ຂະບວນການບໍລິຫານຜະລິດຕະພັນ
ແນວທາງໃນການບໍລິຫານການຕະຫຼາດສ່ວນໃຫຍ່ມີເປົ້າໝາຍທາງການຕະຫຼາດເພື່ອມຸ້ງເຮັດໃຫ້ເກີດການແລກປ່ຽນໂດຍພະຍາຍາມຫາລູກຄ້າລາຍໃໝ່ (New Customer) ແລະ ພະຍາຍາມຂາຍສິນຄ້າ ຫຼື ບໍລິການໃຫ້ກັບລູກຄ້າລາຍໃໝ່ ເນື່ອງຈາກບັນຫາທາງດ້ານເສດຖະກິດແລະ ຄູ່ແຂ່ງຂັນມີຫຼາຍຂຶ້ນ ໃນການກຳນົດກິດຈະກຳທາງ ການຕະຫຼາດທີ່ມຸ້ງເນັ້ນການບໍລິຫານການຕະຫຼາດໂດຍເນັ້ນຜະລິດຕະພັນ (The Product Concept) ທີ່ນັກການຕະຫຼາດໃຊ້ເປັນແນວທາງໜຶ່ງໃນການນຳສະເໜີສິນຄ້າຫຼື ບໍລິການທີ່ມີຄຸນນະພາບ ປະສິດທິພາບ ແລະ ວັດຕະກຳທີ່ດີ ດັ່ງນັ້ນ ໝ້າທີ່ສຳຄັນຂອງບໍລິສັດ ແມ່ນພະຍາຍາມພັດທະນາສິນຄ້າຢ່າງຕໍ່ເນື່ອງ ລວມທັງການວິໄຈ ແລະ ພັດທະນາຜະລິດຕະພັນ ດັ່ງນັ້ນ ຂະບວນການບໍລິຫານຜະລິດຕະພັນ (Product Management Process) ໃນແງ່ການຕະຫຼາດ ຈຶ່ງໝາຍເຖິງ ການສ້າງ ການວິເຄາະ ການຈັດອົງກອນ ການວາງແຜນ ການປະຕິບັດຕາມແຜນ ແລະ ການຄວບຄຸມໃນຜະລິດຕະພັນເດີມ ແລະ ຜະລິດຕະພັນໃໝ່ຂອງອງົງກອນ ເພື່ອສະໝອງຄວາມຈຳເປັນ ແລະ ຄວາມຕ້ອງການຂອງລູກຄ້າໃຫ້ເກີດຄວາມພຶງພໍໃຈ ຂະນະດຽວກັນກໍບັນລຸວັດຖຸປະສົງຂອງອົງກອນ.
1.1.ອົງປະກອບຂະບວນການຂອງການບໍລິຫານຜະລິດຕະພັນ.
ອົງປະກອບຂະບວນການບໍລິຫານຜະລິດຕະພັນມີຄວາມສຳຄັນ 4 ປະການດັ່ງນີ້:
- ມີລັກສະນະເປັນຂະບວນການຂອງການບໍລິຫານ.
- ເປັນຜະລິດຕະພັນເດີມ ແລະຜະລິດຕະພັນໃໝ່ຂອງທຸລະກິດ.
- ມີວັດຖຸປະສົງການບໍລິຫານຜະລິດຕະພັນຕາມແນວຄວາມຄິດທາງການຕະຫຼາດ.
- ຕ້ອງບັນລຸວັດຖຸປະສົງຂອງອົງກອນ.
1.2.ລຳດັບຂັ້ນຕອນໃນຂະບວນການບໍລິຫານຜະລິດຕະພັນ.
ລຳດັບຂັ້ນຕອນໃນຂະບວນການບໍລິຫານຜະລິດຕະພັນປະກອບດ້ວຍລາຍລະອຽດດັ່ງນີ້:
1.ການສ້າງຄວາມຄິດກ່ຽວກັບຜະລິດຕະພັນ (Generating) ໂດຍທຸລະກິດຈະພິຈາລະນາວ່າ ຄວນຈະຜະລິດສິນຄ້າຫຍັງ ເພື່ອສະໝອງອງຄວາມຕ້ອງການຂອງລູກຄ້າກຸ່ມໃດ.
2.ການວິເຄາະ (Analytical) ໝາຍເຖິງ ການວິເຄາະເຖິງລັກສະນະຄວາມຕ້ອງການຂອງພຶດຕິກຳຕະຫຼາດ (ລູກຄ້າ) ທີ່ເປັນເປົ້າໝາຍທີ່ມີຕໍ່ຄວາມຄິດດ້ານຜະລິດຕະພັນຂອງບໍລິສັດ ລວມທັງສິ່ງແວດລ້ອມດ້ານການ ແຂ່ງຂັນ ເສດຖະກິດ ສັງຄົມ ການເມືອງ ກົດໝາຍ ເທກໂນໂລຢີ ຊັບພະຍາກອນ ແລະ ອື່ນໆ ຊຶ່ງຂໍ້ມູນກ່ຽວກັບລູກຄ້າ ແລະ ສິ່ງແວດລ້ອມທີ່ໄດ້ຈາກການວິເຄາະຈະເຮັດໃຫ້ຮູ້ວ່າ ຄວາມຄິດເຫັນດ້ານຜະລິດຕະພັນຂອງບໍລິສັດມີຄວາມເປັນໄປໄດ້ຫຼາຍນ້ອຍພຽງໃດ.
3.ການຈັດອົງກອນ (Organizing) ເປັນການກຳນົດໝ້າທີ່ ແລະ ຄວາມຮັບຜິດຊອບຂອງບຸກຄະລາກອນທີ່ມີຕໍ່ການບໍລິຫານຜະລິດຕະພັນ ຫຼັງຈາກຜ່ານການວິເຄາະຂໍ້ມູນໃນຂັ້ນທີ່ 2 ແລ້ວ ຊຶ່ງຈະອະທິບາຍໃນບົດບາດແລະ ຫນ້າທີ່ຂອງຜູ້ຈັດການຜະລິດຕະພັນ.
1.3.ການບໍລິຫານຜະລິດຕະພັນກັບການບໍລິຫານງານດ້ານອື່ນໆ.
ການບໍລິຫານດ້ານຜະລິດຕະພັນຈະກ່ຽວຂ້ອງກັບການບໍລິຫານງານດ້ານອື່ນໆ ດັ່ງນີ້:
1.ການຜະລິດ (Manufacturing)
ແມ່ນເປັນຂະບວນການນຳປັດໄຈການຜະລິດມາຜະລິດສິນຄ້າຫຼື ບໍລິການ ກຳລັງການຜະລິດຈະເປັນຕົວກຳນົດຄວາມສາມາດໃນການຜະລິດສິນຄ້າ ມີການຄາດຄະເນຍອດຂາຍຂອງຜະລິດຕະພັນຈະເປັນສິ່ງຈຳເປັນໃນ ການວາງແຜນຕາຕະລາງການຜະລິດໃຫ້ມີປະສິດທິພາບ.
2.ການເງິນ (Financing)
ທຸລະກິດຕ້ອງຫາຂໍ້ມູນດ້ານການເງິນກ່ຽວກັບຕົ້ນທິນ ລາຍໄດ້ຈາກການຂາຍ ແລະ ກຳໄລທີ່ຈະເກີດຈາກການສະເໜີຂາຍຜະລິດຕະພັນ ຕະຫຼອດຈົນການຈັດເຮັດງົບການເງິນສຳລັບຜະລິດຕະພັນແຕ່ລະຊະນິດ ຂໍ້ມູນດ້ານການເງິນຈະຖືກນຳໄປໃຊ້ໃນການຕັດສິນໃຈກ່ຽວກັບຜະລິດຕະພັນໃໝ່ແລະ ປະເມີນຜົນການດຳເນີນງານ ລວມທັງການຈັດຫາ ແລະຈັດສັນເງິນທຶນສຳລັບຜະລິດຕະພັນເກົ່າໆ ແລະ ຜະລິດຕະພັນໃໝ່.
3.ການບັນຊີ (Accounting)
ເປັນການບັນທຶກຂໍ້ມູນທາງການບັນຊີຊຶ່ງຈະກ່ຽວຂ້ອງກັບລາຍໄດ້ ລາຍຈ່າຍ ຕົ້ນທຶນຂອງຜະລິດຕະພັນ ຈະເຮັດໃຫ້ຮູ້ເຖິງຜົນການດຳເນີນງານສຳລັບຜະລິດຕະພັນແຕ່ລະຊະນິດ ຕະຫຼອດທັງຮູ້ເຖິງໂຄງສ້າງຕົ້ນທຶນ ກຳໄລສ່ວນເກີນແລະ ກຳໄລສຸດທິ ສຳລັບຜະລິດຕະພັນຕ່າງໆ ຂອງກິດຈະການຊຶ່ງຂໍ້ມູນເຫຼົ່ານີ້ຈະຖືກໃຊ້ເປັນການປະເມີນຜົນການບໍລິຫານຜະລິດຕະພັນຂອງທຸລະກິດ.
4.ຝ່າຍຈັດຊື້ (Procurement)
ຈະກ່ຽວຂ້ອງກັບການຈັດຫາວັດຖຸດິບໃນການຜະລິດສິນຄ້າ ຫຼື ຈັດຫາສິນຄ້າສຳເລັດຮູບມາຈຳໜ່າຍ ການເຮັດວຽກງານດ້ານການຈັດຊື້ທີ່ມີປະສິດທິພາບ ຈຶ່ງຕ້ອງຮ່ວມມືກັບຝ່າຍບໍລິຫານຜະລິດຕະພັນ ແຕ່ປະຈຸບັນ ໝ່ວຍງານຈັດຊື້ ຫຼື ຝ່າຍຈັດຊື້ (Procurement) ນັບວ່າເປັນໝ່ວຍງານທີ່ມີຄວາມສຳຄັນຫຼາຍຕໍ່ຜົນປະກອບການຂອງອົງກອນ ເນື່ອງຈາກເປັນໝ່ວຍງານທີ່ໃຊ້ຈ່າຍເງິນໃນການຈັດຊື້ວັດຖຸດິບສິນຄ້າ ຫຼືບໍລິການ ເພື່ອໃຫ້ໄດ້ຕົງຕາມຄວາມຕ້ອງການ ຫຼື ຕົງຕາມເຈົ້າລັກສະນະຂອງຜະລິດຕະພັນ (Specifications) ຂອງໝ່ວຍງານຕ່າງໆ ແລ້ວ ຍັງຕ້ອງເຮັດໝ້າທີ່ຄວບຄຸມເຖິງຂະບວນການຈັດຫາແຫຼ່ງສິນຄ້າ ວັດຖຸດິບ ການຄັດເລືອກຜູ້ຂາຍ ຕະຫຼອດຈົນເທັກນິກໃນການເຈລະຈາຕໍ່ລອງ ເປັນຕົ້ນ.
5.ຝ່າຍວິໄຈ ແລະ ພັດທະນາ (Research and Development)
ຝ່າຍນີ້ຈະຮັບຜິດຊອບໃນການຄົ້ນຫາຄວາມຕ້ອງການຂອງຕະຫຼາດທີ່ມີຕໍ່ຜະລິດຕະພັນ ແລະ ການໃຊ້ຄວາມພະຍາຍາມໃນການພັດທະນາຜະລິດຕະພັນໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດ ດັ່ງນັ້ນ ຈຶ່ງຕ້ອງປະສານງານກັບຝ່າຍການຕະຫຼາດ, ຝ່າຍວາງແຜນຜະລິດຕະພັນ ແລະ ຝ່າຍຈັດການດ້ານເທັກໂນໂລຢີ.
6.ຝ່າຍບຸກຄົນ (Personnel)
ເປັນຝ່າຍທີ່ເຮັດໝ້າທີ່ຈັດຫາ ຝຶກອົບຮົມ ແລະຈັດການກ່ຽວກັບບຸກຄະລາກອນ ໃຫ້ສອດຄ່ອງກັບນະໂຍບາຍການບໍລິຫານຜະລິດຕະພັນຂອງບໍລິສັດ.
7.ຝ່າຍບໍລິຫານລະດັບສູງ (Top Management)
ເປັນຝ່າຍທີ່ມີບົດບາດສຳຄັນຕໍ່ການກຳນົດນະໂຍບາຍຜະລິດຕະພັນ ແລະ ຈັດສັນງົບປະມານໃຫ້ກັບຜະລິດຕະພັນທຸກຊະນິດຂອງກິດຈະການ ກ່ຽວຂ້ອງກັບງານທີ່ປະຕິບັດງານຢູ່ໃນລະດັບສູງສຸດຂອງອົງກອນ ມີອຳນາດໝ້າທີ່ໃນການກຳນົດເປົ້າໝາຍຂອງ ອົງກອນໃນຮູບຂອງ ວິໄສທັດ ພະລະກິດ ກົນລະຍຸດ ແລະ ນະໂຍບາຍ ເພື່ອເປັນກອບ ແລະ ແນວທາງໃນການດຳເນີນງານຂອງອົງກອນ ເປັນຜູ້ຕັດສິນໃຈ ນຳອົງກອນເພື່ອຄວາມຢູ່ຫຼອດ ຜູ້ບໍລິຫານລະດັບສູງຈະໃຊ້ເວລາສ່ວນໃຫຍ່ໄປກັບການປະຊຸມ ຫຼື ສື່ສານກັບພະນັກງານລະດັບສຳຄັນໆ ຂອງອົງກອນ ເປັນຕົວແທນອົງກອນ ໃນງານສາທາລະນະຕ່າງໆ ເປັນຕຳແໜ່ງທີ່ມີຄວາມກົດດັນໃນງານສູງ ມີເວລາພັກຜ່ອນນ້ອຍແລະ ເວລາ ສ່ວນຕົວນ້ອຍ ມີຕາຕະລາງການເຮັດວຽກງານທີ່ແໜ້ນຕະຫຼອດວັນ ຜູ້ບໍລິຫານລະດັບສູງຈຶ່ງເປັນບຸກຄົນທີ່ຕ້ອງມີຄວາມສາມາດໃນການຕັດສິນໃຈທີ ວ່ອງໄວ ແລະ ແມ່ນຢຳ ມີທັກສະໃນການແກ້ໄຂບັນຫາ ແລະ ວິກິດຕ່າງໆ ໄດ້ເປັນຢ່າງດີ.