ຄວາມໝາຍ ແລະ ຄວາມສຳຄັນຂອງທຸລະກິດ
1.1.ຄວາມໝາຍຂອງ ທຸລະກິດ.
ທຸລະກິດ ແມ່ນ ການດຳເນີນທຸລະກິດຂອງບຸກຄົນ ຫຼື ນິຕິບຸກຄົນ ທີ່ຮ່ວມກັນໃນການດຳເນີນການຜະລິດ ການຈຳໜ່າຍສິນຄ້າ ແລະ ບໍລິການ ໂດຍມີຈຸດມຸ້ງໝາຍທີ່ຈະໄດ້ຮັບຜົນຕອບແທນ ຫຼື ຜົນກຳໄລຈາກການດຳເນີນກິດຈະການນັ້ນ.
ທຸລະກິດ ໝາຍເຖິງ ຂະບວນການຂອງກິດຈະການທາງເສດຖະກິດທີ່ມີການພົວພັນເປັນ ລະບົບ ແລະ ຢ່າງຕໍ່ເນື່ອງໃນດ້ານການຜະລິດ ການຊື້ - ຂາຍ ແລກປ່ຽນກ່ຽວກັບສິນຄ້າ ແລະ ບໍລິການ ໂດຍມີຈຸດມຸ້ງໝາຍທີ່ຈະໄດ້ຜົນກຳໄລ ຫຼື ຜົນຕອບແທນຈາກກິດຈະການນັ້ນອາດກ່າວໄດ້ວ່າ ກິດຈະການໃດທີ່ມີຈຸດມຸ້ງຫຼາຍເພື່ອໃຫ້ໄດ້ກຳໄລ ຖືວ່າເປັນທຸລະກິດ ເຊັ່ນ: ບໍລິສັດ, ຫ້າງຮ້ານ ຕະຫຼອດຈົນເຖິງລັດວິສາຫກິດຕ່າງໆ ການດຳເນີນຂອງລັດ ເຊັ່ນ ການສ້າງຖະໜົນຫົນທາງ, ໂຮງຮຽນ, ໂຣງໝໍ ແລະ ອື່ນໆ. ບໍ່ຖືວ່າເປັນທຸລະກິດເພາະບໍ່ໄດ້ມີຈຸດມຸ້ງໝາຍດ້ານກຳໄລ ແຕ່ເປັນການໃຫ້ບໍລິການແກ່ປະຊາຊົນໂດຍມີຈຸດມຸ້ງໝາຍໃຫ້ປະຊາຊົນມີຄວາມເປັນຢູ່ດີຂຶ້ນ.
ທຸລະກິດປະກອບດ້ວຍລາຍລະອຽດດັ່ງນີ້:
1.ການຜະລິດ (Production).
ແມ່ນ ການດຳເນີນກິດຈະກຳທາງດ້ານການຜະລິດສິນຄ້າ ຊຶ່ງຄອບຄຸມເຖິງການຜະລິດທາງດ້ານການກະເສດ ອຸດສາຫະກຳ ແລະ ການເຮັດຜະລິດອື່ນໆ.
2.ການຈຳໜ່າຍ (Distribution).
ແມ່ນ ການດຳເນີນກິດຈະກຳຕໍ່ຈາກການຜະລິດ ໂດຍນຳສິນຄ້າໄປສູ່ຜູ້ບໍລິໂພກ ຊຶ່ງລວມໄປເຖິງການຄ້າສົ່ງອອກ ແລະ ການຂາຍສິນຄ້າ.
3.ການບໍລິການ (Service).
ແມ່ນການດຳເນີນກິດຈະກຳທາງທຸລະກິດໃນຮູບແບບການ ໃຫ້ບໍລິການ ຫຼື ອຳນວຍຄວາມສະດວກໃນດ້ານຕ່າງໆ ເຊັ່ນ: ການນາຄານ, ການເສີມງາມ ຫຼື ການທ່ອງທ່ຽວ ເປັນຕົ້ນ.
1.2. ຄວາມສຳຄັນຂອງທຸລະກິດ.
ທຸລະກິດເປັນຫົວໃຈສຳຄັນຂອງສັງຄົມ ສັງຄົມຈະຈະເລີນກ້າວໜ້າ ມີຄວາມເປັນຢູ່ທີ່ດີ ເປັນທີ່ຍອມຮັບຂອງຊາວຕ່າງປະເທດ ກໍຕ້ອງອາໄສຄວາມຈະເລີນຂອງທຸລະກິດ ຊຶ່ງອາດສະຫຼຸບ ຄວາມສຳຄັນຂອງທຸລະກິດມີດັ່ງນີ້:
1.ຊ່ວຍໃຫ້ເສດຖະກິດຂອງປະເທດມີຄວາມກ້າວໜ້າ ແລະ ໝັ້ນຄົງ ເນື່ອງຈາກມີການລົງທຶນປະກອບທຸລະກິດ ເຮັດໃຫ້ມີການໝູນວຽນ ມີການກະຈາຍລາຍໄດ້ ປະຊາຊົນມີຖານະຄວາມເປັນຢູ່ດີຂຶ້ນ.
2.ຊ່ວຍໃຫ້ລັດມີລາຍໄດ້ເພີ່ມຂຶ້ນ ຈາກການທີ່ປະຊາຊົນມີລາຍໄດ້ ຈຳເປັນຕ້ອງເສຍພາສີອາກອນ ແລະ ຄ່າທຳນຽມຕ່າງໆ ໃຫ້ລັດເພື່ອທີ່ຈະນຳລາຍໄດ້ເຫຼົ່ານີ້ໄປພັດທະນາປະເທດໃນດ້ານຕ່າງໆ.
3.ຊ່ວຍໃຫ້ເກີດຄວາມກ້າວໜ້າທາງເທກໂນໂລຢີ ການເຮັດທຸລະກິດຄວນຕ້ອງມີການສຶກສາຄົ້ນຄວ້າວິໄຈຢູ່ສະເໝີ ເພື່ອເປັນການພັດທະນາຜະລິດຕະພັນຂອງຕົນໃຫ້ເປັນທີ່ຍອມຮັບຂອງຜູ້ບໍລິໂພກ ແລະ ທັນຄູ່ແຂ່ງຂັນ.
4.ຊ່ວຍໃຫ້ປະຊາຊົນມີມາດຕະຖານການຄອງຊີບດີຂຶ້ນ ທັງນີ້ເພາະທຸລະກິດເຮັດ ໃຫ້ມີການຈ້າງງານ ປະຊາຊົນມີລາຍໄດ້.
5.ຊ່ວຍຫຼຸດບັນຫາທາງດ້ານສັງຄົມ ຄືບັນຫາເລື່ອງ ການວ່າງງານ ຖ້າປະຊາຊົນມີການວ່າງງານຈຳນວນຫຼາຍ ຈະບໍ່ມີລາຍໄດ້ ບັນຫາເກີດຂຶ້ນຕາມມາ ເຊັ່ນ: ການເກີດມີການລັກຊັບ, ຊອກໂກງ ແລະ ອື່ນໆ.
1.3. ໝ້າທີ່ຂອງການປະກອບທຸລະກິດ.
ການປະກອບທຸລະກິດ ບໍ່ວ່າຈະເປ້ນຮູບແບບໃດໆກໍ່ຕາມ ຈະຕ້ອງມີໝ້າທີ່ ຫຼື ກິດຈະການທີ່ຄ້າຍຄືກັນມີຂັ້ນຕອນ ແລະ ມີຄວາມສຳພັນຊຶ່ງກັນ ແລະ ກັນ ຢູ່ຕະຫຼອດ ກິດຈະການເຫຼົ່ານີ້ໄດ້ແກ່:
1.ການຜະລິດ ເປັນການສ້າງຜະລິດຕະພັນໂດຍການແປຮູບວັດຖຸດິບ ຫຼື ປະທັບກາ ເພື່ອໃຫ້ເປັນສິນຄ້າ ແລະ ບໍລິການເພື່ອໃຫ້ເກີດຄວາມພຶງພໍໃຈໃນການບໍລິໂພກ.
2.ການຈັດຫາເງິນໃນການປະກອບທຸລະກິດ ເງິນທຶນ ເປັນປັດໄຈທີ່ມີຄວາມສຳຄັນຫຼາຍຢ່າງໜຶ່ງ ໃນການປະກອບທຸລະກິດ ການຈັດຫາເງິນທຶນເພື່ອໃຊ້ໃນການປະກອບທຸລະກິດ ສາມາດຫາໄດ້ຈາກ 2 ແຫຼ່ງຄື:
· ແຫຼ່ງເງິນທຶນພາຍໃນ ເປັນເງິນທີ່ໄດ້ມາຈາກພາກສ່ວນຂອງເຈົ້າຂອງກິດຈະການ.
· ແຫຼ່ງເງີນທຶນພາຍນອກ ເປັນເງິນທີ່ໄດ້ມາຈາກພາຍນອກກິດຈະການ ເຊັ່ນ: ບໍລິສັດເງິນທຶນຫຼັກຊັບ, ທະນາຄານ.
3.ການຈັດຫາທາງດ້ານກຳລັງຄົນ ຖືເປັນປັດໄຈພື້ນຖານທີ່ມີຄວາມສຳຄັນຫຼາຍທີ່ສຸດ ໃນການປະກອບທຸລະກິດ ຜູ້ປະກອບທຸລະກິດຈະຕ້ອງຈັດຫາບຸກຄົນທີ່ມີຄຸນນະພາບ ແລະ ເໝາະສົມກັບຕຳແໜ່ງງານ ໂດຍໃຊ້ຫຼັກການ (ຈັດຄົນໃຫ້ເໝາະກັບງານ) Put the right man in the right job ທັງໝົດເມື່ອໄດ້ບຸກຄະລາກອນທີ່ມີຄຸນນະພາບ ແລະ ເໝາະສົມກັບງານແລ້ວ ຜູ້ປະກອບທຸລະກິດຍັງຕ້ອງຖືກຮັກສາບຸກຄະລາກອນດັ່ງກ່າວ ໃຫ້ປະຕິບັດງານຢູ່ກັບອົງກອນຕະຫຼອດໄປຢ່າງມີຄວາມສຸກ ໃນການຈັດຫາດ້ານກຳລັງຄົນ ຜູ້ປະກອບທຸລະກິດຄວນພິຈາລະນາດັ່ງນີ້:
1.ການວາງແຜນກຳລັງຄົນ ດ້ານຈຳນວນ ຄຸນນະພາບ ແລະ ໝ້າທີ່ຄວາມຮັບຜິດຊອບ.
2.ການຈັດຫາກຳລັງຄົນ.
3.ການຄັດເລືອກ ແລະ ການບັນຈຸ.
4.ການຝຶກອົບຮົມ.
5.ການປະເມີນຜົນການປະຕິບັດງານ.
4.ການບໍລິຫານທາງການຕະຫຼາດ ກໍ່ຄືການດຳເນີນງານຕ່າງໆ ທີ່ຈະເຮັດໃຫ້ສິນຄ້າ ແລະ ບໍລິການເຖິງມືຜູ້ບໍລິໂພກໂດຍທີ່ຜູ້ບໍລິໂພກ ຈະໄດ້ຮັບຄວາມພຶງພໍໃຈຫຼາຍທີ່ສຸດແກ່ຜູ້ບໍລິໂພກ ຊຶ່ງການບໍລິຫານການຕະຫຼາດ ຜູ້ປະກອບທຸລະກິດຕ້ອງອາໄສສ່ວນປະສົມທາງການຕະຫຼາດ (Marketing mix) ຫຼື ຮຽກວ່າ 4 P’s ເປັນເຄື່ອງມືທີ່ເຮັດໃຫ້ຜູ້ບໍລິໂພກເກີດຄວາມພຶງພໍໃຈໄດ້ແກ່:
1. ຜະລິດຕະພັນ (Product)
ແມ່ນ ສິ່ງທີ່ທຸລະກິດສະເໜີຂາຍເພື່ອ ສະໝອງຄວາມຕ້ອງການຂອງຜູ້ບໍລິໂພກໃຫ້ພຶງພໍໃຈ ຜະລິດຕະພັນອາດຈະມີຕົວຕົນ ຫຼື ບໍ່ມີຕົວຕົນກໍ່ໄດ້ ຜະລິດຕະພັນຈຶ່ງປະກອບດ້ວຍສິນຄ້າ ບໍລິການ ຄວາມຄິດ ສະຖານທີ່ ອົງກອນ ຫຼື ບຸກຄົນ ຊຶ່ງຕ້ອງມີຜົນປະໂຫຍດ (Utility) ມີມູນຄ່າ (Value) ໃນສາຍຕາຂອງຜູ້ບໍລິໂພກຈຶ່ງຈະຂາຍໄດ້.
2. ລາຄາ (Price)
ແມ່ນ ມູນຄ່າຜະລິດຕະພັນໃນຮູບຕົວເງິນ ຜູ້ປະກອບທຸລະກິດຕ້ອງກຳນົດລາຄາໃຫ້ເໝາະສົມ ເປັນທີ່ຍອມຮັບຂອງຜູ້ບໍລິໂພກ ຈຶ່ງຈະສາມາດຈຳໜ່າຍຜະລິດຕະພັນດັ່ງກ່າວໃຫ້ແກ່ຜູ້ບໍລິໂພກໄດ້ ຊຶ່ງການກຳນົດລາຄາຂຶ້ນຢູ່ກັບຕົວຜະລິດຕະພັນ ກຸ່ມຕະຫຼາດເປົ້າໝາຍ ການແຂ່ງຂັນ ບົດບັນຍັດຕິດຕາມກົດໝາຍເປັນຕົ້ນ.
3. ການຈັດຈຳໜ່າຍ (Place)
ແມ່ນກິດຈະກຳການເຄື່ອນຢ້າຍຜະລິດຕະພັນ ຈາກທຸລະກິດໄປຍັງຕະຫຼາດເປົ້າໝາຍ ຜູ້ປະກອບທຸລະກິດຕ້ອງເລືອກຊ່ອງທາງການຈັດຈຳໜ່າຍໃຫ້ເໝາະສົມກັບປະເພດຂອງຜະລິດຕະພັນ ແລະ ຈະຕ້ອງຈັດຈຳໜ່າຍໃຫ້ທັນກັບຄວາມຕ້ອງການຂອງຜູ້ບໍລິໂພກ ຈຶ່ງຈະເຮັດໃຫ້ຜະລິດຕະພັນຈຳໜ່າຍໄດ້.
4. ການສົ່ງເສີມການຕະຫຼາດ (Promoting)
ແມ່ນ ການຕິດຕໍ່ສື່ສານກ່ຽວກັບຂໍ້ມູນລະຫວ່າງຜູ້ຂາຍກັບຜູ້ຊື້ ເພື່ອສ້າງເທັກນິກ ແລະ ພຶດຕິກຳການຊື້ ໂດຍມີວັດຖຸປະສົງທີ່ຈະເກືອບຈູງໃຫ້ເກີດການຊື້ ຜູ້ປະກອບທຸລະກິດຈຳເປັນຕ້ອງເລືອກການສົ່ງເສີມການຕະຫຼາດໃຫ້ເໝາະສົມກັບຜະລິດຕະພັນ ແລະ ກຸ່ມຕະຫຼາດເປົ້າໝາຍ ຊຶ່ງເຄື່ອງມືໃນການສົ່ງເສີມກາານຕະຫຼາດມີຫຼາຍປະເພດເຊັ່ນ: ການໂຄສະນາການໃຫ້ສ່ວນລຸດ, ການໃຫ້ຂອງແຖມ ເປັນຕົ້ນ.
1.4.ປະໂຫຍດຂອງທຸລະກິດ.
ທຸລະກິດມີປະໂຫຍດຕໍ່ປະຊາຊົນ ສັງຄົມ ແລະ ປະເທດຊາດ ດັ່ງນີ້:
1. ເຮັດໃຫ້ເກີດຂະບວນການຜະລິດສິນຄ້າ ແລະ ບໍລິການ.
ເພື່ອ ຕອບສະໝອງຄວາມຕ້ອງການຂອງມະນຸດ ຊຶ່ງມີຄວາມຕ້ອງການບໍ່ມີທີ່ສີ້ນສຸດ ເຊັ່ນ: ເມື່ອມີບ້ານຄວນຕ້ອງການເຟີນິເຈີ, ເຄື່ອງປັບອາກາດ, ເຄື່ອງອຳນວຍຄວາມສະດວກຕ່າງໆ ພາຍໃນບ້ານເປັນຕົ້ນ.
2. ຊ່ວຍກະຈາຍສິນຄ້າຈາກຜູ້ຜະລິດໄປສູ່ຜູ້ບໍລິໂພກ.
ອົງກອນ ທຸລະກິດເມື່ອຜະລິດສິນຄ້າແລ້ວຄວນ ຕ້ອງການຂາຍ ຫຼື ຈຳໜ່າຍສິນຄ້າອອກສູ່ຜູ້ບໍລິໂພກ ຈຶ່ງຕ້ອງມີທຸລະກິດອື່ນມາເຮັດໝ້າທີ່ກະຈາຍສິນຄ້າເຫຼົ່ານັ້ນ ເຊັ່ນ: ມີລະບົບຄົນກາງ ໄດ້ແກ່ ພໍ່ຄ້າສົ່ງ ພໍ່ຄ້າຂາຍ ຕົວແທນຈຳໜ່າຍ ແລະ ນາຍໜ້າ ມີລະບົບການຂົນສົ່ງ ການຄັງສິນຄ້າເຂົ້າມາກ່ຽວຂ້ອງ ແລະ ອື່ນໆ.
3. ເກີດການຈ້າງງານ.
ທຸລະກິດຕ້ອງຈ້າງບຸກຄົນເຂົ້າມາເຮັດວຽກ ເຮັດໃຫ້ຊ່ວຍລຸດບັນຫາການວ່າງງານ ແລະ ບັນຫາທາງສັງຄົມ.
4. ຊ່ວຍໃຫ້ປະຊາຊົນມີມາດຕະຖານການຄອງຊີບທີ່ດີຂຶ້ນ.
ປະຊາຊົນມີວຽກເຮັດ ແລະ ມີລາຍໄດ້ຈາກອົງກອນ ທຸລະກິດ ເຮັດໃຫ້ມີໂອກາດໄດ້ເລືອກຊື້ສິນຄ້າ ແລະບໍລິການທີ່ມີຄຸນນະພາບດີຂຶ້ນ ເກີດມາດຕະຖານການຄອງຊີບທີ່ສູງຂຶ້ນດ້ວຍ.
5. ສ້າງລາຍໄດ້ໃຫ້ກັບລັດ
ການເສຍພາສີ ແລະ ຄ່າທຳນຽມຕ່າງໆ ຂອງທຸລະກິດໃຫ້ກັບລັດຖະບານ ເຮັດໃຫ້ລັດຖະບານມີເງິນໄປພັດທະນາປະເທດໃນທຸກໆ ດ້ານ.
6. ເກີດຄວາມກ້າວໜ້າທາງເທກໂນໂລຢີ.
ມີເຄື່ອງຈັກທີ່ທັນສະໄໝໃນການຜະລິດສິນຄ້າ ມີເຄື່ອງມືສື່ສານທີ່ມີຄວາມກ້າວໜ້າທາງເທກໂນໂລຢີ ເຊັ່ນ: ໂທສັບມືຖື, ອິນເຕີເນັດ ເປັນຕົ້ນ.
7. ຊ່ວຍພັດທະນາເສດຖະກິດຂອງປະເທດ.
ການຜະລິດສິນຄ້າ ແລະ ບໍລິການທີ່ມີຄຸນນະພາບ ແລະ ມາດຕະຖານທີ່ດີ ເປັນທີ່ຍອມຮັບຂອງຜູ້ບໍລິໂພກ ສາມາດນຳອອກໄປຈຳໜ່າຍຕ່າງປະເທດ ເຮັດໃຫ້ມີລາຍໄດ້ເຂົ້າປະເທດຫຼາຍຂຶ້ນ ເສດຖະກິດຂອງປະເທດກໍຈະດີຂຶ້ນ.
1.5.ປະເພດຂອງທຸລະກິດ.
ທຸລະກິດໄດ້ແບ່ງອອກຕາມລັກສະນະຂອງກິດຈະການທີ່ເຮັດໄດ້ມີ 8 ປະເພດຄື:
1.ທຸລະກິດການກະເສດ (Agriculture).
ເປັນທຸລະກິດພື້ນຖານຂອງຄົນລາວ ຫຼື ຊາວຕ່າງປະເທດ ທີ່ຢຶດຖືເປັນອາຊີບມາດົນ ໄດ້ແກ່ການເຮັດນາ, ເຮັດສວນ, ເຮັດໄຮ່, ການປະມົງ, ການລ້ຽງສັດ ແລະ ການເຮັດປ່າໄມ້.
2.ທຸລະກິດບໍແຮ່ (Mineral).
ເປັນທຸລະກິດທີ່ກ່ຽວກັບການຂູດເຈາະນຳເອົາວັດຖຸແຮ່ທາດ ຈາກທຳມະຊາດຕ່າງໆ ມາໃຊ້ ເຊັ່ນ: ຖ່ານຫີນ ດີບຸກ, ນ້ຳມັນ, ປູນຊີເມັນ ເປັນຕົ້ນ.
3.ທຸລະກິດອຸດສາຫະກຳ (Manufacturing).
ເປັນທຸລະກິດການຜະລິດ ແລະ ບໍລິການທັ່ວໄປທັງອຸດສາຫະກຳຂະໜາດນ້ອຍ ແລະ ຂະໜາດໃຫຍ່ ຊຶ່ງແບ່ງໄດ້ດັ່ງນີ້:
· ອຸດສາຫະກຳໃນຄົວເຮືອນ ຫຼື ອຸດສາຫະກຳຂະໜາດກາງ ເປັນອຸດສາຫະກຳຂະໜາດນ້ອຍ ໃຊ້ແຮງງານຈາກສະມາຊິກໃນຄອບຄົວ ວັດສະດຸຕ່າງໆ ຫາໄດ້ໃນທ້ອງຖິ່ນ ຜະລິດຕະພັນເປັນພູມມີປັນຍາໃນທ້ອງຖິ່ນ.
· ອຸດສາຫະກຳໂຮງງານ ເປັນອຸດສາຫະກຳຂະໜາດໃຫຍ່ ທີ່ມີການຜະລິດສິນຄ້າຈາກໂຮງງານຖາວອນ ມີເຄື່ອງຈັກທັນສະໄໝ ຈ້າງແຮງງານຈາກບຸກຄົນພາຍນອກ ແລະ ໃຊ້ເງິນລົງທຶນຈຳນວນຫຼາຍ.
4. ທຸລະກິດກໍ່ສ້າງ (Construction).
ເປັນທຸລະກິດທີ່ນຳເອົາຜົນຜະລິດຂອງອຸດສາຫະກຳມາໃຊ້ ເຊັ່ນ: ການສ້າງອາຄານທີ່ຢູ່ອາໄສ ຖະໜົນຂົວ,ເຂື່ອນ, ທາງລະບາຍນ້ຳ ເປັນຕົ້ນ.
5. ທຸລະກິດ ການຄ້າ (Commercial).
ເປັນທຸລະກິດທີ່ກ່ຽວຂ້ອງກັບການຕະຫຼາດ ມີການກະຈາຍສິນຄ້າໄປສູ່ຜູ້ບໍລິໂພກ ໂດຍອາໄສຄົນກາງໃນການດຳເນີນທຸລະກິດໄດ້ແກ່ ພໍ່ຄ້າສົ່ງ, ພໍ່ຄ້າຂາຍ, ນາຍໜ້າ ແລະ ຕົວແທນຈຳໜ່າຍ.
6. ທຸລະກິດການເງິນ (Financial).
ເປັນ ທຸລະກິດທີ່ສົ່ງເສີມໃຫ້ທຸລະກິດຕ່າງໆ ມີຄວາມຄ່ອງຕົວຫຼາຍຢິງຂຶ້ນ ເພາະເປັນອົງກອນທີ່ໃຫ້ຄວາມຊ່ວຍເຫຼືອຜູ້ປະກອບການດ້ານການເງິນ ແລະ ການລົງທຶນ ໄດ້ແກ່ ທະນາຄານກາງ, ທະນາຄານທຸລະກິດ, ທະນາຄານອອມສິນ, ທະນາຄານເພື່ອການສົ່ງອອກ ແລະ ນຳເຂົ້າ ແລະ ອື່ນໆ.
7. ທຸລະກິດບໍລິການ (Services).
ເປັນອົງກອນທີ່ເຮັດໝ້າທີ່ຜະລິດ ການບໍລິການ ເພື່ອຕອບສະໝອງ ຄວາມຕ້ອງການຂອງຜູ້ບໍລິໂພກໃນການອຳນວຍຄວາມສະດວກສະບາຍໃຫ້ແກ່ຜູ້ບໍລິໂພກ ເຊັ່ນ: ບໍລິການຄົມມະນາຄົມຂົນສົ່ງ, ການສື່ສານທຸລະກິດໂຮງແຮມ, ການທ່ອງທ່ຽວ, ໂຮງໝໍ, ໂຮງຮຽນ, ຮ້ານອາຫານ, ສະຖານບັນເທິງຕ່າງໆ, ຮ້ານຊັກລີດ, ຮ້ານຖ່າຍຮູບ,ສະຖານເສີມຄວາມງາມ, ກິດຈະການຫໍພັກ ແລະ ບ້ານເຊົ່າ ແລະ ອື່ນໆ.
8. ທຸລະກິດອື່ນໆ.
ເປັນ ທຸລະກິດທີ່ ນອກເໜືອໄປຈາກທຸລະກິດດັ່ງກ່າວຂ້າງເທິ່ງນີ້ໄດ້ແກ່ ຜູ້ປະກອບການອາຊີບອິດສະຫລະຕ່າງໆ ເຊັ່ນ: ແພດ, ຄູ, ພິທີກອນ, ສະຖາປະນິກ, ຈິດຕະກອນ, ສິນລະປະຕົນຕີ ເປັນຕົ້ນ.