ຕະຫຼາດຂັ້ນໜຶ່ງ ແລະ ຕະຫຼາດຂັ້ນສອງ
ຕະຫຼາດທຶນທີ່ສົມບູນ ແມ່ນປະກອບດ້ວຍ 2 ຕະຫຼາດ ຄື: ຕະຫຼາດຂັ້ນໜຶ່ງ ແລະ ຕະຫຼາດຂັ້ນສອງ.
1.ຕະຫຼາດຂັ້ນໜຶ່ງ
ແມ່ນຕະຫຼາດເພື່ອການລະດົມທຶ ນໄລຍະຍາວຂອງບັນດາບໍລິສັດ ໂດຍການອອກຈຳໜ່າຍຫຼັກຊັບຂອງຕົນໃຫ້ແກ່ຜູ່ລົງທຶນ, ຊຶ່ງການອອກຈຳໜ່າຍຫຼັກຊັບ ຕ້ອງໄດ້ຮັບອະນຸຍາດຈາກ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສານັກງານ ຄຄຊ) ຕາມລະບຽບການທີ່ກຳນົດໄວ້.ການຊື້-ຂາຍຫຼັກຊັບໃນຕະຫຼາດຂັ້ ນໜຶ່ງ ແມ່ນການຊື້-ຂາຍລະຫວ່າງບໍລິສັດຜູ່ ອອກຈຳໜ່າຍຫຼັກຊັບ (ຜູ່ຕ້ອງການທຶນ) ແລະ ຜູ່ລົງທຶນ (ຜູ່ມີເງິນທຶນ), ຊຶ່ງບໍລິສັດຈະໄດ້ເງິນທຶນໄປດຳເນີ ນທຸລະກິດຕາມຈຸດປະສົງທີ່ກຳນົດໄວ້ໃນໜັງສືຊວນຊື້. ສຳລັບຜູ່ລົງທຶນກໍ່ຈະໄດ້ຮັບຫຼັ ກຊັບຂອງບໍລິສັດດັ່ງກ່າວ ຕາມວິທີການແບ່ງປັນຫຼັກຊັບ ທີ່ໄດ້ກໍານົດໄວ້ໃນໜັງສືຊວນຊື້, ຊຶ່ງໄດ້ຮັບການເຫັນດີຈາກ ສຳນັກງານຄະນະກຳມະການຄຸ້ມຄອງຫຼັ ກຊັບ.
2.ຕະຫຼາດຂັ້ນສອງ
ແມ່ນສູນກາງໃຫ້ບໍລິການຊື້-ຂາຍຫຼັ ກຊັບ, ສະສາງ-ຊຳລະ ແລະ ຮັບຝາກຫຼັກຊັບ ຫຼື ເວົ້າອີກຢ່າງໜຶ່ງ ຕະຫຼາດຂັ້ນສອງ ແມ່ນຕະຫຼາດຫຼັກຊັບ ທີ່ເຮັດໜ້າທີ່ເພື່ ອອຳນວຍຄວາມສະດວກໃຫ້ແກ່ການຈໍລະຈອນຂອງຫຼັກຊັບທີ່ຜ່ານການອອກຈຳໜ່ າຍໃນຕະຫຼາດຂັ້ນໜຶ່ງ. ຕະຫຼາດຂັ້ນສອງຢູ່ ສປປ ລາວ ແມ່ນ ຕະຫຼາດຫຼັກຊັບລາວ (ຕລຊລ).ການຊື້-ຂາຍຫຼັກຊັບໃນຕະຫຼາດຂັ້ ນສອງ ແມ່ນການຊື້-ຂາຍລະຫວ່າງຜູ່ມີຮຸ້ນ ແລະ ຜູ່ມີເງິນທຶນ, ຊຶ່ງເງິນທີ່ເກີດຂຶ້ນຈາກການຊື້-ຂາຍຈະໝູ ນວຽນລະຫວ່າງຜູ້ຊື້ ແລະ ຜູ້ຂາຍ.