ປະເພດຂອງການອອມເງິນ
ປະເພດຂອງການອອມເງິນ ການເກັບອອມເງິນເພື່ອໃຫ້ບັນລຸເປົ້າໝາຍໃນຊີວິດບຸກຄົນນັ້ນ ແບ່ງອອກໄດ້ດັ່ງນີ້:
1.ການອອມເພື່ອຄວາມໝັ້ນຄົງ ຫຼື ເພື່ອລາຍຈ່າຍສຸກເສີນ.
ແມ່ນເປັນການອອມເງິນເພື່ອໃຊ້ຈ່າຍເມື່ອມີເຫດການບໍ່ຄາດຄິດວ່າຈະເກີດຂຶ້ນ ເຊັ່ນ: ເຈັບປ່ວຍ, ອຸບັດເຫດ, ຕົກງານ, ຊ່ອມແວມເຮືອນ ເປັນຕົ້ນ ເງິນອອມນີ້ຈະຊ່ວຍໃຫ້ແຕ່ລະບຸກຄົນດຳລົງຊີວິດໄດ້ຕາມປົກກະຕິໂດຍບໍ່ເດືອດຮ້ອນເມື່ອມີເຫດການນັ້ນເກີດຂຶ້ນ.
2.ການອອມເພື່ອກະສຽນ.
ແມ່ນເປັນການອອມເພື່ອເກັບສະສົມເງິນໄວ້ເພື່ອໃຊ້ຈ່າຍໃນຍາມກະສຽນ ຊຶ່ງຜູ້ທີ່ກະສຽນອາຍຸຈະມີລາຍໄດ້ລຸດລົງ ເງິນອອມນີ້ຈະຊ່ວຍໃຫ້ຊີວິດໃນໄວກະສຽນດຳເນີນໄປຢ່າງມີຄວາມສຸກບໍ່ລຳບາກ.
3.ການອອມເພື່ອການລົງທຶນ.
ແມ່ນເປັນການສະສົມເງິນອອມເພື່ອນຳເງິນໄປລົງທຶນເຮັດທຸລະກິດຫຼື ລົງທຶນໃນຫຼັກຊັບເຊັ່ນ: ລົງທຶນໃນຮຸ້ນ, ລົງທຶນໃນຮຸ້ນກູ້, ການຊື້ສິນຊັບເພື່ອຂາຍຕໍ່ ໂດຍມີເປົ້າໝາຍເພື່ອໃຫ້ມີຜົນຕອບແທນເພີ່ມ ຫຼາຍກວ່າດອກເບ້ຍເງິນຝາກທີ່ໄດ້ຮັບຈາກການອອມເງິນໄວ້ທີ່ດທະນາຄານ ເງິນອອມນີ້ຈະຊ່ວຍເຮັດໃຫ້ບຸກຄົນມີອິດສະຫລະພາບໃນການໃຊ້ເງິນຫຼາຍຂຶ້ນ ໂດຍບໍ່ຕ້ອງລໍລາຍໄດ້ຈາກການເຮັດວຽກງານຢ່າງດຽວ.
1.1.ຮູບແບບຂອງການອອມ.
ເງິນອອມສ່ວນໃຫຍ່ມາຈາກການຝາກເງິນກັບທະນາຄານທີ່ສຸດແລະ ຮອງລົງມາ ແມ່ນ ການປະກັນຊີວິດເນື່ອງຈາກຜູ້ທີ່ມີລາຍໄດ້ຄ່ອນຂ້າງສູງມັກຈະນິຍົມອອມໃນຮູບແບບນີ້ ນອກຈາກນີ້ຍັງມີການອອມໃນຮູບແບບອື່ນໆ ເຊັ່ນ: ການອອມສະຫະກອນ ແລະກອງທຶນສຳຮອງລ້ຽງຊີບ ສາມາດແບ່ງຮູບແບບຂອງເງິນອອມໄດ້ດັ່ງນີ້:
1.1.1.ການອອມກັບທະນາຄານ.
1.ເງິນຝາກກະແສລາຍວັນ.
ແມ່ນເງິນທີຕ້ອງຈ່າຍຄືນທັນທີເມື່ອທວງຖາມ ແຕ່ຜູ້ຝາກເງິນປະເພດນີ້ຈະບໍ່ໄດ້ຮັບດອກເບ້ຍແຕ່ຈະ ໄດ້ຮັບຜົນປະໂຫຍດຈາກການບໍລິການດ້ານອື່ນໆ ເຊັ່ນ: ຄວາມສະດວກໃນການໃຊ້ ແຊັກ, ການຮຽກເກັບເງິນຕາມແຊັກ ແລະ ການຫັກບັນຊີເປັນຕົ້ນ.
2.ເງິນຝາກປະຢັດ.
ແມ່ນເງິນຝາກທີ່ບໍ່ກໍານົດໄລຍະເວລາໃນ ການຝາກ ແລະ ການຖອນຄືນ ໂດຍທະນາຄານຈະຄິດໄລ່ ແລະ ຈ່າຍດອກເບ້ຍເງິນ ຝາກປີລະ 2 ຄັ້ງ ຫຼື ທຸກໆ 3 ເດືອນ.
3.ເງິນຝາກປະຈຳ.
ໝາຍເຖິງ ເງິນຝາກທີ່ທະນາຄານກໍານົດໄລຍະ ເວລາໃນການຖອນຄືນ ແລະ ກໍານົດອັດຕາດອກເບ້ຍຈ່າຍຕາມໄລຍະທີ່ທະນາຄານ ກໍານົດ ເຊິ່ງມີຫຼາຍທາງເລືອກດັ່ງນີ້: ຝາກປະຈໍາ 3 ເດືອນ, 6 ເດືອນ, 12 ເດືອນ ແລະ 24 ເດືອນ ແລະ ອື່ນໆ.
4.ເງິນຝາກປະຢັດເພື່ອລູກຫຼານ.
ແມ່ນເງິນຝາກປະຢັດເພື່ອລູກຫຼານເປັນອີກບັນຊີປະເພດໜື່ງ ທີ່ຊ່ວຍສະສົມທຶນ ເພື່ອໄວ້ໃຫ້ລູກຫຼານໃນອານາຄົດ ເປັນຜະລິດຕະພັນທີ່ເໝາະສໍາລັບຜູ້ປົກຄອງທຸກທ່ານທີ່ຕ້ອງທ້ອນເງິນໃຫ້ກັບຄົນທີ່ທ່ານຮັກພ້ອມເປັນການວາງແຜນອານາຄົດທີ່ດີໄວ້ໃຫ້ລູກຫຼານຂອງທ່ານອີກດ້ວຍ, ເປັນບັນຊີທີ່ສາມາດຝາກເງິນເຂົ້າບັນຊີໄດ້ຕະຫຼອດເວລາບໍ່ຈຳກັດຈຳນວນຄັ້ງແລະ ວົງເງິນ.
1.1.2.ການປະກັນຊີວິດ.
ການປະກັນຊີວິດ, ເຊິ່ງ ໝາຍ ເຖິງການຮັບປະກັນຊີວິດ, ແມ່ນສັນຍາລະຫວ່າງຜູ້ປະກັນໄພ (ຝ່າຍທີ່ຂາຍປະກັນໄພ) ແລະ ຜູ້ປະກັນໄພ (ບຸກຄົນທີ່ໄດ້ຮັບການປະກັນໄພ) ທີ່ຜູ້ປະກັນຕົນມີພັນທະຕ້ອງຈ່າຍຄ່າປະກັນໄພເປັນການຕອບແທນ ສຳລັບການຊົດເຊີຍໂດຍຜູ້ປະກັນໄພ ການສູນເສຍສະເພາະ, ການເຈັບເປັນ (ຢູ່ປາຍທາງ ຫຼື ສຳຄັນ) ຫຼື ການເສຍຊີວິດຂອງຜູ້ປະກັນຕົນ. ຂໍ້ກຳນົດໃນສັນຍາຈະຮຽກຮ້ອງໃຫ້ຜູ້ປະກັນໄພຈ່າຍຄ່າ ທຳນຽມ ຊຳລະເປັນງວດເປັນແຕ່ລະໄລຍະ ຫຼື ເປັນຈຳນວນເງິນກ້ອນ.
1.2.ຫຼັກເກນທີຄວນພິຈາລະນາໃນການອອມ.
ບຸກຄົນຕ່າງໆ ແລະຄອບຄົວໄດ້ຕັດສິນໃຈ ແລະ ວາງແຜນເພື່ອການເກັບອອມແລ້ວ ຄວນຄຳນຶງເຖິງຫຼັກເກນຄື:
1.ຄວາມປອດໄພຂອງເງິນອອມ ຄຳນຶງເຖິງຄວາມປອດໄພຂອງເງິນວ່າຈະບໍ່ສ່ຽງຕໍ່ການຂາດທຶນ ການສູນຫາຍ.
2.ສະພາບຄ່ອງຂອງເງິນອອມ ຄວາມຕ້ອງການໃຊ້ເງິນມີຄວາມສະດວກວ່ອງໄວທັນກັບຄວາມຕ້ອງການຫຼື ບໍ່ສາມາດນຳມາໃຊ້ໄດ້ຕະຫຼອດເວລາທີ່ຕ້ອງການ.
3.ມີຄວາມສະດວກ ວ່ອງໄວ ຫຼຸດຄວາມຊ້ຳຊ້ອນໃນການອອມ.
4.ອັດຕາຜົນຕອບແທນ ເຊັ່ນ ຝາກເງິນໄລຍະຍາວຄວນຕ້ອງໄດ້ຮັບດອກເບ້ຍສູງກວ່າເງິນຝາກໄລຍະສັ້ນ.
ພາສີທີ່ຕ້ອງຊຳລະ ເຊັ່ນ ການຝາກປະຈຳກັບ ທະນາຄານພານິດ ຈະຕ້ອງເສຍພາສີ ສ່ວນການຝາກເງິນປະເພດອອມຊັບ ບໍ່ຕ້ອງເສຍພາສີ.
1.2.1.ການຝຶກຝົນນິໃສການອອມ.
- ໃຊ້ຈ່າຍເງິນຢ່າງປະຢັດ.
- ຫາວິທີເພີ່ມລາຍຮັບ.
- ນຶກເຖິງການອອມທຸກຄັ້ງທີ່ມີການໃຊ້ຈ່າຍເງິນ.
- ວາງແຜນການອອມ ໄລຍະຍາວ ແລະ ໄລຍະສັ້ນ.
- ປູກຝັງຄ່ານິຍົມການອອມໃຫ້ກັບສະມາຊິກໃນຄອບຄົວ.