ຄວາມຮູ້ທົ່ວໄປກ່ຽວກັບທຸລະກິດ
ທຸລະກິດແມ່ນເປັນກິດຈະກຳທີ່ກ່ຽວຂ້ອງກັບການຜະລິດ ການຈຳໜ່າຍ ແລະ ການບໍລິຫານ ຫຼື ກິດຈະກຳ ໃດໆ ກໍຕາມທີ່ເຮັດໄປແລ້ວກໍ່ໃຫ້ເກີດລາຍໄດ້ ມີກຳໄລເປັນເງິນ ຫຼື ມີຜົນຕອບແທນໃນຮູບແບບອື່ນໆ ແຕ່ໃນຂະນະດຽວກັນກໍສ່ຽງກັບການຂາດທຶນ ຊຶ່ງທຸລະກິດຈະປະກອບດ້ວຍ ການຜະລິດຊຶ່ງເປັນການດຳເນີນກິດຈະກຳທາງດ້ານການຜະລິດສິນຄ້າ ການຈຳໜ່າຍຊຶ່ງເປັນການດຳເນີນກິດຈະກຳຕໍ່ຈາກການຜະລິດ ໂດຍນຳສິນຄ້າໄປສູ່ຜູ້ບໍລິໂພກ ຊຶ່ງໝາຍທັງໝົດ ເຖິງການຄ້າສົ່ງ ການຄ້າຍ່ອຍ ແລະ ການບໍລິການ ຊຶ່ງຖືເປັນການດຳເນີນກິດຈະກຳທາງທຸລະກິດໃນຮູບແບບການໃຫ້ບໍລິການ ຫຼື ອຳນວຍຄວາມສະດວກໃນດ້ານຕ່າງໆ ຂອງສະຖານປະກອບການແຕ່ລະທຸລະກິດ.