1. ປັດຊະຍາແມ່ນຫຍັງ?
ປັດຊະຍາແມ່ນລະບົບ ບັນດາທັດສະນະລວມທີ່ສຸດຂອງຄົນເຮົາກ່ຽວກັບໂລກ ( ທໍາມະຊາດ-ສັງຄົມ ແລະຈິນຕະນາການ) ແມ່ນໂລກະທັດຂອງຊົນຊັ້ນໜຶ່ງ ຫຼືກໍາລັງຂອງສັງຄົມໃດໜຶ່ງ ທີ່ແນ່ນອນ.
2.ວິທີສັດຈະວິພາກແມ່ນຫຍັງ?
ວິທີສັດຈະວິພາກ ແມ່ນວິທີການແກ້ໄຂບັນຫາແບບໂລຊິ ອະທິບາຍຢ່າງມີເຫດ ແລະ ຜົນ ແມ່ນວິທີການເບິ່ງໂລກໃນທ່າຂະຫຍາຍຕົວ, ມີການເຄື່ອນເໜັງ, ປ່ຽນແປງ ສັບສົນ ມີຂໍ້ຂັດແຍ່ງ ມີລັກສະນະປະຫວັດສາດ ແລະ ມີການພົວພັນເຊິ່ງກັນ ແລະ ກັນ.
3.ວິທີເມຕາຟີຊິກ (ວິທີອະພິທໍາ) ແມ່ນຫຍັງ?
ແມ່ນວິທີການສັງເກດໂລກ ຢ່າງໂດດດ່ຽວ ດ້ານດຽວ ບໍ່ມີການເຄື່ອນເໜັງ, ບໍ່ມີການປ່ຽນແປງ, ບໍ່ມີການກໍາເນີດ ແລະ ການຂະຫຍາຍຕົວ, ຖ້າມີການເຄື່ອນເໜັງກໍພຽງແຕ່ການຍົກຍ້າຍທີຕັ້ງແບບງ່າຍດາຍເທົ່ານັ້ນ ແລະ ຂະຫຍາຍຕົວກໍພຽງແຕ່ແມ່ນການເພີ່ມຫຼືຫຼຸດລົງທາງດ້ານປະລິມານເທົ່ານັ້ນ ເຊິ່ງບໍ່ມີການປ່ຽນແປງທາງດ້ານຄຸນະພາບ, ເຂົາປະຕິເສດຂໍ້ຂັດແຍ່ງທີ່ຢູ່ພາຍໃນຂອງສິ່ງວັດຖຸ.
4.ວັດຖຸແມ່ນຫຍັງ?
ວັດຖຸ ແມ່ນມາດຕະເກນໜຶ່ງ ຂອງປັດຊະຍາ ທີ່ໃຊ້ເພື່ອຊີ້ບອກສິ່ງທີ່ດໍາລົງຄົງຕົວຢ່າງພາວະວິໄສ ເຊິ່ງຄົນເຮົາສາມາດຮັບຮູ້ໄດ້ ໂດຍຜ່ານການາພັດທາງອິນຊີຂອງຄົນເຮົາ ຈາກການຈົດກາຍຖ່າຍທອດ ແລະ ສ່ອງແສງຄືນ ສິ່ງເຫຼົ່ານັ້ນຄົງຕົວຢູ່ໂດຍບໍ່ຂຶ້ນກັບຈິດໃຈຂອງຄົນເຮົາ.
5.ການເຄື່ອນເໜັງແມ່ນຫຍັງ?
ການເຄື່ອນເໜັງ ແມ່ນແບບວິທີການຄົງຕົວ ແມ່ນລັກສະນະປະຈໍາຕົວທີ່ມີມາແຕ່ເດີມຂອງວັດຖຸ ການເຄື່ອນເໜັງ ແມ່ນບັນດາການປ່ຽນແປງ ແລະ ທຸກຂະບວນວິວັດທີ່ສະແດງອອກໃນຈັກກະວານ ນັບແຕ່ການປ່ຽນແບບງ່າຍດາຍ ຈົນເຖິງການປ່ຽນແປງແບບສັບສົນ.
6.ກາລະ ແລະ ເທສະແມ່ນຫຍັງ?
ແມ່ນສິ່ງທີ່ຊີ້ບອກການເຄື່ອນເໜັງຂອງສິ່ງວັດຖຸ ແລະ ປາກົົດການ ເຊິ່ງໄດ້ເກີດຂຶ້ນ ໃນເວລາໃດ? ວັນທີ. ເດືອນ ປີໃດ ໄວຫຼື ຊ້າ.
ແມ່ນສິ່ງທີ່ຊີ້ບອກວ່າທຸກສິ່ງວັດຖຸ ແລະ ປາກົດການລ້ວນແຕ່ມີຂະໜາດ ແລະ ຂອບເຂດອັນແນ່ນອນຂອງມັນເຊັ່ນ: ຕໍ່າ, ສູງ, ສັ້ນ, ຍາວ, ກວ້າງ, ແຄບ,ຢູ່ໃກ້ ຫຼ ໄກ, ຢູ່ເບື້ອງເທິງຫຼືລຸ່ມ, ຊ້າຍ ຫຼື ຂວາ.
7.ການຂະຫຍາຍຕົວແມ່ນຫຍັງ?
ການຂະຫຍາຍຕົວແມ່ນຄວາມສໍານຶກເພື່ອໃຊ້ສັງລວມບັນດາການເຄື່ອນເໜັງທີ່ໄປຕາມທິດກ້າວຂຶ້ນແຕ່ຕໍ່າຫາສູງ ແຕ່ງ່າຍດາຍໄປຫາສັບສົນ ແຕ່ສິ່ງທີບໍ່ທັນສົມບູນກ້າວໄປຫາສົມບູນ ອັນໃໝ່ເກີດຂຶ້ນແທນອັນເກົ່າ ອັນກ້າວໜ້າປ່ຽນແທນອັນຫຼ້າຫຼັງ.
8.ກົດເກນແມ່ນຫຍັງ?
ແມ່ນ ຄວາມສໍານຶກທີ່ສ່ອງແສງການພົວພັນທີ່ເປັນທາດແທ້ແນ່ນອນ ຈໍາເປັນ ແລະ ມີລັກສະນະປົກກະຕິ ລໍາໄປລໍາມາຂອງບັນດາສິ່ວັດຖຸ ແລະ ປະກົດການ ສິ່ງດັ່ງກ່າວເຫຼົ່ານັ້ນມີການປ່ຽນແປງໄດ້ຍາກ.
9.ຄຸນະພາບແມ່ນຫຍັງ?
ແມ່ນ ຄວາມສໍາທີ່ຊີ້ບອກລັກສະນະກໍານົດພາຍໃນ ທີ່ມີມາແຕ່ເດີມຂອງສິ່ງວັດຖຸ ແລະ ປະກົດການ ແມ່ນການສັງລວມບັນດາລັກສະນະປະຈໍາຕົວເພື່ອຈໍາແນກສິ່ງວັດຖຸນີ້ກັບວັດຖຸອື່ນ ແລະ ປາກົດການນີ້ກັບປະກົດການອື່ນ.
10.ປະລິມານແມ່ນຫຍັງ?
ແມ່ນ ຄວາມສໍານຶກທີ່ໃຊ້ເພື່ອຊີ້ບອກລັກສະນະປະຈໍາຕົວທີ່ມີມາແຕ່ເດີມຂອງສິ່ງວັດຖຸ ແລະ ປາກົດການ ປະລິມານບໍ່ໄດ້ເວົ້າແຈ້ງເຖິງຄວາມແຕກຕ່າງລະຫວ່າງສິ່ງວັດອື່ນ ພຽງແຕ່ເວົ້າເຖິງຂອບເຂດ ຂະໜາດຂອງສິ່ງວັັດຖຸ ແລະ ປະກົດການ.
11.ລັດມູນພື້ນຖານຂອງລັດທິວັດຖຸນິຍົມສັດຈະວິພາກມີຈັກຫຼັກມູນ? ຄືຫຼັກມູນໃດແດ?
ມີ 2 ຫຼັກມູນຄື:
- ຫຼັກມູນການພົວພັນທົ່ວໄປຂອງບັນດາສິ່ງວັດຖຸ ແລະ ປະກົດການ.
- ຫຼັກມູນການຂະຫຍາຍຕົວຂອງບັນດາສິ່ງວັດຖຸ ແລະ ປະກົດການ.
12. ກົດເກນພື້ນຖານຂອງລັດທິວັດຖຸນິຍົສັດຈະວິພາກມີຈັກກົດເກນຄືກົດເກນໃດແດ?
ມີ 3 ກົດເກນຄື:
- ກົດເກນວ່າດ້ວຍຄວາມເປັນເອກະພາບ ແລະ ຕໍ່ສູ້ຂອງບັນດາດ້ານທີກົງກັນຂ້າມ.
- ກົດເກນການຫັນປ່ຽນຈາກການປ່ຽນແປງທາງດ້ານປະລິມານກາຍເປັນການປ່ຽນແປງທາງດ້ານຄຸນະພາບ.
- ກົດເກນການປະຕິເສດຊ້ອນປະຕິເສດ.
13. ບັນດາຄູ່ມາດຕະເກນພື້ນຖານຂອງລັດທິວັດຖຸນິຍົມສັດຈະວິພາກມີຈັກຄູ່ມາດຕະເກນ?
ມີ 6 ຄູ່ມາດຕະເກນຄື:
- ຄວາມອາດສາມາດ ແລະ ຄວາມເປັນຈິງ.
14.ມາດຕະເກນແມ່ນຫຍັງ?
ແມ່ນ ຄວາມສໍານຶກລວມທີ່ສຸດ ເຊິ່ງສ່ອງແສງເຖິງບັນດາດ້ານ ບັນດາລັກສະນະປະຈໍາຕົວທີ່ມີມາແຕ່ເດີມ ບັນດາການພົວພັນພື້ນຖານແຜ່ຫຼາຍທົ່ວໄປຂອງໂລກພາວະວິໄສ.
15. ກົດເກນປະຕິເສດຊ້ອນປະຕິເສດແມ່ນຫຍັງ?
ແມ່ນ ໜຶ່ງໃນສາມກົດເກນພື້ນຖານຂອງລັດທິວັດຖຖຸນິຍົມສັດຈະວິພາກ ໄດ້ເວົ້າເຖິງທ່າອ່ຽງການຂະຫຍາຍຕົວຂອງສິ່ງວັດຖຸ ແລະ ປາກົດການໃນໂລກພາວະວິໄສ ມັນແມ່ນຂີດໝາຍບາກກ້າວສໍາຄັນຝນຂະບວນວິວັດ ແລະ ການກໍານົດຂອບເຂດ ຄິດຕໍ່ລະຫວ່າງອັນເກົ່າ ແລະ ອັນໃໝ່.
16.ການປະຕິເສດແບບສັດຈະວິພາກແມ່ນການປະຕິເສດແນວໃດ?
ແມ່ນ ການປ່ຽນແທນອັນເກົ່າດ້ວຍອັນໃໝ່ ແຕ່ບົນພື້ນຖານອັນເກົ່າ ການປະຕິເສດແບບສັດຈະວິພາກ ແມ່ນການປະຕິເສດດ້ວຍຕົວມັນເອງຂອງສິ່ງວັດຖຸ ແລະ ປະກົດການ.
17.ອັນສະເພາະແມ່ນຫຍັງ?
ແມ່່ນ ມາດຕະເກນໜຶ່ງທີ່ໃຊ້ເພື່ອຊີ້ບອກສິ່ງວັດຖຸ ແລະ ປະກົດການ ຫຼື ຂະບວນການອັນໃດອັນໜຶ່ງຢູ່ໃນໂລກພາວະວິໄສ ມັນສ່ອງແສງຈຸດພິເສດສະເພາະຂອງແຕ່ລະວັດຖຸ ປະກົດການ ແລະ ຂວນວິວັດນັ້ນ.
18.ອັນລວມແມ່ນຫຍັງ?
ແມ່ນ ມາດຕະເກນໜຶ່ງທີ່ໃຊ້ເພື່ອຊີ້ບອກບັນດາດ້ານ ບອກລັກສະນະປະຈໍາຕົວ ບັນການພົວພັນຊໍ້າໄປຊໍ້າມາຄ້າຍຄືກັນຂອງສ່ິງວັດຖຸ, ປະກົດການ ແລະ ຂະບວນວິວັດ.
19. ສາເຫດແມ່ນຫຍັງ?
ສາເຫດ ແມ່ນມາດຕະເກນໜຶ່ງທີ່ໃຊ້ເພື່ອຊີ້ບອກການກະທົບເຊິ່ງກັນ ແລະ ກັນລະຫວ່າງບັນດາດ້ານພາຍໃນຂອງສິ່ງວັດຖຸ ແລະ ປະກົດການອັນໜຶ່ງ ຫຼື ລະຫວ່າງສິ່ງວັດຖຸ ແລະ ປະກົດການ.
20.ໝາກຜົນແມ່ນຫຍັງ?
ໝາກຜົນ ແມ່ນມາດຕະເກນໜຶ່ງທີ່ໃຊ້ເພື່ອຊີ້ບອກບັນດ້ານການຫັນປ່ຽນຂອງສິ່ງວັດຖຸ ແລະ ປະກົດການທີຫາກໍ່ປະກົດຂຶ້ນ ຍ້ອນໜຶ່ງຫຼືຫຼາຍສາເຫດ.
21.ທາດແທ້ແມ່ນຫຍັງ?
ແມ່ນ ການລວບລວມບັນດາດ້ານ ບັນດາການພົວພັນທີ່ມີລັກສະນະຈໍາເປັນ ທີ່ປົກກະຕິ ສໍາພັດຢູ່ເບື້ອງໃນຂອງສິ່ວັດຖຸ ແລະ ປາກົດການ ມັນກໍານົດການເຄື່ອນເໜັງ ແລະ ການຂະຫຍາຍຕົວຂອງສິ່ງວັດຖຸ ແລະ ປາກົດການ.
ບົດທີ 1
ຄວາມຮູ້ທົ່ວໄປກ່ຽວກັບປັດຊະຍາ
1. ລະຫວ່າງວັດຖຸ ແລະ ຈິດໃຈອັນໃດມີກ່ອນ ແລະ ອັນໃດຕັດສິນ?
ລະຫວ່າງວັດຖຸແລະຈິດໃຈແມ່ນວັດຖຸມີກ່ອນແລະວັດຖຸມີອັນຕັດສິນຈິດໃຈຍ້ອນວ່າ ໂລກນີ້ແມ່ນວັດຖຸທີ່ຄົງຕົວຢ່າງພາວະວິໄສບໍ່ຂື້ນກັບຈິດໃຈຄົນເຮົາແມ່ນພາກສ່ວນໜຶ່ງຂອງໂລກທຳມະຊາດແລະຈິດໃຈຂອງຄົນເຮົາແມ່ນຜະລິດຕະພັນໜຶ່ງທີ່ມີການຈັດ ຈັດສູງນັ້ນແມ່ນສະໝອງຂອງຄົນເຮົາ.
2. ຄົນເຮົາສາມາດຮັບຮູ້ໂລກໄດ້ບໍ?
ຄົນເຮົາສາມາດຮັບຮູ້ໂລກໄດ້ແລະຍັງສາມາດດັດສ້າງໂລກໄດ້ມີແຕ່ປະກົດການທີ່ບໍ່ທັນຄົ້ນຄວ້າພົບເທົ່າທີ່ບໍ່ສາມາດຮັບຮູ້ໂລກໄດ້.
3. ປັດຊະຍາແມ່ນຫຍັງ? ແລະ ມີປະຫວັດສາດແຫ່ງການກຳເນີດ ແລະ ຂະຫຍາຍຕົວແນວໃດ?
ລະບົບບັນດາທັດສະນະແລະຄວາມສຳນຶກລວມທີ່ສຸດ ຂອງຄົນເຮົາກ່ຽວກັບໂລກ (ໂລກທຳມະຊາດສັງຄົມແລະຈິນຕະນະການ) ແມ່ນໂລກກະທັດຂອງຊົນຊັ້ນໜຶ່ງ ຫຼື ກຳລັງຂອງສັງຄົມໃດໜຶ່ງຢ່າງແນ່ນອນ.
- ມີປະຫວັດສາດແຫ່ງການກຳເນີດຂະຫຍາຍຕົວຄື:
ໃນການດຳລົງຊິວິດຂອງຄົນເຮົາ ໄດ້ພົວພັນກັບໂລກພາວະວິໄສຢ່າງສະນິດແໜ້ນທີ່ສຸດ. ເພື້ອມີຊີວິດຢູ່ຂອງຄົນເຮົາຕ້ອງຕໍ່ສູ້ກັບທຳມະຊາດ ແລະ ສັງຄົມໂດຍຜ່ານຂະບວນວິວັດແຫ່ງການຜະລິດ ແລະ ການເຄື່ອນໄຫວຂອງຊີວິດສັງຄົມ ເພື່ອດັດສ້າງໂລກທຳມະຊາດ,ສັງຄົມ,ຕາມຄາມຮຽກຮ້ອງຕ້ອງການ ແຫ່ງການດຳລົງຊີວິດຂອງສັງຄົມ ຜ່ານພຶດຕິກຳຕົວຈິງຢູ່ໃນການຜະລິດ,ການເຄື່ອນໄຫວດຳລົງຊີວິດ ແລະ ການຊອກຮູ້ທຳມະຊາດສັງຄົມຂອງຄົນເຮົາເປັນເວລາດົນນານ, ຄົນເຮົາກໍສາມາດສະສົມໄດ້ຄວາມຮູ້ກ່ຽວກັບທຳມະຊາດ, ສັງຄົມນັບມື້ນັບຫຼາຍ ແລະ ອຸດົມສົມບູນຂື້ນຢ່າງບໍ່ຢຸດຢັ້ງ, ດັ່ງນັ້ນປັດຊະຍາໃນຖານະເປັນລະບົບບັນດາທັດສະນະ ແລະ ຄວາມສຳນຶກລວມທີ່ສຸດຂອງຄົນເຮົາກ່ຽວກັບໂລກຈຶ່ງຄ່ອຍໆກຳເນີດຂື້ນ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
4.ບັນຫາພື້ນຖານປັດຊະຍາແມ່ນຫຍັງ? ຈົ່ງອະທິບາຍ
ບັນຫາພື້ນຖານປັດຊະຍາແມ່ນ ບັນດາປະກົດການທາງດ້ານວັດຖຸ (ການຄົງຕົວ) ແລະ ບັນດາປະກົດການທີ່ຂື້ນກັບສະຕິ (ຈິດໃຈ) ຂອງຄົນເຮົາເທົ່ານັ້ນວັດຖຸ ແລະ ຈິດໃຈແມ່ນສອງມາດຕະເກນທີ່ກວ້າງຂວາງກວ່າໝູ່ທີ່ໃຊ້ເພື້ອຊີ້ບອກເຖິງສອງປະກົດການນັ້ນ.
ການແກ້ໄຂບັນຫາພື້ນຖານປັດຊະຍາຕາມທັດສະນະວັດຖຸນິຍົມ ແລະ ຈິດນິຍົມ:
- ປັດຊະຍາວັດຖຸນິຍົມຕິດພັນກັບວິທະຍະສາດວັດຖຸແມ່ນມີກ່ອນບັນດາສິ່ງປະກົດການທີ່ເຮົາຮູ້ແລະເຫັນໄດ້ນັ້ນພຽງແຕ່ແມ່ນການສັງລວມບັນດາຄວາມຮູ້ສຶກດ້ວຍອິນຊີຂອງຄົນເຮົາເທົ່ານັ້ນ.
- ປັດຊະຍາວັດຖຸຈິຕະນິຍົມພົວພັນກັບສາດສະໜາແລະຜະລິດຕະພັນຂອງມັນສະໝອງຍ້ອນຈິດໃຈສຳບູນນີ້ຄົງຕົວຂະຫຍາຍຕົວຈຶ່ງສ້າງໂລກທຳມະຊາດແລະສ້າງມະນຸດຂື້ນຢູ່ພື້ນໜ້າໂລກນີ້.
5.ເປົ້າໝາຍຄົ້ນຄ້ວາປັດຊະຍາແມ່ນຫຍັງ? ເປັນຫຍັງຈຶ່ງຕ້ອງຮ່ຳຮຽນປັດຊະຍາ ?
ເປົ້າໝາຍຄົ້ນຄ້ວາປັດຊະຍາແມ່ນຄົ້ນຄ້ວາເຖິງບັນດາກົດເກນລວມທີ່ສຸດການເຄື່ອນເໜັງການຂະຫຍາຍຕົວຂອງໂລກທຳມະຊາດສັງຄົມແລະຈິຕະນາການບົນພື້ນຖານການແກ້ໄຂບັນຫາພື້ນຖານປັດຊະຍາຢ່າງຖືກຕ້ອງ.
ຈະຕ້ອງຮ່ຳຮຽນປັດຊະຍາຍ້ອນ:
ເຮັດໃຫ້ທຸກຄົນຮັບຮູ້ແຫ່ງການກຳເນີດ, ການພັດທະນາຂອງໂລກທຳມະຊາດສັງຄົມຢ່າງຖືກຕ້ອງ ແລະ ຊອກຫາສ່ອງທາງເພື່ອດຳເນີນການດັດສ້າງໂລກບົນພື້ນຖານວິທີວິທະຍາສາດ.
ບົດທີ 2
ປັດຊະຍາກ່ອນມາກເລນິນ
1.ປັດຊະຍາກະເລັກບູຮານກຳເນີດຂື້ນໃນເງື້ອນໄຂແນວໃດ ແລະ ເນື້ອໃນພື້ນຖານແນວໃດ? ຈົ່ງອະທິບາຍ
ປັດຊະຍາກະເລັກບູຮານກຳເນີດຂື້ນໃນເງື້ອນໄຂແບບວິທີການຜະລິດຍຶດຈ່ອງຂ້າທາດໄດ້ປະກົດການຂື້ນກວ່າໝູ່ໃນປະເທດເກຣັກ.ບາບີໂລນ.ເມືອ 4000 ປີກ່ອນ ຄ.ສ ຄຽງຄູ່ກັບການຂະຫຍາຍຕົວ ການຜະລິດບັນດາໜໍ່ແໜ່ງແນວຄິດທາງດ້ານປັດຊະຍາ.ວິທະຍາສາດ.ທຳມະຊາດ.ວັດທະນະທຳກໍ່ຄ່ອຍປະກົດຕົວຂື້ນໃນນັ້ນໜໍ່ແໜ່ງແນວຄິດວັດຖຸນິຍົມກໍ່ປະກົດຕົວຂື້ນແຕ່ໄປພ້ອມກັບການກຳເນີດແລະການຕໍ່ສູ້ເພື່ອດັບມອດແນວຄິດວັດຖຸນິຍົມ.
- ວັດຖຸພື້ນຖານຂອງໂລກປະກອບສ້າງດ້ວຍນ້ຳ
- ວັດຖຸພື້ນຖານຂອງໂລກປະກອບສ້າງດ້ວຍໄຟ
- ວັດຖຸພື້ນຖານຂອງໂລກປະກອບສ້າງດ້ວຍທາດອາຍ (ອາກາດ)
- ວັດຖຸພື້ນຖານຂອງໂລກປະກອບສ້າງດ້ວຍປະລະມະນູນ
- ວັດຖຸແມ່ນປະກອບດ້ວຍປະລະມະນູນ,ປະລະມະນູນບໍ່ສາມາດແບ່ງໄດ້ອີກປະລະມະນູນເປັນຫົວໜ່ວຍສຸດທ້າຍ.
ໂດຍຍຶດໝັ້ນທັດສະນະວັດຖຸນິຍົມ ແລະ ວິທີວິພາກທ່ານໃຫ້ທັດສະນະວ່າສັດຈະທຳມີລັກສະນະລະອຽດຈຶ່ງຈະພົວພັນກັບເງື່ອນໄຂອັນລະອຽດຂອງເປົ້າໝາຍແຫ່ງຄວາມຮັບຮູ້.
2.ເນື້ອໃນພື້ນຖານຂອງປັດຊະຍາອິນເດຍມີແນວໃດ? ຈົ່ງອະທິບາຍ
ປັດຊະຍາອິນເດຍກຳເນີດຂື້ນໃນສະໄໝພະເວດປະມານ 1800 ປີກ່ອນ ຄ.ສ ຕໍ່ມາໄດ້ປັບປຸງປັດຊະຍາພະເວດເປັນປັດຊະຍາອຸປະຕິສັດປະມານ 600 ປີກ່ອນ ຄ.ສ ຫຼັງຈາກນັ້ນຈຶງເກີດມີປັດຊະຍາສອງລະບົບຄື:
- ປັດຊະຍາກຸ່ມຮັບຮູ້ອິດທິພົນພະເວດມີ:ປັດຊະຍານະຢາຍ,ປັດຊະຍາໄວເສຊິກ,ປັດຊະຍາສາງຂະຍະ
- ປັດຊະຍາທີບໍ່ຂື້ນກັບອິດທິພົນພະເວດເຊິ່ງມີປັດຊະຍາຈາລະວາກ,ປັດຊະຍາເຊນ,ປັດຊະຍາພຸດທະຊາດສະໜາ.
3.ເນື້ອໃນພື້ນຖານຂອງປັດຊະຍາຈີນມີແນວໃດ? (ຈົ່ງອະທິບາຍ)
ພື້ນຖານທິດສະດີຂອງທ່ານ ແມ່ນການນຳໃຊ້ທຳມະຄະຕິ (ທິດສະດີເຕົ້າ) ເພື້ອອະທິບາຍໂລກທ່ານເວົ້າວ່າຕົ້ນກຳເນີດທຸກສິ່ງທຸກຢ່າງແມ່ນ (ເຕົ້າ) ເຕົ້າຄົງຕົວຕະຫຼອດການ, ບໍ່ມີເບື້ອງຕົ້ນ,ບໍ່ມີສຸດທ້າຍວິຍານຂອງມະນຸດຢູ່ທີ່ເຕົ້າການຕາຍ ແມ່ນການກັບຄືນໄປຫາເຕົ້າ, ທຸກສິ່ງທຸກຢ່າງລວ້ນແຕ່ເກີດມາຈາກເຕົ້າເທົ່ານັ້ນ, ປັດຊະຍາຂົງຈື (551-479ກ່ອນ ຄ ສ) ຂົງຈືເອົາໃຈໃສ່ທາງດ້ານຈັນຍາສາດ.
ການເມືອງແຕ່ບໍ່ໄດ້ເອົາໃຈໃສ່ທາງດ້ານວິທະຍາສາດອະທິບາຍ:
- ປັດຊະຍາເສົາຈື່ທຸກສິ່ງທຸກຢ່າງລ້ວນແຕ່ປະກອບດ້ວຍດ້ານກົງກັນຂ້າມ,ດ້ານທີ່ກົງກັນຂ້າມສາມາດແລກປ່ຽນກັນໄດ້.
- ປັດຊະຍາຂົງຈື່:ດ້ານຈັນຍາສາດກຳນົດຫຼັກຈັນຍາສາດ 5 ປະການຄື: ຄວາມເມດຕາ, ມີທຳມະ, ມີຄວາມເໝາະສົມ, ມີຄວາມຮູ້ຮອບ, ຄວາມເປັນຜູ້ເຊື້ອຖື.
ດ້ານການເມືອງມີຫຼັກປົກຄອງ 3ປະການຄື:- ປະຊາຊົນມີອາຫານພຽງພໍ,ມີຊີວິດເປັນຢູ່ດີ
- ມີກອງທັບພຽງພໍສຳລັບປົກປັກຮັກສາປະເທດຊາດຂອງຕົວ
- ປະຊາຊົນມີຄວາມໄວ້ເນື້ອເຊື່ອໃຈຜູ້ປົກຄອງຕ້ອງໃຫ້ການສຶກສາແກ່ປະຊາຊົນ.
4.ປັດຊະຍາກາລາຊິກເຍຍລະມັນກຳເນີດຂື້ນໃນເງື່ອນໄຂສະພາບແວດລ້ອມແນວໃດ?
ການກຳເນີດໃນເງື່ອນໄຂສະພາບແວດລ້ອມ:
- ເງື່ອນໄຂທາງດ້ານເສດຖະກິດ-ສັງຄົມໃນຍຸກສະໄໝນາຍທຶນຂະຫຍາຍຕົວ.
- ບັນດານັກປັດຊະຍາເຍຍລະມັນທີ່ເປັນຕົວແທນ.
ບົດທີ 3
ປັດຊະຍາມາກຊິດ
ປະຫວັດຫໍ້ຍຂອງທ່ານຜູ້ນຳປະຫວັດຫຍໍ້ຂອງທ່ານ ໄກສອນພົມວິຫານ
1.ທ່ານ ໄກສອນ ພົມວີຫານ ເກີດເມືອວັນທີ່
13.12.1920 ທີ່ບ້ານ (ນາເຊງ ເມືອງຄັນທະບູລີ, ແຂວງສະຫວັນນະເຂດ ເມື່ອທ່ານໄດ້ອາຍູ 7 ປີ ທ່ານໄດ້ເຂົ້າໂຮງຮຽນປະຖົມພາສາລາວທີ່ບ້ານເໜືອ (ບ້ານໄຊຍະພູມ) ແລະ ຕໍ່ມາໄດ້ເຂົ້າຮຽນຢູ່ໂຮງຮຽນປະຖົມພາສາຝຣັ່ງບ້ານໃຕ້ ບ້ານທ່າແຮ່) ເມື່ອທ່ານໄດ້ຮຽນຈົບປະຖົມໃນປີ 1934 ທີ່ແຂວງສະຫວັນນເຂດ ແລ້ວທ່ານໄດ້ໄປຮຽນຕໍ່ຢູ່ໂຮງຮຽນວິທະຍາໄລເຕັກໂຕຣາທີ່ນະຄອນຫລວງຮ່າໂນຍ ປະເທດຫວຽດນາມ ,ເມື່ອຮຽນຈົບວິທະຍາໄລໃນປີ 1942 ທ່ານໄດ້ເສັງເຂົ້າວິທະຍາໄລສາຂາວິຊາການແພດ, ເມື່ອ ທ່ານໄກສອນ ພົມວິຫານເຂົ້າສູ່ປິ 1944 ໄດເຂົ້າເປັນສະມາຊິກສະມາຄົມຊາວໜູ່ມກູ້ຊາດຫວຽດນາມວັນທີ່ 20 ມັງກອນ 1949 ປະທານ ໄກສອນໄດ້ປະກາດສ້າງຕັ້ງກອງທັບລາວອິດສະຫຼະຂື້ນ ແລະ ໄດ້ກາຍເປັນວັນສ້າງຕັ້ງກອງທັບປະຊາຊົນລາວ, ມາຮອດເດືອນ ສິງຫາ ປີ 1950 ທ່ານ ພ້ອມດ້ວຍຜູ້ແທນ 120 ຄົນ ໄດ້ເຂົ້າຮ່ວມກອງປະຊູມໃຫ່ຍແນວລາວຕໍ່ຕ້ານທົ່ວປະເທດຢູ່ແຂວງ ຕວຽນກວາງ, ມາຮອດເດືອນ ກັນຍາ ປີ 1969 ທ່ານໄດ້ຊື້ນຳການໂຈມຕີ ຍາດເອົາບໍລິເວນທົ່ງໄຫຫີນຄືນ ແລະ ມາຕີຕ້ານບັ້ນເຄື່ອນທັບຂອງສັດຕູເຊິງເປັນບັ້ນເຄື່ອນທັບທີ່ໃຫ່ຍກ່ວາໝູ່ ຂອງອາເມລິກາ ວັນທີ່ 18 ກໍລະກົດ ປີ 1977 ທ່ານໄດ້ເຂົ້າຮ່ວມເຊັນສັນຍາມິດຕະພາບລະຫວ່າງລາວຫວຽດນາມ ທີ່ເປັນນະຄອນຫລວງວຽງຈັນ, ຈົນມາຮອດວັນທີ່ 21 ເດືອນ ພະຈິກ ປີ 1992 ທ່ານໄດ້ເສຍຊີວິດ
2.ປະຫວັດຫຍໍ້ ທ່ານ ກາກມາກ ປີ 1818- 1883
ທ່ານກາກມາກເກີດເມືອວັນທີ່ 5.5.1818 ທີ່ລັດປາລຸດຊີ (ຝຣັ່ງແມ່ນນ້ຳໄຮ) ໃນຄອບຄົວມີຖານະວັດທະນະທຳດີ, ພາຍຫຼັງສຳເລັດການສຶກສາຊັ້ນມັດທະຍົມຕອນປາຍທີ່ເມື ຕີຮເຮີແລ້ວ, ແລ້ວ ທ່ານ ກາກມາກໍ່ໄດ້ເຂົ້າຮຽນຕໍ່ວິທະຍາໄລ "ແລກແລ້ງ " ໃນຂະແໜ່ງກົດໝາຍປີ 1841 ທ່ານ ກາກມາໄດ້ປ້ອງກັນວິທະຍານິຍົມປະລິຍາເອກ ເດືອນ ຕຸລາ ປີ 1842 ມາກ ໄດ້ເດີນທາງໄປປາຣີ ເພື່ອພີມຈຳໜ່າຍເອກະສານ " ຮາດີການ " (ວາລະສານລາຍປີຂອງຝຣັ່ງ -ເຢຍລະມັນ ) ປີ 1844 ທ່ານ ອັງແກນເດີນທາງໄປປາຣີ ເພື່ອພົບກັບທ່ານ ກາກມາກ ແລະ ໃນທີ່ສຸດ ທ່ານ ກາກມາກໄດ້ຖຶກກົດດານຈາກລັດຖະບານເຢຍລະມັນໃຫ້ຍົກຍ້າຍຈາກປາຣີໄປຢູ່ບຣຸກໄຫວ " ສະຫະພັນຄອມມູນິດ "ພາຍຫຼັງຄອມມູປາຣີຖຶກປະຣາໄຊ ລົງໃນວັນທີ່ 28.5.1817 ຫຼັງຈາກນັ້ນກອງປະຊູມໃຫ່ຍຂອງສາກົນທີ່1 ສະໄໝທີ່ 2 ໄດ້ສ້າງຕັ້ງຂື້ນ ທ່ານກາກມາກ ໄດ້ກັບຄືນໄປລອນດອນປະເທດອັງກິດ ແລະ ຢູ່ທີ່ນັ້ນຈົນຮອດມື້ທີ່ ທ່ານ ມໍລະກຳ 17.3.1883.
3.ທ່ານ ຟະຣິຣິກ ອັງແກນ ເກີດເມືອວັນທີ່ 28.11.1820
ທີ່ ເມືອງບາຣແມນ ປະເທດເຢຍລະມັນ ປີ 1837 ທ່ານອາຍຸໄດ້ 17 ປີ ທ່ານ ຟ ອັງແກນ ໄດ້ເຂົ້າຮຽນວິຊາການຄ້າແຕ່ໃນເວລາຕົວຈິງທ່ານບໍ່ເອົາໃຈໃສ່ພໍເທົ່າໃດເວລາສ່ວນຫຼາຍໃຊ້ເຂົ້າໃນການຄົ້ນຄ້ວາວິທະຍາສາດສັງຄົມເຊັ່ນ: ວັນນະຄະດີ, ພາສາຕ່າງປະເທດ, ປະຫວັດສາດ ແລະ ອື່ນໆ. ທ້າຍປີ 1842ທ່ານ ອັງແກນໄດ້ເດີນທາງໄປເມືອງ ແມນແຊດເຕີ ປະເທດອັງກິດເພື່ອເຝິກງານກ່ຽວກັບວຽກງານການຄ້າປີ 1847 ທ່ານ ຟ ອັງແກນ ພ້ອມກັບ ທ່ານ ກາກມາກສ້າງຕັ້ງສາກົນທີ່ ທີ່ລອນດອນວັນທີ່ 14.7.1889 ສາກົນທີ່ IIໄດ້ສ້າງຕັ້ງທີ່ນະຄອນປາຣີ ທ່ານຟ ອັງແກນ ໄດ້ກາຍເປັນຜູ້ນຳສາກົນ, ທ່ານ ຟ ອັງແກນ ມີຜົນງານອັນໃຫ່ຍຫລວງທາງດ້ານວິທະຍາສາດ ທ່ານ ໄດ້ຂຽນບົດນິພົມນ້ອຍ- ໃຫ່ຍຫລາຍບົດຮ່ວມກັບ ທ່ານ ກາກມາກ ປີ 1877 – 1878 ທ່ານ ຟ ອັງແກນຂຽນປື້ມຊື່ວ່າ ຕ້ານດຸຍສິງ ເພື່ອຕ້ານກັບທິດສະດີດຸຍລິງ ທ່ານ ຟ ອັງແກນ ຕ້ອງໃຊ້ເວລາຄົ້ນຄ້ວາວິທະຍາສາດ ແລະ ຂຽນເຖິງ 8 ປີ .
4. ທ່ານ ວະລາດີ ເມຍອິເດຍ ເລນິນ ( 1870- 1924 )
ທ່ານເລນິນ ເກີດເມືອວັນທີ່ 22.4.1870 ທີ່ເມືອງ "ຊິມບຽກສະກິ "ປະຈູບັນແມ່ນເມືອງ" ອູລິອານົມ "ແຄມຝຣັ່ງຊ້າຍຂອງແມ່ນໍ້າໂວ ນກາ, ຕອນລູມຂອງເມືອງ " ກາຊານ " ພໍ່ແມ່ເປັນປັນຍາຊົນທີ່ກ້າວ ໜ້າປີ 1887 ໄດ້ເຂົ້າຮຽນຢູ່ມະຫາວິທະຍາໄລ "ກາຊານ " ໃນຂະແໜ່ງກົດໝາຍແຕ່ບໍ່ທັນຈົບພັດຖຶໄລ່ອອກຈາກໂຮງຮຽນ ປີ 1891 ໄດ້ເຂົ້າສອບເສັງວິຊາ ກົດໝາຍຢູ່ມະຫາວິທະຍາໄລເປເຕັງບວກໄດ້ຢ່າງງ່າຍດາຍທັງໄດ້ຮັບໃບປະກາດກຽດຕິຍົດອັນ 1 ປີ1892 ທ່ານເລນິນໄດ້ກໍ່ສ້າງສະໂມສອນມັກມາກຊິດໜ່ວຍທຳອິດທີ່ເມືອງຊາມາລາ ຕໍ່ມາໄດ້ເຄື່ອນໄຫວປະຕິວັດຢູ່ເມືອງເປເຕກບວກ, ປີ 1895 ທ່ານເລນິນໄດ້ເດີນທາງໄປຕ່າງປະເທດ ໂດຍໄດ້ຮັບພາລະ ຈາກຊາວນາມາກຊິດເປເຕກບວກໄປຕິດຕໍ່ພົວພັນກັບກກຸ່ມ"ປົດປ່ອຍແຮງງານ" ແລະເພື່ອໄປສຶກສາເບິ່ງຂະບວນກຳມະກອນໃນເອີລົບຕາເວັນຕົກ, ວັນທີ່ 29.1.1900 ທ່ານເລນິດໄດ້ພົ້ນອອກຈາກການເນລະເທດແລ້ວກັບຄືນໄປເຕກບວກເພື່ອສືບທອດຕໍ່ການປະຕິວັດ, ວັນທີ່ 17.7.1900 ຈົນຮອດ ເດືອນ 4 ປີ 1917ແມ່ນໄລຍະເວລາທີ່ ທ່ານ ເລນິນ ດໍາລົງຊີວິດ ແລະ ເຄື່ອນໄຫວຢູ່ ຕ່າງປະເທດເພື່ອພາລະກິດປະຕິວັດຂອງຊົນຊັ້ນກຳມະກອນລັດເຊຍ ແລະ ກຳມະກອນ ແມ່ນໄລຍະ ການຕໍ່ສູ້ ແລະ ນຳພາຂອງພັກສັງຄົມປະຊາທິປະໄຕ ກຳມະກອນລັດເຊຍ.
ພາຍຫລັງການປະຕິວັດ ປະຊາທິປະໄຕນາຍທືນໃນ ເດືອນ ກູມພາ ປີ 1917 ໄດ້ຮັບໄຊຊະນະ ແລະ ການສ້າງລັດຖະບານຊົ່ວຄາວຂອງຊົນຊັ້ນນາຍທືນ ໃນລັດເຊຍແລ້ວ ທ່ານ ເລນິນ ກໍ່ໄດ້ກັບມາປະເທດຊາດ ໃນວັນທີ່ 3.4.1917 ເພື່ອນຳພາການປະຕິວັດສັງຄົມເດືອນ ຕຸລາ ປີ 1917 ດ້ວຍຕົນເອງ.
ພາຍຫລັງມະຫາປະຕິວັດສັງຄົມນິຍົມເດືອນ ຕຸລາ ປີ 1917 ທ່ານ ເລນິນໄດ້ນຳພາໃນການສ້າງຕັ້ງລັດພະເດັດກຳມະຊີບ ສ້າງຕັ້ງລະບອບພະເດັດກຳມະຊີບພາຍໃຕ້ການນຳພາຂອງພັກກອມມູນິດນຳພາປະຊາຊົນໂຊວຽດ ຕ້ານສົງຄາມໂລກຄັ້ງທີ່ I ແລະ ແກ້ໄຂບັນຫາຕ່າງໆຂອງອຳນາດລັດແບບໃໝ່.
ທ່ານເລນິນໄດ້ສ້າງຕັ້ງສາກົນທີ່ II ຂື້ນໃນວັນທີ່ 2.3.1919 ທີມົດສະກູເພື່ອສືບທອດພາລະກິດປະຕິວັດຂອງສາກົນທີ່ I,II ຢູ່ໃນເງື່ອນໄຂ ປະຫວັດສາດໃໝ່, ທ່ານ ເລນີນ ເປັນຜູ້ສືບທອດພາລະກິດຂອງ ທ່ານ ກາກມາກ ແລະ ທ່ານ ອັງແກນ, ໃນການເສີມຂະຫຍາຍ ລັດທິມາກຢ່າງປະດິດສ້າງຂ້ືນເຂົ້າການປະຕິວັດລັດເຊຍແຕ່ປີ 1810 – 1924 ທັດສະນະປະດິດສ້າງຂອງເພີ່ນສະແດງໃຫ້ເຫັນຢູ່ບົດນິພົນຄົບຊູດທຳອິດໃນປື້ມເພື່ອນຂອງປະຊາຊົນແມ່ນຫຍັງ ຈະຕໍ່ສູ້ຕ້ານກັບນັກສົງຄາມປະຊາທິປະໄຕ.
ບົດທີ 5
ບັນດາກົດເກນພື້ນຖານຂອງວິທີສັດຈະວິພາກ
1.ຫຼັກມູນພື້ນຖານກຽ່ວກັບສັດຈະວິພາກມີ 2 ຫລັກມູນຄື:
1 ຫລັກມູນການພົວພັນທົ່ວໄປຂອງສິ່ງວັດຖຸ ແລະ ປະກົດການການພົວພັນທົ່ວໄປແມ່ນ: ການຜູກມັດກັນກະທົບເຊິ່ງກັນແລະກັນຂື້ນຕໍ່ກັນ.ອັນນີ້ເອົາອັນອື່ນເປັນເງືອນໄຂເພືອການຄົງຕົວຂອງຕົນ ຖ້າອັນນີ້ມີການປຽ່ນແປງກໍ່ຈະເຮັດໃຫ້ອັນອື່ນມີການປຽ່ນແປງໄປນຳ.
ການພົວພັນຂອງສິ່ງວັດຖຸ ແລະ ປະກົດການສະແດງອອກຢູ່ໃນກາລະເທສະ. ການສະແດງອອກໃນກະລະ (ເວລາ) ແມ່ນການກະທົບເຊິ່ງກັນ ແລະ ກັນ ຂື້ນຕໍ່ກັນໃນຂະບວນວິວັດຢູ່ໃນໄລຍະແຫ່ງການຂະຫຍາຍຕົວທີ່ແຕກຕ່າງກັນຂອງບັນດາສິ່ງວັດຖຸແລະ ປະກົດການການສະແດງອອກທາງດ້ານເທສະ (ສະຖານທີ່) ແມ່ນການກະທົບເຊິ່ງກັນ ແລະ ກັນລະຫວ່າງວັດຖຸ ແລະປະກົດການຢູ່ໃນທີ່ຕັ້ງຕ່າງກັນ. ການພົວພັນ ແລະ ຄຸນປະໂຫຍດຂອງມັນ.
ບັນດາສິ່ງວັດຖຸ ແລະ ປະກົດການຢູ່ໃນໂລກພາວະວິໄສມີຫຼາຍຮູບຫຼາຍສີທີ່ແຕກຕ່າງກັນ.ມັນມີຄຸນປະໂຫຍດຕ່າງກັນມັນກຳເນີດຂື້ນໃນເງື່ອນໄຂແລະສະພາບແວດລ້ອມຕ່າງກັນດັ່ງນັ້ນຈິ່ງມີກັນພົວພັນກັນເຊັ່ນ:
- ການພົວພັນພາບໃນ ແລະ ການພົວພັນພາຍນອກ
- ການພົວພັນທາງກົງ ແລະ ທາງອ້ອມ
- ການພົວພັນທາດແທ້ ແລະ ບໍ່ແມ່ນທາດແທ້
- ການພົວພັນລະຫວ່າງອັນລວມ ແລະ ອັນສະເພາະ
2.ຫລັກມູນກ່ຽວກັບການຂະຫຍາຍຕົວຂອງສິ່ງວັດ ແລະ ປະກົດການ
ການຂະຫຍາຍຕົວ ແມ່ນ: ການຫັນປ່ຽນຂອງສິ່ງວັດຖຸແລະປະກົດການທີ່ກ່າວຂື້ນແຕ່ສູງຫາຕໍ່າ.ແຕ່ອັນງ່າຍດາຍໄປຫາອັນສັບສົນ
ຕົວຢ່າງ: ການປ່ຽນແປງແລະການຂະຫຍາຍຕົວຂອງຄົນແຕ່ນ້ອຍຫາໃຫ່ຍຄວາມແຕກຕ່າງລະຫວ່າງການເຄືອນເໜັງ ແລະ ການຂະຫຍາຍຕົວ.
ການເຄືອນເໜັງ ແມ່ນການປ່ຽນແປງທີ່ເວົ້າລວມ: ໝາມຄວາມວ່າແມ່ນການປ່ຽນແປງໄປຕາມທິດທີ່ກ້າວຂື້ນ ຫຼື ຕາມທິດລົງຄ້ອຍຖ້ອຍຫລັງຂອງວັດຖຸ ແລະ ປະກົດການ.
ຕົວຢ່າງ: ການລະເມີດລະບຽງກົດໝາຍການຂະຫຍາຍຕົວແມ່ນ: ການເຄືອນເໜັງໄປຕາມທ່າອຽງທີ່ແນ່ນອນມີລັກສະນະກ້າວຂື້ນເທົ່ານັ້ນ.
ຕົວຢ່າງ: ປະເທດຊາດເຮົາແຕ່ກ່ອນຍັງບໍ່ທັນຈະເລີນມາຮອດປະຈຸບັນປະເທດຊາດເຮົາໄດ້ມີການພັດທະນາ ແລະ ຂະຫຍາຍຕົວຈະເລີນຂື້ນເທື່ອລະກ້າວ.
ບົດທີ 6
ບັນດາພື້ນຖານຂອງວິທີສັດຈະວິພາກ
1.ກົດເກນແມ່ນຫຍັງ ?
ການພົວພັນທາດແທ້ແນ່ນອນຈຳເປັນມີຫລັກສະນະປົກກະຕິຊ້ຳໄປຊ້ຳມາຂອງບັນດາສິ່ງວັດຖຸ ແລະ ປະກົດການສິ່ງດັ່ງກ່າວເຫຼົ່ນນັ້ນມີການປ່ຽນແປງໄດ້ຍາກ. ຕົວຢ່າງ: ກົດເກນຂອງມະນຸດມີ ເກີດ ແກ່ ເຈັບແລະຕາຍ
2. ການພົວພັນກົດເກນແມ່ນຫຍັງ ?
ບັນດາວັດຖຸ ແລະ ປະກົດການພົວພັນທີ່ສຸດແຕ່ກໍ່ບໍ່ ແມ່ນວ່າການພົວພັນອັນໃດກໍ່ເປັນກົດເກນໄດ້ໝົດ. ມີແຕ່ການພົວພັນທີ່ເປັນທາດແທ້ພາຍໃນທ່າອຽ່ງຂະໝາດຕົ້ນຕໍຂອງສິ່ງວັດຖຸ ແລະ ປະກົດການທີເປັນກົດເກນ.
3. ກົດເກນເອກະພາບ ແລະ ຕໍ່ສູ້ລະຫວ່າງດ້ານກົງກັນຂ້າມແມ່ນຫຍັງ ?
ກົດເກນເຫ໌່ານີ້ມີບົດບາດເປີດຊ່ອງທາງໃຫ້ແກ່ຕົ້ນກຳເນີດ ແລະ ເປັນກຳລັງໝູນຢູ່ພາຍໃນ ເຮັດໃຫ້ສິ່ງວັດຖຸແລະປະກົດການມີການຂະຫຍາຍຕົວ. ຕົວຢ່າງ: ພໍ່ແມ່ ຜິດຖ່ຽງກັນແຕ່ໃນທີ່ສຸດກໍ່ຍັງເອກະພາບກັນ
4.ບັນດາກົງກັນຂ້າມເວລາໃດກໍ່ມີທ່າຂະຫຍາຍຕົວກົງກັນຂ້າມກັນປະທະກັນ, ປະຕິເສດກັນກຳຈັດຜັດປ່ຽນເຊິ່ງກັນ ແລະ ກັນບັນຫາດັ່ງກ່າວໃນປັດຊະຍາເອີ້ນວ່າ: ບັນດາກົງກັນຂ້າມກັນ.
5 .ຄວາມເປັນເອກະພາບຂອງບັນດາດ້ານກົງກັນຂ້າມ:
ໃນສິ່ງວັດຖຸແລະປະກົດການໜຶ່ງໆລ້ວນແຕ່ປະກອບດ້ອຍຫຼາຍດ້ານປັດໃຈທີແຕກຕ່າງກັນແຕ່ໃນນັ້ນມີສອງດ້ານທີເປັນໃຈພື້ນຖານກ່ວາໝູ່ບັນດາດ້ານຕ່າງໆ ເຫຼົ່ານັ້ນມີຜົນກະທົບເຊິ່ງແລະກັນ,ຜູກມັດກັນສະເໝີ,ດ້ານນີ້ຖືເອົາດ້ານອື່ນເພື່ອເປັນເງືອນໄຂໃຫ້ແກ່ການຄົງຕົວຂອງຕົນເອງ.
6.ການຕໍ່ສູ້ບັນດາດ້ານກົງກັນຂ້າມ:
ທຸກສິ່ງວັດຖຸແລະປະກົດການລ້ວນແຕ່ບັນຈຸສອງດ້ານທີ່ກົງກັນຂ້າມກັນ,ບັນດາດ້ານກົງກັນຂ້າມກັນ ມີການກະທົບເຊິ່ງກັນແລະກັນ,ປະທະກັນ,ຈຳກັດກັນ,ປະຕິເສດຕໍ່ກັນ,ຜັນປ່ຽນເຊິ່ງກັນແລະກັນ,ອັນນີ້ເຮັດໃຫ້ອັນອື່ນປ່ຽນແປງແລະຂະຫຍາຍຕົວຈາກຮູບຮ່າງນີ້ໄປສູ່ຮູບຮ່າງອື່ນ
7. ກົດເກນການຫັນປ່ຽນແຕ່ການປ່ຽນແປງດ້ານປະລິມານກາຍເປັນການປ່ຽນແປງທາງດ້ານຄຸນນະພາບກົງກັນຂ້າມ.
ຄວາມສຳນຶກທີ່ຊີ້ບອກລັກສະນະປະຈຳຕົວທີ່ມີມາແຕ່ເດີມຂອງສີ່ງວັດຖຸ ແລະ ປະກົດການແມ່ນລັກສະນະລວມແລະລັກສະນະປະຈຳຕົວທີ່ມີມາແຕ່ເດີມເພື່ອຈຳແນກສີ່ງວັດຖຸແລະປະກົດການອື່ນໆ.
ຄວາມສຳນຶກທີ່ຊີ້ບອກລັກສະນະປະຈຳຕົວທີ່ມີມາແຕ່ເດີມຂອງສີ່ງວັດຖຸແລະປະກົດການມັນບໍ່ໄດ້ເວົ້າແຈ້ງຄວາມແຕກຕ່າງກັນທາງດ້ານພື້ນຖານຂອງສິ່ງວັດຖຸນີ້ກັບສິ່ງວັດຖຸອື່ນ.ມັນມີແຕ່ເວົ້າເຖິງຂອບເຂດໃຫ່ຍ,ນ້ອຍ,ຕຳ,ສູງຈຳນວນໜອ້ຍຫຼືຈຳນວນຫຼາຍຂອງສິ່ງວັດຖຸແລະປະກົດການເທົ່ານັ້ນ.
8.ການພົວພັນລະຫ່ວາງປະລິມານ ແລະ ຄຸນນະພາບ.
ປະລິມານ ແລະ ຄຸນນະພາບມີການພົວພັນນຳກັນແບບສັດຈະວິພາກ.ພວກມັນຄົງຕົວຢູ່ໃນວັດຖຸອັນດຽວກັນ. ການປ່ຽນແປງທາງດ້ານຄຸນນະພາບຈະເຮັດໃຫ້ສິ່ງວັດຖຸແລະປະກົດການປ່ຽນແປງໄປສູ່ທາດໃໝ່,ແຕ່ການປ່ຽນແປງທາງດ້ານປະລິມານຢູ່ໃນລະດັບໜຶ່ງທີ່ແນ່ນອນຍັງບໍ່ທັນເຮັດໃຫ້ສິ່ງວັດຖຸປ່ຽນແປງໄປສູ່ສີ່ງວັດຖຸອື່ນເທື່ືອ.
9. ການປະຕິເສດຊ້ອນປະຕິເສດ.
ແມ່ນໜື່ງໃນສາມກົດເກນຂອງສັດຈະວະພາກທີ່ໄດ້ເວົ້າເຖິງທ່າອຽ່ງຂະຫຍາຍຕົວຂອງສິ່ງວັດຖຸ ແລະ ປະກົດການໃນໂລກພາວະວິໄສ.ມັນແມ່ນຂີດໝາຍບາດກ້າວທີ່ສຳຄັນໃນຂະບວນວິວັດແລະການກຳນົດຂອບເຂດ (ຕອ່ງໂສ້) ຕິດຕໍ່ກັນລະຫ່ວາງອັນເກົ່າແລະອັນໃໝ່.
10. ການປະຕິເສດແບບສັດຈະວິພາກແມ່ນ:
ການປ່ຽນແປງແທນອັນເກົ່າມາເປັນອັນໃໝ່ ແຕ່ບົນຖານອັນເກົ່າ ເນື່ອງວ່າໂລກພາວະວິໄສມີການເຄືອນເໜັງ ແລະ ຂະຫຍາຍຕົວເລື້ອຍໆອັນເກົ່ໝົດໄປອັນໃໝ່ເກີດມາແທນ.
ບົດທີ 7
ບັນດາມາດຕະເກນພື້ນຖານຂອງສັດຈະວິພາກວັດຖຸນິຍົມ
1.ມາດຕະເກນປັດຊະຍາແມ່ນ:
ບັນດາຄວາມສຳນຶກລວມທີສຸດເຊິ່ງຊ່ອງແສງເຖິງບັນດາດ້ານ,ບັນດາລັກສະນະປະຈຳຕົວທີມີມາແຕ່ເດີມ,ບັນດາການພົວພັນພື້ນຖານແລະແຜ່ຫຼາຍທົ່ວໄປໂລກພາວະວິໄສ.
2.ມາດຕະເກນເກີດຂື້ນແນວໃດ?
ມາດຕະເກນເກີດຂື້ນຈາກພຶດຕິກຳຂອອງຄົນເຮົາ. ເຊິ່ງໃນພຶດຕິກຳນັ້ນຄົນເຮົາຮູ້ກ່ຽວກັບໂລກ ແລະ ກະທົບໃສ່ໂລກໃນຂະບວນວິວັດແຫ່ງການສ້າງຄວາມຮັບຮູ້ກ່ຽວກັບໂລກນັ້ນ ແມ່ນຂະບວນແຫ່ງການສຳນຶກລວມ. ຄວາມສຳນຶກລວມນັ້ນເອີ້ນວ່າ: ມາດຕະເກນ
3.ບັນດາຄູ່ມາດຕະເກນມີການພົວພັນກັນແນວໃດ?
ການພົວພັນສັດຈະວິພາກລະຫວ່າງອັນລວມ ແລະ ອັນສະເພາະ:
- ອັນສະເພາະມີແຕ່ການຄົງຕົວຢູ່ໃນການພົວພັນກັບອັນລວມ.ບໍ່ວ່າອັນສະເພາະໃດໆກໍລ້ວນແຕ່ມີອັນລວມ
- ອັນລວມພຽງແຕ່ຄົງຕົວຢູ່ໃນສະເພາະແລະສະແດງອອກໃນສະເພາະ
- ອັນລວມແມ່ນ: ພາກສ່ວນໜຶ່ງຂອງອັນສະເພາະ,ອັນສະເພາະບໍ່ໄດ້ສັງລວມຢູ່ໃນສັງຄົມຢ່າງສົມບູນ
2.ການພົວພັນລະຫວ່າງສາເຫດ ແລະ ໝາກຜົນ:
ລັກສະນະພາວະວິໄສຂອງການພົວພັນສາເຫດ ແລະ ໝາກຜົນມີບັນດາສິ່ງວັດຖຸ ແລະ ປະກົດການມີການກະທົບເຊິ່ງກັນ ແລະກັນ. ບໍ່ມີສິ່ງວັດຖຸໃດ ແລະ ປະກົດການໃດໆປະກົດຂື້ນໂດຍປັດຊະຍາ ແລະ ສາເຫດ ພວກເຮົາບໍ່ສາມາດຊອກຫາສາເຫດຂອງສິ່ງວັດຖຸ ແລະ ປະກົດການຢູ່ນອກຄວາມເປັນຈິງຂອງພາວະວິໄສສາເຫດເວລາໃດກໍມີກ່ອນໝາກຜົນ. ໝາກຜົນເກີດຂື້ນຕາມຫລັງສາເຫດ ທຳມະດາໝາກຜົນອັນໜຶ່ງມັນບໍ່ ແມ່ນສາເຫດອັນດຽວ ແລະ ສາເຫດອັນໜຶ່ງກໍ່ບໍ່ແມ່ນໝາກຜົນອັນດຽວ.
3. ຄວາມເປັນເອກະພາບລະຫວ່າງອັນແນ່ນອນແລະອັນບັງເອີນສະແດງອອກດັ່ງນີ້:
- ອັນແນ່ນອນຍາມໃດກໍຂີດເສັ້ນທາງເດີນໃຫ້ແກ່ຕົນເອງໂດຍຜ່ານອັນບັງເອີນ ແລະ ຍາມໃດກໍແມ່ນຮູບການສະແດງອອກອັນແນ່ນອນ
- ເຂດແດນລະຫວ່າງອັນແນ່ນອນແລະອັນບັງເອີນມີລັກສະນະສຳພັດຖານ(ຊົ່ວຄາວ)ເທົ່ານັ້ນ
- ອັນແນ່ນອນແລະອັນບັງເອີນຈະຜັນປ່ຽນບ່ອນໃຫ້ແກ່ກັນຢູ່ໃນເງືອນໄຂອັນແນ່ນອນໃດໜຶ່ງ
4. ການພົວພັນລະຫວ່າງເນື້ອໃນ ແລະ ຮູບການ:
ເນື້ອໃນ ແລະ ຮູບການເປັນຮູບການເອກະພາບໜຶ່ງບໍ່ວ່າແນວໃດກໍສະແດງອອກພາຍໃຕ້ຮູບການອັນໜຶ່ງທີ່ແນ່ນອນບໍ່ວ່າສິ່ງວັດຖຸໃດກໍ່ມີທັງເນື້ອໃນ ແລະ ຮູບການເນື້ອໃນໜຶ່ງອາດສະແດງດ້ວຍຫລາຍຮູບການ ຮູບການໜຶ່ງອາດສະແດງເຖິງຫຼາຍເນື້ອໃນ.
ໃນສິ່ງວັດຖຸໃດໜຶ່ງເນື້ອໃນຕັດສີ້ນຮູບການ. ຕັດສິ້ນແບບວິທີຈັດວ່າງຊັບຊ້ອນ ແລະ ແບບວິທີສະແດງອອກເຊັ່ນ: ຕໍ່ໃນເນື້ອໃນການດຳລົງຊິວິດຂອງຄົນ ຕັດສິນບັນຫາຮູບການດຳລົງຊິວິດ ແລະ ການພົວພັນສັງຄົມຂອງຄົນ ເນື້ອໃນປ່ຽນແປງມັນຮຽກຮ້ອງໃຫ້ຮູ້ການປ່ຽນແປງໄປ.
ຮູບການເວລາໃດມັນກໍກະທົບໃສ່ເນື້ອໃນຢ່າງເປັນປະຈຳ ອາດຂະຫຍາຍເນື້ອໃນບິດເບື່ອນເນື້ອໃນ ຫຼື ອາດຈະມ້າງເພເນື້ອໃນເມືອມັນບໍ່ສ່ອດຄ່ອງກັບເນື້ອໃນ
ດັ່ງນັ້ນຖ້າຮູ້ແກ້ໄຂຂໍ້ຂັດແຍ່ງລະຫວ່າງເນື້ອໃນ ແລະ ຮູບການຢ່າງທັນເວລາກໍ່ຈະເຮັດໃຫ້ສິ່ງວັດຖຸຂະຫຍາຍຕົວຢ່າງວ່ອງໄວເວລາກົງກັນຂ້າມ.
5.ການພົວພັນລະຫວ່າງທາດແທ້ ແລະ ປະກົດການ:
ທາດແທ້ ແລະ ກົດການແມ່ນສອດຄ່ອງດ້ານທີ່ເປັນເອກະພາບກັນ ນອນຢູ່ໃນສິ່ງວັດຖຸໜຶ່ງ ແລະ ມີການພົວພັນແບບສັດຈະວິພາກນຳກັນ ທາດແທ້ສະແດງອອກໂດຍຜ່ານປະກົດການຍາມໃດກໍ່ແມ່ນການສະແດງແບບທາດແທ້.
6.ການພົວພັນລະຫວ່າງຄວາມອາດສາມາດ ແລະ ຄວາມເປັນຈິງ
- ຄວາມເອກະພາບກັນລະຫວ່າງຄວາມອາດສາມາດ ແລະ ຄວາມເປັນຈິງເມື່ອສິ່ງວັດຖຸໃໝ່ (ແມ່ນຄວາມເປັນຈິງໃໝ່)ແລະກໍແມ່ນຄວາມອາດສາມາດໃໝ່ ກໍ່ຈະຫັນກາຍເປັນຄວາມຈິງໃນເງືອນໄຂທີ່ເໝາະສົມ
- ຄວາມອາດສາມາດຈະຫັນກາຍເປັນຈິງ ເງືອນໄຂທີ່ເໝາະສົມບໍ່ແມ່ນທຸກຄວາມສາມາດຈະກາຍເປັນຈິງໄດ້.
- ມີເງືອນໄຂທີ່ແນ່ນອນມີຫລາຍຄວາມອາດສາມາດທີບໍ່ແນ່ນອນ ບໍ່ແມ່ນມີແຕ່ຄວາມອາດສາມາດດຽວເຊັ່ນ: ການຍິ່ງເປົ້າບໍຖືກຈຸດໃດໜຶ່ງຕ້ອງຖືກຈຸດໜຶ່ງນີ້ແມ່ນຫຼາຍຄວາມອາດສາມາດ
- ເວລາເງື່ອນໄຂເກີດຂື້ນໃໝ່ໃນສິ່ງວັດຖຸກໍ່ຈະປະກົດຂື້ນມີຄວາມອາດສາມາດໃໝ່ເກີດຂື້ນນອກຈາກຄວາມອາດສາມາດທີ່ເກີດຂື້ນທີ່ມີຢູ່ແລ້ວ.
7.ຈົ່ງຈຳແນກການພົວພັນສັດຈະວິພາກຂອງມາດຕະເກນ:
ບັນດາຄູ່ມາດຕະເກນພື້ນຖານ ຂອງສັດຈະວິພາກຍັງມີໝ້າທີ່ຄົ້ນຄ້ວາປະກອບເພີ່ມເຕີ່ມໃຫ້ແກ່ບັນດາພື້ນຖານອີກ ສິ່ງທີ່ບັນດາສາມກົດເກນພື້ນຖານຍັງບໍ່ທັນໄດ້ເວົ້າເຖິງ ແຕ່ພວກມັນກໍ່ບໍ່ຄວນເຂົ້າໃຈວ່າບັນດາຄູ່ມາດຕະເກນນີ້ມີລັກສະນະສົມບູນຄົບຖ້ວນ ເປັນຈິງທັງໝົດຂອງພາວະວິໄສ ພວກເຮົາຍັງມີໜ້າທີ່ຄົ້ນຄ້ວາຊອກຮູ້ບັນຫາສາມມາດຕະເກນຕື່ມອີກ.
ບົດທີ່ 8
ທິດສະດີຄວາມຮັບຮູ້
1.ທາດແທ້ຂອງຄວາມຮັບຮູ້ ແລະ ທິດສະດີຂອງຄວາມຮັບຮູ້
ການສ່ອງແສງຄວາມເປັນຈິງພາວະວິໄສຢ່າງສັດຈະວິພາກຕັ້ງໜ້າແຕ່ປະກົດການເຖິງທາດແທ້ຜ່ານການເຄືອນໄຫວພຶດຕິກຳຕົວຈິງເພືອຮັບຮູ້ແລະດັດສ້າງໂລກ.
- ທິດສະດີແຫ່ງຄວາມຮັບຮູ້ແມ່ນ:
ທິດສະດີກ່ຽວກັບກຳລັງຄວາມສາມາດຂອງຄົນເຮົາໃນການເຂົ້າໃຈພາວະວິໄສພື້ນຖານແກ້ໄຂບັນຫາພື້ນຖານປັດຊະຍາຢ່າງຖືກຕ້ອງ.
2. ເນືອໃນພຶດຕິກຳໃນຂະບວນວິວັດຂອງຄວາມຮັບຮູ້ກ່ອນອື່ນໝົດແມ່ນ:
ການອອກແຮງງານຜະລິດວັດຖຸສິ່ງຂອງເພືອຮັບໃຊ້ຊິວິດ ຂອງຄົນເຮົາໃນການອອກແຮງງານການຜະລິດຄົນເຮົາພຽງແຕ່ກະທົບໃສ່ໂລກທຳມະຊາດເທົ່ານັ້ນ ແຕ່ຍັງມີການພົວພັນລະຫວ່າງຄົນກັບຄົນອີກດ້ວຍ ຍ້ອນການຜະລິດມີລັກສະນະສັງຄົມຄວາມຮັບຮູ້ຂອງຄົນຄົນເຮົາຍັງອີງໃສ່ການສັງເກດ, ຄົ້ນຄວ້າທົດລອງວິທະຍະສາດເປັນໜຶ່ງທີ່ສຳຄັນຂອງພຶດຕິກຳ
3.ເນື້ອໃນ ແລະ ລັກສະນະຕ່າງໆຂອງສັດຈະວິພາກ.
- ສັດຈະວິພາກແມ່ນ ຄວາມຮັບຮູ້ທີສອດຄ່ອງກັບຄວາມເປັນຈິງພາວະວິໄສ ແລະ ໄດ້ຮັບການທົດສອບດ້ວຍພຶດຕິກຳຕົວຈິງ.ຍ້ອນແນວນັ້ນນິຍາມສັດຈະທຳຂື້ນກັບຄວາມຮັບຮູ້ຂອງໂລກພາວະວິໄສ. ສັດຈະທຳບໍ່ຄົງຕົວດ້ວຍຕົວເອງຫຼືມີມາກ່ອນຢູ່ບ່ອນໃດບ່ອນໜຶ່ງ ແລະ ຄົນເຮົາມີພຽງແຕ່ການສັງເກດການແລະວາດພາບບັນດາສັດຈະທຳເທົ່ານັ້ນ
- ສັດຈະທຳພາວະວິໄສແມ່ນ ປັນຍາຄວາມຮັບຮູ້ທີ່ສອດຄ່ອງກັບກົດເກນພາວະວິໄສບໍ່ຂື້ນກັບຈິດໃຈຂອງຄົນເຮົາ
- ສັດຈະທຳສົມບູນແມ່ນ ຄວາມຮັບຮູ້ທີສ່ອງແສງເຖິງໂລກພາວະວິໄສຢ່າງຄົບຖ້ວນຮອບດ້ານ ແລະ ແນ່ນອນທີ່ສຸດເຊິ່ງສະແດງຕົວອອກເປັນຈຸດໝາຍແຫ່ງຄວາມຮັບຮູ້ວິທະຍາສາດແຕ່ໃນຕົວຈິງບໍ່ອາດບັນລຸໄດ້.
- ສັດຈະທຳພັດແມ່ນ ຄວາມຮັບຮູ້ສ່ອງແສງເຖິງໂລກພາວະວີໄສຖືກຕ້ອງແຕ່ບໍ່ທັນຮອບດ້ານບໍ່ທັນຄົບຖ້ວນ ບໍ່ທັນແນ່ນອນມັນອາດຖືກຕ້ອງໃນເງືອນໄຂສະພາບແວດລ້ອມໃດໜຶ່ງ.
- ສັດຈະທຳຮູບປະທຳແມ່ນ ປັນຍາຄວາມຮູ້ທີ່ສອດຄອ່ງກັບສິ່ງວັດຖຸປະກົດການອັນລະອຽດຕົວຈິງໃດໜຶ່ງຂອງຄົນເປັນຈິງພາວະວິໄສ.
ບົດທີ 9
ທິດສະດີຊົນຊັ້ນແລະກົດເກນການຕ່ໍ່ສູ້ຊົນຊັ້ນ
1. ຊົນຊັ້ນແມ່ນຫຍັງ? ຈົ່ງອະທິບາຍ ແລະ ໃຫ້ຄວາມໝາຍຂອງຊົນຊັ້ນ
ຊົນຊັ້ນແມ່ນ:
ບັນດາກຸ້ມກວ້າງຂວາງກຸ້ມຄົນເຫຼົ່ານີ້ຕ່າງກັນທາງດ້ານຖານະຢູ່ໃນລະບົບການຜະລິດຂອງສັງຄົມທີ່ແນ່ນອນໃດໜຶ່ງ ຜ່ານປະຫວັດກຳນົດໃຫ້ຕ່າງກັນກັບການພົວພັນນຂອງເຂົາຕໍ່ພາຫະນະການຜະລິດຕ່າງກັນທາງດ້ານວິທີຊົມໃຊ້ສິ່ງວັດຖຸໜອ້ຍຫຼືຫຼາຍ ຊົນຊັ້ນແມ່ນບັນດາກຸ້ມຄົນນີ້ອາດຍຶດເອົາແຮງງານຂອງຄົນອື່ນ, ຍ້ອນວ່າກຸ້ມຄົນເຫຼົ່ານີ້ມີຖານນະຕ່າງກັນໃນລະບອບເສດຖະກິດສັງຄົມອັນແນ່ນອນ.
ລັກສະນະພິເສດທີເປັນພື້ນຖານຂອງຊົນຊັ້ນມີຄື:
- ບັນດາຊົນຊັ້ນຄົນມີຫຼັກສະນະຕ່າງກັນໃນລະບົບການຜະລິດຂອງສັງຄົມແນ່ນອນ
- ບັນດາຊົນຊັ້ນຄົນທີ່ມີການພົວພັນຕ່າງກັນກ່ຽວກັບພະຫະນະຜະລິດຂອງສັງຄົມ
- ບັນດາຊົນຊັ້ນແບບວິທີແລະຂະໜາດລາຍຮັບຕ່າງກັນຕໍກັນກັບວັດຖຸສິ່ງຂອງຂອງສັງຄົມ
- ບັບດາຊົນຊັ້ນມີບົດບາດຕ່າງກັນໃນການຈັດຕັ້ງແຮງງານຂອງສັງຄົມ
2.ຊົນຊັ້ນມີຕັ້ນກຳເນີດ ແລະ ໂຄງສ້າງແນວໃດ?
ປັດຖົມປັດໃຈທີສຳຄັນທີ່ສຸດ ພາໃຫ້ບັນດາຊົນຊັ້ນປະກົດຕົວມານັ້ນແມ່ນການຂະຫຍາຍຕົວຂອງກຳລັງການຜະລິດທີນຳໃຊ້ໄປເຖິງການກຳເນີດມີການຜະລິດຕະພັນສ່ວນເກີນມີການແບ່ງງານມີການແປງປ່ຽນແລະເກີດມີກຳມະສິດສ່ວນຕົວຕໍ່ພາຫະນະການຜະລິດບົດບາດສຳຄັນທີ່ສຸດແມ່ນການແບ່ງງານສັງຄົມ.
ໃນຫຼາຍສັງຄົມຂ້າທາດ ແມ່ນສັງຄົມທຳອິດທີມີຊົນຊັ້ນ. ຊົນຊັ້ນຂ້າທາດແມ່ນຊົນຊັ້ນກົດຂີ່ຂູດຮີດ ນັ້ນໃນເບື້ອງຕົ້ນໄດ້ສ້າງຂື້ນມາຍ້ອນກອມມູນນິດປະຖົມບູຮານມີການຜັນແຍກຄົນອອກຈາກເຈົ້າຂຸນມຸນນາຍເຊັ່ນ:ນັກບວດ, ເຈົ້າກົກ, ແມ່ທັບ..
3.ບັນດາຮູບການຕໍ່ສູ້ຊົນຊັ້ນມີຈັກຮູບການແຕ່ລະຮູບການມີແນວໃດ?
ຮູບການຕໍ່ສູ້ຊົນຊັ້ນມີ 3 ຮູບການຄື:
- ການຕໍ່ສູ້ທາງດ້ານເສດຖະກິດແມ່ນ ການຕໍ່ສູ້ຊົນຊັ້ນຄັ້ງທຳອິດຂອງຊົນຊັ້ນກຳມະຊີບ ຮູບການນັ້ນມີລັກສະນະເກີດຂື້ນເອງຂອງບັນດາກຳມະກອນຢູ່ໃນແຕ່ລະໂຮງຈັກ, ໂຮງງານຂອງນາຍທຶນ
- ການຕໍ່ສູ້ທາງດ້ານການເມືອງແມ່ນ ຮູບການຕໍ່ສູ້ສູງສຸດຂອງການຕໍ່ສູ້ຊົນຊັ້ນ. ໜ້າທີ່ພື້ນຖານຂອງການຕໍ່ສູ້ທາງດ້ານການເມືອງຂອງຊົນຊັ້ນກຳມະຊີບ ແມ່ນດັບສູນກົງຈັກແຫ່ງລັດຂອງນາຍທຶນ ແລ້ວສ້າງຜະດິດກຳມະຊີບເພືອສ້າງຂະບອບສັງຄົມນິຍົມໃຫ້ສຳເລັດ.
- ການຕໍ່ສູ້ທາງດ້ານແນວຄິດມີຄວາມໝາຍ ທີສຸດເພາະວ່າຊົນຊັ້ນກຳມະຊີບ ບໍ່ອາດສາມາດສຳເສັດຜົນໄດ້ພາລະກຳປະຫວັດສາດຂອງຕົ້ນ ບໍ່ສາມາດປົດປ່ອຍຕົນເອງ ແລະ ປົດປອ່ຍປະຊາຊົນຜູ້ອອກແຮງງານທັງໝົດອອກຈາກການຂູດຂີ່ກົດຮີດໄດ້ ບໍ່ອາດສ້າງລັດທິສັງຄົມນິຍົມໃຫ້ສຳເລັດຜົນໄດ້ຖ້າຫາກຊົນຊັ້ນກຳມະຊີບບໍ່ໄດ້ປະກອບດ້ວຍແນວຄິດປະຕິວັດແລະທິດສະດີປະຕິວັດ.
4. ບັນດາຊົນຊັ້ນ ແລະ ຊັ້ນຄົນໃນລາວມີແນວໃດ?
- ຊົນຊັ້ນກຳມະກອນເຖິງວ່າຊົນຊັ້ນ ນີ້ມີຈຳນວນຜົນໜ້ອຍແຕ່ເຂົາກໍ່ມີບົດບາດຕໍ່ການຂະຫຍາຍຕົວຂອງເສດຖະກິດແຫ່ງຊາດເຊິ່ງປະກອບດ້ວຍ ຜູ້ອອກແຮງງານການຜະລິດວັດຖຸໂດຍກົງຕາມໂຮງຈັກໂຮງງານ ແລະ ວິສາຫະກິດແຫ່ງຊາດຕ່າງໆ.
- ຊົນຊັ້ນຊາວນາ(ຊາວກະສິກອນ)ປະກອບດ້ວຍມີເຮັດໄຮ່,ເຮັດນາ,ເຮັດສວນລ້ຽງສັດເປັນອາຊີບ.
- ຊົນຊັ້ນນັກຮຽນຮູ້ປັນຍາຊົນ ມີບົດສຸກຍູ້ການຜະລິດການປົກປັກຮັກສາຄວາມສະຫງົບຂອງຊາດຂະຫຍາຍວິທະຍາສາດ. ວິທະຍາກອນຕ່າງໆແລະສົ່ງເສີມຄວາມຢູ່ດີກິນດີທາງດ້ານວັດຖຸ ແລະ ຈິດໃຈເປັນກຳລັງກາຍຂອງພົນລະເມືອງທັງຊາດ.
- ຜູ້ເອກະເທດປະກອບມີນາຍຊ່າງອຸດສາຫະກຳ.ສ້ອມແປງຂະໜາດໜ້ອຍ.ການຄ້າໜ້ອຍການບໍ່ລິການຂົ່ນສົ່ງ.ພາກສ່ວນມີກຳມະສິດເປັນເຈົ້າຕົນເອງແລະເປັນຜູ້ອອກແຮງງານໂດຍກົງ.
- ພາກສ່ວນເຈົ້າຊັບມີເຈົ້າວິສາຫະເອກະຊົນ, ເຈົ້າຂອງທະນາຄານ, ໂຮງຈັກ, ໂຮງງານທີດິນ, ທີ່ພັກອາໄສໂຮງຈັກໂຮງງານທີ່ຜະລິດແຕ່ບໍ່ໃຫ້ຜູ້ອື່ນເຊົ່າ.
ບົດທີ 10
ບົດບາດຂອງມະຫາຊົນ ແລະ ບຸກຄົນໃນປະຫວັດສາດ