ຫຼັກການບໍລິຫານງານຄຸນນະພາບໃນອົງກອນ
1.1.ຫຼັກການບໍລິຫານງານຄຸນນະພາບ.
1.ການໃຫ້ຄວາມສໍາຄັນກັບລູກຄ້າ.
ແມ່ນທຸລະກິດທຸກປະເພດຈໍາເປັນຕ້ອງທໍາຄວາມເຂົ້າໃຈກັບຄວາມຕ້ອງການຂອງລູກຄ້າ ແລະ ດໍາເນີນການໃຫ້ບັນລຸຄວາມຕ້ອງການຂອງລູກຄ້າ ລວມທັງພະຍາຍາມທໍາໃຫ້ເໜືອຄວາມຄາດຫວັງຂອງ ລູກຄ້າ ໂດຍມີຫຼັກການວ່າຫຍັງຄືສິ່ງທີ່ລູກຄ້າຕ້ອງການ ແລະ ຄາດຫວັງ ຊຶ່ງຕ້ອງຕອບສະໝອງສິ່ງທີ່ລູກຄ້າຕ້ອງການໃຫ້ດີ ທີ່ສຸດ ເຊັ່ນ ການປະກັນສິນຄ້າ ການຮ້ອງຮຽນ ເປັນຕົ້ນ.
2.ຄວາມເປັນຜູ້ນໍາ.
ຜູ້ນໍາຈະຕ້ອງສະແດງຄວາມມຸ້ງມັ່ນທີ່ຈະພັດທະນາອົງກອນຢ່າງຊັດເຈນ ຕ້ອງມີພາວະຜູ້ນໍາວາງບັນຍາກາດໃນການເຮັດວຽກທີ່ຈະເອື້ອອໍານວຍໃຫ້ບຸກຄະລາກນມີສ່ວນຮ່ວມໃນການດໍາເນີນງານ ເພື່ອໃຫ້ ບັນລຸຜົນຕາມເປົ້າໝາຍ ໂດຍພາວະຜູ້ນໍາກໍຄື ຄວາມສາມາດໃນການເກືອບນໍາໂນ້ມນ້າວໃຫ້ຄົນຄ້ອຍຕາມ ມີເປົ້າໝາຍເຈນ ແລະສາມາດນໍາຄົນໃຫ້ປະຕິບັດກິດຈະກຳໃຫ້ລ່ວງໄດ້ຢ່າງມີປະສິດທິພາບແລະ ປະສິດທິຜົນ ໂດຍມີຫຼັກການ ເນັ້ນໃຫ້ຜູ້ນໍາອົງກອນມີພາວະຜູ້ນໍາ ສະແດງການເປັນຜູ້ນໍາໃນການທໍາງານ.
3.ການມີສ່ວນຮ່ວມຂອງບຸກຄະລາກອນ.
ການທີ່ບຸກຄະລາກອນມີສ່ວນຮ່ວມໃນອົງກອນ ຈະເຮັດໃຫ້ທຸກຄົນໄດ້ໃຊ້ຄວາມ ສາມາດໃຫ້ເກີດປະໂຫຍດຕໍ່ສ່ວນລວມຫຼາຍທີ່ສຸດ ບຸກຄະລາກອນຕ້ອງເອົາໃຈໃສ່ໃນງານທີ່ຕົນໄດ້ຮັບມອບໝາຍໄວ້ ໂດຍມີຫຼັກການຄື ເນັ້ນທີ່ພະນັກງານທຸກຝ່າຍຈະຕ້ອງອາໄສຄວາມຮ່ວມມືທຸກລະດັບ ແລະຕ້ອງມີການພັດທະນາຄວາມ ສາມາດຢ່າງສະໝ່ຳສະເໝີ.
4.ຂະບວນການດໍາເນີນງານ.
ໝາຍເຖິງ ການນໍາເອົາຊັບພະຍາກອນ ຫຼື ປັດໄຊການຜະລິດປ້ອນເຂົ້າສູ່ລະບົບ ການທໍາງານເພື່ອໃຫ້ບັນລຸເປົ້າໝາຍ ໂດຍມີຫຼັກການທີ່ເນັ້ນໃຫ້ມອງງານ ຂະບວນການ ແລະ ກິດຈະກຳຕ່າງໆ ທີ່ກໍ່ໃຫ້ ເກີດມູນຄ່າເພີ່ມແກ່ສິນຄ້າ ຫຼື ເປັນຂະບວນການສະໜັບສະໜູນ ຈະຢູ່ໃນຮູບຂອງຂະບວນການທີ່ມີທັງປັດໄຈ ນໍາເຂົ້າ (Input) ແລະປັດໄຈນຳອອກ (ຜົນຜະລິດ = Output).
5.ການບໍລິຫານທີ່ເປັນລະບົບ.
ການຈັດການຂະບວນການຕ່າງໆ ຢ່າງເປັນລະບົບ ຈະຊ່ວຍໃຫ້ອົງກອນບັນລຸເປົ້າໝາຍຢ່າງມີປະສິດທິຜົນ ແລະປະສິດທິພາບ ໂດຍນໍາຂະບວນການຕ່າງໆ ມາຮຽງລໍາດັບ ແລະ ສຳພັນກັນ ຊຶ່ງຈະກໍ່ໃຫ້ເກີດເປັນລະບົບ ໂດຍຫຼັກການຄືການກໍານົດລະບົບຄວາມສຳພັນຂອງປັດໄຈ ແລະ ຂະບວນການ ດໍາເນີນງານເພື່ອໃຫ້ອົງກອນຕອບສະໝອງຄວາມຕ້ອງການຂອງລູກຄ້າໄດ້ຢ່າງມີປະສິດທິພາບ.
6.ການປັບປຸງຢ່າງຕໍ່ເນື່ອງ.
ເປັນຂະບວນການທີ່ເກີດວົງຈົນບໍລິຫານງານລະບົບຄຸນນະພາບ ppa ໄດ້ແກ່ ການວາງແຜນການດໍາເນີນງານ ການດໍາເນີນງານ ການປັບປຸງແກ້ໄຂ ແລະ ການປັບປຸງຢ່າງຕໍ່ເນື່ອງ ເຮັດໃຫ້ເພີ່ມປະສິດທິພາບຂຶ້ນ ຊຶ່ງຄວນຖືເປັນເປົ້າໝາຍຖາວອນຂອງອົງກອນ.
7.ການຕັດສິນໃຈເທິງພື້ນຖານຂອງຄວາມເປັນຈິງ.
ການຕັດສິນໃຈທີ່ຖືກຕ້ອງ ແລະ ເກີດປະສິດທິພາບຕໍ່ ການບໍລິຫານງານຕ້ອງຕັ້ງຢູ່ເທິງພື້ນຖານຂອງຄວາມຈິງທີ່ຖືກຕ້ອງແລະ ການວິເຄາະຂໍ້ມູນທີ່ເປັນລະບົບຕ້ອງມີຂໍ້ມູນ ຫຼືຂໍ້ເທັດຈິງສະໜັບສະໜູນ ຊຶ່ງຂໍ້ມູນໄດ້ຈາກການເກັບ ແລະນໍາມາວິເຄາະທາງສະຖິຕິ ເພື່ອໃຊ້ເປັນເຄື່ອງມື.
8.ຄວາມສຳພັນກັບຜູ້ຂາຍເພື່ອປະໂຫຍດຮ່ວມກັນ.
ການສ້າງສຳພັນສະພາບກັບຜູ້ສົ່ງມອບຄວນຍ່າງ ພື້ນຖານຂອງຄວາມສະເໝີພາກດ້ານຜົນປະໂຫຍດ ເພາະຕ່າງຕ້ອງພຶ່ງພາຊຶ່ງກັນແລະ ກັນຖ້າອົງກອນ ແລະ ຜູ້ສົ່ງມອບ ຄວາມເຂົ້າໃຈ ແລະມີຄວາມສຳພັນອັນດີຕໍ່ກັນ ຄວນສົ່ງຜົນໃຫ້ເກີດປະໂຫຍດຮ່ວມກັນ ແລະຈະຊ່ວຍເພີ່ມຄວາມສາມາດ ໃນການສ້າງຄຸນຄ່າຮ່ວມກັນຂອງທັງສອງຝ່າຍ ໂດຍມີຫຼັກການທີ່ເນັ້ນການໄດ້ຮັບຜົນປະໂຫຍດຮ່ວມກັນທຸກຝ່າຍ.
1.2.ລະບົບການບໍລິຫານງານຄຸນນະພາບ (Quality Management System)
ຂໍ້ກຳນົດລະບົບບໍລິຫານງານຄຸນນະພາບຢູ່ໃນມາດຕະຖານ ISO 9001, 2000 ໂດຍອົງກອນຕ້ອງຈັດລະບົບການບໍລິຫານງານທີ່ສົ່ງຜົນໃຫ້ບັນລຸເປົ້າໝາຍ ແລະ ວັດຖຸປະສົງຄຸນນະພາບຂອງອົງກອນລະບົບບໍລິຫານງານໝາຍເຖິງ ໂຄງສ້າງ ແລະ ໝ້າທີ່ຂອງໝ່ວຍງານຕ່າງໆ ພາຍໃນອົງກອນ ລະບົບບໍລິຫານງານຈະເກີດປະສິດທິພາບແລະ ສ້າງຄຸນນະພາບໄດ້ຂຶ້ນຢູ່ກັບອົງປະກອບຕໍ່ໄປນີ້:
1.ການກຳນົດນະໂຍບາຍ ແລະ ວັດຖຸປະສົງຄຸນນະພາບ ເພາະນະໂຍບາຍ ແລະ ວັດຖຸປະສົງຂອງອົງກອນ ແມ່ນແນວທາງຫຼັກທີ່ໝ່ວຍງານທຸກໝ່ວຍງານຕ້ອງຢືດມັ່ນແລະ ປະຕິບັດງານໃຫ້ບັນລຸວັດຖຸປະສົງຄຸນນະພາບການກຳນົດນະໂຍບາຍ ແລະ ວັດຖຸປະສົງຄຸນນະພາບ ມີຂະບວນການດັ່ງນີ້:
- ການສຶກສາ ແລະ ວິໄຈຕະຫຼາດ ເປັນການສຶກສາ 2 ມິຕິ ໄດ້ແກ່: ມິຕິຄວາມຕ້ອງການຂອງລູກຄ້າແລະ ມິຕິຂອງຄູ່ແຂ່ງໃນຕະຫຼາດ.
- ການສຶກສາ ແລະ ວິເຄາະຜະລິດຕະພັນ ເປັນການທົບທວນ ທົດສອບ ແລະ ປະເມີນຜົນຜະລິດຕະພັນງານບໍລິການທີ່ດຳເນີນການຢູ່ ຫຼື ທີ່ຄິດຄົ້ນຂຶ້ນໃໝ່ວ່າ ກົງກັບຄວາມຕ້ອງການຂອງລູກຄ້າ ແລະ ສາມາດແຂ່ງຂັນໃນ ຕະຫຼາດໄດ້.
2.ການກຳນົດຄວາມຄາດຫວັງ, ມາດຕະຖານ, ເປົ້າໝາຍຂອງຜະລິດຕະພັນ ຫຼື ງານບໍລິການຈາກການສຶກສາຄວາມຕ້ອງການຂອງລູກຄ້າແລະ ຕະຫຼາດ ເພື່ອໃຫ້ຝ່າຍຜະລິດ ແລະ ຝ່າຍຕ່າງໆ ທີ່ກ່ຽວຂ້ອງມີຄວາມຊັດເຈນໃນການດຳເນີນງານ.
3.ການກຳນົດຂະບວນການຜະລິດ ການບໍລິການ ເມື່ອມີຄວາມຊັດເຈນດ້ານມາດຕະຖານນ ແລະ ເປົ້າໝາຍຂອງຜະລິດຕະພັນ ແລະ ງານບໍລິການເຮົາກໍສາມາດກຳນົດ.
- ຂະບວນການຜະລິດ ການບໍລິການ ຕາມຂະບວນການບໍລິຫານງານຄຸນນະພາບໃນແຜນຕາຕະລາງໄດ້.
- ສ້າງຄວາມເຊື່ອມັ່ນໃນຂະບວນການຜະລິດ ການບໍລິການ ດ້ວຍມາດຕະຖານການກວດສອບແລະ ເຄື່ອງມືທີ່ໃຊ້ກວດສອບທີ່ມີປະສິດທິພາບ.
4.ການວາງແຜນງານຄຸນນະພາບເພື່ອກຳນົດການໃຊ້ຊັບພະຍາກອນ ໃນການຜະລິດ ຫຼື ການໃຫ້ບໍລິການຢ່າງເໝາະສົມ ພໍພຽງ ແລະ ເກີດປະສິດທິພາບການເຮັດວຽກງານ ແຜນງານຫຼັກ ແຜນງານປະຈຳປີ ຫຼື ແຜນພັດທະນາອົງກອນ ເປັນຕົ້ນ ແລະ ມີການວາງແຜນກົນລະຍຸດ ເພື່ອນຳໄປສູ່ຄວາມສຳເລັດດຕາມວັດຖຸປະສົງຄຸນນະພາບທີ່ຕັ້ງໄວ້.
5.ການປັບປຸງງານຢ່າງຕໍ່ເນື່ອງ ເພື່ອຖືຮັກສາໄວ້ຊຶ່ງມາດຕະຖານຄວາມຕ້ອງການຂອງລູກຄ້າໂດຍການກວດສອບຜົນການປັບປຸງງານຕໍ່ໄປຄວາມຄາດຫວັງແລະ ຄວາມຕ້ອງການຂອງລູກຄ້າ ລວມເຖິງສະພາບການແຂ່ງຂັນໃນຕະຫຼາດບໍ່ຄົງທີ່ແນ່ນອນ ມີການປ່ຽນແປງຕາມສະພາວະຂອງເສດຖະກິດ ແລະ ສັງຄົມ ດັ່ງນັ້ນ ການສຶກສາ ແລະ ວິໄຈຕະຫຼາດຈຶ່ງດຳເນີນການຢ່າງຕໍ່ເນື່ອງ ຄອບຄູ່ກັບການປັບປຸງງານຢ່າງຕໍ່ເນື່ອງ.
6.ສ້າງລະບົບ ຫຼື ໝ່ວຍງານເພີ່ມປະສິດທິພາບການປະຕິບັດງານຂອງອົງກອນ ນອກເໜືອຈາກໝ່ວຍງານທີ່ມີຢູ່ ເຊັ່ນ: ຝ່າຍການຈັດຊື້, ຝ່າຍຄັງສິນຄ້າ, ຝ່າຍຜະລິດ, ຝ່າຍການເງີນ ແລະ ອື່ນໆ ຈະຕ້ອງສ້າງລະບົບ ຫຼື ໝ່ວຍງານເພີ່ມປະສິດທິພາບດັ່ງຕໍ່ໄປນີ້:
- ລະບົບການສື່ສານທີ່ມີປະສິດທິພາບເຮັດໃຫ້ການເຊື່ອມ ໂຢງໝ່ວຍງານຕ່າງໆມີຄວາມສຳພັນກັນ ເຂົ້າໃຈກົງກັນ ແລະ ສ້າງຄຸນນະພາບຮ່ວມກັນລະບົບການສື່ສານຄວນເປັນລະບົບສື່ສານ ແບບ 2 ທາງ ແມ່ນເຮັດໄດ້ທັງສົ່ງຂໍ້ມູນແລະ ຮັບຂໍ້ມູນ.
- ລະບົບການປະເມີນຄຸນນະພາບ ແລະ ລະບົບການກວດສອບຄຸນນະພາບທີ່ມີມາດຕະຖານ ມີຄວາມຊັດເຈນ ມີຂໍ້ບົ່ງຊີ້ທີ່ທຸກໝ່ວຍງານຮັບຮູ້ຮ່ວມ ແລະ ຕ້ອງມີແຜນການກວດສອບທີ່ແນ່ນອນ.
- ລະບົບການຝຶກອົບຮົມ ພັດທະນາບຸກຄະລາກອນ ທີ່ມີການດຳເນີນງານຢ່າງຕໍ່ເນື່ອງສຳພັນກັບລະບົບການປັບປຸງງານ.
- ລະບົບລູກຄ້າສຳພັນ ທີ່ສາມາດສ້າງເຄືອຂ່າຍທີ່ມີປະສິດທິພາບໃນການເຊື່ອມໂຢງແລະ ແລກປ່ຽນຂໍ້ມູນລະຫວ່າງຜູ້ຜະລິດ ແລະ ຜູ້ຈຳໜ່າຍ ຫຼື ລູກຄ້າ.