ຄວາມສຳຄັນຂອງການວາງແຜນເປົ້າໝາຍຊີວິດ
ຄວາມຕ້ອງການຂອງມະນຸດເປັນແຮງພັກດັນ ໃຫ້ຄົນເຮັດວຽກ ຫຼື ເຮັດໃຫ້ມີກຳລັງໃຈໃນການເຮັດວຽກງານ ຄວາມຕ້ອງການຂອງມະນຸດນັ້ນປ່ຽນແປງໄດ້ຕາມຖານະຂອງແຕ່ລະບຸກຄົນ ສິ່ງແວດລ້ອມ ມະນຸດມີຄວາມຕ້ອງການບໍ່ມີທີ່ສີ້ນສຸດດັ່ງນັ້ນການຕັ້ງເປົ້າໝາຍຈະຊ່ວຍໃຫ້ບຸກຄົນຮູ້ເຖິງຄວາມຕ້ອງການຂອງຕົນ ຊຶ່ງຈະກະຕຸ້ນໃຫ້ມີຄວາມພະຍາຍາມຫຼາຍຂຶ້ນ ແລະ ການບັນລຸເປົ້າໝາຍຈະເປັນສິ່ງຈູງໃຈໃຫ້ມີການກະທຳຕໍ່ໆໄປ.
ມະນຸດທຸກຄົນຈຳເປັນຕ້ອງໃຫ້ຄວາມສຳຄັນ ໃນການກຳນົດເປົ້າໝາຍຂອງຊີວິດຕົນເອງຢ່າງມີຂັ້ນຕອນ ແລະ ວິທີການດຳເນີນຊີວິດທີ່ເໝາະສົມ ສອດຄ່ອງກັບສະຖານະຂອງຕົນ ແລ້ວມຸ້ງມັ່ນພະຍາຍາມປະຕິບັດທຸກວິທີທີ່ຈະເຮັດໃຫ້ປະສົບຄວາມສຳເລັດໃນຊີວິດຕາມທີ່ຕົນໄດ້ວາງແຜນໄວ້ ແຕ່ຫາກເມື່ອດຳເນີນຊີວິດຕາມກອບທີ່ມີວາງແຜນແລ້ວເກີດບັນຫາ ແລະ ອຸປະສັກ ບຸກຄົນນັ້ນສາມາດຫາຈຸດບົກຜ່ອງທີ່ເກິດຂື້ນມາພິຈາລະນາ ແລະ ທົບທວນຂັ້ນຕອນ ເພື່ອແກ້ໄຂພັດທະນາ ປັບປຸງໃຫ້ຊີວິດຂອງບຸກຄົນມີຄຸນນະພາບ ແລະ ເກີດປະສິດທິພາບໃນການດຳເນີນຊີວິດໃຫ້ມີຄວາມສຸກທັງດ້ານຮ່າງກາຍ ຈິດໃຈ ແລະ ດ້ານສັງຄົມໂດຍທັງໝົດ ຫາກທຸກຊີວິດມີການວາງແຜນເພື່ອເປົ້າໝາຍຂອງຊີວິດ ຄວນຈະສົ່ງຜົນໃຫ້ປະສົບກັບຜົນສຳເລັດໃນຊີວິດໄດ້ຢ່າງແນ່ນອນ ໃນທາງກົງກັນຂ້າມ ຫາກບຸກຄົນໃດບໍ່ມີການວາງແຜນເປົ້າໝາຍຊີວິດໃນເລື່ອງໃດໆ ເຊັ່ນ: ການສຶກສາຮ່ຳຮຽນ, ການໃຊ້ຈ່າຍເງິນທອງໃນຊີວິດປະຈຳວັນ ການເລືອກປະກອບອາຊີບ ເປັນຕົ້ນຄວນສົ່ງຜົນກະທົບຕໍ່ຊີວິດເຮັດໃຫ້ບໍ່ປະສົບຜົນສຳເລັດໃນການສຶກສາ ແລະ ບັນຫາທາງດ້ານເສດຖະກິດ.
1.1.ການວາງແຜນເປົ້າໝາຍຊີວິດ.
ການວາງແຜນ ໝາຍເຖິງ ການກຳນົດສະພາບ ຫຼື ສະຖານພາບ ທີ່ຄາດຫວັງວ່າຈະເກີດຂຶ້ນໃນອະນາຄົດໂດຍກຳນົດແນວທາງປະຕິບັດເພື່ອໃຫ້ບັນລຸວັດຖຸປະສົງທີ່ວາງໄວ້.
1.ເປົ້າໝາຍໃນຊີວິດ (Life Goals) ໝາຍເຖິງ ສິ່ງທີ່ຕົນເອງໃຫ້ຄວາມສຳຄັນ ແລະ ປາດຖະໝາຈະໃຫ້ເກີດຂຶ້ນໃນອະນາຄົດ ແລະ ເປັນແຮງຈູງໃຈໃຫ້ຕົນເອງມີພະລັງມຸ້ງໄປສູ່ອະນາຄົດ ການມີເປົ້າໝາຍໃນຊີວິດຈະຊ່ວຍໃຫ້ມະນຸດໃຊ້ຊີວິດຢ່າງມີຄວາມໝາຍ ມີຄວາມຫວັງ ແລະ ມີທິດທາງທີ່ຈະມຸ້ງໄປສູ່ອະນາຄົດ ເພາະການມີເປົ້າໝາຍຈະເປັນຕົວບົ່ງຊີ້ວ່າບຸກຄົນນັ້ນຕ້ອງການຫຍັງ ແລະ ຈະມີຊີວິດຢູ່ເພື່ອຫຍັງ ເພື່ອໃຜ ແລະ ເພື່ອທີ່ຈະເຮັດຫຍັງ.
2.ການວາງແຜນເປົ້າໝາຍຊີວິດ ໝາຍເຖິງ ການຕັ້ງເປົ້າໝາຍຊີວິດຂອງບຸກຄົນທີ່ໄດ້ວາງແຜນໄວ້ດ້ວຍວິທີການທີ່ເໝາະສົມເພື່ອນຳຕົນເອງໄປສູ່ເປົ້າໝາຍຂອງຊີວິດໃນອະນາຄົດ ເປັນການວາງເປົ້າໝາຍໄວ້ວ່າຈະຕ້ອງຕັ້ງຕົວສ້າງຖານະໃຫ້ໄດ້ ໂດຍຮຽນໃຫ້ຈົບ ແລະ ປະກອບອາຊີບທີ່ສຸຈະລິດ ຊຶ່ງການວາງເປົ້າໝາຍໃນຊີວິດຂອງແຕ່ລະບຸກຄົນຈະແຕກຕ່າງກັນໄປເພື່ອໃຫ້ການດຳເນີນຊີວິດມີຄຸນນະພາບ ໄດ້ແກ່ ການວາງແຜນກ່ຽວກັບສຸກຂະພາບອະນາໄມການວາງແຜນກ່ຽວກັບການສຶກສາ ການວາງແຜນກ່ຽວກັບອາຊີບ ເຊັ່ນ: ແພດ, ວິສະວະກອນ, ທະຫານ, ຕຳຫຼວດ, ຄູອາຈານ, ນັກທຸລະກິດ, ກະເສດຕະກຳ, ຊາວນາ, ຊາວໄຮ່ ເປັນຕົ້ນ ການວາງແຜນກ່ຽວກັບການໃຊ້ຈ່າຍໃນແຕ່ລະເດືອນ ການວາງແຜນທີ່ຈະປະຕິບັດຄວາມດີ ການດຳເນີນຊີວິດໃຫ້ຢູ່ໃນກອບສິນລະທຳ ການວາງແຜນກ່ຽວກັບການສ້າງຄອບຄົວໃນອະນາຄົດ ເປັນຕົ້ນ.
3.ການວາງແຜນເປົ້າໝາຍຊີວິດ ເປັນສິ່ງທີ່ຈຳເປັນທີ່ບຸກຄົນທຸກຄົນຕ້ອງໃຫ້ຄວາມສຳຄັນໃນການຮູ້ຈັກວາງແຜນຊີວິດຂອງຕົນເອງຢ່າງມີຂັ້ນຕອນ ມີວິທີການທີ່ເໝາະສົມກັບສະຖານະຂອງບຸກຄົນ ແລະ ພະຍາຍາມດຳເນີນການໂດຍປະຕິບັດທຸກວິທີທີ່ຈະນຳພາຊີວິດໃຫ້ປະສົບຄວາມສຳເລັດ ແຕ່ເມື່ອດຳເນີນຊີວິດທີ່ມີການວາງແຜນແລ້ວເກີດບັນຫາ ແລະ ອຸປະສັກບຸກຄົນນັ້ນກໍສາມາດຫາຈຸດບົກຜ່ອງທີ່ເກິດຂື້ນ ແລ້ວນຳມາພິຈາລະນາທົບທວນຂັ້ນຕອນ ເພື່ອແກ້ໄຂ ພັດທະນາ ປັບປຸງໃຫ້ຊີວິດຂອງບຸກຄົນມີຄຸນນະພາບ ແລະ ເກີດປະສິດທິພາບໃນການດຳເນີນຊີວິດໃຫ້ມີຄວາມສຸກ ຫາກທຸກຊີວິດມີການວາງແຜນເພື່ອເປົ້າໝາຍຂອງຊີວິດ ກໍຈະສົ່ງຜົນໃຫ້ປະສົບຄວາມສຳເລັດໃນຊີວິດ.
1.2.ການວາງແຜນເປົ້າໝາຍຊີວິດດວ້ຍວົງຈອນຄຸນນະພາບ.
ວົງຈອນການຄວບຄຸມຄຸນນະພາບ ຫຼື ວົງຈອນເດມິ່ງ ໂດຍວົງຈອນການຄວບຄຸມຄຸນນະພາບນີ້ສາມາດນຳມາໃຊ້ໃນການດຳເນີນຊີວິດໃຫ້ປະສົບຄວາມສຳເລັດໄດ້ ໂດຍເມື່ອນຳມາໃຊ້ໃນການດຳເນີນຊີວິດແລ້ວ ຈະແບ່ງອອກໄດ້ດັ່ງນີ້:
1.ການວາງແຜນ (P = Plan)
ແມ່ນ ການວາງແຜນຊີວິດ ຊຶ່ງຈະຕ້ອງມີວັດຖຸປະສົງ ເປົ້າໝາຍ ແລະ ໄລຍະເວລາດຳເນີນການ ໂດຍຈະຕ້ອງຮູ້ວ່າຕົນເອງນັ້ນຢາກເຮັດຫຍັງ ຕ້ອງການຫຍັງ ແລ້ວຈຶ່ງຕັ້ງເປົ້າໝາຍ ແລະ ວິທີການດຳເນີນຊີວິດໃຫ້ຊັດເຈນ ຊຶ່ງເປົ້າໝາຍແຕ່ລະຄົນຈະແຕກຕ່າງກັນ.
2.ການປະຕິບັດງານຕາມແຜນ.
ແມ່ນ ການດຳເນີນງານຕາມຂັ້ນຕອນໃນແຜນງານຢ່າງເປັນລະບົບ ແລະ ຕໍ່ເນື່ອງເປັນການເຮັດຕາມແຜນທີ່ໄດ້ຕັ້ງເປົ້າໝາຍໄວ້ດ້ວຍຄວາມຕັ້ງໃຈ ແລະ ມຸ້ງມັ່ນພະຍາຍາມ.
3.ການກວດສອບການປະຕິບັດຕາມແຜນ (C = Check)
ແມ່ນການກວດສອບ ແລະ ລາຍງານຜົນການດຳເນີນງານຕາມແຜນ ວ່າເມື່ອດຳເນີນງານຕາມແຜນແລ້ວມີບັນຫາຫຍັງເກີດຂຶ້ນ ຈຳເປັນຕ້ອງປັບປຸງແກ້ໄຂແຜນງານໃນຂັ້ນຕອນໃດເປັນການປະເມີນເປົ້າໝາຍຊີວິດທີ່ວາງແຜນໄວ້ ໂດຍສອບຖາມຕົນເອງວ່າເປົ້າໝາຍຊີວິດທີ່ຕັ້ງເປົ້າໝາຍໄວ້ ນັ້ນມີຂໍ້ໃດທີ່ເຮັດສຳເລັດລຸລ່ວງແລ້ວ ຫຼື ຕ້ອງແກ້ໄຂປັບປຸງວິທີການທີ່ຈະເຮັດໃຫ້ປະສົບຄວາມສຳເລັດໃຫ້ວ່ອງໄວຢິ່ງຂຶ້ນ.
4.ການປັບປຸງແກ້ໄຂ (A = Action)
ແມ່ນ ການນຳບັນຫາມາປັບປຸງແກ້ໄຂການດຳເນີນງານໂດຍນຳຜົນການປະເມີນມາປັບປຸງ ຫຼື ພັດທະນາວິທີການເຮັດໃຫ້ຊີວິດປະສົບຄວາມສຳເລັດຫຼາຍຢິ່ງຂຶ້ນ.
1.3.ການນຳ PDCA ໄປໃຊ້.
ການວາງແຜນ (Plan) ແມ່ນການວາງແຜນຊີວິດ ໂດຍຈະຕ້ອງຮູ້ວ່າຕົນເອງນັ້ນຢາກເຮັດຫຍັງ ຕ້ອງການຫຍັງແລ້ວຈຶ່ງຕັ້ງເປົ້າໝາຍ ແລະ ວີການໃນການດຳເນີນຊີວິດໃຫ້ຊັດເຈນຊຶ່ງເປົ້າໝາຍຂອງຊີວິດແຕ່ລະຄົນຈະມີຄວາມແຕກຕ່າງກັນອອກໄປ ທັງນີ້ ການວາງແຜນຄອບຄຸ່ມເຖິງການກຳນົດເລື່ອງທີ່ຕ້ອງການປັບປຸງປ່ຽນແປງຊຶ່ງທັງໝົດເຖິງການພັດທະນາສິ່ງໃໝ່ໆ ການແກ້ບັນຫາທີ່ເກິດຂື້ນຈາກການປະຕິບັດງານ ແລະ ອື່ນໆ ພ້ອມກັບພິຈາລະນາວ່າມີຄວາມຈຳເປັນຕ້ອງໃຊ້ຂໍ້ມູນໃດດ້ວຍເພື່ອການປັບປຸງປ່ຽນແປງນັ້ນ ໂດຍລະບຸວິທີການເກັບຂໍ້ມູນໃຫ້ຊັດເຈນ ຈະຕ້ອງວິເຄາະຂໍ້ມູນທີ່ລວບລວມໄດ້ ແລ້ວກຳນົດທາງເລືອກໃນການປັບປຸງປ່ຽນແປງ ການວາງແຜນຊ່ວຍໃຫ້ຄາດກາຣນ໌ສິ່ງທີ່ເກິດຂື້ນໄດ້ໃນອະນາຄົດ ແລະຊ່ວຍລຸດຄວາມສູຍເສຍຕ່າງໆ ທີ່ອາດເກີດຂຶ້ນໄດ້ ຊຶ່ງຊ່ວຍໃຫ້ຮັບຮູ້ສະພາບປະຈຸບັນພອ້ມກັບກຳນົດສະພາບທີ່ຕ້ອງການໃຫ້ເກີດຂຶ້ນໃນອະນາຄົດ ດ້ວຍການປະສົມປະສານປະສົບການ ຄວາມຮູ້ ແລະ ທັກສະໂດຍການວາງແຜນມີດັ່ງນີ້:
1.ການວາງແຜນເພື່ອອະນາຄົດ ເປັນການວາງແຜນສຳລັບສິ່ງທີ່ຈະເກີດຂຶ້ນໃນອະນາຄົດ ຫຼື ກຳລັງເກີດຂຶ້ນ ບາງສິ່ງບາງຢ່າງກໍບໍ່ສາມາດຄວບຄຸມໄດ້ ແຕ່ເພື່ອເປັນການຕຽມຄວາມພ້ອມໄວ້ລ່ວງໜ້າ.
2.ການວາງແຜນເພື່ອການປັບປຸງປ່ຽນແປງ ເປັນການວາງແຜນເພື່ອປ່ຽນແປງສະພາບທີ່ເກິດຂື້ນໃນປະຈຸບັນເພື່ອສະພາບທີ່ດີຂຶ້ນ ຊຶ່ງສາມາດຄວບຄຸມຜົນທີ່ເກິດຂື້ນໄດ້ດ້ວຍການເລຮ່ມຕົ້ນປ່ຽນແປງຕັ້ງແຕ່ປະຈຸບັນ.
1.1.1.ລຳດັບຂັ້ນຕອນໃນຂະບວນການວາງແຜນ.
ລຳດັບຂັ້ນຕອນໃນຂະບວນການວາງແຜນປະກອບດວ້ຍດັ່ງນີ້:
1. ການກຳນົດວັດຖຸປະສົງ.
2. ການພັດທະນາຂໍ້ຕົກລົງທີ່ເປັນຕົວກຳນົດຂອບເຂດໃນການວາງແຜນ.
3. ພິຈາລະນາຂໍ້ຈຳກັດຕ່າງໆ ທີ່ອາດເກີດຂຶ້ນໃນການວາງແຜນ.
4. ພັດທະນາທາງເລືອກ.
5. ປະເມີນທາງເລືອກ ເພື່ອເລືອກສິ່ງທີ່ເປັນໄປໄດ້ສູງສຸດ.
6. ປ່ຽນແປງແຜນສູ່ການປະຕິບັດ.
1.1.2.ການວາງແຜນທີ່ດີນັ້ນ ຕ້ອງວິເຄາະສະຖານນະການ 5 W 1H.
ການວາງແຜນທີ່ດີນັ້ນ ຕ້ອງວິເຄາະສະຖານນະການ 5 W 1H ດັ່ງນີ້:
- ໃຜເຮັດ (who)
- ມີຫຍັງແນ່ທີ່ຕ້ອງເຮັດ (What)
- ເປົ້າໝາຍໃນການເຮັດເທື່ອນີ້ຢູ່ໃສ (Where)
- ໄລຍະເວລາໃນການເຮັດວຽກງານແຕ່ລະຂັ້ນຕອນເປັນແນວໃດ (When)
- ເຫດໃດຈຶ່ງຕ້ອງເຮັດເປົ້າໝາຍນີ້ (Why)
- ການເຮັດວຽກງານເປັນແນວໃດ ຄວນເຮັດອັນໃດກ່ອນ ອັນໃດຫຼັງ (How)
1.4.ປະໂຫຍດຂອງການວາງແຜນ.
ການວາງແຜນງານ ຈະຊ່ວຍເຮັດໃຫ້ມີການຕຽມຄວາມພ້ອມເມື່ອໄດ້ປະຕິບັດງານຈິງ ດັ່ງນີ້:
1. ການສຶກສາ ເປັນການວາງແຜນສຶກສາຂໍ້ມູນ ວິທີການໃນການປະກອບອາຊີບທຸລະກິດ ເຊັ່ນ ຄວາມຕ້ອງການຂອງຕະຫຼາດ ຂໍ້ມູນວັດຖຸດິບ ຂໍ້ມູນຊັບພະຍາກອນທີ່ມີຢູ່ ຫຼື ເງິນທຶນ.
2. ການຕຽມງານດ້ານສະຖານທີ່ ການອອກແບບຜະລິດຕະພັນ ຄວາມພ້ອມຂອງບຸກຄະລາກອນ ອຸປະກອນ ເຄື່ອງຈັກວັດຖຸດິບ.
3. ການດຳເນີນງານ ເປັນການວາງແນວທາງການປະຕິບັດງານຂອງແຕ່ລະຝ່າຍ ເຊັ່ນ ຝ່າຍການຕະຫຼາດ ຝ່າຍຜະລິດ ຝ່າຍການເງິນ ແລະ ບັນຊີ.
4. ການປະເມີນຜົນ ເປັນການວາງແຜນ ຫຼື ຕຽມການປະເມີນຜົນງານຢ່າງເປັນລະບົບ ເຊັ່ນ ປະເມີນຈາກຍອດຈຳໜ່າຍ ປະເມີນຈາກການສຳຫຼວດຄວາມຄິດເຫັນຂອງລູກຄ້າ.
1.4.1.ການປະຕິບັດຕາມແຜນ (DO)
ແມ່ນ ການເຮັດຕາມແຜນທີ່ໄດ້ຕັ້ງເປົ້າໝາຍໄວ້ດ້ວຍຄວາມຕັ້ງໃຈ ມຸ້ງມັ່ນພະຍາຍາມທັງນີ້ ການປະຕິບັດເປັນການລົງມືປັບປຸງປ່ຽນແປງຕາມທາງເລືອກທີ່ໄດ້ກຳນົດໄວ້ໃນຂັ້ນຕອນການວາງແຜນ ຊຶ່ງຕ້ອງກວດສອບລະຫວ່າງການປະຕິບັດນັ້ນວ່າໄດ້ດຳເນີນໄປໃນທິດທາງທີ່ຕັ້ງໃຈ ຫຼື ບໍ່ ພ້ອມກັບສື່ສານໃຫ້ຜູ້ທີ່ກ່ຽວຂ້ອງຮູ້ ແລະ ຕິດຕາມການປະຕິບັດນັ້ນຢ່າງສະໝ່ຳສະເໝີ ເພື່ອສຶກສາເຖິງຄວາມເປັນໄປໄດ້ ແລະ ຫາແນວທາງແກ້ໄຂບັນຫາທີ່ອາດຈະເກີດຂຶ້ນໄດ້ໃນລະຫວ່າງການປະຕິບັດ ເພື່ອຈະໝັ່ນໃຈໄດ້ວ່າການປະຕິບັດຕາມແຜນທີ່ວາງໄວ້ນັ້ນເກີດຄວາມຜິດພາດນ້ອຍທີ່ສຸດປະໂຫຍດຂອງການປະຕິບັດຕາມແຜນ ຊ່ວຍໃຫ້ຮູ້ຂັ້ນຕອນ ວິທີການ ແລະ ສາມາດຕຽມງານໄດ້ລ່ວງໜ້າດັ່ງນັ້ນ ການປະຕິບັດງານກໍຈະເປັນໄປຕາມເປົ້າໝາຍທີ່ກຳນົດໄວ້ ໂດຍບໍ່ມີບັນຫາ ຫຼື ອຸປະສັກເກີດຂຶ້ນ.
1.4.2.ການກວດສອບ (Check)
ການປະເມີນເປົ້າໝາຍຊີວິດທີ່ວາງແຜນໄວ້ວ່າສາມາດປະຕິບັດໄດ້ສຳເລັດ ຫຼື ບໍ່ ແລະ ຕ້ອງປັບປຸງ ຫຼື ແກ້ໄຂຢ່າງໃດດ້ວຍຈຶ່ງຈະເຮັດໃຫ້ປະສົບຄວາມສຳເລັດໃນຊີວິດ ທັງນີ້ ການກວດສອບເປັນການປະເມີນຜົນທີ່ໄດ້ຮັບຈາກການປະຕິບັດ (DO) ໂດຍການກວດສອບເຮັດໃຫ້ຮູ້ວ່າໃນການປະຕິບັດນັ້ນສາມາດບັນລຸເປົ້າໝາຍ ຫຼື ວັດຖຸປະສົງທີ່ໄດ້ກຳນົດໄວ້ ຫຼື ບໍ່ ສິ່ງສຳຄັນກໍຄື ຕ້ອງຮູ້ວ່າຈະກວດສອບຫຍັງ ແລະ ມີຄວາມສະໝ່ຳສະເໝີຫຼາຍນ້ອງພຽງໃດ ຂໍ້ມູນທີ່ໄດ້ຈາກການກວດສອບຈະເປັນປະໂຫຍດໃນຂັ້ນຕອນຕໍ່ໄປປະໂຫຍດຂອງການກວດສອບ ໃນການກວດສອບຜົນການດຳເນີນງານ ຄວນມີຫຼັກດັ່ງນີ້:
1. ກວດສອບຈາກເປົ້າໝາຍທີ່ກຳນົດ.
2. ມີເຄື່ອງມືທີ່ເຊື່ອຖືໄດ້.
3. ມີເກນການກວດສອບທີ່ຊັດເຈນ.
4. ມີກຳນົດເວລາການກວດສອບທີ່ແນ່ນອນ ແລະ ຊັດເຈນ.
5. ບຸກຄະລາກອນທີ່ກວດສອບນັ້ນຕ້ອງໄດ້ຮັບການຍອມຮັບຈາກທຸກຝ່າຍ ຈຶ່ງດຳເນີນງານຕໍ່ໄປໄດ້.
1.4.3.ການປັບປຸງແກ້ໄຂ (Act)
ແມ່ນ ການນຳເອົາຜົນການປະເມີນມາປັບປຸງ ແລະ ພັດທະນາວິທີການເຮັດໃຫ້ຊີວິດປະສົບຄວາມສຳເລັດຫຼາຍຂຶ້ນ ທັງນີ້ ເປັນການດຳເນີນງານໃຫ້ເໝາະສົມຊຶ່ງຈະພິຈາລະນາຜົນທີ່ໄດ້ຈາກການກວດສອບຊຶ່ງມີ 2 ກໍລະນີ ຄື ຜົນທີ່ເກິດຂື້ນເປັນໄປຕາມແຜນທີ່ວາງໄວ້ ຫຼື ບໍ່ເປັນໄປຕາມແຜນທີ່ວາງໄວ້ ຖ້າຜົນທີ່ເກິດຂື້ນເປັນໄປຕາມແຜນທີ່ວາງໄວ້ ກໍຈະນຳແນວທາງ ຫຼື ຂະບວນການປະຕິບັດ (DO) ນັ້ນມາຈັດເຮັດໃຫ້ເປັນມາດຕະຖານພ້ອມທັງຫາວິທີການທີ່ຈະປັບປຸງໃຫ້ດີຢິ່ງຂຶ້ນ ຊຶ່ງອາດຈະສາມາດບັນລຸເປົ້າໝາຍໄດ້ໄວກວ່າເດີມ ແລະ ເສຍຄ່າໃຊ້ຈ່າຍນ້ອຍກວ່າເດີມ ທັງໝົດທັງເຮັດໃຫ້ຄຸນນະພາບດີຢິ່ງຂຶ້ນກໍໄດ້ ຖ້າຫາກບໍ່ເປັນໄປຕາມແຜນທີ່ວາງໄວ້ກໍຄວນຈະນຳຂໍ້ມູນທີ່ລວບລວມໄວ້ມາວິເຄາະ ແລະ ພິຈາລະນາວ່າຄວນຈະດຳເນີນການຢ່າງໃດຕໍ່ໄປ ເຊັ່ນ:
- ມອງຫາທາງເລືອກໃໝ່ທີ່ໜ້າຈະເປັນໄປໄດ້.
- ໃຊ້ຄວາມພະຍາຍາມໃຫ້ຫຼາຍຂຶ້ນກວ່າເດີມ.
- ຂໍຄວາມຊ່ວຍເຫຼືອຈາກຜູ້ຮູ້.
- ປ່ຽນເປົ້າໝາຍໃໝ່.
ປະໂຫຍດຂອງການປັບປຸງແກ້ໄຂ ຂໍ້ບົກຜ່ອງທີ່ເກິດຂື້ນ ເມື່ອມີການປັບປຸງແກ້ໄຂຄຸນນະພາບກໍຈະເກີດຂຶ້ນການປັບປຸງແກ້ໄຂຈະນຳໄປສູ່ການເລີ່ມຕົ້ນເຮັດວຽກຢ່າງມີຄຸນນະພາບໃນຮອບໃໝ່ຂອງວົງຈອນ ແລະ ຊ່ວຍໃຫ້ສາມາດຄາດການບັນຫາ ຫຼື ຄວາມສ່ຽງທີ່ອາດຈະເກີດຂຶ້ນໃນອະນາຄົດໄດ້.