ການບໍລິຫານຜະລິດຕະພັນ
ການທຳຄວາມເຂົ້າໃຈເລື່ອງຜະລິດຕະພັນ ແລະ ການບໍລິຫານຜະລິດຕະພັນຈົນສາມາດນຳໄປສູ່ການຕັດສິນໃຈກ່ຽວກັບຜະລິດຕະພັນ ແລະ ເຮັດໃຫ້ຜະລິດຕະພັນປະສົບຜົນສຳເລັດໃນຕະຫຼາດໄດ້ນັ້ນ ນັກການຕະຫຼາດຕ້ອງທຳຄວາມເຂົ້າໃຈຄວາມໝາຍຂອງການບໍລິຫານຜະລິດຕະພັນ ບົດບາດໝ້າທີ່ຄວາມຮັບຜິດຊອບຂອງຜູ້ຈັດການຜະລິດຕະພັນ ແລະ ການບໍລິຫານຜະລິດຕະພັນໃຫ້ມີປະສິດທິພາບ.
1.1.ຄວາມໝາຍຂອງການບໍລິຫານຜະລິດຕະພັນ.
ການເຮັດຄວາມເຂົ້າໃຈເລື່ອງການບໍລິຫານຜະລິດຕະພັນ ຄວນເຮັດຄວາມເຂົ້າໃຈຄວາມໝາຍຂອງການບໍລິຫານຜະລິດຕະພັນ ແລະ ຄຳອື່ນໆ ທີ່ກ່ຽວຂ້ອງ ມີຄວາມໝາຍທີ່ຄວນເຮັດຄວາມເຂົ້າໃຈດັ່ງຕໍ່ໄປນີ້:
ການບໍລິຫານຜະລິດຕະພັນ (product management) ໝາຍເຖິງ ການບໍລິຫານຕະຫຼາດກ່ຽວກັບຜະລິດຕະພັນ ຜູ້ບໍລິຫານຜະລິດຕະພັນຊຶ່ງມີໝ້າທີ່ເບິ່ງແຍງຮັບຜິດຊອບກ່ຽວກັບຜະລິດຕະພັນ ເອີ່ນວ່າ: ຜູ້ຈັດການຜະລິດຕະພັນ.
ຜູ້ຈັດການຜະລິດຕະພັນ (product manager) ໝາຍເຖິງ ຜູ້ທີ່ເຮັດໝ້າທີ່ບໍລິຫານຜະລິດຕະພັນ ຊຶ່ງປະກອບດ້ວຍ ການວິເຄາະສະຖານນະການກ່ຽວກັບຜະລິດຕະພັນ ການຕັດສິນໃຈດ້ານຜະລິດຕະພັນ ພັດທະນາ ສ່ວນປະສົມການຕະຫຼາດສຳລັບຜະລິດຕະພັນ ພັດທະນາຜະລິດຕະພັນໃໝ່ ປະສານງານກັບຊ່ອງທາງຈຳໜ່າຍ ແລະຝ່າຍຕ່າງ ໆ ໃນອົງກອນ ລວມທັງຄວບຄຸມປະເມີນຜົນການດຳເນີນງານກ່ຽວກັບຜະລິດຕະພັນ ເພື່ອຕອບສະໝອງຄວາມຕ້ອງການ ແລະ ຄວາມພຶງພໍໃຈຂອງຕະຫຼາດເປົ້າໝາຍ.
ຜູ້ຈັດການກຸ່ມຜະລິດຕະພັນ (product category manager) ຫຼື ຜູ້ຈັດການຕາສິນຄ້າ (brand manager) ໝາຍເຖິງ ຜູ້ທີ່ມີໝ້າທີ່ຮັບຜິດຊອບບໍລິຫານກຸ່ມຜະລິດຕະພັນກຸ່ມໃດກຸ່ມໜຶ່ງຫຼື ຕາຜະລິດຕະພັນຈຳນວນໜຶ່ງ.
ຈາກຄວາມໝາຍຂອງການບໍລິຫານຜະລິດຕະພັນ ແລະ ຜູ້ຈັດການຜະລິດຕະພັນທີ່ກ່າວມານັ້ນຜູ້ຈັດການຜະລິດຕະພັນເປັນຜູ້ເຮັດໝ້າທີ່ບໍລິຫານຜະລິດຕະພັນໃຫ້ປະສົບຜົນສຳເລັດໂດຍຮັບຜິດຊອບ ແລະ ຕັດສິນໃຈເລື່ອງທີ່ກ່ຽວຂ້ອງກັບຜະລິດຕະພັນ ກຸ່ມຜະລິດຕະພັນ ຫຼື ຕາສິນຄ້າທີ່ໄດ້ຖືກມອບໝ່າຍ.
1.2.ບົດບາດ ແລະ ໝ້າທີຄວາມຮັບຜິດຊອບຂອງຜູ້ຈັດການຜະລິດຕະພັນ.
ຄວາມສຳເລັດຂອງຜະລິດຕະພັນໃດຜະລິດຕະພັນໜຶ່ງໃນຕະຫຼາດນັ້ນ ຜູ້ຈັດການຜະລິດຕະພັນເປັນຜູ້ທີ່ມີບົດທບາດໃນການເບິ່ງແຍງຮັບຜິດຊອບຜະລິດຕະພັນ ຊຶ່ງຈຳແນກບົດບາດແລະໝ້າທີ່ຂອງຜູ້ຈັດການຜະລິດຕະພັນໄດ້ດັ່ງນີ້:
1.ວາງແຜນການຕະຫຼາດສຳລັບຜະລິດຕະພັນ.
ແມ່ນສາຍຜະລິດຕະພັນ ແລະ ກຸ່ມຜະລິດຕະພັນ ໂດຍຈັດກຽມແຜນການຕະຫຼາດປະຈຳປີ ແລະ ປະມານການຍອດຂາຍຂອງຜະລິດຕະພັນ ຊຶ່ງຕ້ອງດຳເນີນການວິເຄາະຕະຫຼາດ ພຶດຕິກຳຜູ້ບໍລິໂພກ ຄູ່ແຂ່ງຂັນ ແລະສະພາບແວດລ້ອມພາຍນອກດ້ານອື່ນໆ ເພື່ອນຳມາສູ່ການກຳນົດແຜນຕະຫຼາດ ແລະ ກົນລະຍຸດຕະຫຼາດສຳລັບຜະລິດຕະພັນ.
2.ພັດທະນາກົນລະຍຸດການແຂ່ງຂັນຂອງຜະລິດຕະພັນ.
ເພື່ອໃຫ້ຜະລິດຕະພັນສາມາດແຂ່ງຂັນໃນຕະຫຼາດໄດ້ ແລະ ຕອບໂຕ້ກົນລະຍຸດຂອງຄູ່ແຂ່ງໄດ້ວ່ອງໄວຊຶ່ງຜູ້ຈັດການຜະລິດຕະພັນຕ້ອງຕິດຕາມສະຖານນະການຂອງຜະລິດຕະພັນຂອງບໍລິສັດ ແລະ ຜະລິດຕະພັນຂອງຄູ່ແຂ່ງຂັນຢ່າງໃກ້ຊິດ ໃນດ້ານພາບລັກສະນະອົງກອນ ຍອດຂາຍ ສ່ວນຖືຄອງຕະຫຼາດ.
3.ປະຕິບັດງານຮ່ວມກັບບໍລິສັດຕົວແທນໂຄສະນາ ສື່ ແລະ ບໍສິສັດຈັດສະແດງສິນຄ້າ.
ໃນການວາງແຜນອົງກອນໂຄສະນາ ແລະສົ່ງເສີມການຕະຫຼາດຜະລິດຕະພັນ ແລະ ສາຍຜະລິດຕະພັນ ໂດຍພິຈາລະນາງົບປະມານການໂຄສະນາທີ່ຈະໃຊ້ ຕັດສິນໃຈເລື່ອງເນື້ອຫາໂຄສະນາ ການເລືອກໃຊ້ສື່ ຄວາມຖີ່ຂອງການໂຄດສະນາ ການປະຊາສຳພັນຕາ ການຈັດກິດຈະກຳສົ່ງເສີມການຂາຍຕ່າງໆ ຂອງຜະລິດຕະພັນ.
4.ກະຕຸ້ນການເຮັດວຽກຂອງຝ່າຍຂາຍ ແລະ ຜູ້ຈຳໝ່າຍ.
ເພື່ອໃຫ້ຝ່າຍຂາຍໃຊ້ຄວາມພະຍາຍາມໃນການຂາຍຜະລິດຕະພັນ ການຈັດກິດຈະກຳສົ່ງເສີມການຂາຍສູ່ພະນັກງານຂາຍ ແລະ ປະສານງານ ຜູ້ຈັດຈຳໜ່າຍເພື່ອໃຫ້ຜູ້ຈັດຈຳໜ່າຍຮັບຜະລິດຕະພັນໄວ້ຂາຍ ລວມທັງກະຈາຍຜະລິດຕະພັນເຂົ້າສູ່ຕະຫຼາດເປົ້າໝາຍໄດ້ທົ່ວເຖິງ ແລະໃຫ້ຄວາມຮ່ວມມືໃນການຈັດກິດຈະກຳສົ່ງເສີມການຂາຍຂອງຜະລິດຕະພັນ.
5.ລວບລວມຂໍ້ມູນກ່ຽວກັບຜະລິດຕະພັນທັງໝົດ.
ແມ່ນຂໍ້ມູນດ້ານການຜະລິດ ຂໍ້ມູນດ້ານການຕະຫຼາດ ຂໍ້ມູນດ້ານການເງິນ ເພື່ອວາງແຜນຜະລິດຕະພັນ ແລະຕັດສິນໃຈກ່ຽວກັບຜະລິດຕະພັນ ໃຫ້ສາມາດຕອບສະໝອງຄວາມພຶງພໍໃຈຂອງຜູ້ບໍລິໂພກກຸ່ມເປົ້າໝາຍ ແລະສ້າງຄວາມພັກດີຕໍ່ຜະລິດຕະພັນຊຶ່ງຕ້ອງປະສານງານກັບຝ່າຍຕ່າງໆ ພາຍໃນອົງກອນ ແລະ ພາຍນອກອົງກອນ.
6.ການປະສານງານກັບຝ່າຍຕ່າງໆ ພາຍໃນອົງກອນ ແລະ ນອກອົງກອນ.
ເພື່ອສະໜັບສະໜູນໃຫ້ແຜນການຕະຫຼາດ ແລະແຜນກົນລະຍຸດຜະລິດຕະພັນບັນລຸຜົນຕາມເປົ້າໝາຍ ໄດ້ແກ່ ຝ່າຍວິໄຈ ແລະພັດທະນາຊຶ່ງເຮັດໝ້າທີ່ວິໄຈພັດທະນາຜະລິດຕະພັນ ຄິດຄົ້ນ ແລະພັດທະນາຜະລິດຕະພັນໃໝ່ ຝ່າຍຜະລິດ ຝ່າຍຂາຍ ແລະຈັດຈຳໜ່າຍຊຶ່ງເຮັດໝ້າທີ່ຜະລິດສິນຄ້າໃຫ້ພ້ອມຈຳໜ່າຍ ແລະຊ່ວຍກະຈາຍສິນຄ້າສູ່ຜູ້ບໍລິໂພກເປົ້າໝາຍ ເຮັດໃຫ້ຍອດຂາຍຂອງຜະລິດຕະພັນຂາຍໄດ້ຕາມປະມານການຍອດຂາຍທີ່ວາງແຜນໄວ້ ບໍລິສັດຕົວແທນໂຄສະນາ ສື່ ປະຊາສຳພັນ ແລະ ຝ່າຍສົ່ງເສີມກາຕະຫຼາດ ຊຶ່ງເຮັດໝ້າທີ່ໃນການວາງແຜນລົງໂຄດສະນາ ແລະກິດຈະກຳສົ່ງເສີມການຕະຫຼາດດ້ານອື່ນໆ ຂອງຜະລິດຕະພັນ ຝ່າຍຈັດຊື້ຊຶ່ງເຮັດໝ້າທີ່ຈັດຫາວັດຖຸດິບ ວັດດຸອຸປະກອນຕ່າງໆ ຊຶ່ງມີຜົນຕໍ່ຄຸນນະພາບຂອງຜະລິດຕະພັນ ຫີບຫໍ່ ແລະ ຕົ້ນທຸນຂອງຜະລິດຕະພັນ ສ່ວນຝ່າຍວິໄຈຕະຫຼາດຊ່ວຍຄົ້ນຫາຂໍ້ມູນຄວາມຕ້ອງການ ແລະພຶດຕິກຳຜູ້ບໍລິໂພກ ຝ່າຍການເງິນຮັບຜິດຊອບໃນການຈັດຫາ ແລະຈັດສັນເງິນທຶນເພື່ອສະໜັບສະໜູນຜະລິດຕະພັນ ຝ່າຍກົດໝາຍຮັບຜິດຊອບດ້ານກົດໝາຍທີ່ມີຜົນກັບບໍລິສັດຫຼື ລູກຄ້າ.
1.3.ການບໍລິຫານຜະລິດຕະພັນໃຫ້ມີຄຸນນະພາບ.
ໃນການຈັດການຜະລິດຕະພັນໃຫ້ປະສົບຄວາມສຳເລັດຕາມເປົ້າໝາຍ ເພຍສັນ ແລະ ວິນສັນ ໄດ້ສະເໜີວິທີການເຮັດໃຫ້ການບໍລິຫານຜະລິດຕະພັນມີປະສິດທິພາບໄວ້ໃນໝັງສືການບໍລິຫານການຕະຫຼາດຂອງຟິນລິບ ອອດສະເຕເລຍໄວ້ 5 ຂັ້ນຕອນ ດັ່ງນີ້:
1.ການກຳນົດບົດບາດແລະ ໝ້າທີ່ຄວາມຮັບຜິດຊອບຂອງຜູ້ຈັດການຜະລິດຕະພັນ.
ໂດຍການກຳນົດບົດບາດ ແລະ ໝ້າທີ່ຄວາມຮັບຜິດຊອບຂອງຜູ້ຈັດການຜະລິດຕະພັນໃຫ້ຊັດເຈນ ເພື່ອໃຫ້ຜູ້ຈັດການຜະລິດຕະພັນເຂົ້າໃຈຂອບເຂດບົດບາດໝ້າທີ່ຂອງຕົນເອງ ແລະ ປະຕິບັດໝ້າທີ່ຄວາມຮັບຜິດຊອບໃຫ້ມີປະສິດທິພາບ.
2.ກຳນົດຂັ້ນຕອນການພັດທະນາກົນລະຍຸດ ແລະ ທົບທວນກົນລະຍຸດ.
ເພື່ອກຳນົດກອບໃນການປະຕິບັດງານຂອງຜູ້ຈັດການຜະລິດຕະພັນໃຫ້ສອດຄ່ອງກັບກົນລະຍຸດ ແລະ ຜູ້ຈັດການຜະລິດຕະພັນ ສາມາດເຂົ້າໃຈ ແລະປັບກົນລະຍຸດຂອງຜະລິດຕະພັນໃຫ້ສອດຄ່ອງກັບກົນລະຍຸດອົງກອນແລະກົນລະຍຸດຕະຫຼາດ.
3.ກຳນົດບົດບາດຂອງຜູ້ຊ່ຽວຊານແຕ່ລະສາຍງານໃຫ້ຊັດເຈນ.
ເພື່ອລົດຄວາມຂັດແຍ້ງລະຫວ່າງຜູ້ຈັດການຜະລິດຕະພັນແລະ ຜູ້ຊ່ຽວຊານຝ່າຍຕ່າງໆ ຢ່າງມີປະສິດທິພາບຊ່ວຍໃຫ້ຜູ້ຈັດການຜະລິດຕະພັນ ແລະຜູ້ຊ່ຽວຊານຝ່າຍຕ່າງໆ ປະສານງານກັນຢ່າງມີປະສິດທິພາບ.
4.ການບໍລິຫານຄວາມຂັດແຍ້ງ.
ໂດຍການຈັດຂະບວນການລຸດຄວາມຂັດແຍ້ງຜົນປະໂຫຍດຢ່າງເປັນທາງການລະຫວ່າງການບໍລິຫານຕາມຜະລິດຕະພັນແລະ ການບໍລິຫານຕາມສາຍງານ.
5.ການປະເມີນຜົນການປະຕິບັດງານ.
ດ້ວຍການສ້າງລະບົບການວັດຜົນງານໃຫ້ສອດຄ່ອງກັບຄວາມຮັບຜິດຊອບຂອງຜູ້ຈັດການຜະລິດຕະພັນ ແລະ ປະເມີນຜົນການປະຕິບັດງານຂອງຜູ້ຈັດການຜະລິດຕະພັນຢ່າງມີປະສິດທິພາບຈາກຂັ້ນຕອນດັ່ງກ່າວ ຈະເຫັນໄດ້ວ່າການທີ່ຜະລິດຕະພັນຈະປະສົບຄວາມສຳເລັດໄດ້ຮັບການຍອມຮັບຂອງຕະຫຼາດຫຼື ບໍ່ ນັ້ນຂຶ້ນຢູ່ກັບບົດບາດຂອງຜູ້ບໍລິຫານຜະລິດຕະພັນ ຊຶ່ງຕ້ອງຮັບຜິດຊອບໃນ ການບໍລິຫານຜະລິດຕະພັນ ແລະ ປະຕິບັດຕາມຂະບວນການບໍລິຫານຜະລິດຕະພັນໃຫ້ມີປະສິດທິພາບ.
1.4.ຂະບວນການບໍລິຫານຜະລິດຕະພັນ.
ຂະບວນການບໍລິຫານຜະລິດຕະພັນ (product management process) ໝາຍເຖິງ ການສ້າງແນວຄວາມຄິດກ່ຽວກັບຜະລິດຕະພັນ ການວິເຄາະສະຖານນະການຂອງຜະລິດຕະພັນ ການວາງກົນລະຍຸດຜະລິດຕະພັນ ການຈັດອົງກອນເພື່ອບໍລິຫານຜະລິດຕະພັນ ການປະຕິບັດຕາມແຜນ ແລະ ຄວບຄຸມປຣະເມີນຜົນການດຳເນີນງານກ່ຽວກັບຜະລິດຕະພັນ ເຊິ່ງສາມາດແບ່ງໄດ້ 8 ຂັ້ນຕອນດັ່ງນີ້:
1.4.1.ວິເຄາະສະຖານນະການຂອງຜະລິດຕະພັນ.
ການວິເຄາະສະຖານນະການຂອງຜະລິດຕະພັນ (product situation analysis) ເປັນການວິເຄາະສະພາບແວດລ້ອມເພື່ອນຳມາສູ່ການກຳນົດກົນລະຍຸດກ່ຽວກັບຜະລິດຕະພັນ ຈຶ່ງຕ້ອງມີການວິເຄາະດ້ານຕ່າງໆ ດັ່ງຕໍ່ໄປນີ້:
1.ການສ້າງແນວຄິດກ່ຽວກັບຜະລິດຕະພັນ.
ການສ້າງແນວຄິດກ່ຽວກັບຜະລິດຕະພັນ (product concept) ເປັນການວິເຄາະຂໍ້ມູນເພື່ອນຳໄປສູ່ການຕັດສິນໃຈສ້າງຜະລິດຕະພັນໂດຍການວິເຄາະພຶດຕິກຳຜູ້ບໍລິໂພກດ້ານຕ່າງໆ ເຊັ່ນ: ວິເຄາະປັດໄຈທາງຈິດວິທະຍາຂອງຜູ້ບໍລິໂພກ, ປັດໄຈດ້ານສັງຄົມແລະ ວັດທະນະທຳຂອງຜູ້ບໍລິໂພກ ນຳໄປສູ່ການພິຈາລະນາວ່າຄວນຜະລິດສິນຄ້າຫຍັງ ເພື່ອສະໝອງຄວາມຈຳເປັນ ຫຼືຄວາມຕ້ອງການຫຍັງແກ່ຜູ້ບໍລິໂພກກຸ່ມໃດ ຊຶ່ງໄດ້ອະທິບາຍລາຍລະອຽດເລື່ອງການສ້າງແນວຄິດກ່ຽວກັບຜະລິດຕະພັນ.
2.ການວິເຄາະປັດໄຈພາຍໃນ ແລະ ປັດໄຈພາຍນອກ.
ການວິເຄາະປັດໄຈພາຍໃນ ແລະປັດໄຈພາຍນອກ ເປັນສິ່ງຈຳເປັນທີ່ກິດຈະການຕ້ອງດຳເນີນການ ເພື່ອໃຫ້ຮູ້ວ່າປັດໄຈເຫຼົ່ານີ້ ມີຜົນກະທົບຕໍ່ກິດຈະການແນວໃດ ຊີ້ໃຫ້ເຫັນທິດທາງແນວໂນ້ມ ແລະສະຖານນະການທີ່ກິດຈະການຕ້ອງຜະເຊີນໃນພາວະປະຈຸບັນ ແລະ ອະນາຄົດ ຂໍ້ມູນທີ່ໄດ້ຈາກການວິເຄາະນຳໄປສູ່ການຕັດສິນໃຈກຳນົດກົນລະຍຸດຜະລິດຕະພັນແລະ ລາຄາໄດ້ເໝາະສົມ.
· ການວິເຄາະປັດໄຈພາຍໃນ:
ເພື່ອຫາຈຸດແຂງ ແລະ ຈຸດອ່ອນຂອງບໍລິສັດເມື່ອທຽບກັບຄູ່ແຂ່ງຂັນ ແລ້ວນຳຈຸດແຂງມາກຳນົດກົນລະຍຸດດ້ານຜະລິດຕະພັນ ແລະ ແກ້ໄຂຈຸດອ່ອນ.
· ການວິເຄາະປັດໄຈພາຍນອກ:
ເປັນການວິເຄາະເພື່ອຫາໂອກາດ ແລະ ອຸປະສັກຈາກສິ່ງແວດລ້ອມທີ່ຄວບຄຸມບໍ່ໄດ້ ໄດ້ແກ່ພາວະເສດຖະກິດ ການເມືອງ ແລະ ກົດໝາຍ ພາວະທາງສັງຄົມ ແລະ ວັດທະນະທຳ ປະຊາກອນ ແລະ ການເຄື່ອນຢ້າຍ ການຈະເລີນກ້າວໜ້າທາງເທກໂນໂລຢີ.
3.ການແບ່ງສ່ວນຕະຫຼາດ ການເລືອກຕະຫຼາດເປົ້າໝາຍ ແລະການວາງຕຳແໜ່ງຜະລິດຕະພັນ.
ຫຼັງຈາກວິເຄາະສະພາບແວດລ້ອມທາງການຕະຫຼາດແລ້ວ ຂັ້ນຕອນຕໍ່ໄປທຸລະກິດຕ້ອງເລືອກຕະຫຼາດເປົ້າໝາຍທີ່ມີໂອກາດໃນເຊີງທຸລະກິດ ຊຶ່ງເອີ້ນໃນທາງການຕະຫຼາດວ່າ ການຕະຫຼາດເປົ້າໝາຍ (targetmarketing) ໃນການເລືອກຕະຫຼາດເປົ້າໝາຍມີຂັ້ນຕອນໃຫຍ່ 3 ຂັ້ນຕອນ ຄື ການແບ່ງສ່ວນຕະຫຼາດ, ການເລືອກຕະຫຼາດເປົ້າ ໝາຍ ແລະ ການວາງຕຳແໜ່ງຜະລິດຕະພັນມີດັ່ງນີ້:
1.ການແບ່ງສ່ວນຕະຫຼາດ.
· ກຳນົດຕົວແປເພື່ອແບ່ງສ່ວນຕະຫຼາດ.
· ກຳນົດໂຄງສ້າງສ່ວນຕະຫຼາດ.
2.ກຳນົດເປົ້າໝາຍຕະຫຼາດ.
· ປະເມີນສ່ວນຕະຫຼາດ.
· ເລືອກສ່ວນເປັນຕະຫຼາດເປົ່າໝາຍ.
3.ການວາງຕຳແໝງຜະລິດຕະພັນໃນຕະຫຼາດ.
· ກຳນົດແນວແບ່ງສ່ວນຜະລິດຕະພັນ.
· ພັດທະນາ ແລະ ສື່ສານແນວຄິດຕຳແໝງຜະລິດຕະພັນ.
1.4.2.ການກຳນົດວັດຖຸປະສົງຂອງຜະລິດຕະພັນ.
ບໍລິສັດແຕ່ລະບໍລິສັດມີວັດຖຸປະສົງແຕກຕ່າງກັນອອກໄປຂຶ້ນຢູ່ກັບສະຖານນະການຂອງແຕ່ລະບໍລິສັດທີ່ແຕກຕ່າງກັນ ວັດຖຸປະສົງຂອງຜະລິດຕະພັນຕ້ອງສອດຄ່ອງກັບວັດຖຸປະສົງທາງການຕະຫຼາດຊຶ່ງສາມາດຈຳແນກວັດຖຸປະສົງຕ່າງໆ ໄດ້ດັ່ງນີ້:
1.ວັດຖຸປະສົງດ້ານກຳໄລ (profitability)
ບໍລິສັດຕ້ອງການກຳໄລຈາກຜະລິດຕະພັນຈຳນວນເທົ່າໃດ ຊຶ່ງອາດກຳນົດເປັນ ອັດຕາຜົນຕອບແທນຈາກເງິນລົງທຶນ ໃນຜະລິດຕະພັນ ຫຼື ອັດຕາຜົນຕອບແທນຕໍ່ຍອດຂາຍຂອງຜະລິດຕະພັນ.
2.ວັດຖຸປະສົງດ້ານສ່ວນຄອງຕະຫຼາດ (market share)
ບໍລິສັດຕ້ອງການສ່ວນຄອງຕະຫຼາດຂອງຜະລິດຕະພັນໂດຍການປຽບທຽບຍອດຂາຍຂອງຜະລິດຕະພັນກັບຍອດຂາຍຜະລິດຕະພັນຊະນິດດຽວກັບຂອງຄູ່ແຂ່ງຂັນໃນອຸດສາຫະກຳດຽວກັນ ໂດຍບໍລິສັດອາດກຳນົດວັດຖຸປະສົງເພື່ອຖືຮັກສາສ່ວນຄອງຕະຫຼາດຫຼື ເພີ່ມສ່ວນຄອງຕະຫຼາດ.
3.ວັດຖຸປະສົງດ້ານການຈະເລີນເຕີບໂຕ (growth)
ບໍລິສັດຕ້ອງການເພີ່ມຍອດຂາຍ ແລະ ສ່ວນຄອງຕະຫຼາດ ຊຶ່ງສະແດງເຖິງຄວາມສາມາດໃນການແຂ່ງຂັນຂອງບໍລິສັດກັບຄູ່ແຂ່ງ.
4.ວັດຖຸປະສົງຕ້ອງການສ້າງພາບລັກຂອງອົງກອນກາສິນຄ້າ (brand image)
ບໍລິສັດຕ້ອງການໃຫ້ກາສິນຄ້າເປັນທີ່ຍອມຮັບຂອງຜູ້ບໍລິໂພກ ໂດຍພະຍາຍາມສ້າງພາບລັກສະນະໃຫ້ຜະລິດຕະພັນມີເກດສູງ ຊື່ສຽງ ແລະ ຄຸນນະພາບເປັນທີ່ຍອມຮັບ.
5.ວັດຖຸປະສົງເພື່ອແນະນຳຜະລິດຕະພັນໃໝ່ເຂົ້າສູ່ຕະຫຼາດ (launching new product)
ບໍລິສັດຕ້ອງການໃຫ້ຜະລິດຕະພັນໃໝ່ທີ່ເຂົ້າສູ່ຕະຫຼາດໜ້າສົນໃຈ ກຸ່ມເປົ້າໝາຍຮູ້ຈັກ ແລະ ຈົດຈຳກາໄດ້ໄວ ແລະ ເກີດການທົດລອງໃຊ້.
1.4.3.ການວິເຄາະຄວາມສຳພັນລະຫວ່າງຜະລິດຕະພັນ ແລະ ຕະຫຼາດ.
ການວິເຄາະຄວາມສຳພັນຂອງຜະລິດຕະພັນ ແລະຕະຫຼາດ ເປັນການພິຈາລະນາລັກສະນະຂອງຜະລິດຕະພັນກັບລັກສະນະຕະຫຼາດມີຄວາມສຳພັນສອດຄ່ອງກັນຫຼື ບໍ່ ເພື່ອນຳໄປສູ່ການກຳນົດກົນລະຍຸດການຕະຫຼາດທີ່ ເໝາະສົມຂອງບໍລິສັດ ຊຶ່ງສາມາດວິເຄາະລັກສະນະຜະລິດຕະພັນແລະ ກຳນົດກົນລະຍຸດຕະຫຼາດໄດ້ດັ່ງນີ້:
1.ຜະລິດຕະພັນມາດຕະຖານ (Standard product)
ເປັນຜະລິດຕະພັນທີ່ຜູ້ບໍລິໂພກບໍ່ເຫັນຄວາມແຕກຕ່າງຢ່າງຊັດເຈນ ຜູ້ບໍລິໂພກຮູ້ສຶກວ່າຕອບສະໝອງຄວາມຕ້ອງການໄດ້ຄືກັນ ເຊັ່ນ: ນ້ຳຕານຊາຍໃຫ້ຄວາມຫວານຄືກັນ ຈຶ່ງຄວນໃຊ້ກົນລະຍຸດຕະຫຼາດບໍ່ແຕກຕ່າງ.
2.ຜະລິດຕະພັນສະເພາະ (customized product)
ຜະລິດຕະພັນມີລັກສະນະພິເສດ ແຕກຕ່າງກັນມຸ້ງຕອບສະໝອງຄວາມຕ້ອງການທີ່ແຕກຕ່າງກັນຂອງຜູ້ບໍລິໂພກສະເພາະກຸ່ມ ຈຶ່ງຄວນໃຊ້ກົນລະຍຸດມຸ້ງສະເພາະສ່ວນຕະຫຼາດ ເຊັ່ນ: ລົດຍົນກັນກະສຸນ ມຸ້ງຂາຍແກ່ບຸກຄົນສຳຄັນລະດັບຜູ້ນຳປະເທດແລະ ມະຫາເສດຖີ.
3.ຜະລິດຕະພັນທີ່ແຕກຕ່າງ (differentiated product)
ຜະລິດຕະພັນທີ່ມີຄວາມແຕກຕ່າງກັນ ມຸ້ງຕອບສະໝອງຜູ້ບໍລິໂພກທີ່ມີຄວາມຕ້ອງການແຕກຕ່າງກັນ ຈຶ່ງຄວນໃຊ້ກົນລະຍຸດການສ້າງຄວາມແຕກຕ່າງ ເຊັ່ນ: ແປ້ງສຳລັບຜິວສີແຕກຕ່າງກັນ ກາເຟປະສົມສຳເລັດຮູບຊະນິດຊອງທີ່ມີສ່ວນປະສົມຂອງຄີມຫຼາຍນ້ອຍຕ່າງກັນ ແຊມພູປະສົມຄີມນວດຕ່າງກັນ ບະໝີ່ສຳເລັດຮູບມີຫຼາຍລົດຊາດ.
1.4.4.ກຳນົດງົບປະມານສຳລັບຜະລິດຕະພັນ.
ແມ່ນການກຳນົດງົບປະມານສຳລັບຜະລິດຕະພັນ ເປັນການກຳນົດຄ່າໃຊ້ຈ່າຍຕ່າງໆ ທີ່ຈຳເປັນຕ້ອງໃຊ້ໃນການບໍລິຫານຜະລິດຕະພັນ ເຊັ່ນ ຄ່າໃຊ້ຈ່າຍໃນການວາງແຜນພັດທະນາຜະລິດຕະພັນ ຄ່າໃຊ້ຈ່າຍການຈັດຈຳໜ່າຍແລະ ການກະຈາຍສິນຄ້າ ຄ່າໃຊ້ຈ່າຍການສົ່ງເສີມການຂາຍ ເປັນຕົ້ນ ການກຳນົດຄ່າໃຊ້ຈ່າຍສຳລັບຜະລິດຕະພັນນັ້ນ ບໍລິສັດຕ້ອງພິຈາລະນາວ່າຄວນຈັດສັນງົບປະມານສຳລັບຜະລິດຕະພັນໃດຈຳນວນເທົ່າໃດ.
1.ການຈັດສັນງົບປະມານສຳລັບຜະລິດຕະພັນ.
ແມ່ນການຈັດສັນງົບປະມານສຳລັບຜະລິດຕະພັນ ໃນກໍລະນີທີ່ບໍລິສັດມີຜະລິດຕະພັນຫຼາຍຊະນິດບໍລິສັດຄວນພິຈາລະນາຈັດສັນຊັບພະຍາກອນທາງການເງິນໃຫ້ເໝາະສົມ ເພື່ອໃຫ້ເກີດປະສິດທິພາບສູງສຸດໃນການໃຊ້ເງິນແລະເກີດຜົນທາງການຕະຫຼາດແກ່ຜະລິດຕະພັນ ຫາກບໍລິສັດບໍລິສັດຈັດສັນງົບປະມານບໍ່ເໝາະສົມ ເຮັດໃຫ້ຜົນຕອບແທນຕໍ່ຜະລິດຕະພັນຕ່ຳ ອາດສົ່ງຜົນກະທົບໃນໄລຍະຍາວຕໍ່ການແຂ່ງຂັນຂອງຜະລິດຕະພັນໃນຕະຫຼາດ ເຊັ່ນ:ບໍລິສັດສະໜັບສະໜູນຜະລິດຕະພັນທີ່ຢູ່ໃນໄລຍະຕົກຕ່ຳຊຶ່ງບໍ່ມີໂອກາດເຮັດກຳໄລ ສ່ວນຜະລິດຕະພັນທີ່ກຳລັງເຕີບໂຕກັບບໍ່ໄດ້ຮັບການສະໜັບສະໜູນ ເຮັດໃຫ້ຄວາມສາມາດໃນການ ແຂ່ງຂັນຂອງຜະລິດຕະພັນທີ່ກຳລັງເຕີບໂຕລຸດລົງສົ່ງຜົນໃຫ້ຜະລິດຕະພັນຂອງບໍລິສັດລົ້ມເຫລວທັງສອງ.
2.ແນວທາງວິເຄາະເພື່ອຈັດສັນຊັບພະຍາກອນທາງການເງິນ.
ການຕັດສິນໃຈຈັດສັນຊັບພະຍາກອນທາງການເງິນແກ່ຜະລິດຕະພັນ ບໍລິສັດອາດໃຊ້ແນວທາງວິເຄາະເພື່ອຈັດສັນຊັບພະຍາກອນທາງການເງິນ ໂດຍໃຊ້ BCG Matrix ຊຶ່ງຄິດຄົ້ນໂດຍກຸ່ມທີ່ປຶກສາແຫ່ງເມືອງບອດຕັນ (Boston Consulting Group) ເປັນໝ່ວຍງານທີ່ໃຫ້ຄຳປຶກສາດ້ານການບໍລິຫານຈັດການ.
ການໃຊ້ BCG Matrix ເປັນການພິຈາລະນາປຽບທຽບລະຫວ່າງອັດຕາການຈະເລີນເຕີບໂຕຂອງຕະຫຼາດ (market growth rate) ກັບ ສ່ວນຄອງຕະຫຼາດປຽບທຽບ (relative market share) ຊຶ່ງແບ່ງຜະລິດຕະພັນເປັນ 4 ກລຸ່ມຄື: ຜະລິດຕະພັນດາລາ, ຜະລິດຕະພັນມີບັນຫາ, ຜະລິດຕະພັນເຮັດເງິນ ແລະ ຜະລິດຕະພັນຕົກຕ່ຳ ຊຶ່ງມີລາຍລະອຽດດັ່ງນີ້:
1.ຜະລິດຕະພັນທີ່ເປັນດາລາ (stars)
ເປັນຜະລິດຕະພັນມີສ່ວນຄອງຕະຫຼາດປຽບທຽບສູງແລະ ອັດຕາຈະເລີນເຕີບໂຕຂອງຍອດຂາຍສູງ ຜະລິດຕະພັນກຸ່ມນີ້ຈຶ່ງເປັນຜະລິດຕະພັນກຸ່ມທີ່ເຮັດເງິນໃຫ້ບໍລິສັດ ບໍລິສັດຈຶ່ງຄວນສະໜັບສະໜູນທາງການເງິນເພື່ອຖືຮັກສາສ່ວນຄອງຕະຫຼາດ ແລະສະໜັບສະໜູນໃຫ້ຈະເລີນເຕີບໂຕຕໍ່ໄປ.
2.ຜະລິດຕະພັນທີ່ມີບັນຫາ (question marks)
ເປັນຜະລິດຕະພັນທີ່ເຣີ່ມເຂົ້າສູ່ດລາດ ຈຶ່ງມີສ່ວນຄອງຕລາດປຽບທຽບຕ່ຳ ແຕ່ມີອັດຕາຈະເລີນເຕີບໂຕສູງ ບໍລິສັດຄວນສະໜັບສະໜູນທຣັບຍາກຣທາງການເງີນໃຫ້ກັບຜະລິດຕະພັນກລຸ່ມນີ້ສູງ ເນື່ອງຈາກມີແນວໂນ້ມການຈະເລີນເຕີບໂຕສູງ ການເຂົ້າສູ່ດລາດໃໝ່ຄ່າໃຊ້ຈ່າຍການສົ່ງເສີມຕລາດ ເປັນຕົ້ນ
3.ຜະລິດຕະພັນເຮັດເງິນ (cash cows)
ເປັນຜະລິດຕະພັນມີສ່ວນຄອງຕະຫຼາດປຽບທຽບສູງ ແຕ່ມີອັດຕາຈະເລີນເຕີບໂຕຂອງຍອດຂາຍຕ່ຳ ຈັດເປັນກຸ່ມຜະລິດຕະພັນເຮັດເງິນໃຫ້ກັບບໍລິສັດຫຼາຍ ການຈັດສັນຊັບພະຍາກອນທາງການເງິນສຳລັບກຸ່ມນີ້ຈະນ້ອຍລົງ ເນື່ອງຈາກເລີ່ມເຂົ້າສູ່ໄລຍະອິ່ມຕົວ.
4.ຜະລິດຕະພັນທີ່ຕົກຕ່ຳ (dogs)
ເປັນຜະລິດຕະພັນມີສ່ວນຄອງຕະຫຼາດປຽບທຽບຕ່ຳແລະ ມີອັດຕາຈະເລີນເຕີບໂຕຂອງຍອດຂາຍຕ່ຳ ຈັດເປັນກຸ່ມຜະລິດຕະພັນເຮັດເງິນໃຫ້ບໍລິສັດນ້ອຍຫຼາຍເນື່ອງຈາກຕະຫຼາດເສື່ອມຄວາມນິຍົມ ບໍລິສັດຈຶ່ງບໍ່ຄວນຈັດສັນຊັບພະຍາກອນທາງການເງິນແກ່ກຸ່ມຜະລິດຕະພັນນີ້ຫຼາຍ ເພາະແນວໂນ້ມຂອງຍອດຂາຍລຸດລົງເລື້ອຍໆ ໃນທີ່ສຸດບໍລິສັດອາດຕ້ອງຖອນຜະລິດຕະພັນກຸ່ມນີ້ອອກຈາກຕະຫຼາດ.
1.4.5.ການວາງແຜນກຸນລະຍຸດດ້ານຜະລິດຕະພັນ.
ການວາງແຜນກົນລະຍຸດຜະລິຕະພັນ ເປັນການກຳນົດລາຍລະອຽດຂອງຜະລິດຕະພັນໃນເລື່ອງຕ່າງໆເຊັ່ນ:
- ກົນລະຍຸດສ່ວນປະສົມຜະລິດຕະພັນ
- ກົນລະຍຸດບັນຈຸພັນ
- ກົນລະຍຸດປ້າຍສະຫຼາກ ແລະ ຫັດແທງ
- ກົນລະຍຸດວົງຈອນຊີວິິດຜະລິດຕະພັນ
- ກົນລະຍຸດພັດທະນາຜະລິດຕະພັນໃໝ່
- ກົນລະຍຸດຜະລິດຕະພັນບໍລິການ
1.4.6.ການຈັດອົງກອນເພື່ອບໍລິຫານຜະລິດຕະພັນ.
ການຈັດອົງກອນເພື່ອບໍລິຫານຜະລິດຕະພັນເປັນການກຳນົດພາລະງານແລະ ໝ້າທີ່ຄວາມຮັບຜິດຊອບຂອງບຸກຄົນໃນແຜນການຕະຫຼາດ ເພື່ອສາມາດປະຕິບັດງານໃຫ້ບັນລຸເປົ້າໝາຍ ຊຶ່ງສາມາດແບ່ງອົງກອນເພື່ອບໍລິຫານຜະລິດຕະພັນໄດ້ 4 ແນວທາງດັ່ງນີ້:
1.ການຈັດອົງກອນຕາມໝ້າທີ່ (functional organization)
ແມ່ນເປັນການຈັດໂຄງສ້າງອົງກອນໂດຍແບ່ງເປັນແຜນການຕ່າງໆ ຕາມຄວາມຈຳເປັນຂອງແຕ່ລະອົງກອນສະແດງການຈັດອົງກອນຕາມໝ້າທີ່ ຊຶ່ງແບ່ງເປັນ ຝ່າຍໂຄສະນາ, ຝ່າຍຂາຍ, ຝ່າຍຂົນສົ່ງ ແລະ ຄັງສິນຄ້າ, ຝ່າຍຜະລິດຕະພັນໃໝ່ ແລະຝ່າຍວິໄຈຕະຫຼາດ.
ການຈັດອົງຕາມໝ້າທີ່ມີຂໍ້ດີ ແມ່ນຈັດໂຄງສ້າງອົງກອນໄດ້ງ່າຍ ແຕ່ລະແຜນການມີໝ້າທີ່ແຍກກັນຊັດເຈນ ແຕ່ມີຂໍ້ເສຍໃນກໍລະນີທີ່ບໍລິສັດມີຈຳນວນຜະລິດຕະພັນຫຼາຍຂຶ້ນເຮັດໃຫ້ເບິ່ງແຍງຜະລິດຕະພັນໄດ້ບໍ່ທົ່ວເຖິງ ເຮັດໃຫ້ເສຍໂອກາດທາງການຕະຫຼາດໄປໄດ້.
2.ການຈັດອົງກອນຕາມລູກຄ້າ (Customer organization)
ແມ່ນເພື່ອຕອບສະໝອງຄວາມຕ້ອງການຂອງລູກຄ້າທີ່ມີລັກສະນະທີ່ແຕກຕ່າງກັນ ນິຍົມໃຊ້ໃນກໍລະນີທີ່ອົງກອນນັ້ນມີລູກຄ້າແຕກຕ່າງກັນ ເຊັ່ນພຶດຕິກຳໃນການຊື້ ຂັ້ນຕອນການຈັດຊື້ ຫຼື ຮອບໄລຍະເວລາການຈັດຊື້ ເປັນຕົ້ນ ດັ່ງພາບທີ່ສະແດງການຈັດອົງກອນຕາມລູກຄ້າໃນແຜນການຂາຍ ຊຶ່ງແບ່ງເປັນ ແຜນການຂາຍຮ້ານຄ້າສົ່ງ ແຜນການຂາຍຮ້ານຄ້າຍ່ອຍ ແຜນການຂາຍສ່ວນຕະຫຼາດການແລະ ອົງກອນ ແຜນການຂາຍໂຮງງານອຸດສາຫະກຳ.
3.ການຈັດອົງກອນຕາມຜະລິດຕະພັນ ແລະ ກາສິນຄ້າ (product and brand organization)
ແມ່ນເປັນການຈັດອົງກອນເພື່ອໃຫ້ເບິ່ງແຍງຜະລິດຕະພັນແລະ ກາຜະລິດຕະພັນໄດ້ທົ່ວເຖິງ ຊຶ່ງອາດຈັດເປັນຜູ້ຈັດການກຸ່ມຜະລິດຕະພັນແລະ ຜູ້ຈັດການກາຜະລິດຕະພັນແຕ່ລະກາອີກທີ ໂດຍຂຶ້ນຢູ່ກັບຂະໜາດຂອງບໍລິສັດ ມີຈຳນວນກຸ່ມຜະລິດຕະພັນ ແລະ ກາຫຼາຍນ້ອຍພຽງໃດ ໃນການຈັດອົງກອນແບບນີ້ນິຍົມໃຊ້ສຳລັບບໍລິສັດທີ່ມີຜະລິດຕະພັນມີຄວາມຫຼາກຫຼາຍແຕກຕ່າງກັນ ເພື່ອເບິ່ງແຍງຍອດຂາຍຂອງແຕ່ລະຜະລິດຕະພັນໄດ້ທົ່ວເຖິງ ແລະຕອບໂຕ້ຄູແຂ່ງຂັນໄດ້ວ່ອງໄວ ແຕ່ບໍ່ເໝາະສຳລັບບໍລິສັດທີ່ຍອດຂາຍຂອງຜະລິດຕະພັນມີນ້ອຍ ເພາະເຮັດໃຫ້ຄ່າໃຊ້ຈ່າຍສູງເກີນຄວາມຈຳເປັນ. ຕົວຢ່າງການຈັດອົງກອນຕາມຜະລິດຕະພັນສະແດງການຈັດອົງກອນຕາມກຸ່ມຜະລິດຕະພັນແລະ ກາຊຶ່ງແບ່ງເປັນ 3 ກຸ່ມຜະລິດຕະພັນ ແມ່ນເສື້ອຜ້າສຳເລັດດຮູບ, ຊຸດຊັ້ນໃນ ແລະຊຸດກິລາ.
4.ການຈັດອົງກອນຕາມພື້ນທີ່ (geographical organization)
ແມ່ນກະຈາຍຕາມສະພາບພູມສາດ ນິຍົມໃຊ້ກໍລະນີທີ່ກິດຈະການມີອານາເຂດຂາຍກະຈາຍຕາມພູມິພາກຕ່າງໆ ການຈັດແບບນີ້ເພື່ອຕອບສະໝອງລູກຄ້າທີ່ກະຈາຍຢູ່ຕາມພື້ນທີ່ຕ່າງໆ ໄດ້ທົ່ວເຖິງ ແລະ ຕອບສະໝອງຄວາມຕ້ອງການທີ່ແຕກຕ່າງກັນຂອງແຕ່ລະພູມິພາກເຊັນ: ພາກເໝືອ, ພາກກາງ, ພາກໃຕ້.
1.4.7.ການປະຕິບັດຕາມແຜນ ການຄວບຄຸມ ແລະ ປະເມີນຜົນ.
ການປະຕິບັດຕາມແຜນ (implementing) ເປັນຂັ້ນນຳແຜນທີ່ວາງໄວ້ສູ່ການປະຕິບັດ ໂດຍການມອບ ໝາຍພາລະໝ້າທີ່ໃຫ້ບຸກຄະລາກອນໃນແຜນການງານຕ່າງໆ ຂອງອົງກອນນຳໄປປະຕິບັດ ເພື່ອໃຫ້ບັນລຸເປົ້າໝາຍທີ່ວາງໄວ້.
ການຄວບຄຸມ ແລະ ປະເມີນຜົນ (controlling and evaluation) ເປັນຂັ້ນຕອນສຸດທ້າຍຂອງຂະບວນການບໍລິຫານຕະຫຼາດແລະ ບໍລິຫານຜະລິດຕະພັນ ເພື່ອກວດສອບຜົນການປະຕິບັດງານຜະລິດຕະພັນ ແລະ ວັດຜົນງານ ແລະ ປຽບທຽບຜົນງານກັບເກນມາດຕະຖານທີ່ວາງໄວ້ ຫາກບໍ່ໄດ້ຕາມເກນຫຼື ພົບຂໍ້ບົກຜ່ອງຈະໄດ້ນຳໄປສູ່ການປັບປຸງແກ້ໄຂຕໍ່ໄປ.