ບົດບາດຂອງຜູ້ປະກອບການທີ່ມີຕໍ່ສັງຄົມ ແລະ ເສດຖະກິດ
ບົດບາດຂອງຜູ້ປະກອບການທີ່ມີຕໍ່ສັງຄົມ ແລະ ເສດຖະກິດປະກອບດ້ວຍ:
1.ການສ້າງທຸລະກິດຂອງຜູ້ປະກອບການເພີ່ມການວ່າຈ້າງແຮງງານໃນລະບົບເສດຖະກິດ ໂດຍສະເພາະກຸ່ມແຮງງານທີ່ດ້ອຍໂອກາດທາງສັງຄົມ ເຊັ່ນ: ຄົນຂວາ ຜູ້ມີວຸທິການສຶກສາຕ່ຳ ຫຼື ຊ່ວຍສ້າງງານ ໃຫ້ແກ່ພະນັກງານຕາມກົນລະຍຸດ ການເຂົ້າສູ່ທຸລະກິດແບບເລືອກຕອບສະໝອງຄວາມຕ້ອງການຂອງລູກຄ້າສະເພາະກຸ່ມ ຊຶ່ງຈະຕ້ອງໃຊ້ຄວາມຊຳນານ ແລະ ທັກສະປະສົມປະສານກັນໃນລັກສະນະທີ່ແຕກຕ່າງຈາກການເຮັດວຽກງານໃຫ້ທຸລະກິດຂະໜາດໃຫຍ່ ຊຶ່ງນອກຈາກທຸລະກິດຂະໜາດນ້ອຍຈະຊ່ວຍລຸດອັດຕາການວ່າງງານແລ້ວຍັງຊ່ວຍກະຈາຍລາຍໄດ້ ແລະສ້າງຄວາມຮູ້ຄວາມຊຳນາຍນໃຫ້ແກ່ປະຊາຊົນກຸ່ມໃຫຍ່ຂອງປະເທດໃນທຸກທ້ອງຖິ່ນຕ່າງໆ ຢ່າງທົ່ວເຖິງ.
2.ການສ້າງທຸລະກິດຂອງຜູ້ປະກອບການເປັນແຫຼ່ງທີ່ມາຂອງປະຕິມາກຳໃໝ່ ຂອງຕະຫຼາດຈຳນວນຫຼາຍເຖິງແມ່ນວ່າທຸລະກິດຂະໜາດນ້ອຍບໍ່ມີການໃຊ້ເທັກໂນໂລຢີໃນລະດັບສູງ ຫຼື ຫ້ອງປະຕິບັດການວິໄຈ ແລະ ພັດທະນາລາຄາແພງ ແຕ່ດ້ວຍຄວາມຄິດສ້າງສັນຂອງຜູ້ປະກອບການ ແລະ ຄວາມຮ່ວມມືຂອງພະນັກງານກໍອາດສ້າງນະວັດຕະກຳໄດ້ ເຊັ່ນ: ເຄື່ອງມືປ່ຽນຫຼອດໄຟໃນທີ່ສູງ.
3.ການສ້າງທຸລະກິດຂອງຜູ້ປະກອບການເປັນການສົ່ງເສີມການແຂ່ງຂັນເສລີ ກະຕຸ້ນໃຫ້ເກີດການແຂ່ງຂັນລະຫວ່າງຜູ້ຜະລິດ ຊຶ່ງເຮັດໃຫ້ຜູ້ບໍລິໂພກໄດ້ປະໂຫຍດຫຼາຍທີ່ສຸດ ເພາະການທີ່ລະບົບເສດຖະກິດປະກອບດ້ວຍທຸລະກິດຂະໜາດໃຫຍ່ພຽງບໍ່ກີລາຍຈະນຳໄປສູ່ການຜູກຂາດທາງການຄ້າ ຊຶ່ງບໍ່ເປັນຜົນດີແກ່ຜູ້ບໍລິໂພກ ແລະ ສັງຄົມສ່ວນລວມ ດັ່ງນັ້ນການທີ່ທຸລະກິດຂະໜາດນ້ອຍສະເໜີສິນຄ້າ ແລະ ບໍລິການທີ່ຫຼາກຫຼາຍທັງດ້ານຄຸນນະພາບ ແລະລາຄາ ຈຶ່ງເຮັດໃຫ້ຜູ້ບໍລິໂພກມີທາງເລືອກ ແລະ ຄວາມຕ້ອງການທີ່ແຕກຕ່າງກັນຂອງຄົນທຸກກຸ່ມໄດ້ຮັບການຕອບສະໝອງໂດຍທົ່ວເຖິງ.
4.ການສ້າງທຸລະກິດຂະໜາດນ້ອຍຂອງຜູ້ປະກອບການ ຊ່ວຍສະໜັບສະໜູນການດຳເນີນການຂອງທຸລະກິດຂະໜາດໃຫຍ່ດ້ານກະຈາຍສິນຄ້າ ການປ້ອນວັດຖຸດິບ ແລະ ການບໍລິການໃນລັກສະນະພຶ່ງພາອາໄສຊຶ່ງກັນ ແລະກັນ ເຊັ່ນ: ຮ້ານຄ້າຂາຍຍ່ອຍ, ເຄື່ອງໃຊ້ໄຟຟ້າ (Dealer) ເປັນຕົວແທນຈຳໜ່າຍຊ່ວຍບໍລິສັດໃຫຍ່ທີ່ຜະລິດເຄື່ອງໃຊ້ໄຟຟ້າຂະຫຍາຍຕະຫຼາດສູ່ແຕ່ລະພື້ນທີ່.
5.ການເປັນຜູ້ປະກອບການຊ່ວຍພັດທະນາສັກຍະພາບ ໃນດ້ານສະຕິປັນຍາ ແລະ ຄວາມມານະພະຍາຍາມຂອງບຸກຄົນທັງຕົວຜູ້ປະກອບການ ແລະ ໄດ້ຝຶກຝົນລູກຈ້າງພະນັກງານໃຫ້ຕໍ່ສູ້ໃຫ້ໄດ້ມາຊຶ່ງຄວາມສຳເລັດຂອງທຸລະກິດ ເພາະການປະກອບການທຸລະກິດຂະໜາດນ້ອຍມີເງິນທຶນຈຳກັດຕ້ອງອາໄສຄວາມພາກພຽນ ຄວາມອົດທົນ ຮ່ວມກັບພູມປັນຍາ ທັກສະ ແລະ ຄວາມຊຳນານຂອງຜູ້ປະກອບການຊຶ່ງມີຄວາມສາມາດທີ່ແທ້ຈິງ.