ເພື່ອໄວ້ເປັນມໍລະດົກໃຫ້ລູກຫຼານ ແລະ ສັງຄົມ.
5. ເພື່ອໃຊ້ເປັນເງິນທຶນໃນການປະກອບອາຊີບ.
6. ເພື່ອໄວ້ໃຊ້ຈ່າຍນອກເໜືອຈາກລາຍຈ່າຍປະຈຳ.
1.5.ປັດໄຈໃນການອອມເງິນ.
ໂດຍທົ່ວໄປການອອມຈະເກີດຂຶ້ນກໍຕໍ່ເມື່ອບຸກຄົນນັ້ນມີລາຍໄດ້ຫຼາຍກວ່າການຈ່າຍ ແລະ ຕ້ອງອາໄສປັດໄຈໃນການອອມເງິນດັ່ງນີ້:
1.ລາຍໄດ້ສຸດທິສ່ວນບຸກຄົນ.
ຜູ້ທີ່ມີລາຍໄດ້ສຸດທິສ່ວນບຸກຄົນສູງ ກໍ່ຍອມມີໂອກາດໃນການອອມເງິນສູງກວ່າ ຜູ້ທີມີລາຍໄດ້ສຸດທິຕ່ຳ.
2.ຜົນຕອບແທນທີ່ຜູ້ອອມໄດ້ຮັບຈາກການອອມ.
ຖ້າໄດ້ຮັບດອກເບ້ຍ ເງິນປັນຜົນ ແລະ ກຳໄລ ຫຼາຍກໍຈະມີແຮງຈູງໃຈໃນການອອມເງິນເພີ່ມຂຶ້ນ (ອັດຕາດອກເບ້ຍເງິນຝາກສູງ ).
3.ຄ່າຂອງເງິນ.
ອຳນາດຊື້ຂອງເງິນທີ່ມີຢູ່ໃນປະຈຸບັນມີຄວາມແຕກຕ່າງກັນຈາກມູນຄ່າຂອງເງິນໃນອະນາຄົດມີຜົນຕໍ່ການອອມ ຖ້າຄາດການວ່າຄ່າເງິນລຸດລົງຫຼາຍໃນອະນາຄົດ ກໍຈະເຮັດໃຫ້ເງິນທີ່ຈະອອມນ້ອຍລົງ.
4.ການໃຊ້ຈ່າຍໃນສິ່ງທີ່ຈຳເປັນຕາມລັກສະນະນິໃສສ່ວນບຸກຄົນ.
ແຕ່ລະຄົນຈະມີນິໃສການໃຊ້ເງິນແຕກຕ່າງກັນ ບາງຄົນມີລາຍໄດ້ຫຼາຍໃຊ້ຫຼາຍ ແຕ່ບາງຄົນມີນິໃສປະຢັດເກັບອອມ ກໍຈະເລືອກທີ່ຈະອອມຫຼາຍກວ່າໃຊ້ຈ່າຍເງິນ ເກັບໄວ້ເພື່ອອະນາຄົດ.
5.ການຄາດຄະເນກ່ຽວກັບເຫດການຕ່າງໆ ໃນອະນາຄົດ.
ຖ້າປະຊາຊົນຄາດວ່າລັດຖະບານຈະເພີ່ມອັດຕາພາສີຕ່າງໆ ປະຊາຊົນບາງສ່ວນອາດຈະຮີບຊື້ສິນຄ້າຕ່າງໆ ເພາະຢ້ານວ່າລາຄາສິນຄ້າໃນອະນາຄົດສູງຂຶ້ນ ກໍຈະເຮັດໃຫ້ເງິນທີ່ຈະອອມນ້ອຍລົງ.
6.ເທກໂນໂລຢີຂອງການໃຫ້ບໍລິການທາງການເງີນ.
ປະຊາຊົນມີການໃຊ້ຈ່າຍເງິນໄດ້ສະດວກຂຶ້ນເຮັດໃຫ້ການອອມລຸດລົງ ເຊັ່ນ: ມີບໍລິການເບີກຖອນເງິນອັດໂນມັດ (ATM).
7.ລະບົບການໃຫ້ສະວັດດິີການຫຼັງການກະສຽນອາຍຸ.
ເຊັ່ນນະໂຍບາຍການໃຫ້ບຳນານ ບຳເໜັດ ເງິນທຶນສຳຮອງລ້ຽງຊີບ ເງິນຊົດເຊີຍ ຈະເຮັດໃຫ້ບຸກຄົນຄົນນັ້ນ ມີການອອມເງິນໄວ້ໃຊ້ໃນໄວຊະລາບໍ່ສູງນັກ ເພາະລັດໃຫ້ການສະໜັບສະໜູນ.
1.6.ບັນຫາໃນການອອມ.
ບັນຫາໃນການອອມເປັນບັນຫາທີ່ສຳຄັນຢ່າງໜຶ່ງຂອງປະເທດ ເນື່ອງຈາກຄົນລາວຈຳນວນຫຼາຍຈະມີອາຍຸຢືນປະມານ 70 - 80 ປີ ແຕ່ສ່ວນຫຼາຍກໍຍັງບໍ່ມີການອອມຢ່າງພຽງພໍເພາະແຕ່ລະຄົນກໍຈະມີບັນຫາເລື່ອງການອອມ ແລະ ທໍ້ແທ້ທີ່ຈະພະຍາຍາມອອມຕໍ່ໄປ ບັນຫາໃນການອອມເງິນທີ່ເຫັນໄດ້ຊັດເຈນກໍຄືການບໍ່ຕັ້ງໃຈ ຫຼື ບໍ່ມີຄວາມອົດທົນພຽງພໍຂອງແຕ່ລະບຸກຄົນ ຈຶ່ງເຮັດໃຫ້ບໍ່ສຳເລັດຕາມເປົ້າໝາຍທີ່ກຳນົດໄວ້ ຊຶ່ງສາມາດສະຫລຸບໄດ້ດັ່ງນີ້:
1.ຄວາມໂລບ (Greedy)
ແມ່ນຄວາມຕ້ອງການຢາກໄດ້ທຸກຢ່າງທີ່ພົບເຫັນ ຈຶ່ງໃຊ້ຈ່າຍຢ່າງສຸລຸ່ຍສຸລາຍບໍ່ຄຳນຶງເຖິງອະນາຄົດວ່າຈະມີເງິນເກັບເໝືອນທີ່ຕັ້ງໃຈໄວ້ຫຼື ບໍ່ ເຮັດໃຫ້ການວາງແຜນອອມເງິນບໍ່ປະສົບຜົນສຳເລັດໃນທີ່ສຸດດັ່ງນັ້ນ ຄວາມໂລບ ຈຶ່ງເປັນອຸປະສັກທີ່ຕ້ອງແກ້ໄຂໃຫ້ໄດ້ ຕ້ອງຝຶກຝົນຕົນເອງໃຫ້ຮູ້ຈັກຄຳວ່າ “ພໍພຽງ” ຕາມແນວທາງຫຼັກຂອງເສດຖະກິດພໍພຽງ.
2.ພາວະເງີນເຟີ້ (Inflation)
ໝາຍເຖິງ ຊ່ວງເສດຖະກິດທີ່ຢູ່ໃນລະດັບລາຄາຂອງສິນຄ້າຫຼື ບໍລິການມີມູນຄ່າເພີ່ມຂຶ້ນ ເຮັດໃຫ້ອຳນາດຊື້ແລະ ມູນຄ່າຂອງເງິນອອມລຸດລົງ ຈຶ່ງເປັນອຸປະສັກທີ່ບໍ່ສາມາດຄວບຄຸມໄດ້ ດັ່ງນັ້ນແນວທາງໃນການແກ້ບັນຫາ ຄືຄວນຫາແຫຼ່ງເງິນອອມທີ່ໃຫ້ຜົນຕອບແທນສູງກວ່າ.
3.ເຫດການສຸກເສີນ (Emergency Event)
ເປັນເຫດການທີ່ຈະເກີດຂຶ້ນໂດຍບໍ່ຄາດຝັນ ແຕ່ເປັນເຫດການທີ່ອາດເກີດຂຶ້ນໄດ້ທຸກເວລາ ເຊັ່ນ ອຸບັດເຫດ ການຕົກງານ ເຈັບປ່ວຍເປັນຕົ້ນ ຈະສົ່ງຜົນຕໍ່ການນຳເງີນທີ່ອອມຢູ່ມາໃຊ້ດັ່ງນັ້ນ ຄວນວາງແຜນປ້ອງກັນ
ໄວ້ກ່ອນລ່ວງໜ້າເຊັ່ນ ການເຮັດປະກັນຊີວິດ ການປະກັນໄພ.
1.7.ການວາງແຜນການອອມ.
ການວາງແຜນການອອມ (Saving Plan) ເປັນກົນລະຍຸດທີ່ຊ່ວຍໃຫ້ບຸກຄົນປະສົບຄວາມສຳເລັດຕາມເປົ້າໝາຍໃນຊີວິດ ຊຶ່ງແຕ່ລະບຸກຄົນຄວນຈັດສັນລາຍໄດ້ຂອງຕົນເອງເພື່ອເປັນຄ່າໃຊ້ຈ່າຍປະຈຸບັນ ແລະ ເປັນເງິນອອມໃນອະນາຄົດເປັນຈຳນວນເທົ່າໃດ ສິ່ງທີ່ສຳຄັນໃນການວາງແຜນການອອມຄືການປະມານລາຍໄດ້ແລະ ລາຍຈ່າຍ ເຊັ່ນ ບຸກຄົນຕ້ອງການຊື້ເຮືອນຈະຕ້ອງວາງແຜນການອອມໂດຍກຳນົດຈຳນວນເງິນ ແລະໄລຍະເວລາທີ່ສະສົມເງິນອອມເພື່ອໃຫ້ໄດ້ຕາມຈຳນວນທີ່ຕ້ອງການ ເງິນອອມຍັງຊ່ວຍບັນເທົາຄວາມເດືອດຮ້ອນທາງການເງິນຍາມສຸກເສີນ ສະແດງໃຫ້ເຫັນວ່າການອອມເປັນຮູບແບບຂອງການລົງທຶນຢ່າງໜຶ່ງ ທຸກຄົນຈຶ່ງຄວນບໍລິຫານເງິນອອມຢ່າງຮອບຄອບ.