ພາກທີ 8
ວຽກງານກວດກາການເງິນ
1.ກວດກາການເງິນ ແມ່ນຫຍັງ ?
ແມ່ນປະເພດກວດກາທີ່ໄດ້ຮັບການສະແດງອອກດວ້ຍຂະບວນວິວັດແບ່ງປັນບັນດາແຫ່ງກຳລັງການເງິນເພື່ອຮັບປະກັລັກສະນະຖືກຕ້ອງ ລັກສະນະສົມເຫດສົມຜົນຂອງການສ້າງຕັ້ງ ແລະ ນຳໃຊ້ບັນດາຄັງເງິນຕາ, ແນ່ໃສ່ປະຕິບັດຈຸດໝາຍທີ່ໄດ້ກຳນົດໄວ້ເປັນຢ່າງດີ.
2.ຈຸດພິເສດຂອງການກວດກາການເງິນມີຄືແນວໃດ ?
- ແມ່ນຈຸດພິເສດອັນເປັນພື້ນຖານຂອງກວດກາການເງິນແມ່ນ ກວດກາເງິນໄດ້ຮັບການປະຕິບັດຜ່ານການໄຈ້ແຍກຈ່າຍເຖິງ (ຄາດໝາຍລາຄາ) ທີ່ມີຕໍ່ຂະບວບວິວັດແຫ່ງການສ້າງຕັ້ງ, ແບ່ງປັນ ແລະ ນຳໃຊ້ບັນດາແຫ່ງທຶນການເງິນ.
- ກວດກາການເງິນມີລັກສະນະສັງລວມ, ຮອບດ້ານ, ເປັນປະຈຳກ້ວາງຂວາງ ແລະ ສະແດງໃຫ້ເຫັນລັກສະນະທັນການ.
3.ຜົນດີຂອງການກວດກາການເງິນມີຄືແນວໃດ ?
- ພິຈາລະນາທາງລັດ
- ກ່ຽວກັບບັນດາວິສາຫະກິດ
- ໃນຈົງເຂດປອດການຜະລິດວັດຖຸ
4.ຫຼັກການກວດກາການເງິນຕ້ອງປະຕິບັດຕາມຫຼັກການໃດແດ່ ?
- ຫຼັກການກວດກາການເງິນ
- ຫຼັກການແມ່ນຍຳ, ພາວະວິໄສ, ເປີດເຜີຍ, ເປັນປະຈຳ ແລະ ກ້ວາງຂວາງ.
- ຫຼັກການປົກປັກຄວາມຫຼັບ
- ຫຼັກການມະຫາຊົນ
- ຫຼັກການກວດກາ ແມ່ນຫ້າມຂັດຂວາງການເຄືອນໄຫວທົ່ວໄປຂອງອົງການຈັດຕັ້ງ ແລະ ສ່ວນບຸກຄົນທີ່ເປັນເປົ້າໝາຍກວດກາ.
5.ເນື້ອໃນກວດກາການເງິນມີການຈຳແນກອອກເປັນຈັດປະເພດ ? ປະເພດໃດແດ່ ?
ມີ 3 ປະເພດຄື:
- ກວດກາກ່ອນປະຕິບັດແຜນການການເງິນ
- ກວດກາການເງິນໃນຂະບວນວິວັດປະຕິບັດແຜນການການເງິນ
- ກວດກາຫຼັງປະຕິບັດແຜນການການເງິນ.
6.ວິທີການກວດກາການເງິນ ແມ່ນແນວໃດ ?
ແມ່ນ ແບບວິທີດຳເນີນການກວດກາການເງິນ, ແນ່ໃສບັນລຸໃຫ້ໄດ້ຈຸໝາຍທີ່ວາງອອກ.
7.ວິທີການກວດກາຮັບຮູ້ຕາມການແບ່ງປະເພດຕ່າງກັນມີຫຍັງແດ່ ?
- ອີງໃສ່ຂອບເຂດກວດກາການເງິນ
- ອີງໃສ່ຫຼັກຖານກວດກາການເງິນ
8.ອີງໃສ່ຂອບເຂດກວດກາການເງິນມີຄື:
- ກວດກາຮອບດ້ານ
- ກວດກາແບບຈຸດໝັກ ຫຼື ກວດກາຫົວເລືອງ
- ກວດກາແບບສັງລວມ
- ກວດກາເປົ້າໝາຍເດັ່ນ (ກວດກາເລືອກແບບ)
9.ອີງໃສ່ຫຼັກຖານກວດກາການເງິນມີຄື:
- ກວດກາຜ່ານໃບບິນ
- ກວດກາຕົວຈິງ
10.ບັນດາເຈົ້າກຳດຳເນີນການກວດກາການເງິນມີຄື:
- ເຈົ້າກຳກວດກາທີ່ມີຕໍ່ງົບປະມານ
- ບັນດາເຈົ້າກຳກວດກາການເງິນທີ່ຂຶ້ນກັບກົມກອງຮາຖານ.
11.ເຈົ້າກຳກວດກາທີ່ມີຕໍ່ງົບປະມານ ມີຫຍັງແດ່ ?
- ສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ
- ລັດຖະບານ ແລະ ຄະນະກຳມະການປະຊາຊົນທຸກຂັ້ນ
- ກະຊວງການເງິນ ອົງການການເງິນທຸກຂັ້ນ