ກິດຈະກຳທາງທຸລະກິດ ແລະ ຄວາມສຳພັນລະຫວ່າງທຸລະກິດກັບບຸກຄົນ
1.1.ກິດຈະກຳທາງການຕະຫຼາດ.
ໃນການດຳເນີນທຸລະກິດມີກິດຈະກຳຕ່າງໆ ຫລວງຫຼາຍ ຕັ້ງແຕ່ຍັງບໍ່ມີການຜະລິດສິນຄ້າ ໄປຈົນເຖິງສິນຄ້ານັ້ນເຖິງມືຜູ້ບໍລິໂພກ ຊຶ່ງກິດຈະກຳທາງທຸລະກິດແບ່ງອອກໄດ້ເປັນ 3 ກຸ່ມໃຫຍ່ໆຄື:
1.1.1.ກິດຈະກຳທີ່ກ່ຽວກັບຕົວສິນຄ້າ (Product Activities)
1.ການວາງແຜນ ແລະ ການພັດທະນາຜະລິດຕະພັນ (Product Planning and Product Development).
ເປັນການກຳນົດຮູບແບບຂອງຜະລິດຕະພັນທີ່ຕ້ອງການຜະລິດອອກສູ່ທ້ອງຫຼາດ ການຫາວິທີການຜະລິດທີ່ຈະເກີດປະສິດທິພາບສູງສຸດ ການກຳນົດວັດຖຸດິບທີ່ນຳມາໃຊ້ໃນການຜະລິດ ແລະ ການຫາແຫຼ່ງວັດຖຸດິບເປັນຕົ້ນ.
2.ການຊື້ ແລະ ການຂາຍ (Buying and Selling)
ເປັນກິດຈະກຳທີ່ເຮັດໃຫ້ເກີດລະບົບການແລກປ່ຽນສິນຄ້າ ຫຼື ການປ່ຽນແປງກຳມະສິດໃນຕົວສິນຄ້າ ເກີດຜົນກຳໄລ ຂາດທຶນ ຈາກການຊື້ ແລະ ການຂາຍ.
3.ການຈັດລຳດັບ ແລະ ມາດຕະຖານສິນຄ້າ (Grading and Standardizing)
ແມ່ນການຜະລິດສິນຄ້າອອກມາຫຼາຍແບບຫຼາຍຂະໜາດ ແລະ ມີຫຼາກຫຼາຍລຸ້ນ ເຮັດໃຫ້ສິນຄ້າມີຫຼາຍລາຄາເພື່ອໃຫ້ເໝາະສົມກົງກັບຄວາມຕ້ອງການຂອງລູກຄ້າ ຫຼື ຜູ້ບໍລິໂພກ.
1.1.2.ກິດຈະກຳກ່ຽວກັບການຈັດຈຳໜ່າຍ (Distributing Function)
1.ການຂົນສົ່ງ (Transportation) ແມ່ນການເຄື່ອນຢ້າຍ ຫຼື ກະຈາຍສິນຄ້າທີ່ຜະລິດແລ້ວນັ້ນໄປຍັງຜູ້ບໍລິໂພກ.
2.ການເກັບຖືຮັກສາສິນຄ້າ (Storage) ແມ່ນການເກັບຖືຮັກສາສິນຄ້າເພື່ອລໍການຈຳໜ່າຍ ຫຼື ການກະຈາຍສິນຄ້າໄປຍັງຜູ້ບໍລິໂພກ.
1.1.3.ກິດຈະກຳອຳນວຍຄວາມສະດວກຕ່າງໆ (Facilitation Function)
1.ການເງິນ (Finance).
ແມ່ນແຫຼ່ງເງິນກູ້ທີ່ເປັນເງິນທຶນສຳລັບການດຳເນີນທຸລະກິດ ປະຈຸບັນທະນາຄານທຸລະກິດຕ່າງໆ ຖືເປັນແຫຼ່ງເງິນກູ້ທີ່ມີຄວາມສຳຄັນຫຼາຍທີ່ສຸດສຳລັບສະຖານປະກອບການ ຫຼື ການດຳເນີນທຸລະກິດ ແລະ ທັງໝົດລວມເຖິງການເກັບເງິນຄ່າສິນຄ້າທີ່ຂາຍ.
2.ການສ່ຽງໄພ (Risk Taking)
ໝາຍເຖິງການສ່ຽງໄພຈາກການສູຍເສຍໃນຮູບແບບຕ່າງໆ ເຊັ່ນ: ການເສຍຫາຍຈາກໄຟໄໝ້ໂກດັ່ງສິນຄ້າ ຫຼື ສິນຄ້າຕົກຫຼົ່ນເສຍຫາຍລະຫວ່າງຂົນສົ່ງ ເປັນຕົ້ນປະຈຸບັນມີທຸລະກິດທີ່ກ່ຽວຂ້ອງກັບການປະກັນໄພເຂົ້າມາມີບົດບາດໃນການແບ່ງເບົາພາລະໃຫ້ກັບຜູ້ປະກອບການ.
3.ການຫາຂໍ້ມູນທາງການຕະຫຼາດ (Marketing Information).
ເປັນການຫາຂໍ້ມູນຄວາມຕ້ອງການຂອງຜູ້ບໍລິໂພກ ແລະ ແນວໂນ້ມຕ່າງໆ ໃນການຊື້ຂາຍສິນຄ້າ ປະຈຸບັນມີທຸລະກິດທີ່ຮັບດຳເນີນການດ້ານຄົ້ນຄວ້າວິໄຈ ແລະ ຫາຂໍ້ມູນເຂົ້າມາກ່ຽວຂ້ອງຊ່ວຍເຫຼືອໃນການດຳເນີນທຸລະກິດ.
1.2.ຄວາມສຳພັນລະຫວ່າງເສດຖະກິດກັບບຸກຄົນ.
ໃນການປະກອບທຸລະກິດເພື່ອໃຫ້ບັນລຸວັດຖຸປະສົງ ທຸລະກິດຕ້ອງມີຄວາມສຳພັນກັນຢ່າງຕໍ່ເນື່ອງກັບບຸກຄົນ ຫຼື ກຸ່ມບຸກຄົນ ຕ່າງໆດັ່ງນີ້:
1.ເຈົ້າຂອງກິດຈະການ ເປັນບຸກຄົນທີ່ລົງທຶນເຮັດທຸລະກິດໃນການຜະລິດສິນຄ້າ ຫຼື ບໍລິການ.
2.ລູກຈ້າງ ຫຼື ພະນັກງານ ກໍ່ຄືກຸ່ມບຸກຄົນທີ່ເປັນຜູ້ມີໝ້າທີ່ຜະລິດສິນຄ້າ ແລະ ບໍລິການ ຫຼື ເຮັດໝ້າທີ່ອື່ນໆ ກ່ຽວຂ້ອງໃນກິດຈະການນັ້ນ.
3.ຜູ້ຂາຍ ໃນທີ່ນີ້ໄດ້ແກ່ ຜູ້ທີ່ເຮັດໝ້າທີ່ຈັດຫາສິນຄ້າສຳເລັດຮູບເພື່ອການຈຳໜ່າຍຕໍ່ໄປຍັງຜູ້ບໍລິໂພກ.
4.ຜູ້ຊື້ ຫຼື ຜູ້ບໍລິໂພກ ໄດ້ແກ່ບຸກຄົນທີ່ຊື້ສິນຄ້າ ແລະ ບໍລິການເພື່ອຕອບສະໝອງຄວາມຕ້ອງການຂອງຕົນເອງ.
5.ເຈົ້າໜີ້ ໄດ້ແກ່ ແຫຼ່ງເງິນທຶນທີ່ຜູ້ປະກອບການໄປຕິດຕໍ່ ເພື່ອຂໍຢື່ມເງຶນທຶນໃນການປະກອບທຸລະກິດ.
6.ຄູ່ແຂ່ງຂັນ ກໍ່ຄືກຸ່ມ ຜູ້ປະກອບທຸລະກິດຊຶ່ງຜະລິດສິນຄ້າ ແລະ ບໍລິການປະເພດດຽວກັນ.
7.ລັດຖະບານ ການປະກອບທຸລະກິດຕ່າງໆ ຕ້ອງຢູ່ພາຍໃຕ້ການຄວບຄຸມເບິ່ງແຍງຂອງລັດຖະບານ ຕ້ອງປະຕິບັດຕາມຕາມກົດລະບຽບ ແລະ ກົດໝາຍຕ່າໆທີ່ລັດກຳນົດຂຶ້ນ.