ຄຸນສົມບັດຂອງຜູ້ປະກອບການທີດີ
1. ມີຄວາມເຊື່ອມັ່ນໃນຕົນເອງ ມີຄວາມເປັນຜູ້ນຳ ຮັກຄວາມອິດສະຫລະ ບໍ່ຢາກເປັນລູກຈ້າງໃຜ ແມ່ນຈະລົ້ມ ເຫລວກໍບໍ່ຫຍໍ້ທໍ້ແກ້ໄຂແລ້ວສູ້ຕໍ່ໄປບໍ່ລະຖິ້ມ.
2. ກ້າຕັດສິນໃຈ ກ້າສ່ຽງ ການປະກອບການອາດສຳເລັດ ຫຼື ລົ້ມເຫລວໄດ້ຕ້ອງຕັດສິນໃຈເທິງຂໍ້ມູນທີ່ຖືກຕ້ອງ.
3. ພ້ອມທີ່ຈະເຮັດວຽກໜັກ ອົດທົນຂະຫຍັນໝັ່ນພຽນ ເພາະການປະກອບທຸລະກິດຕ້ອງສົນໃຈ ແລະ ເອົາໃຈໃສ່ຕະຫຼອດເວລາ.
4. ມີມະນຸດສຳພັນດີ ອັດຢາໃສດີ ຢິ້ມແຢ້ມແຈ່ມໃສ ເວົ້າຈາມ່ວນສົນໃຈບຸກຄົນທັ່ວໄປໂດຍສະເພາະລູກຄ້າ.
5. ມີຄວາມຮູ້ກ່ຽວກັບກິດຈະການທີ່ຕົນປະກອບການ ແລະ ຫາຄວາມຮູ້ເພິ່ມເຕິມຢູ່ສະເໝີເພື່ອປັບປຸງກິດຈະການຂອງຕົນ.
6. ຕ້ອງມີທຶນ ຢູ່ຈຳນວນໜຶ່ງໃນການປະກອບການບໍ່ແມ່ນກູ້ຈາກສະຖາບັນການເງິນທັງໝົດ.
7. ມີຄວາມຮັບຜິດຊອບ ແລະ ຊື່ສັດຕໍ່ລູກຄ້າ ຜູ້ກ່ຽວຂ້ອງ ແລະ ສັງຄົມ ຈຶ່ງຈະເຮັດໃຫ້ສະຖານປະກອບການຈະເລີນຮຸ່ງເຮືອງ ແລະ ຢັ່ງຢືນທັງນີ້ຄຸນສົມບັດເຫຼົ່ານີ້ ບໍ່ແມ່ນມີມາແຕ່ກຳເນີດ ທຸກຄົນສາມາດພັດທະນາຂຶ້ນມາໄດ້ເມື່ອສົນໃຈ ແລະ ຕັ້ງໃຈຈິງ ໂດຍການສັງເກດ ເວົ້າຄຸຍກັບຜູ້ປະກອບການ ສຶກສາຫາຄວາມຮູ້ຈາກສະຖາບັນການສຶກສາຕ່າງໆ ຫຼື ສະໝັກເຂົ້າເຮັດວຽກໃນສະຖານປະກອບການຕ່າງໆ ເພື່ອຫາປະສົບການ.