ການເປັນຜູ້ປະກອບການ
ຜູ້ປະກອບການ (Entrepreneur) ເປັນຜູ້ທີ່ຄິດລິເລີ່ມຈັດຕັ້ງທຸລະກິດຂຶ້ນມາເປັນຂອງຕົນເອງ ມີການວາງແຜນການດຳເນີນງານ ແລະ ດຳເນີນທຸລະກິດທຸກດ້ານດ້ວຍຕົນເອງ ໂດຍເບິ່ງເຫັນໂອກາດທາງທຸລະກິດ ແລະ ຍອມຮັບຄວາມສ່ຽງທີ່ອາດເກີດຂຶ້ນໄດ້ຕະຫຼອດເວລາເພື່ອມຸ້ງຫວັງຜົນກຳໄລທີ່ເກີດຈາກຜົນການດຳເນີນງານຂອງທຸລະກິດຕົນເອງ ດັ່ງນັ້ນຜູ້ປະກອບການຈຶ່ງຕ້ອງສຶກສາຫາຄວາມຮູ້ເພິ່ມເຕິມກ່ຽວກັບຄວາມໝາຍຂອງຜູ້ປະກອບການ ເຈົ້າລັກສະນະພື້ນຖານຂອງຜູ້ປະກອບການ ແນວທາງໃນການເປັນຜູ້ປະກອບການວິເຄາະການຜູ້ປະກອບການ ແນວທາງການຫາລາຍໄດ້ຈາກການເປັນຜູ້ປະກອບການ ແລະ ໝ້າທີ່ຂອງຜູ້ປະກອບການໃນການດຳເນີນທຸລະກິດ.
1.1.ຄວາມໝາຍຂອງຜູ້ປະກອບການ.
ຜູ້ປະກອບການໝາຍເຖິງ ບຸກຄົນທີ່ຈັດຕັ້ງທຸລະກິດໃໝ່ ໂດຍຜະເຊີນກັບຄວາມສ່ຽງ ແລະ ຄວາມບໍ່ແນ່ນອນທາງທຸລະກິດ ເພື່ອສະແຫວງຫາຜົນກຳໄລ ແລະ ຄວາມເຕີບໂຕ ມຸ້ງຫາຄວາມຕ້ອງການຂອງຕະຫຼາດເພື່ອສະໝອງຄວາມຕ້ອງການໃນທາງເສດຖະກິດ ຜູ້ປະກອບການຄື ຜູ້ລວບລວມປັດໄຈການຜະລິດ ໄດ້ແກ່ ທີ່ດິນ ແຮງງານ ແລະ ທຸນ ມາຜະລິດເປັນສິນຄ້າ ແລະ ບໍລິການ ຜູ້ປະກອບການອາດຈະເປັນໝ່ວຍງານ ບໍລິສັດ ຫ້າງຮ້ານ ຫຼື ເອກຊົນພຽງຄົນດຽວກໍໄດ້ ທັງນີ້ຜູ້ປະກອບການຕ້ອງຍອມຮັບຄວາມສ່ຽງທີ່ອາດເກີດຂຶ້ນຈາກການຜະລິດ ແລະ ບໍລິຫານຈັດການໃນຂະບວນການຜະລິດ ຜົນຕອບແທນທີ່ໄດ້ຄື ກຳໄລ ຫຼື ຂາດທຶນ.
1.2.ຄວາມມຸ້ງໝາຍຂອງການປະກອບການ.
ການປະກອບການ ຫຼື ການປະກອບທຸລະກິດ ມີຈຸດມຸ້ງໝາຍຫຼາຍປະການດັ່ງສະແດງໃນຮູບໄດ້ດັ່ງນີ້:
1. ສະແຫຼວງຫາກຳໄລ.
2. ສະໝອງຄວາມຕ້ອງການຂອງຕົນເອງ ເຊັ່ນ: ຢາກເປັນອິດສະຫລະບໍ່ເປັນລູກຈ້າງໃຜ ຢາກລ້ຳລວຍເປັນຕົ້ນ.
3. ສ້າງປະໂຫຍດໃຫ້ແກ່ສັງຄົມ ການປະກອບທຸລະກິດມີໂອກາດສ້າງປະໂຫຍດໃຫ້ແກ່ສັງຄົມໄດ້ຫຼາຍກວ່າ.
4. ຄວາມຢູ່ຫຼອດ ແລະ ຄວາມຈະເລີນຮຸ່ງເຮືອງຖາວອນຂອງທຸລະກິດເອງ.