ການວາງແຜນເປົ້າໝາຍສູ່ຄວາມສຳເລັດໃນຊີວິດ
ມີຄົນຈຳນວນຫຼາຍໃນສັງຄົມທີ່ບໍ່ເຂົ້າໃຈ ແລະ ລະເລີຍການວາງແຜນເປົ້າໝາຍຊີວິດໃນອະນາຄົດວ່າອີກ 5 ປີ 10 ປີຂ້າງໜ້າຢາກຈະໄດ້ຫຍັງ ຢາກຈະເປັນຫຍັງ ຫຼື ຢາກຈະມີຫຍັງດ້ວຍ ບາງຄົນມີການກຳນົດເປົ້າໝາຍໄວ້ຊັດເຈນ ແຕ່ກໍບໍ່ປະສົບຄວາມສຳເລັດ ເພາະວ່າກຳນົດເປົ້າໝາຍໃຫ້ຕົວເອງຍາກເກີນໄປ ເຮັດແນວໃດກໍບໍ່ສຳເລັດ ເຊັ່ນ ບາງຄົນຕັ້ງເປົ້າໝາຍວ່າຈະເກັບອອມເງິນ ໃຫ້ໄດ້ປີລະໜຶ່ງແສນບາດ ແຕ່ໃນຄວາມເປັນຈິງມີລາຍໄດ້ພຽງປີລະສອງແສນບາດ ຖ້າຄິດເປັນເປີເຊັນເງິນເກັບອອມຕໍ່ລາຍໄດ້ແລ້ວຕ້ອງອອມ ປະມານ 50% ຊຶ່ງບໍ່ໜ້າຈະເປັນໄປໄດ້ ຖ້າທ່ານບໍ່ມີລາຍໄດ້ຈາກແຫຼ່ງອື່ນດ້ວຍ ເຫດນີ້ຈຶ່ງເຮັດໃຫ້ເປົ້າໝາຍຂອງຫຼາຍຄົນບໍ່ປະສົບຄວາມສຳເລັດ.
ມີຄົນອີກຈຳນວນບໍ່ນ້ອຍທີ່ກຳນົດເປົ້າໝາຍຊີວິດ ແຕ່ມີການປ່ຽນເປົ້າໝາຍເລື້ອຍເກີນໄປ ຈຶ່ງກາຍເປັນເປົ້າບິນ ເຮັດໃຫ້ພາດເປົ້າ ເພາະມີເປົ້າໝາຍຫຼາຍເກີນໄປ ເຊັ່ນ: ມື້ນີ້ມີຄົນເລົ່າໃຫ້ຟັງເລື່ອງທຸລະກິດສ່ວນຕົວກໍຕັ້ງເປົ້າເລື່ອງທຸລະກິດສ່ວນຕົວ ພຸ່ງນີ້ມີຄົນເວົ້າເລື່ອງງານໃໝ່ເງິນເດືອນດີກວ່າເດີມ ເປົ້າໝາຍໃນການປ່ຽນງານເພື່ອກ້າວສູ່ການເປັນຜູ້ບໍລິຫານລະດັບສູງກໍ່ເກີດຂຶ້ນມາອີກ ຈຶ່ງມີເປົ້າໝາຍບໍ່ແນ່ນອນ ເພື່ອໃຫ້ທ່ານທີ່ຕ້ອງການກຳນົດເປົ້າໝາຍໃນຊີວິດໄດ້ຢ່າງມີປະສິດທິພາບຫຼາຍຢິ່ງຂຶ້ນ ແລະ ສາມາດກ້າວໄປສູ່ຄວາມສຳເລັດໃນຊີວິດໄດ້ດີກວ່າ ແລະ ໄວກວ່າທີ່ຄາດຫວັງໄວ້ ພໍຈະສະຫລຸບແນວທາງໃນການວາງແຜນເປົ້າໝາຍຊີວິດໄວ້ດັ່ງນີ້:
1.1.ຫາຄວາມຝັນຂອງຕົນເອງໃຫ້ພົບ.
ຈຸດເລີ່ມຕົ້ນຂອງການກຳນົດເປົ້າໝາຍໃນຊີວິດຄື ການຖາມຕົວເອງວ່າ ໃນອະນາຄົດເຮົາຢາກຈະເປັນຫຍັງຢາກຈະມີຫຍັງ ຢາກຈະໄດ້ຫຍັງ ຢາກຈະເປັນເໝືອນໃຜ ສຳໃດ ເມື່ອໄດ້ ເພາະຖ້າເຮົາບໍ່ສາມາດຕອບຄຳຖາມນີ້ໄດ້ ເຮົາຈະກຳນົດເປົ້າໝາຍທີ່ດີບໍ່ໄດ້ເຊັ່ນກັນ ເໝືອນກັບການທີ່ເຮົາອອກໄປຕະຫຼາດເພື່ອຊື້ຂອງມາເຮັດອາຫານຖ້າເຮົາບໍ່ມີລາຍການອາຫານຢູ່ໃນໃຈ ຄິດພຽງວ່າໄປເບິ່ງກ່ອນແລ້ວກັນຄ່ອຍຄິດວ່າຈະເຮັດຫຍັງຮັບປະທານ ຊຶ່ງຕ້ອງໃຊ້ເວລາຍ່າງຕະຫຼາດດົນຫຼາຍ ແລະ ອາດບໍ່ມີຫຍັງຖືກໃຈເລີຍສັກຢ່າງດຽວ ຜິດກັບຄົົນທີ່ຄິດລາຍການອາຫານໄປຈາກບ້ານພໍໄປເຖິງຕະຫຼາດກໍສາມາດຍ່າງໄປສະເພາະຈຸດທີ່ຕ້ອງການຈະຊື້ໄດ້ທັນທີ ບໍ່ຕ້ອງເສຍເວລາຍ່າງວົນໄປວົນມາ ເຖິງແມ່ນລາຍການອາຫານທີ່ເຮົາຕ້ອງການບໍ່ມີ ແຕ່ຖ້າເຮົາມີລາຍການອາຫານສຳຮອງຢູ່ ເຮົາກໍສາມາດປ່ຽນລາຍການຊື້ຂອງໄດ້ທັນທ່ວງທີ ດັ່ງນັ້ນ ໃຜທີ່ຢັງຄົ້ນຫາຕົວເອງໃຫ້ພົບກໍບໍ່ຕ່າງຫຍັງໄປຈາກຄົົນທີ່ໄປຕະຫຼາດ ແລ້ວຄ່ອຍຄິດວ່າຈະຊື້ຫຍັງມາເຮັດອາຫານ.
1.2.ວິເຄາະຫາຄວາມມັກຂອງຕົນເອງ.
ບຸກຄົນທີ່ກຳລັງເຮັດວຽກເປັນລູກຈ້າງຢູ່ ແລະ ຄິດຈະອອກມາເຮັດທຸລະກິດສ່ວນຕົວ ກໍຄວນເລືອກເຮັດໃນສິ່ງທີ່ຕັວເອງຖະນັດຕົວເອງມັກເປັນອັນດັບແຮກ ເພາະທຸລະກິດທີ່ເຮົາເຮັດເຮົາຈະຕ້ອງຢູ່ກັບມັນດົນ ແລະ ຖ້າໃຜເລືອກເຮັດທຸລະກິດທີ່ຕົວເອງບໍ່ມີຄວາມຮັກຄວາມມັກເປັນພື້ນຖານແລ້ວ ຈະເຮັດໄດ້ບໍ່ດີ ເຊັ່ນ ບໍ່ມັກຫລິ້ນເກມ ແຕ່ຢາກເຮັດທຸລະກິດຮ້ານວີດີໂອເກມເປັນຕົ້ນ.
1.3.ຕີກອບໃຫ້ແຄບລົງ.
ການເລືອກເປົ້າໝາຍທີ່ເຮົາຕ້ອງການ ຖ້າເຮົາຮູ້ວ່າເຮົາມັກຫຍັງ ເມື່ອມອງອອກໄປພາຍນອກຈະຄ່ອນຂ້າງງ່າຍເຊັ່ນ ຕ້ອງການເຮັດທຸລະກິດກ່ຽວກັບເສື້ອຜ້າສະຕີນຳສະໄໝ ກຸ່ມເປົ້າໝາຍຄືຄົນເຮັດວຽກ ແລະ ທຸລະກິດເສື້ອຜ້າທີ່ລົງທຸນບໍ່ເກີນ 2 ລ້ານບາດ ຢູ່ໃນເຂດຕົວເມືອງໃຫ່ຍໃດໝຶງຂອງປະເທດ ແລະ ອື່ນໆ ຖ້າເຮົາສາມາດກຳນົດກອບຂອງເປົ້າໝາຍໄດ້ຊັດເຈນ ແລະ ຄ່ອຍໆ ຕີກອບນັ້ນໃຫ້ແຄບລົງໆ ເຮົາຈະຄົ້ນພົບວ່າ ເປົ້າໝາຍນັ້ນເໝາະສົມກັບເຮົາ ຫຼື ບໍ່.
1.4.ສຶກສາຂໍ້ມູນເພື່ອໃຫ້ໄປສູ່ເປົ້າໝາຍ.
ເມື່ອເຮົາໄດ້ເປົ້າໝາຍທີ່ຊັດເຈນ ແລະ ຢູ່ໃນກອບທີ່ເຮົາສາມາດເຮັດໄດ້ ຂັ້ນຕໍ່ມາຄື ການສຶກສາຂໍ້ມູນກ່ຽວກັບເປົ້າໝາຍທີ່ເຮົາກຳນົດໄວ້ວ່າ ແນວທາງໃນການໄປສູ່ເປົ້າໝາຍນັ້ນເປັນແນວໃດ ຖ້າຕ້ອງການເຮັດທຸລະກິດສ່ວນຕົວເລື່ອງເສື້ອຜ້າກໍຄວນຈະໄປສຶກສາຈາກຜູ້ທີ່ເຄີຍປະສົບຄວາມລົ້ມເຫລວ ແລະ ຜູ້ທີ່ກຳລັງປະສົບຄວາມສຳເລັດໃນປະຈຸບັນ ເພື່ອວິເຄາະເບິ່ງວ່າເຮົາຈັດຢູ່ໃນກຸ່ມໃດ ຫຼື ຄວນຫາທາງປ້ອງກັນບໍ່ໃຫ້ເຮົາຜິດພາດເໝືອນກຸ່ມທີ່ເຄີຍລົ້ມເຫລວມາແລ້ວ.
1.5.ຕັ້ງເປົ້າໝາຍໃຫ້ທ້າທາຍ.
ການຕັ້ງເປົ້າໝາຍໃນຊີວິດຄວນຈະເປັນເປົ້າໝາຍທີ່ທ້າທາຍ ຊຶ່ງໝາຍເຖິງເປົ້າໝາຍທີ່ບໍ່ງ່າຍຈົນເກີນໄປ ເຊັ່ນກ່ອນກະສຽນອາຍຸຈາກລູກຈ້າງ ຄວນຈະດຳລົງຕຳແໜ່ງເຈົ້າໝ້າທີ່ອາວຸໂສ (ບໍ່ແມ່ນບໍ່ເຮັດຫຍັງ ຢູ່ໄປດົນໆ ອາຍຸງານຫຼາຍກວ່າຄົນອື່ນ) ແລະ ບໍ່ຄວນຕັ້ງເປົ້າໝາຍທີ່ຍາກເກີນໄປ ເຊັ່ນ ຕ້ອງການເກັບເງິນເດືອນ ເດືອນລະ 1,000,000 ກີບ ໄດ້ເງິນເດືອນ ເດືອນ 2,000,000 ກີບ.
1.6.ຄວນຈະມີເປົ້າໝາຍຫຼັກ ແລະ ເປົ້າໝາຍສຳຮອງ.
ການຕັ້ງເປົ້າໝາຍໃນຊີວິດທີ່ດີ ຄວນຈະມີເປົ້າໝາຍຫຼັກ ແລະ ເປົ້າໝາຍສຳຮອງ ທີ່ສອດຄ່ອງກັນ ເພາະຖ້າເປົ້າໝາຍຫຼັກມີບັນຫາອຸປະສັກ ຫຼື ເປັນໄປບໍ່ໄດ້ ຈະໄດ້ນຳສິ່ງທີ່ລົງທຶນໄປກັບເປົ້າໝາຍຫຼັກມາໃຊ້ປະໂຫຍດກັບເປົ້າໝາຍສຳຮອງໄດ້ ການກຳນົດເປົ້າໝາຍໃນຊີວິດ ບໍ່ຈຳເປັນວ່າຈະກຳນົດເທື່ອດຽວແລ້ວໃຊ້ໄດ້ຕະຫຼອດໄປ ເຮົາຄວນຈະທົບທວນຄວາມສຳເລັດຂອງເປົ້າໝາຍທີ່ກຳນົດໄວ້ເປັນໄລຍະໆ ວ່າຄວນຈະມີການປັບປ່ຽນເປົ້າໝາຍ ຫຼື ບໍ່ແນວໃດ.
1.7.ການບໍລິຫານທຸລະກິດຊີວິດສູ່ຄວາມສຳເລັດ.
ອາດກ່າວໄດ້ວ່າການດຳເນີນຊີວິດຂອງຄົນເຮົາ ຄືການບໍລິຫານທຸລະກິດປະເພດໜຶ່ງທີ່ເປົ້າໝາຍສຸດທ້າຍຄືກຳໄລ ກຳໄລໃນທີ່ນີ້ບໍ່ໄດ້ໝາຍເຖິງສິ່ງທີ່ເປັນຕົວເງິນ ແຕ່ໝາຍເຖິງ “ຄວາມສຳເລັດ” ດັ່ງນັ້ນ ຖ້າເປົ້າໝາຍຂອງທຸລະກິດຊີວິດເຮົາຄືຄວາມສຳເລັດ ເຮົາຄົງຕ້ອງເລີ່ມບໍລິຫານຊີວິດຢ່າງມີກົນລະຍຸຫຼາຍຂຶ້ນຫຼາຍຄົນສູນເສຍເວລາແຫ່ງຊີວິດໄປກັບເລື່ອງທີ່ຂາດສາລະ ປ່ອຍເວລາໃຫ້ລ່ວງເລີຍໄປກັບເຂັມໂມງ ປ່ອຍໃຫ້ໂອກາດລ່ອງຟູໄປກັບສາຍລົມ ແລະ ແສງແດດຄົນຫຼາຍຄົນມີຄຳວ່າ “ເສຍດາຍ” ຢູ່ເຕັມຫົວ ເພາະມາຮູ້ສຶກຕົວໃນເລື່ອງຕ່າງໆ ຫຼື ຄິດໄດ້ກໍສາຍໄປເສຍແລ້ວ ກວ່າຈະຮູ້ການອອກກຳລັງກາຍເປັນສິ່ງຈຳເປັນ ແລະ ສຳຄັນ ກໍເຈັບປ່ວຍໄປຮຽບຮ້ອຍແລ້ວ ກວ່າຈະຮູ້ວ່າຄອບຄົວສຳຄັນກໍເກີດບັນຫາຄອບຄົວແຕກແຍກໄປແລ້ວ ກວ່າຈະຮູ້ວ່າຄວາມສາມາດຢັງບໍ່ເຖິງກໍຕໍ່ເມື່ອໂອກາດດີຜ່ານໄປແລ້ວ ເພື່ອໃຫ້ຊີວິດມຸ້ງໄປສູ່ວັດຖຸປະສົງທີ່ແທ້ຈິງຂອງຊີວິດຄືຄວາມສຳເລັດເຮົາຈຶ່ງຕ້ອງມີການບໍລິຫານຊີວິດຕາມແນວທາງການບໍລິຫານທຸລະກິດຊີວິດຢ່າງຈິງຈັງ ເພື່ອໃຫ້ໝັ່ນໃຈໄດ້ວ່າ ເຮົາບໍ່ໄດ້ລະເລີຍ ຫຼົງລືມ ຫຼື ແກ້ງລືມເຮັດບາງສິ່ງບາງຢ່າງໃນຊີວິດໃນເວລາທີ່ຄວນຈະເຮັດນັ້ນຄື ປ້ອງກັນວ່າ “ເສຍດາຍ” ຢ່າໃຫ້ເກີດຂຶ້ນກັບຊີວິດຂອງເຮົາ ຈຶ່ງຂໍແນະນຳທາງໃນການບໍລິຫານທຸລະກິດຊີວິດດັ່ງນີ້:
1.ກຳນົດວິໃສທັດຂອງຊີວິດ (Life Vision)
ເຮົາຕ້ອງກຳນົດເປົ້າໝາຍສູງສຸດໃນຊີວິດໃຫ້ຊັດເຈນວ່າ ເຮົາຕ້ອງການຄວາມສຳເລັດຫຍັງ ເມື່ອໃດ ເຊັ່ນຕ້ອງການເປັນເຈົ້າຂອງກິດຈະການເມື່ອອາຍຸ 35 ປີ ຕ້ອງການເປັນນັກການເມືອງເມື່ອອາຍຸປະມານ 40 ປີ ຫຼື ຕ້ອງການເງິນເກັບ 10 - 20 ລ້ານພາຍໃນ 10 ປີ ແລະ ອື່ນໆ ຄົນຫຼາຍຄົນມັກຈະບອກວ່າບໍ່ຮູ້ຈະກຳນົດເປົ້າໝາຍຊີວິດໄດ້ແນວໃດຈະເລີ່ມຕົ້ນທີ່ໃດ ຈຶ່ງຂໍແນະນຳວ່າ ການກຳນົດວິໃສທັດຂອງຊີວິດສາມາດກຳນົດໄດ້ 2 ລັກສະນະຄື:
- ກຳນົດຈາກຄວາມຝັນຂອງເຮົາເອງ ຄວາມຝັນຂອງເຮົາອາດຈະເກີດຈາກແຮງດົນໃຈບາງຢ່າງໃນຊີວິດ ຫຼື ເກີດຈາກຄວາມຍາກລຳບາກໃນຊີວິດ ເຊັ່ນ ບາງຄົນຝັນຢາກເຮັດວຽກມູນນິທິເພື່ອຊ່ວຍເຫຼື່ອເດັກ ເພາະເຄີຍເປັນເດັກກຳພ້າມາກ່ອນ.
- ກຳນົດຈາກແບບຢ່າງຄວາມສຳເລັດຂອງຜູ້ອື່ນ ໂດຍເຮົາອາດເລືອກໃຜບາງຄົນມາເປັນຕົວຢ່າງເພື່ອສ້າງເປົ້າໝາຍ ຫຼື ວິໃສທັດໃຫ້ກັບຕົວເອງ ຫຼື ອາດຈະກຳນົດຈາກຄວາມສຳເລັດຂອງຄົນຫຼາຍໆ ຄົນທັງໝົດກັນກໍໄດ້ ເຊັ່ນ ເຮົາຢາກເປັນນັກຂຽນທີ່ປະສົບຄວາມສຳເລັດເໝືອນ ນັກຂຽນບາງຄົົນທີ່ຊື່ນມັກ ຫຼື ຢາກເປັນເຈົ້າຂອງທຸລະກິດຂະໜາດນ້ອຍເໝືອນເຈົ້າຂອງທຸລະກິດບາງຄົົນທີ່ປະສົບຄວາມສຳເລັດ.
2.ວິເຄາະຈຸດອ່ອນຈຸດແຂງ (SWOT Analysis)
ເມື່ອເຮົາມີເປົ້າໝາຍໃນຊີວິດທີ່ຊັດເຈນແລ້ວ ເຮົາກໍຕ້ອງກັບມາວິເຄາະຕົວເຮົາເອງວ່າ ຊີວິດເຮົາສ່ວນໃດດ້ວຍທີ່ເປັນຈຸດແຂງທີ່ຈະສາມາດນຳພາເຮົາໄປສູ່ຈຸດໝາຍທີ່ກຳນົດໄວ້ໄດ້ ມີຈຸດໃດແນ່ທີ່ເຮົາຍັງຕ້ອງພັດທະນາປັບປຸງເພື່ອລຸດບັນຫາອຸປະສັກທີ່ອາດຈະເກີດຂຶ້ນລະຫວ່າງທາງ ເຊັ່ນ ເຮົາຕ້ອງການເປັນເຈົ້າຂອງທຸລະກິດຄ້າຂາຍກັບຕ່າງປະເທດທຸກພູມິພາກທົວໂລກ ມີຈຸດແຂງ (Strengths) ຂອງເຮົາຄື ເຮົາມີເງິນລົງທຶນພຽງພໍ ເຄີຍເຮັດທຸລະກິດຄອບຄົວມາກ່ອນແຕ່ຈຸດອ່ອນ (Weaknesses) ຂອງເຮົາຄື ເຮົາໃຊ້ພາສາຕ່າງປະເທດບໍ່ເກັ່ງ ຫຼື ບໍ່ຄ່ອຍເຂົ້າໃຈວັດທະນະທຳຂອງຄົນຕ່າງຊາດ.
ໃນຂະນະດຽວກັນຈະຕ້ອງວິເຄາະວ່າ ຊີວິດຂອງເຮົາມີສະພາບແວດລ້ອມພາຍນອກຫຍັງແດ່ ທີ່ເອື້ອອຳນວຍ ຊຶ່ງຮຽກວ່າເປັນໂອກາດ (Opportunities) ແລະ ທີ່ເປັນອຸປະສັກ (Threats) ໃນການເດິນທາງໄປສູ່ຈຸດໝາຍ ເຊັ່ນເທກໂນໂລຢີການສື່ສານກ້າວໜ້າ ຊ່ວຍໃຫ້ເຮົາສາມາດຂາຍສິນຄ້າຜ່ານລະບົບອິນເທີເນັດໄດ້ ແຕ່ເຮົາຈະຕ້ອງປະສົບກັບບັນຫາການກີດກັນທາງການຄ້າຈາກປະເທດຕະເວັນຕົກ ໂດຍໃຊ້ເງື່ອນໄຂທາງການຄ້າ ຫຼື ມາດຕະຖານສາກົນປະເພດຕ່າງໆ.
ການວິເຄາະຈຸດອ່ອນ ຈຸດແຂງ ໂອກາດ ແລະ ບັນຫາອຸປະສັກໃນຊີວິດນັ້ນ ຈະຊ່ວຍໃຫ້ເຮົາເຂົ້າໃຈຕົວເອງຍອມຮັບຈຸດບົກຜ່ອງຂອງຕົວເອງ ຈະຊ່ວຍໃຫ້ເຮົາເຂົ້າໃຈຕົວເອງ ຍອມຮັບຈຸດບົກຜ່ອງຂອງຕົວເອງ ແລະ ພ້ອມທີ່ຈະພັດທະນາໃຫ້ຖືກຕ້ອງ ແລະ ເໝາະສົມສອດຄ່ອງກັບເປົ້າໝາຍໃນຊີວິດໄດ້.
3.ກຳນົດປັດໄຈສູງຄວາມສຳເລັດ (Critical Success Factors)
ການກຳນົດປັດໄຈສູ່ຄວາມສຳເລັດ ໝາຍເຖິງ ການກຳນົດວ່າຫຍັງຄືສິ່ງສຳຄັນທີ່ສຸດທີ່ຈະນຳເຮົາໄປສູ່ເປົ້າ ໝາຍຕາມວິໃສທັດ ເຊັ່ນ ເຮົາຕ້ອງການເປັນເຈົ້າຂອງກິດຈະການ ປັດໄຈສູ່ຄວາມສຳເລັດອາດຈະປະກອບດ້ວຍ:
- ເງີນລົງທຶນ ເພາະຖ້າບໍ່ມີເງິນຄົງເປັນເຈົ້າຂອງກິດຈະການບໍ່ໄດ້.
- ຄວາມຮູ້ດ້ານການຈັດການ ໃນຖານະເຈົ້າຂອງກິດຈະການ ຈະຕ້ອງມີຄວາມຮູ້ໃນທຸລະກິດນັ້ນໆ ພຽງພໍ.
- ລູກຄ້າ ຕ້ອງມີກຸ່ມລູກຄ້າທີ່ສະໜັບສະໜູນສິນຄ້າ ຫຼື ບໍລິການຂອງເຮົາ.
- ບຸກຄະລາກອນ ຊຶ່ງເປັນຜູ້ທີ່ມີສ່ວນສຳຄັນໃນການເຮັດວຽກງານໃຫ້ກັບເຮົາ.
- ເທກໂນໂລຢີ ຊຶ່ງຈະຊ່ວຍໃຫ້ເຮົາມີຄວາມໄດ້ປຽບໃນການແຂ່ງຂັນ.
· ແຕ່ຖ້າເປົ້າໝາຍຊີວິດຂອງເຮົາຄື ການເປັນນັກຂຽນທີ່ມີຊື່ສຽງ ປັດໄຈສູ່ຄວາມສຳເລັດຄື:
- ຄວາມຮູ້ ເພາະຖ້າຂາດຄວາມຮູ້ຄົງບໍ່ສາມາດຂຽນໝັງສື ຫຼື ບົດຄວາມໄດ້.
- ເທກນິກການຂຽນ ເປັນສິນປະການຂຽນທີ່ມີເອກລັກຊ່ວຍເພີ່ມສີສັນໃຫ້ກັບສິ່ງທີ່ຂຽນ.
- ຜູ້ອ່ານ ເປັນຜູ້ທີ່ບົ່ງບອກວ່າງານຂຽນຂອງເຮົາປະສົບຄວາມສຳເລັດ ຫຼື ບໍ່ປະສົບການ ຖືເປັນປັດໄຈສຳຄັນທີ່ຈະຊ່ວຍໃຫ້ເຮົາກ້າວໄປສູ່ເສັ້ນທາງນັກຂຽນຈະເຫັນວ່າ ການມີວິໃສທັດເປັນນັກຂຽນທີ່ປະສົບຄວາມສຳເລັດນັ້ນ ເຖິງແມ່ນເງິນທຶນຈະມີຄວາມຈຳເປັນ ແຕ່ກໍບໍ່ຖືວ່າເປັນປັດໄຈ ສູ່ຄວາມສຳເລັດທີ່ສຳຄັນ ບໍ່ເໝືອນກັບການເປັນເຈົ້າຂອງທຸລະກິດສ່ວນຕົວ ດັ່ງນັ້ນ ການກຳນົດປັດໄຈສູ່ຄວາມສຳເລັດໃນຊີວິດນີ້ຈະຊ່ວຍໃຫ້ເຮົາເບິ່ງເຫັນວ່າໃນຊີວິດນີ້ເຮົາຈະຕ້ອງໃຫ້ຄວາມສຳຄັນກັບສິ່ງໃດຫລາຍໃຫ້ຄວາມສຳຄັນກັບສິ່ງໃດນ້ອຍ ຈະຊ່ວຍໃຫ້ເຮົາສາມາດຈັດລຳດັບຄວາມສຳຄັນໃນຊີວິດໄດ້ດີຍິ່ງຂຶ້ນ.
4.ກຳນົດເປົ້າໝາຍເຊີງກົນລະຍຸດ (Strategic Aim)
ເມື່ອຮູ້ເປົ້າໝາຍສູງສຸດຂອງຊີວິດ ແລະ ຮູ້ຈຸດອ່ອນ ຈຸດແຂງ ຂອງຕົວເຮົາເອງແລ້ວ ກໍຕ້ອງເລີ່ມກຳນົດເປົ້າໝາຍໃນເລື່ອງຕ່າງໆ ໃຫ້ຊັດເຈນຫຼາຍຍິ່ງຂຶ້ນ ເຊັ່ນ ຖ້າຕ້ອງການເປັນເຈົ້າຂອງກິດຈະການ ເຮົາຈະຕ້ອງມີເງິນທຶນຢ່າງນ້ອຍ 1 ລ້ານບາດ ແຕ່ປະຈຸບັນເຮົາມີເງິນທຶນພຽງ 5 ແສນບາດ ເຮົາເຫຼືອເວລາອີກ 5 ປີ ໃນການຫາເງິນທຶນໃຫ້ຄົບ ດັ່ງນັ້ນເປົ້າໝາຍເຊີງກົນລະຍຸດໃນແງ່ຂອງເງິນທຶນຂອງເຮົາຄື 5 ແສນບາດ ພາຍໃນ 5 ປີ.
ການກຳນົດເປົ້າໝາຍກົນລະຍຸດ ໃຫ້ກັບຊີວິດໃນແຕ່ລະດ້ານຈະຊ່ວຍໃຫ້ເຮົາເບິ່ງເຫັນພາບລວມໄດ້ຊັດເຈນຂຶ້ນວ່າປັດໄຈຕົວໃດທີ່ຍັງຢູ່ຫ່າງຈາກເປົ້າໝາຍ ປັດໄຈຕົວໃດທີ່ໃກ້ຄຽງກັບເປົ້າໝາຍທີ່ເຮົາກຳນົດໄວ້ ຊຶ່ງຈະເຮັດໃຫ້ເຮົາສາມາດຈັດລຳດັບຄວາມສຳຄັນຂອງການໄປສູ່ເປົ້າໝາຍໄດ້ງ່າຍຂຶ້ນ ເຊັ່ນ ເປົ້າໝາຍທາງດ້ານເງິນທຶນບໍ່ຄ່ອຍຍາກນັກເພາະມີເວລາເກັບເງິນອີກຫຼາຍປີ ແຕ່ເປົ້າໝາຍທາງດ້ານຄວາມຮູ້ ແລະ ປະສົບການໃນການຈັດການທາງທຸລະກິດເຮົາອາດຈະຍັງຫ່າງຈາກເປົ້າໝາຍຢູ່ຫຼາຍ ດັ່ງນັ້ນ ພຶດຕິກຳໃນການດຳເນີນຊີວິດຂອງເຮົາກໍຄວນຈະຕ້ອງທຸ້ມເທເວລາໃນການຫາຄວາມຮູ້ ແລະ ປະສົບການຫຼາຍກວ່າການຫາເງິນທຶນ.
1.8.ກຳນົດທາງເລືອກ (Strategic Option)
ໃນແຕ່ລະເປົ້າໝາຍເຊີງກົນລະຍຸດຍ່ອຍໆ ໃນດ້ານຕ່າງໆ ບໍ່ວ່າຈະເປັນເປົ້າໝາຍດ້ານເງິນທຶນ ເປົ້າໝາຍດ້ານຄວາມຮູ້ ແລະ ປະສົບການ ເຮົາຈະຕ້ອງກຳນົດທາງເລືອກຂຶ້ນມາເພື່ອໃຫ້ມີຄວາມເໝາະສົມກັບຕົວເອງຫຼາຍທີ່ສຸດ ເຊັ່ນເປົ້າໝາຍຍ່ອຍທາງດ້ານເງິນທຶນ ເຮົາອາດຈະກຳນົດທາງເລືອກໃນການຫາເງິນທຶນ ດັ່ງນີ້:
1.ກູ້ເງິນຈາກສະຖາບັນການເງິນ ເງື່ອນໄຂຄື ເຮົາຕ້ອງມີຫຼັກຊັບ ຫຼື ການຄ້ຳປະກັນ.
2.ກູ້ຢືມເງິນຈາກຍາດພີ່ນ້ອງ ເງື່ອນໄຂຄື ຍາດພີ່ນ້ອງເຮົາມີເງິນ ຫຼື ບໍ່ ທ່ານໄວ້ໃຈເຮົາ ຫຼື ບໍ່.
3.ເກັບສະສົມເງິນດ້ວຍຕົນເອງ ເງື່ອນໄຂຄື ຕ້ອງໃຊ້ເວລາດົນ.
4.ລະດົມທຶນຈາກຫຸ້ນສ່ວນ ເງື່ອນໄຂຄື ກິດຈະການນັ້ນຕ້ອງມີຜູ້ຖືຫຸ້ນຫຼາຍຄົນ.
ຄົນຫຼາຍຄົົນທີ່ມັກຈະຕາຍນ້ຳຕື້ນ ເຊັ່ນ ມີວິໃສທັດທີ່ຊັດເຈນວິເຄາະຕົວເອງດີ ມີການກຳນົດເປົ້າໝາຍເຊີງກົນລະຍຸດໄວ້ຢ່າງດີ ແຕ່ພໍມາເຖິງການຫາທາງເລືອກກັບຄິດບໍ່ອອກ ບໍ່ສາມາດຫາທາງເລືອກໃຫ້ກັບຕົວເອງໄດ້ເພາະຄົນສ່ວນຫຼາຍມັກຈະຄິດໃນເຊີງລົບ ເຊັ່ນ ຄົງເປັນໄປບໍ່ໄດ້ດອກເພາະຕ້ອງລົງທຶນເປັນລ້ານ ຄົງຈະຍາກທີ່ຈະໄປຂໍກູ້ເງີນເພາະເຮົາບໍ່ມີຫຼັກຊັບ ຄົນປະເພດນີ້ມັກຈະຕັດສິນຄວາມຄິດຂອງຕົວເອງດ້ວຍຕັວເອງ ທັງໆ ທີ່ບາງຄວາມຄິດອາດຈະເປັນຈິງຂຶ້ນມາໄດ້ ຖ້າເຮົາລອງລົງມືເຮັດແທ້ໆ ເຮົາຕ້ອງທົດລອງເຮັດກ່ອນແລ້ວຄ່ອຍຕັດສິນວ່າໃຊ້ ຫຼື ບໍ່ແມ່ນ.
ເຮົາຄົງເຄີຍໄດ້ຮັບຮູ້ປະຫວັດຂອງເຈົ້າຂອງທຸລະກິດບາງຄົົນທີ່ເລີ່ມຕົ້ນຈາກສູນ ບໍ່ມີເງິນ ແຕ່ມີຄວາມພະຍາຍາມມີຄວາມຂະຫຍັນ ມີຄວາມສຸຈະລິດ ມີນ້ຳໃຈ ມື້ໜຶ່ງສິ່ງດີໆ ທີ່ທ່ານເຄີຍເຮັດໃນອດີດອາດຈະສົ່ງຜົນຕໍ່ການສະແຫຼວງຫາທາງເລືອກຂອງທ່ານໄດ້ ເຊັ່ນ ມີຊາຍຄົນໜຶ່ງຢາກມີທຸລະກິດເປັນຂອງຕົວເອງ ໄປຂໍກູ້ເງິນທີ່ໃດກໍບໍ່ມີໃຜໃຫ້ ເພາະບໍ່ມີຫຼັກຊັບຫຍັງເລີຍ ຈົນມາມື້ໜຶ່ງທ່ານໄປຂໍກູ້ເງິນທີ່ທະນາຄານແຫ່ງໜຶ່ງ ພໍເຂົ້າໄປຄຸຍກັບຜູ້ຈັດການແລ້ວ ຜູ້ຈັດການທ່ານນັ້ນບໍ່ໄດ້ໃຫ້ທ່ານກູ້ເງິນທະນາຄານ ແຕ່ທ່ານໃຫ້ກູ້ເງິນສ່ວນຕົວຂອງທ່ານເອງ ເພາະເມື່ອຫຼາຍປີກ່ອນຜູ້ຈັດການທະນາຄານຜູ້ນີ້ເຄີຍປະສົບອຸບັດເຫດເກືອບເອົາຊີວິດບໍ່ຫຼອດ ແຕ່ໄດ້ຊາຍຜູ້ນີ້ຊ່ວຍເຫລືອໄວ້.
ຈາກເລື່ອງນີ້ຂໍໃຫ້ທຸກຄົນຄິດຢູ່ສະເໝີວ່າທຸກເສັ້ນທາງທີ່ເຮົາຕ້ອງການຈະໄປເຖິງນັ້ນ ມີທາງອອກຢູ່ສະເໝີພຽງແຕ່ທາງອອກສຳລັບຊີວິດຂອງເຮົາອາດຈະແຕກຕ່າງຈາກຄົນທົ່ວໄປ ອາດຈະແຕກຕ່າງຈາກຄົນອື່ນໆ ທັງນີ້ຂຶ້ນຢູ່ກັບເບື້ອງໜ້າ ແລະ ເບື້ອງຫຼັງຊີວິດຂອງແຕ່ລະຄົນ ຈາກຕົວຢ່າງນີ້ຈະເຫັນວ່າບໍ່ແມ່ນຄົນທຸກຄົນຈະໄດ້ຮັບເງິນກູ້ຈາກຜູ້ຈັດການທະນາຄານຄົນນີ້ ບາງຄົນອາດຈະໄດ້ຮັບເງິນກູ້ຈາກພັນລະຍາຜູ້ຈັດການ ບາງຄົນອາດຈະໄດ້ຮັບເງິນໃຫ້ເປົ່າຈາກຄົນບາງຄົນບາງຄົນອາດຈະໄດ້ຄົນມາຮ່ວມລົງທຶນກໍເປັນໄປໄດ້ ດັ່ງນັ້ນ ຈຶ່ງຂໍໃຫ້ທຸກຄົນເຊື່ອວ່າ “ທຸກບັນຫາມີທາງອອກສະເໝີ” ແຕ່ຈະຕ່າງກັນກົງທີ່ຄວາມຍາກງ່າຍ ໄວ ຫຼື ຊ້າເທົ່ານັ້ນ.
1.9.ກຳນົດແຜນກົນລະຍຸດ (Strategic Plan).
ເມື່ອເຮົາໄດ້ເລືອກທາງເລືອກເຊີງກົນລະຍຸດໃນດ້ານຕ່າງໆ ໄປແລ້ວ ເຊັ່ນ ເຮົາຈະຫາເງິນໂດຍການເກັບອອມດ້ວຍຕົວເອງ ເຮົາຈະສະແຫຼວງຫາຄວາມຮູ້ເພິ່ມເຕີມໂດຍການສຶກສາຕໍ່ປະລິຍາໂທການບໍລິຫານທຸລະກິດ ເຮົາຈະຫາປະສົບການໂດຍເຂົ້າໄປເຮັດວຽກກັບທຸລະກິດຄອບຄົວທີ່ເປັນມືອາຊີບ ເຮົາຈະອ່ານໝັງສືດ້ານການເຮັດທຸລະກິດແບບມືອາຊີບໃຫ້ຫຼາຍຂຶ້ນເຮົາຕ້ອງນຳເອົາກົນລະຍຸດ ໃນແຕ່ລະດ້ານມາຈັດເຮັດເປັນແຜນເຊີງກົນລະຍຸດວ່າໃນແຕ່ລະຊ່ວງເວລາຂອງຊີວິດ ເຮົາຈະເຮັດຫຍັງກ່ອນຫຼັງ ຫຍັງທີ່ເຮັດຄອບຄູ່ກັນໄປໄດ້ ເວົ້າງ່າຍໆ ກໍຄື ເອົາສິ່ງຕ່າງໆ ມາຈັດເຮັດຕາຕະລາງການດຳເນີນຊີວິດໃຫ້ຊັດເຈນ ຫຼາຍຂຶ້ນວ່າເຮົາຈະເຮັດຫຍັງ ເມື່ອໃດ ຢ່າງໃດນັ້ນເອງສິ່ງສຳຄັນຢ່າງໜຶ່ງທີ່ບໍ່ຄວນມອງຂ້າມ ໃນເລື່ອງຂອງການວາງແຜນ ເຊີງກົນລະຍຸດຂອງຊີວິດ ຄື ຕ້ອງມີແຜນສຳຮອງ(Contingency Plan) ກໍລະນີແຜນທີ່ວາງໄວ້ບໍ່ເປັນຕາມທີ່ເຮົາຕ້ອງການ.
1.10.ນຳໄປປະຕິບັດຕາມວົງຈອນ PDCA
ເມື່ອເຮົາກຳນົດແຜນງານຊີວິດໄວ້ຮຽບຮ້ອຍແລ້ວ (Plan) ຈຶ່ງຈະລົງມືນຳໄປປະຕິບັດຈິງ (Do) ຈະຕ້ອງມີການກວດສອບເປັນໄລຍະໆ ວ່າສິ່ງທີ່ໄດ້ລົງມືເຮັດໄປນັ້ນເປັນໄປຕາມແຜນ ແລະ ເປົ້າໝາຍ ຫຼື ບໍ່ (Check) ຫຼັງຈາກນັ້ນຖ້າບໍ່ເປັນໄປຕາມເປົ້າໝາຍ ຈະຕ້ອງມີການແກ້ໄຂປັບປຸງໃຫ້ສອດຄ່ອງກັບເປົ້າໝາຍ (Action) ຊຶ່ງເຮົາຈະຕ້ອງຄຳນຶງເຖິງວົງຈົນນີ້ຢູ່ຕະຫລອດເວລາ ວົງຈົນ PDCA ນີ້ໃຊ້ໄດ້ທັງວົງຈົນຂອງແຜນໃຫຍ່ຂອງຊີວິດແລະແຜນສະໜັບສະໜູນຍ່ອຍໆເຊັ່ນ ແຜນດ້ານການເງິນກໍ່ຕ້ອງໃຊ້ PDCA ແຜນດ້ານການຫາຄວາມຮູ້ເພິ່ມເຕີມກໍ່ຕ້ອງໃຊ້ວົງຈອນ PDCA ເຊັ່ນດຽວກັນ.