ປະເພດຂອງເງິນທຶນ
ເງິນທຶນທີ່ໃຊ້ໃນການດຳເນີນທຸລະກິດແບ່ງໄດ້ເປັນ 2 ປະເພດຄື:
1.1.ເງິນທຶນຄົງທີ່.
ເງິນທຶນຄົງທີ່ ໝາຍເຖິງ ເງິນທຶນທີ່ອົງກອນທຸລະກິດຈັດຫາເພື່ອນຳມາໃຊ້ໃນການຈັດຫາຊັບສິນຖາວອນ ຊັບສິນຖາວອນ ໝາຍເຖິງ ສິນຊັບທີ່ອາຍຸການໃຊ້ງານດົນເກີນກວ່າ 1 ປີ ດັ່ງນັ້ນ ເງິນທຶນຄົງທີ່ ອງົງກອນທຸລະກິດຈຶ່ງນຳມາໃຊ້ໃນການລົງທຶນຊື້ທີ່ດິນ, ສ້າງອາຄານ, ຊື້ເຄື່ອງຈັກ, ຊື້ເຄື່ອງໃຊ້ສຳນັກງານ ເປັນຕົ້ນ.
1.2.ເງິນທຶນໝຸນວຽນ.
ເງິນທຶນໝູນວຽນ ໝາຍເຖິງ ເງິນທຶນທີ່ອົງກອນທຸລະກິດຈັດຫາ ເພື່ອນຳມາໃຊ້ໃນການຈັດຫາຊັບສິນໝູນວຽນ ຫຼື ໃຊ້ໃນການດຳເນີນກິດຈະການ ຊັບສິນໝູນວວຽນ ໝາຍເຖິງ ສິນຊັບທີ່ອາຍຸການໃຊ້ງານບໍ່ເກີນໜຶ່ງປີ ດັ່ງນັ້ນເງິນທຶນໝູນວຽນ ອົງກອນທຸລະກິດຈຶ່ງນຳມາໃຊ້ໃນການຊື້ວັດຖຸດິບ, ຊື້ສິນຄ້າ, ຈ່າຍຄ່າແຮງງານ, ຈ່າຍຄ່າເບ້ຍປະກັນໄພຈ່າຍຄ່າຂົນສົ່ງ ຈ່າຍຄ່າໂຄດສະນາ, ຈ່າຍຄ່າສາທານະນຸປະໂພກ ເປັນຕົ້ນ.