ຈັນຍາບັນຂອງຜູ້ປະກອບທຸລະກິດ
1.1.ຈັນຍາບັນຂອງຜູ້ປະກອບທຸລະກິດຕໍ່ລູກຄ້າ.
ລູກຄ້າຖືເປັນກລຸ່ມບຸກຄົນທີ່ມີຄວາມສຳຄັນຫຼາຍທີ່ສຸດຕໍ່ການປະກອບທຸລະກິດ ເນື່ອງຈາກລູກຄ້າເປັນຜູ້ຊື້ສິນຄ້າ ແລະ ໃຊ້ບໍລິການເຮັດໃຫ້ທຸລະກິດມີລາຍໄດ້ ແລະ ຜົນກຳໄລ ດັ່ງນັ້ນນັກທຸລະກິດຄວນປະຕິບັດຕໍ່ລູກຄ້າຢ່າງຊື່ສັດ ແລະ ເປັນທຳ ໂດຍມີຫຼັກການປະຕິບັດຕໍ່ລູກຄ້າມີດັ່ງນີ້ຄື:
1.ຂາຍສິນຄ້າ ແລະ ບໍລິການໃນລາຄາທີ່ຍຸດຕິທຳ.
2.ສິນຄ້າ ແລະ ບໍລິການນັ້ນຕ້ອງມີຄຸນນະພາບ ຖືກຕ້ອງຕາມຈຳນວນ ແລະ ລາຄາທີ່ຕົກລົງກັນ.
3.ເບິ່ງແຍງ ແລະ ໃຫ້ບໍລິການແກ່ລູກຄ້າທຸກຄົນໂດຍເທົ່າທຽມກັນ ບໍ່ເລືອກທີ່ຮັກມັກທີ່ຊັງ.
4.ລະເວັ້ນການກະທຳໃດໆ ເພື່ອເຮັດໃຫ້ລາຄາສິນຄ້າສູງຂຶ້ນໂດຍບໍ່ມີເຫດຜົນ ເຊັ່ນ ການກັກຕຸນສິນຄ້າ ຫຼື ການປ່ອຍຂ່າວອັນເປັນເທັດເພື່ອໃຫ້ລູກຄ້າຫຼົງເຊື່ອເປັນຕົ້ນ.
5.ປະຕິບັດຕໍ່ລູກຄ້າ ແລະ ໃຫ້ບໍລິການຢ່າງມີນ້ຳໃຈ ມີອັນຍາບຄາຍທີ່ດີຕໍ່ກັນ.
1.2.ຈັນຍາບັນຂອງນັກທຸລະກິດຕໍ່ຄູ່ແຂ່ງຂັນ.
ການທີ່ທຸລະກິດມີຄູ່ແຂ່ງຂັນເຮັດໃຫ້ເກີດການກະຕຸ້ນໃຫ້ມີການຕື່ນຕົວ ປັບປ່ຽນການຜະລິດ ຫຼື ບໍລິການແລະ ປັບປຸງຄຸນນະພາບຂອງສິນຄ້າ ແລະ ບໍລິການໃຫ້ດີຢິ່ງຂຶ້ນເໜືອກວ່າຂອງຄູ່ແຂ່ງຂັນ ທາງທຸລະກິດແຕ່ຕ້ອງເປັນໄປໃນທາງສ້າງສັນ ບໍ່ແມ່ນເພື່ອທຳລາຍຄູ່ແຂ່ງຂັນນັກທຸລະກິດຄວນປະຕິບັດຕໍ່ຄູ່ແຂ່ງຂັນດັ່ງນີ້:
1.ລະເວັ້ນຈາກການກັ້ນແກ້ງ ໃຊ້ຮ້າຍປ້າຍສີ ຂົ່ມຂູ່ ຫຼື ກີດກັນ ບໍ່ວ່າຈະໂດຍທາງກົງ ຫຼື ທາງອ້ອມ ອັນຈະເຮັດໃຫ້ຄູ່ແຂ່ງຂັນເສຍໂອກາດຢ່າງບໍ່ເປັນທຳ ເຊັ່ນ: ການຕັດລາຄາຂາຍສິນຄ້າ ການເອົາຂໍ້ມູນຂອງຄູ່ແຂ່ງຂັນມາໂດຍບໍ່ຖືກຕ້ອງເປັນທຳເປັນຕົ້ນ.
2.ຄວນໃຫ້ຄວາມຮ່ວມມືໃນການແຂ່ງຂັນ ເຊັ່ນ: ການໃຫ້ຂໍ້ມູນຄວາມຮູ້ໃນດ້ານຕ່າງໆ ບໍ່ວ່າຈະເປັນຄວາມຮູ້ດ້ານການບໍລິຫານຈັດການທີ່ດີ ຂໍ້ມູນກ່ຽວກັບຕົວສິນຄ້າ ຫຼື ບໍລິການໃໝ່ໆ ເປັນຕົ້ນ.