ຈຸດມຸ້ງໝາຍ ແລະ ປັດໄຈພື້ນຖານຂອງການປະກອບທຸລະກິດ
1.1.ຈຸດມຸ້ງໝາຍຂອງການປະກອບທຸລະກິດ.
ການດຳເນີນທຸລະກິດທຸກປະເພດຕ່າງກໍມີຈຸດມຸ້ງໝາຍໃນການດຳເນີນກິດຈະການ ຊຶ່ງສະຫລຸບໄດ້ມີດັ່ງນີ້:
1.ຕ້ອງການກຳໄລ.
ການປະກອບທຸລະກິດໃດໆ ກໍ່ຕາມຕ້ອງມີຈຸດມຸ້ງໝາຍໃນການດຳເນີນການຄືກັນແມ່ນ ຕ້ອງການຜົນຕອບແທນຈາກການລົງທຸນ ຫຼື ກຳໄລ ໃນອັດຕາທີ່ສູງທີ່ສຸດ (Maximizing Profit) ແລະ ພະຍາຍາມຫຼຸດຕົ້ນທຶນໃຫ້ເຫຼືອຕ່ຳທີ່ສຸດ (Minimizing Cost).
2.ຕ້ອງການໃຫ້ສິ່ງທີ່ດີທີ່ສຸດແກ່ຜູ້ບໍລິໂພກ.
ພາຍໃຕ້ເງື່ອນໄຂຂອງລາຄາ ແລະ ການແຂ່ງຂັນ ຕ້ອງສະເໜີສິນຄ້າ ຫຼື ມີບໍລິການທີ່ຫຼາກຫຼາຍ ມີທາງເລືອກທີ່ຈະຕອບສະໝອງຄວາມຕ້ອງການຂອງຜູ້ບໍລິໂພກໄດ້ຫຼາຍຂຶ້ນ ເພື່ອຊຶ່ງຄວາມໄດ້ປຽບທາງການກົດລາຄາຈາກຄູ່ແຂ່ງຂັນທາງທຸລະກິດ.
3.ຕ້ອງການຄວາມໝັ້ນຄົງທາງທຸລະກິດ.
ເມື່ອໄດ້ລົງທຶນດຳເນີນກິດຈະການໄປແລ້ວ ຜູ້ປະກອບການກໍ່ຄວນຕ້ອງການທີ່ຈະດຳເນີນກິດຈະການນັ້ນຕໍ່ໄປເລື່ອຍໆ.
4.ຕ້ອງການຄວາມກ້າວໜ້າຈະເລີນເຕີບໂຕ.
ນອກຈາກຄວາມໝັ້ນຄົງທາງທຸລະກິດແລ້ວ ຜູ້ປະກອບການຄວນຕ້ອງການຂະຫຍາຍກິດຈະການໃຫ້ໃຫຍ່ໂຕຂຶ້ນ ຕ້ອງການຜະລິດສິນຄ້າ ຫຼື ບໍລິການເພີ່ມຂຶ້ນ ມີຖານະການເງິນໝັ້ນຄົງ ແລະ ມີຊື່ສຽງເປັນທີ່ຍອມຮັບໃນສັງຄົມ.
ຊຶ່ງຈຸດມຸ້ງໝາຍຂອງຜູ້ປະກອບການທຸລະກິດ ໂດຍສະເພາະຄວາມຕ້ອງການຜົນກຳໄລສູງສຸດນັ້ນ ຖືໄດ້ວ່າເປັນຈຸດມຸ້ງໝາຍຫຼັກທີ່ຜູ້ປະກອບການຕ້ອງການຫຼາຍທີ່ສຸດ ແຕ່ບໍ່ໄດ້ໝາຍຄວາມວ່າຕ້ອງກອບໂກຍ ຜົນກຳໄລໃຫ້ຫຼາຍທີ່ສຸດພຽງຢ່າງດຽວ ໂດຍບໍ່ຄຳນຶງເຖິງສິ່ງອື່ນໃດ ຜູ້ປະກອບການຕ້ອງມີຄວາມຮັບຜິດຊອບ ແລະ ຄຳນຶງເຖິງຜົນກະທົບທີ່ມີຕໍ່ສັງຄົມສ່ວນທັງໝົດດ້ວຍ ເຊັ່ນ: ການຕັ້ງໂຮງງານອຸດສາຫະກຳຄວນມີລະບົບ ການກຳຈັດຂອງເສຍທີ່ດີ ບໍ່ປ່ອຍຂອງເສຍຈາກໂຣງງານ ຈົນເກີດເປັນພິດໄພສ້າງຄວາມເສຍຫາຍໃຫ້ແກ່ຊີວິດທັງຂອງມະນຸດ ສັດ ແລະ ສິ່ງແວດລ້ອມຕ່າງໆນັ້ນເອງ.
1.2.ປັດໄຈພື້ນຖານຂອງການປະກອບທຸລະກິດ.
ການປະກອບທຸລະກິດຈຳເປັນຕ້ອງອາໄສປັດໄຈຕ່າງໆ ເພື່ອໃຫ້ການດຳເນີນກິດຈະການເປັນໄປດ້ວຍດີບັນລຸຕາມວັດຖຸປະສົງ ແລະ ຈຸດມຸ້ງໝາຍທີ່ຕັ້ງໄວ້ ປັດໄຈພື້ນຖານທີ່ສຳຄັນຂອງການປະກອບທຸລະກິດປະກອບດ້ວຍ:
1. ຄົນ (Man).
ໝາຍເຖິງ ບຸກຄົນທັງໝົດທຸກລະດັບໃນອົງກອນທຸລະກິດ ຕັ້ງແຕ່ຜູ້ໃຊ້ແຮງງານ ພະນັກງານຈົນເຖິງລະດັບຜູ້ບໍລິຫານ ຖືເປັນປັດໄຈພື້ນຖານອັນດັບແຮກສຸດ ແລະ ເປັນການບໍລິຫານຈັດການທີ່ສຳຄັນທີ່ສຸດ ເພາະຄົນເປັນຜູ້ຄວບຄຸມ ແລະ ບໍລິຫານຈັດການປັດໄຈອື່ນໆທັງໝົດ.
2. ເງິນທຶນ (Money).
ເປັນປັດໄຈສຳຄັນສຳລັບການລົງທຶນ ເພາະຫຼາຍໆປັດໄຈທີ່ນຳມາໃຊ້ໃນການລົງທຶນ ຈຳເປັນຕ້ອງຈັດຫາມາໄດ້ດ້ວຍເງິນ ບໍ່ວ່າຈະເປັນການຈັດຊື້ທີ່ດິນ ການກໍ່ສ້າງໂຮງງານ ການຈ້າງບຸກຄົນເຂົ້າເຮັດວຽກ ຫຼື ຄ່າໃຊ້ຈ່າຍຕ່າງໆ ທີ່ຈະເກີດຂຶ້ນໃນການດຳເນີນທຸລະກິດ ຊຶ່ງເງິນທຶນໃນທີ່ນີ້ໝາຍເຖິງ ເງິນສົດ ແລະ ຊັບສິນ.
ຮູບທີ່ 2.2. ປັດຈັຍພື້ນຖານຂອງການປະກອບທຸລະກິດທັງໝົດເຖິງເງິນກູ້ດ້ວຍ.
3. ວັດຖຸອຸປະກອນ (Materials).
ເປັນເຄື່ອງມືເຄື່ອງໃຊ້ທີ່ຊ່ວຍອຳນວຍຄວາມສະດວກ ໃນການດຳເນີນທຸລະກິດໃຫ້ມີປະສິດທິພາບ ເຊັ່ນ: ເຄື່ອງໃຊ້ສຳນັກງານ, ໂຕະ, ເກົ້າອີ້ ເປັນຕົ້ນ ທັງໝົດຈົນເຖິງວັດຖຸດິບຕ່າງໆ ທີ່ຈະຕ້ອງນຳມາຜະລິດເປັນສິນຄ້າ ທຸລະກິດຕ້ອງມີຄວາມໝັ້ນໃຈວ່າສາມາດຫາວັດຖຸດິບໄດ້ຕະຫຼອດເວລາ ຕະຫຼາດຈົນມີການຫາແຫຼ່ງວັດຖຸດິບສຳຮອງໄວ້ດ້ວຍ.
4. ເຄື່ອງຈັກ (Machines).
ເປັນປັດໄຈສຳຄັນໃນການຜະລິດສິນຄ້າ ຊຶ່ງມີຜົນຕໍ່ຄຸນນະພາບ ແລະ ຕົ້ນທຶນຂອງສິນຄ້າບ່ອນເຮັດວຽກຜະລິດ ການຜະລິດໃຫ້ໄດ້ປະລິມານຫຼາຍ ແລະ ໃນເວລາວ່ອງໄວດ້ວຍການໃຊ້ເຄື່ອງຈັກທີ່ທັນສະໄໝຖືເປັນການຫຼຸດຕົ້ນທຶນອີກວິທີໜຶ່ງ.
5. ຄວາມຮູ້ໃນການບໍລິຫານຈັດການ (Management).
ເປັນຄວາມຮູ້ຄວາມສາມາດຂອງຜູ້ປະກອບການໃນອັນທີ່ຈະເບິ່ງແຍງ ແລະ ດຳເນີນກິດຈະການໃຫ້ສຳເຣັດລຸລ່ວງຕາມວັດຖຸປະສົງທີ່ຕ້ອງການ ຊຶ່ງຄວາມຮູ້ໃນການຈັດການນີ້ອາດໄດ້ຈາກປະສົບການໃນການເຮັດວຽກງານຂອງຕົນເອງ ຫຼື ຈາກປະສົບການຂອງທຸລະກິດອື່ນໆ ແລະ ຈາກການສຶກສາຮຽນຮູ້ຈາກຕຳລາ ງານວິໄຈຕ່າງໆ ຫຼືການຝຶກອົບຮົມເປັນຕົ້ນ.