ການປະເມີນຄວາມພ້ອມທີຈະເປັນຜູ້ປະກອບການ
ຜູ້ປະກອບການທີ່ຈະປະສົບຄວາມສຳເລັດ ກ່ອນເລີ່ມກິດຈະການຈະຕ້ອງມີຄວາມພ້ອມໃນຫຼາຍໆດ້ານ ຄວນປະເມີນຄວາມພ້ອມໃນດ້ານທີ່ສຳຄັນໆ ດັ່ງນີ້:
1.ຄວາມພ້ອມຂອງຕົນເອງ.
1.ມີຄວາມຮູ້ ແລະ ປະສົບການໃນທຸລະກິດນັ້ນໆ ຫຼື ບໍ່.
2.ພ້ອມທີ່ຈະເຮັດວຽກໜັກ.
3.ມີຄວາມໝັ້ນໃຈໃນຕົນເອງມີຄວາມມຸ້ງໝັ້ນພຽງໃດ.
4.ມີມະນຸດສຳພັນທີ່ດີ.
2.ຄວາມພ້ອມດ້ານການເງິນ.
1.ຄວນມີເງິນທຶນຂອງຕົນເອງດ້ວຍ ບໍ່ແມ່ນກູ້ເງິນທັງໝົດມາລົງທຶນ.
2.ຮູ້ແຫຼ່ງເງິນທຶນ ຮູ້ແຫຼ່ງສະໜັບສະໜູນຈາກລັດ.
3.ຄວາມພ້ອມດ້ານການຕະຫຼາດ.
1.ໄດ້ສຶກສາຄວາມຕ້ອງການຂອງຕະຫຼາດ ຫຼື ບໍ່.
2.ກຸ່ມເປົ້າໝາຍຄືໃຜ.
3.ມີຄູ່ແຂ່ງ ຫຼື ບໍ່ ຫຼາຍນ້ອຍພຽງໃດ.
4.ຄວາມພ້ອມດ້ານການບໍລິຫານຈັດການ.
1.ຮູ້ຈັກການວາງແຜນທຸລະກິດ.
2.ຮູ້ຈັກການບໍລິຫານຄົນ (ໃນກໍລະນີທີ່ລູກຈ້າງຈຳນວນຫຼາຍ).
3.ຮູ້ຈັກວິທີການປະເມີນຜົນການປະກອບການ.
4.ມີຄວາມຮູ້ດ້ານບໍລິຫານຈັດການດ້ວຍຄວາມເໝາະສົມຄວນ.
ຖ້າຜູ້ປະກອບການໄດ້ຂຽນແຜນທຸລະກິດໄດ້ຄົບຖ້ວນໂດຍເກັບຂໍ້ມູນຢ່າງຈິງຈັງຖືກຕ້ອງຢ່າງແທ້ຈິງ ຄວນເປັນເຄື່ອງບົ່ງຊີ້ວ່າມີຄວາມພ້ອມທີ່ຈະປະກອບການແລ້ວ ໂອກາດປະສົບຄວາມສຳເລັດມີສູງຫຼາຍ.