ຫຼັກການວາງແຜນເປົ້າໝາຍຊີວິດ
ການວາງແຜນເປົ້າໝາຍຊີວິດ ແມ່ນເຮັດໃຫ້ແຕ່ລະບຸກຄົນມີການວາງແຜນທີ່ດີໃຫ້ກັບຕົນເອງ ແລະ ຊ່ວຍປ້ອງກັນບັນຫາທີ່ອາດຈະເກີດຂຶ້ນໄດ້ໃນຊີວິດ ທັງໝົດຊ່ວຍລຸດຄວາມສັບສົນໃນການເຮັດວຽກງານ ລຸດການໃຊ້ຊັບພະຍາກອນໃຫ້ມີຄວາມພໍດີ ແລະ ລຸດຄວາມສູຍເສຍໃນຮູບແບບຕ່າງໆ ສາມາດເຮັດໃຫ້ການເຮັດວຽກງານມີການກວດສອບເປັນໄລຍະ ສົ່ງຜົນໃຫ້ການປະຕິບັດງານມີຄວາມຮັດກຸມ ແລະ ຮອບຄອບອີກທັງຍັງມີແນວທາງໃນການແກ້ໄຂບັນຫາໄດ້ຢ່າງວ່ອງໄວ.