ຄຳຖາມ 1
1. ບໍລິສັດຂ້າມຊາດມີຈຸດພິເສດ ແລະ ພາລະບົດບາດແນວໃດຕໍ່ກັບການຂະຫຍາຍຕົວຂອງເສດຖະກິດໂລກ ?
2. ໂອກາດທີ່ດີຂອງທຸລະກິດລະຫວ່າງປະເທດມີຫຍັງແດ່ ?
3. ຜົນປະໂຫຍດຈາກການກະຈ່າຍຄວາມສ່ຽງຂອງບໍລິສັດຂ້າມຊາດມີຄືແນວໃດ ?
4. ເປົ້າໝາຍທາງການເງິນຂອງບໍລິສັດຂ້າມຊາດມີຄືແນວໃດ ?
5. ວິທີການສະເໝີລາຄາໃນຕະຫຼາດແລກປ່ຽນເງິນຕາຕ່າງປະເທດມີຈັກວິທີ ? ຄືວິທີໃດແດ່ ?
ຄຳຖາມ 2
1. ຈົ່ງໃຫ້ຄວາມໝາຍຂອງອັດຕາແລກປ່ຽນໄຂ່ວ ແມ່ນອັດຕາແລກປ່ຽນໄຂ່ວແນວໃດ ?
2. ຈົ່ງສົມທຽບອັດຕາແລກປ່ຽນໄຂ່ວແບບງ່າຍດາຍ ກັບ ແບບສັບສົນມັນຕ່າງກັນແນວໃດ ?
3. ທະນາຄານສະເໝີລາຄາ ແລະ ຖາມລາຄາ ແມ່ນແນວໃດ ?
4. ບໍລິສັດຂ້າມຊາດຫາຜົນປະໂຫຍດຈາກຄວາມບໍສົມດຸນຂອງຕະຫຼາດມີປັດໃຈໃດແດ່ ?
5. ການເປີດເສລີທາງການເງິນມີຜົນປະໂຫຍດແນວໃດຕໍ່ກັບການອອມຂອງປະເທດ ?
ຄຳຖາມ 3
1. ສາເຫດທີສຳຄັນທີພາໃຫ້ເກີດມີການເງິນລະຫວ່າງປະເທດມີຫຍັງແດ່ ?
2. ຍ້ອນຫຍັງຈິ່ງເກີດມີຕະຫຼາດແລກປ່ຽນເງິນຕາຕ່າງປະເທດ ?
3. ຈົ່ງໃຫ້ຮູ້ຄວາມໝາຍຂອງຕະຫຼາດແລກປ່ຽນເງິນຕາຕ່າງປະເທດ ?
4. ການຄິດໄລ່ອັດຕາແລກປ່ຽນໄຂ່ວແບບສັບສົນມີຈັກກໍລະນີ ? ຄືກໍລະນີໃດແດ່ໃຫ້ອະທິບາຍ ?
5. ປະເພດຂອງອັດຕາແລກປ່ຽນມີຈັກປະເພດ ? ແຕ່ລະປະເພດມີຄືແນວໃດ ?