ສະພາບແວດລ້ອມ ແລະ ແຫ່ງຂໍ້ມູນທາງທຸລະກິດ
1.1.ສະພາບແວດລ້ອມທາງທຸລະກິດ.
ສະພາບແວດລ້ອມທາງທຸລະກິດ ໝາຍເຖິງ ສິ່ງຕ່າງໆ ທີ່ມີຜົນກະທົບຕໍ່ກິດຈະການ ຊຶ່ງອາດກໍ່ໃຫ້ເກີດອຸປະສັກ ຫຼື ໂອກາດຕໍ່ການດຳເນີນທຸລະກິດ ໄດ້ແບ່ງອອກເປັນ 2 ປະເພດຄື:
1.1.1.ປັດໄຈທີ່ຄວບຄຸມໄດ້ (Controllable Factors).
ແມ່ນ ປະກອບດ້ວຍສ່ວນປະສົມທາງກາານຕະຫຼາດ (Marketing Mix) ຫຼື ເອີ້ນວ່າ 4Ps ໄດ້ແກ່ ຜະລິດຕະພັນ (Product), ລາຄາ (Price), ຊ່ອງທາງການຂາຍ (Place) ແລະ ການສົ່ງເສີມການຂາຍ(Promotion) ຊຶ່ງປັດໄຈເຫຼົ່ານີ້ທຸລະກິດສາມາດກຳນົດ ແລະ ຄວບຄຸມໃຫ້ເປັນໄປຕາມທີ່ຕ້ອງການໄດ້.
1.ຜະລິດຕະພັນ (Product): ເປັນສິນຄ້າແລະບໍລິການທີ່ທຸລະກິດຈະຜະລິດອອກຈຳໜ່າຍ.
2.ລາຄາ (Price): ເປັນເລື່ອງທີ່ກ່ຽວກັບການພິຈາລະນາຕັ້ງລາຄາສິນຄ້າ ເນື່ອງຈາກລາຄາສິນຄ້າມີຜົນຕໍ່ການຕັດສິນໃຈຊື້ຂອງລູກຄ້າ.
3.ຊ່ອງທາງການຈັດຈຳໜ່າຍ (Place): ເປັນການພິຈາລະນາ ແລະ ກຳນົດວ່າຈະຫາທາງນຳສິນຄ້າໄປສູ່ຜູ້ບໍລິໂພກໄດ້ຢ່າງໃດ ໂດຍວິທີການໃດ.
4.ການສົ່ງເສີມການຕະຫຼາດ (Promotion): ເປັນວິທີການທີ່ຈະເຮັດໃຫ້ການຊື້ຂາຍສິນຄ້າເປັນໄປຕາມເປົ້າໝາຍບໍ່ວ່າໂດຍການປະຊາສຳພັນ ການຂາຍກົງ ຫຼື ການລຸດແລກແຈກແຖມເປັນຕົ້ນ.
1.1.2. ປັດໄຈທີ່ຄວບຄຸມບໍ່ໄດ້ (Uncontrollable Factors)
ແມ່ນເປັນປັດໄຈພາຍນອກກິດຈະການບໍ່ສາມາດຄວບຄຸມໄດ້ ຈຳເປັນຕ້ອງປັບແຜນ ຫຼື ນະໂຍບາຍໃຫ້ເຂົ້າກັບປັດໄຈເຫຼົ່ານີ້ ປະກອບດ້ວຍ:
1.ສະພາບແວດລ້ອມທາງເສດຖະກິດ (Economics Environment).
ອັດຕາການຈະເລີນເຕີບໂຕ ແລະແນວໂນ້ມທາງເສດຖະກິດມີຜົນໂດຍກົງຕໍ່ທຸລະກິດຊະນິດຕ່າງໆ ຜູ້ປະກອບການ ຫຼື ຜູ້ບໍລິຫານຈຶ່ງຕ້ອງເປັນຜູ້ທີ່ມອງກົນໄກ ຮູ້ຈັກຄາດຄະເນສະພາວະເສດຖະກິດລ່ວງໜ້າ ບໍ່ວ່າຈະເປັນພາວະເງີນເຟີ້ ລະດັບລາຍໄດ້ຂອງປະຊາກອນ ຜົນຜະລິດສ່ວນທັງໝົດຂອງປະເທດ ການຈ້າງງານ ການຜະລິດ ການຈຳໜ່າຍ ການບໍລິໂພກ ອັດຕາດອກເບ້ຍ ແລະ ອື່ນໆ ເພື່ອປັບນະໂຍບາຍການດຳເນີນງານໃຫ້ພ້ອມທີ່ຈະຮັບການປ່ຽນແປງຕະຫຼອດເວລາ.
2.ສະພາບແວດລ້ອມທາງດ້ານກົດໝາຍ ແລະ ການເມືອງ (Legal and Political Environ-ment).
ແມ່ນ ຂໍ້ກົດໝາຍຕ່າງໆ ທີ່ກ່ຽວຂ້ອງກັບການດຳເນີນງານຂອງທຸລະກິດ ຕະຫຼອດຈົນແນວທາງນະໂຍບາຍຂອງລັດຖະບານ ເປັນສິ່ງທີ່ຜູ້ປະກອບການທາງທຸລະກິດຄວນໃຫ້ຄວາມສົນໃຈ ແລະ ສຶກສາຄົ້ນຄວ້າຢູ່ຕະຫຼອດເວລາໃຫ້ເປັນປະຈຸບັນ ແລະ ສາມາດປະຕິບັດຕາມຂໍ້ກຳນົດກົດໝາຍ ພ້ອມທັງປັບຕົວໃຫ້ທັນກັບແນວທາງນະໂຍບາຍຂອງລັດທີປ່ຽນແປງຢູ່ຕະຫຼອດເວລາໄດ້.
3.ສະພາບແວດລ້ອມທາງສັງຄົມ ແລະ ວັດທະນະທຳ (Social and Cultural Environ-ment).
ເປັນສິ່ງທີ່ກ່ຽວຂ້ອງກັບຄວາມເຊື່ອ ທັດສະນະຄະຕິ ວັດທະນະທຳ ແລະ ເຂົ້າຄົບ ທຳນຽມຮີບຄອງປະເພນີຂອງຄົນໃນສັງຄົມ ເປັນສິ່ງທີ່ສັງຄົມຍອມຮັບ ແລະ ຖືປະຕິບັດກັນມາ ແລະ ເປັນສິ່ງທີ່ປ່ຽນແປງໄດ້ຍາກ ທຸລະກິດໃດທີ່ຝືນຕໍ່ຄວາມຮູ້ສຶກ ແລະ ຄວາມເຊື່ອເຫຼົ່ານີ້ ທຸລະກິດນັ້ນອາດໄປບໍ່ຮອດ.
4.ສະພາບແວດລ້ອມທາງການແຂ່ງຂັນ (Competitor Environment).
ເປັນສິ່ງທີ່ສະແດງໃຫ້ເຫັນໂອກາດ ແລະ ຊ່ອງທາງໃນການລົງທຶນ ມີຜົນກະທົບຕໍ່ຜູ້ປະກອບການໃນການທີ່ຈະກຳນົດວິທີການດຳເນີນທຸລະກິດຂອງຕົນໃຫ້ຢູ່ຫຼອດ ແລະ ມີກຳໄລ ເຊັ່ນ: ການພັດທະນາຜະລິດຕະພັນ ທັງໝົດທັງເຄື່ອງມື ວິທີການຜະລິດໃຫ້ເໜືອກວ່າຄູ່ແຂ່ງ, ຫຼຸດຕົ້ນທືນ, ຫຼຸດການສູຍເສຍ ແລະ ການໃຊ້ຊັບພະຍາກອນທີ່ມີຢູ່ໃຫ້ເກີດປະໂຫຍດສູງສຸດ.
5.ສະພາບແວດລ້ອມທາງເທກໂນໂລຢີ ແລະ ຄວາມກ້າວໜ້າທາງວິຊາການ (Technology Eni-ronment).
ທຸລະກິດໃດກໍຕາມທີ່ມີເທກໂນໂລຢີທີ່ທັນສະໄໝ ແລະ ກ້າວໜ້າທາງວິຊາການເໜືອຄູ່ແຂ່ງ ຈະສາມາດຮັບຮູ້ຂໍ້ມູນໄດ້ວ່ອງໄວ ສາມາດຕັດສິນໃຈໄດ້ຢ່າງຖືກຕ້ອງ ແລະ ແມ່ນຢຳ ຜູ້ປະກອບການຈຶ່ງຕ້ອງສຶກສາຄວາມກ້າວໜ້າທາງເທກໂນໂລຢີຢູ່ສະເໝີ ເພື່ອນຳມາປັບປຸງ ແລະ ພັດທະນາວິທີການດຳເນີນງານ ເປັນການເພີ່ມຄວາມໜ້າເຊື່ອຖືໃຫ້ກັບຜະລິດຕະພັນ ເຊັ່ນ: ຈາກການໃຊ້ແຮງງານຄົນປ່ຽນມາໃຊ້ອຸປະກອນເຄື່ອງຈັກທີ່ທັນສະໄໝ ການໃຊ້ເທກໂນໂລຢີເຂົ້າມາຊ່ວຍນີ້ຈະຊ່ວຍໃຫ້ປະຢັດຄ່າໃຊ້ຈ່າຍ ເພີ່ມຜົນຜະລິດ ແລະ ເພີ່ມກຳໄລ.
6.ພຶດຕິກຳຂອງຜູ້ບໍລິໂພກ (Consumer Behavior).
ຄວາມຕ້ອງການ ຫຼື ລັກສະນະພຶດຕິກຳຂອງຜູ້ບໍລິໂພກຈະມີການປ່ຽນແປງຢູ່ຕະຫຼອດເວລາ ທຸລະກິດໃດໆ ກໍ່ຕາມຈະບໍ່ສາມາດບັງຄັບໃຫ້ລູກຄ້າຄົງຄວາມຕ້ອງການ ຫຼື ຄົງພຶດຕິກຳນັ້ນໄດ້ຕະຫຼອດໄປ ຕ້ອງມີການກຳນົດແຮງຈູງໃຈ ການພັດທະນາຕົວຜະລິດຕະພັນ ທັງໝົດທັງສ້າງຄວາມແຕກຕ່າງ ແລະ ຄວາມຫຼາກຫຼາຍຂອງຜະລິດຕະພັນ ຕະຫຼອດຈົນຄຸນນະພາບ.
1.2. ແຫຼ່ງຂໍ້ມູນທາງທຸລະກິດ.
ຂໍ້ມູນທາງທຸລະກິດມີຄວາມສຳຄັນຢ່າງຢິ່ງໃນການດຳເນີນທຸລະກິດ ທັງໃນດ້ານການຜະລິດ ການຈຳໜ່າຍການເງິນ ແລະ ການຈັດການ ການມີຂໍ້ມູນທາງທຸລະກິດທີ່ພຽງພໍຈະຊ່ວຍໃນການຕັດສິນໃຈການວາງແຜນ ແລະ ການກຳນົດຍຸດທະວິທິໃນການປະກອບການໃຫ້ເປັນໄປຢ່າງຖືກຕ້ອງ ແລະ ແມ່ນຢຳ ເໜືອກວ່າຄູ່ແຂ່ງຂັນທາງທຸລະກິດ ຊຶ່ງແຫຼ່ງຂໍ້ມູນທີ່ຜູ້ປະກອບສາມາດຫາຂໍ້ມູນທາງທຸລະກິດໄດ້ ແບ່ງອອກເປັນ 2 ປະເພດ ໄດ້ແກ່.
1.ແຫຼ່ງຂໍ້ມູນພາຍໃນກິດຈະການ (Internal Sources)
ແມ່ນເປັນຂໍ້ມູນທີ່ໄດ້ຈາກພາຍໃນກິດຈະການຂອງຕົນເອງ ເຊັ່ນ: ເອກະສານຕ່າງໆ ປະຫວັດການຊື້ຂາຍ ເອກະສານທາງການບັນຊີ, ງົບທາງການເງິນ ລາຍງານ. ປະຈຳວັນຂອງພະນັກງານ ຊຶ່ງແຫຼ່ງຂໍ້ມູນເຫຼົ່ານີ້ ສາມາດນຳມາປະກອບການວາງແຜນ ບອກແນວໂນ້ມ ແລະ ກຳນົດວິທີການດຳເນີນງານຂອງທຸລະກິດໃນອະນາຄົດໄດ້.
2.ແຫຼ່ງຂໍ້ມູນພາຍນອກກິດຈະການ (External Sources)
ແມ່ນເປັນຂໍ້ມູນທີ່ໄດ້ຈາກການສຶກສາຄົ້ນຄວ້າ ຊຶ່ງສາມາດຫາໄດ້ຈາກໝັງສື ນິຕິສານ ຫຼື ຂ່າວສານຕ່າງໆ ທັງຈາກໝ່ວຍງານຂອງລັດ ແລະ ພາກເອກຊົນ ໂດຍສະເພາະຜົນງານການວິໄຈ ງານວິຊາການ ລ້ວນເປັນສິ່ງທີ່ຊ່ວຍໃນການຕັດສິນໃຈ ທາງທຸລະກິດໄດ້ຢ່າງມີປະສິດທິພາບ.