ຂັ້ນຕອນການສ້າງທຸລະກິດຂອງຜູ້ປະກອບການ
ຄວາມສຳເລັດຂອງຜູ້ປະກອບການມາຈາກການສຽງທຸລະກິດທີ່ເໝາະສົມກັບຕົນເອງ ດ້ວຍໃນສ່ວນໜຶ່ງເພາະຜູ້ປະກອບການແຕ່ລະຄົນມີຄວາມຖະນັດທີ່ແຕກຕ່າງກັນ ແຕ່ບັນຫາທີ່ພົບເລືອຍແມ່ນ ຜູ້ທີ່ສົນໃຈປະກອບກິດຈະການສ່ວນຕົວບໍ່ຮູ້ວ່າຕົນຄວນເຮັດທຸລະກິດຫຍັງ ຫຼື ເໝາະກັບທຸລະກິດປະເພດໃດ ແລະ ຕ້ອງເຮັດຫຍັງໂດຍເພື່ອໃຫ້ທຸລະກິດນັ້ນປະສົບຄວາມສຳເລັດຕາມທີ່ຄາດຫວັງ ຂັ້ນຕອນການສ້າງທຸລະກິດຂອງຜູ້ປະກອບການມີດັ່ງຕໍ່ໄປນີ້:
1.ສຶກສາຄວາມຕ້ອງການທີ່ແທ້ຈິງຂອງຕົນເອງ.
ມະນຸດໃຊ້ເວລາສ່ວນໃຫຍ່ຂອງຊີວິດໃນການເຮັດວຽກງານຈຶ່ງຄວນເຮັດສິ່ງທີ່ຕົນເອງມັກ ແລະ ຖະນັດ ເພາະຈະເຮັດໃຫ້ຊີວິດມີຄວາມສຸກ ແລະ ສາມາດມຸ້ງມັ່ນຝ່າແຂ້ວອຸປະສັກໄດ້ຢ່າງບໍ່ຫຍໍ້ທໍ້ ນອກຈາກນັ້ນການໄດ້ເຮັດໃນສິ່ງທີ່ຕົນມັກ ແລະ ຖະນັດຍັງຈະຊ່ວຍໃຫ້ຜູ້ປະກອບການທຸ້ມເທຄວາມສາມາດໃນການພັດທະນາທຸລະກິດໂດຍບໍ່ເປືອງແຮງເສຍເວລາ ແລະ ສາມາດແກ້ໄຂບັນຫາທີ່ເກິດຂື້ນດ້ວຍຄວາມຊ່ຽວຊານຮອບຮູ້ສະເພາະທາງທີ່ມີຢູ່.
2.ມອງຮອບດ້ານເພື່ອຄົ້ນຫາທຸລະກິດທີ່ມີໂອກາດກ້າວໜ້າ ແລະ ເຮັດເງິນໄດ້.
ການກໍ່ຕັ້ງທຸລະກິດຈຶ່ງຕ້ອງຄຳນຶງເຖິງຊ່ວງເວລາໃນວົງຈົນຊີວິດ ທີ່ຕ້ອງຜ່ານຊ່ວງເລີ່ມຕົ້ນ ເຕີບໂຕ ອິ່ມຕົວ ແລະ ຕົກຕ່ຳແຕ່ລະທຸລະກິດມີຊ່ວງເວລາຕ່າງໆ ເຫຼົ່ານີ້ບໍ່ເທົ່າກັນ ບາງທຸລະກິດມີຊ່ວງເວລາທີ່ຢືນຍາວ ເຊັ່ນ: ທຸລະກິດທີ່ກ່ຽວຂ້ອງກັບປັດໄຈ 4 ໃນການດຳລົງຊີວິດ ແຕ່ບາງທຸລະກິດເປັນທີ່ນິຍົມຊົ່ວຄາວຊົ່ວຍາມ ທຸລະກິດທີ່ມີອະນາຄົດຮຸ່ງເຮືອງທີ່ສຸດຄື ທຸລະກິດທີ່ຜ່ານຊ່ວງເລີ່ມຕົ້ນມາແລ້ວ ແລະ ກຳລັງເຂົ້າສູ່ຊ່ວງເຕີບໂຕ ສ່ວນທຸລະກິດທີ່ອິ່ມຕົວ ຫຼື ເຂົ້າສູ່ຊ່ວງຕົກຕ່ຳຄວນບໍ່ສາມາດສ້າງລາຍໄດ້ໃນໄລຍະຍາວ ໃຫ້ແກ່ຜູ້ປະກອບການ ຊຶ່ງການສ້າງທຸລະກິດທີ່ລອກລຽນແບບຜູ້ອື່ນມັກຈະພົບບັນຫາເຊັ່ນນີ້ສະເໝີ.
ຜູ້ປະກອບການຈຶ່ງຕ້ອງໝັ່ນສັງເກດຄວາມເປັນໄປຮອບຕົວ ທັງແນວໂນ້ມການປ່ຽນແປງຂອງເສດຖະກິດ ສັງຄົມ ເທັກໂນໂລຢີ ວັດທະນະທຳ ຊັບພະຍາກອນທຳມະຊາດ ຕະຫຼາດສາກົນ ເປັນຕົ້ນ ອັນເປັນສິ່ງແວດລ້ອມເຊີງມະຫາພາກປະກອບກັບພົນວັດພາຍໃນອຸດສາຫະກຳ ແລະ ການປ່ຽນແປງພຶດຕິກຳການບໍລິໂພກຂອງລູກຄ້າ ຫຼັງຈາກພິຈາລະນາຢ່າງລະມັດລະວັງແລ້ວ ຜູ້ປະກອບການຄວນຈັບຄູ່ຄວາມຕ້ອງການຂອງຕົນເອງ ເຂົ້າກັບທຸລະກິດທີ່ມີໂອກາດກ້າວໜ້າຄື ເລືອກດຳເນີນທຸລະກິດທີ່ຕົນຖະນັດ ແລະ ເປັນທຸລະກິດທີ່ມີຄວາມຕ້ອງການຂອງຕະຫຼາດຮອງຮັບ.
3.ສ້າງແຜນທຸລະກິດທີ່ມີປະສິດທິພາບໃນການເລີ່ມຕົ້ນ.
ແມ່ນການດຳເນີນງານໄປໄດ້ຢ່າງຕະຫຼອດຮອດຝັ່ງ ຜູ້ປະກອບການຕ້ອງມີກົນລະຍຸດການດຳເນີນງານທີ່ຊັດເຈນ ໂດຍໃຊ້ຄວາມຕ້ອງການຂອງຕະຫຼາດເປັນທີ່ຕັ້ງ ແລະ ສ້າງຄວາມຊ່ຽວຊານສະເພາະທາງ ຫຼື ຈຸດເດັ່ນຂອງທຸລະກິດ ໂດຍຈຸດເດັ່ນນັ້ນເໜືອກວ່າທຸລະກິດແບບດຽວກັນທີ່ດຳເນີນການຢູ່ ແລະ ເປັນສິ່ງທີ່ລູກຄ້າຕ້ອງການ ລາຍລະອຽດກ່ຽວກັບການສ້າງແຜນທຸລະກິດຢູ່ໃນບົດທີ່ 7.
4.ປະເມີນການຊັບພະຍາກອນທີ່ຕົນຕ້ອງໃຊ້ໃນການປະກອບກິດຈະການ.
ທຸລະກິດທີ່ປະກອບດ້ວຍແນວຄິດທີ່ດີພຽງໃດກໍຕາມຈະບໍ່ສາມາດເປັນຈິງໄດ້ ຫາກຜູ້ປະກອບການບໍ່ມີຊັບພະຍາກອນໃນການສ້າງ ແລະ ດຳເນີນທຸລະກິດນັ້ນຢ່າງພຽງພໍ ຫຼື ອີກຢ່າງໜຶ່ງແມ່ນ ໃນການສ້າງກິດຈະການ ຜູ້ປະກອບການຕ້ອງມີຄວາມພ້ອມທັງທຶນຊັບສິນ ແລະ ຕາຕະລາງປັນຍາ ບໍ່ດັ່ງນັ້ນຈະບໍ່ສາມາດປະສົບຄວາມສຳເລັດເຕັມທີ່ຢ່າງທີ່ຄາດໄວ້ ຜູ້ປະກອບການທີ່ດີຈຶ່ງຕ້ອງຮູ້ຈັກສະສົມທຶນຊັບສິນຄອບຄູ່ກັບການສະແຫວງຫາໂອກາດທາງທຸລະກິດທີ່ຕົນສົນໃຈຢາກເຮັດ.
5.ສ້າງກົນວິທີ ແລະ ຂະບວນການໃນການດຳເນີນງານຕາມແຜນທຸລະກິດ ແລະ ກົນລະຍຸດທີ່ວາງໄວ້.
ທຸລະກິດບໍ່ອາດປະສົບຄວາມສຳເລັດຫາກວາງແຜນໄວ້ ຢ່າງງາມລູແຕ່ເຮັດຈິງບໍ່ໄດ້ໃນການດຳເນີນງານມັກຈະປະສົບກັບບັນຫາທີ່ອາດບໍ່ຄາດຄິດມາກ່ອນຢູ່ສະເໝີ ຊຶ່ງເປັນທຳມະດາຂອງການລົງມືກໍ່ການຢ່າງໃດຢ່າງໜຶ່ງ ການປະຕິບັດງານຈິງອາດຕ້ອງມີການປັບໃຫ້ເຂົ້າກັບສະຖານນະການທັງພາຍໃນ ແລະ ພາຍນອກທຸລະກິດ ດັ່ງນັ້ນທຸລະກິດຈະຍ່າງໜ້າບໍ່ໄດ້ຖ້າດຳເນີນການບໍ່ໄດ້ ຜູ້ປະກອບການຈຶ່ງຕ້ອງຄຳນຶງເຖິງການດຳເນີນງານຈິງ ໂດຍຜູ້ປະກອບການທີ່ປະສົບຄວາມສຳເລັດອາດບໍ່ໂຊຄະດີຕັ້ງແຕ່ການດຳເນີນທຸລະກິດແລກ ແລະ ຄວາມສຳເລັດກໍອາດບໍ່ຢັ່ງຢືນໃນໄລຍະຍາວຫາກບໍ່ປັບຕົວໃຫ້ເຂົ້າກັບສະຖານນະການທີ່ປ່ຽນແປງໄປ ການດຳເນີນທຸລະກິດທີ່ຢັ່ງຢືນຕ້ອງອາໄສຄວາມເອົາໃຈໃສ່ຢ່າງສະໝ່ຳສະເໝີ ແລະ ການປັບຕົວໃຫ້ສອດຄ່ອງກັບສະຖານນະການພາຍນອກອີກດວ້ຍ.