ພາກທີ 7 ການເງິນສາກົນ
ແມ່ນ ລະບົບການພົວພັນການເງິນ ທີ່ເກີດຂຶ້ນລະຫວ່າງບັນດາເຈົ້າກຳ ຂອງປະເທດໝຶ່ງກັບບັນດາເຈົ້າກຳຂອງປະເທດອື່ນໆ ແລະ ບັນດາອົງການຈັດຕັ້ງສາກົນ, ຕິດພັນກັບກະແສເຄືອນຍ້າຍຂອງສິນຄ້າ ແລະ ທຶນຢູ່ໃນໂລກຕາມຫຼັກການເຄື່ອນທີ່ແນ່ນອນ.
- ການຮ່ວມມືສາກົນ, ໂດຍສະເພາະ ແມ່ນການຮວ່ມມືສາກົນກັບເສດຖະກິດ.
- ບັນດາການພົວພັນການເມືອງລະຫວ່າງປະເທດຕ່າງໆ ໃນວົງຄະນະຍາດສາກົນ.
- ເຄົາລົບເອກະລາດ, ອະທິບາຍ ແລະ ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນແຕ່ລະປະເທດໃນຖານະເປັນປະເທດເອກກະລາດ, ມີອະທິປະໄຕທາງດ້ານເສດຖະກິດ, ການເມືອງ, ສັງຄົມ ແລະ ພູມສາດ.
- ຄວາມສະເໝີພາບ.
- ຕ່າງຝ່າຍຕ່າງມີຜົນປະໂຫຍດ.
- ສ້າງເງືອນໄຂສະດວກໃຫ້ປະເທດຕ່າງໆ ເຊື່ອມໂຍງເຂົ້າກັນກັບພື້ນຖານເສດຖະກິດໂລກ.
- ເປີດໂອກາດໃຫ້ປະເທດຕ່າງໆ ພັດທະນາເສດຖະກິດສັງຄົມ.
- ຍົກສູງປະສິດທິຜົນນຳໃຊ້ແຫ່ງກຳລັງການເງິນ.
ແມ່ນ ການລົງທຶນລະຫວ່າງຕ່າງປະເທດປະກອບດວ້ຍທຶນຫຼາຍພໍສົມຄວນເຂົ້າໃນຂົງເຂດການຜະລິດ ແລະ ການບໍລິການ, ອະອຸຍາດໃຫ້ນັກລົງທຶນເຂົ້າມາລົງທຶນເພືອພັດທະນາຊີ້ນຳໃຫ້ແກ່ກຸມເປົ້າໝາຍຂອງການລົງທຶນ.
- FDI ແມ່ນ: ການລົງທຶນໂດຍຕົງຈາກຕ່າງປະເທດ.
- FDI ຫຍໍ້ມາຈາກ: (Foreign Direct Investment).
- GDP ແມ່ນ: ມວນຜົນຜະລິດລວມພາຍໃນປະເທດເຊິ່ງໝາຍເຖິງຜົນລວມທັງໝົດຂອງສິນຄ້າ ແລະ ບໍລິການທີ່ຜະລິດພາຍໃນປະເທດໃນລະປີ.
- GDP ຫຍໍ້ມາຈາກ: ( Gross Domestic Product ).
ແມ່ນບ້ວງເງິນຊ່ວຍເຫຼື່ອຂອງລັດຖະບານ ຫຼື ອົງການທີ່ຂື້ນກັບລັດຖະບານຢູ່ບັນດາປະເທດພັດຖະນາທີ່ມີຕໍ່ປະເທດທຸກຈົນ ຫຼື ພວມພັດທະນາຈຳນວນໝຶ່ງ ຫຼື ຍ້ອນເຫດຜົນມະນຸດສະທຳ, ພົວພັນລະຫວ່າງປະເທດ, ການເມືອງ, ຍຸດທະສາດພັດທະນາ ແລະ ເຫດຜົນຈຳນວນໝຶ່ງຂອງຝ່າຍທີ່ໃຫ້ການຊ່ວຍເຫຼື່ອ.
ແມ່ນ ຕາຕະລາງລາຍສະຖິຕິທີ່ໄດ້ບັນທຶກຕາມຫຼັກການບັນຊີກ່ຽວກັບບັນດາບ້ວງລາຍຮັບ ແລະ ຈ່າຍກ່ຽວຂ້ອງເຖິງການຕິດຕໍພົວພັນສາກົນຂອງປະເທດໝຶ່ງຢູ່ໃນຈຸດປະສົ່ງເວລາໃດໝຶ່ງ ຫຼື ໄລຍະທີ່ແນ່ນອນໃດໝຶ່ງ.
- ແມ່ນຂໍ້ມູນລະອຽດພົວພັນເຖິງການສະໝອງ ແລະ ຄວາມຕ້ອງການເງິນຕາຂອງປະເທດໝຶ່ງກັບສາກົນ.
- ແມ່ນຂໍ້ມູນຂ່າວສານໃນດຸນຊຳລະອາດຈະຖືກນຳໃຊ້ເພື່ອຕີລາຄາຄວາມສາມາດແກ່ງແຍ່ງໃນຕະຫຼາດສາກົນຂອງແຕ່ລະປະເທດ.
- ບັນຊີເງິນຝາກບໍຄົງທີ່
- ບັນຊີເງິນຝາກທຶນ
- ບັນຊີເງິນຝາກສະສົມທາງການ
- ກ່ຽວກັບການພົວພັນສິນເຊື່ອສາກົນ
- ກ່ຽວກັບຮູບການລົງທຶນໂດຍກົງຂອງຕ່າງປະເທດ
- ກ່ຽວກັບການເປີດປະຕູຕະຫຼາດການເງິນ.
- ODA ແມ່ນ: ແມ່ນ ການຊ່ວຍເຫຼືອລ້າເພື່ອການພັດທະນາຢ່າງເປັນທາງການ.
- ODA ຫຍໍ້ມາຈາກ: ( Official Development Assistance).