ບົດທີ 4
ຕະຫຼາດການເງິນ
4.1.ນິຍາມຕະຫຼາດການເງິນ
- ຕະຫຼາດການເງິນມັນມີລັກຊະນະທີ່ແຕກຕ່າງຈາກຕະຫຼາດສິນຄ້າ ໂດຍທົ່ວໄປ.
- ຕະຫຼາດການເງິນໃນປະຈຸບັນນີ້ມັນມີເຄືອງ ແລະ ກົນໄກການເຄືອນໄຫວທີ່ແຕກຕ່າງກັນ.
- ຂະບວນການເຄືອນຍ້າຍເງິນທຶນໃນພື້ນຖານເສດຖະກິດມີຫຼາຍຮູບແບບ.
4.2.ບົດບາດຂອງຕະຫຼາດການເງິນ
ບົດບາດຂອງຕະຫຼາດການມີຄື:
- ເຮັດໃຫ້ຜູ້ອອມໄດ້ຮັບຜົນປະໂຫຍດຕອບແທນໃນຮູບແບບຂອງອັດຕາດອກເບ້ຍ ແລະ ອື່ນໆ
- ເຮັດໃຫ້ຜູ້ລົງທຶນມີເງິນທຶນໄປໃຊ້ໃນໂຄງການຕ່າງໆ
- ເຮັດໃຫ້ຜູ້ບໍລິໂພກມີຊີວິດການເປັນຢູ່ສູງຂຶ້ນ
- ເຮັດໃຫ້ລະບົບເສດຖະກິດມີການສະສົມທຶນຂອງປະທດເພີມຂຶ້ນ
- ເຮັດໃຫ້ເກີດຄວາມຈະເລີນທາງດ້ານເສດຖະກິດ
ບົດບາດຂອງລັດໃນຕະຫຼາດການເງິນ:
4.3.ໂຄງສ້າງຂອງຕະຫຼາດການເງິນ
ຕະຫຼາດການເງິນໄດ້ແບ່ງອອກເປັນ 2 ປະເພດຄື:
- ຕະຫຼາດເງິນ
- ຕະຫຼາດທຶນ
4.3.1.ຕະຫຼາດເງິນ (Money Market)
ແມ່ນເປັນຕະຫຼາດທີ່ມີການຊື້-ຂາຍເອກະສານທາງການເງິນໄລຍະສັ້ນ ເຊິ່ງສະແດງຄວາມເປັນເຈົ້າໝີ້ຂອງຜູ້ຖືເອກະສານນັ້ນໆ, ເມື່ອຄົບກຳນົດແລ້ວຜູ້ຖືມີສິດທວງໃຫ້ຜູ້ອອກຕ້ອງໄຖ່ຖອນຄືນ,ອາຍຸບໍ່ເກີນ 1 ປີເຊັ່ນ: ພັນທະບັດຄັງເງິນ,ໃບຮັບຝາກເງິນທີ່ປ່ຽນມື້ໄດ້...
ຄວາມສໍາຄັນຂອງຕະຫຼາດເງິນ:
ແມ່ນມີຄວາມສຳຄັນໃນການທ້ອນໂຮມ ແລະ ຈັດຫາເງຶນໄລຍະສັ້ນໃຫ້ແກ່ຫົວໝວ່ຍທຸລະກິດຕ່າງໆທີ່ມີຄວາມຕ້ອງການ,ດັ່ງນັ້ນ ຈິ່ງເໝາະສົມສຳລັບຜູ້ທີ່ມີເງິນສ່ວນເກີນ ເພື່ອນຳໄປລົງທຶນໃຫ້ເກີດດອກອອກຜົນດວ້ຍທີ່ການໃຫ້ກູ້ຢືມ ໂດຍກົງ ຫຼື ອາດຈະເອົາໄປຊື້ຫຼັກຊັບໄລຍະສັ້ນຕາມຄວາມຕ້ອງການຂອງຕົນ.
4.3.2.ຕະຫຼາດທຶນ (Capital Market)
ແມ່ນເປັນຕະຫຼາດທີ່ມີການຊື້-ຂາຍເອກະສານທາງການເງິນທີ່ມີອາຍຸການຫຼາຍກວ່າ 1 ປີຂຶ້ນໄປເຊັ່ນ: ຮຸ່ນທຶນ,ຮຸ້ນກູ້ ແລະ ພັດທະບັດປະເພດຕ່າງໆເພື່ອນຳໃຊ້ໃນໂຄງການໄລຍະຍາວ.
ຄວາມສໍາຄັນຂອງຕະຫຼາດທຶນ:
ຕະຫຼາດທຶນຂະຫຍາຍຕົວເຮັດໃຫ້ເກີດປະໂຫຍດຕໍ່ກັບການຈະເລີນເຕີບໂຕທາງດ້ານເສດຖະກິດຢ່າງຫຼວງຫຼາຍ ຕະຫຼາດທຶນຊວ່ຍໃຫ້ທຸລະກິດອຸດສາຫະກຳຕ່າງໆສາມາດລະດົມທຶນໄດ້ສະດວກ,ວອງໄວ ແລະ ພຽງພໍກັບຄວາມຕ້ອງການທີ່ຈະຂະຫຍາຍການຜະລິດເຊິ່ງເປັນພື້ນຖານການສ້າງລາຍໄດ້ ແລະ ມາດຖານການຄອງຊີບຂອງປະຊາຊົນ.
ຕະຫຼາດທຶນໄດ້ແບ່ງອອກເປັນ 2 ປະເພດຄື:
- ຕະຫຼາດຂັ້ນໝຶ່ງ
- ຕະຫຼາດຂັ້ນສອງ
4.3.3.ຕະຫຼາດຂັ້ນໝຶ່ງ
ແມ່ນຕະຫຼາດການເງິນພິມຈໍາໝ່າຍ ບັນດາຫຼັກຊັບໃໝ່ ໄລຍະສັ້ນບໍ່ເກີນ 1 ປີ ສະເໝີຂາຍຫຼັກຊັບ ຫຼື ຮຸ້ນ ບໍລິສັດຂອງຕົນໃຫ້ແກ່ນັກລົງທຶນເປັນຄັ້ງທຳອິດ. ຍ້ອນແນວນັ້ນເພີ່ນເອີ້ນວ່າ: ຕະຫຼາດຂັ້ນໝຶ່ງ.
4.3.4. ຕະຫຼາດຂັ້ນສອງ
ແມ່ນຕະຫຼາດການເງິນ ພິມຈໍາໝ່າຍ ບັນດາຫຼັກຊັບໃໝ່ ໄລຍະຍາວເກີນ 1 ປີ ຂຶ້ນໄປ ເຊິ່ງນັກລົງທຶນໄດ້ມີການແລກປ່ຽນຊື້-ຂາຍຮຸ້ນ ລະຫວ່າງນັກລົງທຶນດ້ວຍກັນເອງ ເຊິ່ງເປັນທີ່ຮູ້ກັນດີວ່າແມ່ນ: ຕະຫຼາດຫຼັກຊັບ.
ການພົວພັນລະຫວ່າງຕະຫຼາດເງິນ ແລະ ຕະຫຼາດທຶນ:
ແມ່ນເປັນຕະຫຼາດທີ່ມີການພົວພັນເຊິງກັນ ແລະ ກັນ ການປັບນະໂຍບາຍເງິນຕາຈະມີຜົນກະທົບຕໍ່ດອກເບ້ຍໄລຍະສັ້ນໃນຕະຫຼາດການເງິນເຊິ່ງການປ່ຽນດອກເບ້ຍໄລຍະສັ້ນໃນຕະຫຼາດການເງິນຈະສົ່ງຜົນສະທ້ອນໂດຍກົງຕໍ່ສະພາບຄ່ອງຂອງຕະຫຼາດການເງິນ ແລະ ໃນທີ່ສຸດຈະມີຜົນກະທົບຕໍ່ດອກເບ້ຍອື່ນໆລວມທັງໄລຍະຍາວໃນຕະຫຼາດທຶນອີກດວ້ຍ.
4.3.5.ຕະຫຼາດຫຼັກຊັບ
ແມ່ນສູນກາງໃຫ້ບໍລິການຊື້-ຂາຍຫຼັກຊັບ, ສະສາງ - ຊຳລະ ແລະ ຮັບຝາກຫຼັກຊັບ ຂອງບໍລິສັດນຳເອົາຫຼັກຊັບຂອງຕົນເຂົ້າມາຈົດທະບຽນໃນຕະຫຼາດຫຼັກຊັບ.
4.3.6.ຕະຫຼາດບໍ່ລວມສູນ (OTC Market)
ແມ່ນບັນດາການເຄືອນໄຫວຊື້ຂາຍຫຼັກຊັບ ໄດ້ປະຕິບັດຢ່າງກະແຈກກະຈາຍໃນບັນດາສະຖານທີ່ ທີ່ແຕກຕ່າງກັນເຊື່ງບໍ່ໄດ້ລວມສູນການຊື້ຂາຍ ໄວ້ໃນສະຖານທີ່ໃດໝຶ່ງ ສະຖານທີ່ໝຶ່ງບໍ່ແນ່ນອນ.
ຕະຫຼາດລວມສູນ ແມ່ນຫຍັງ ? ໃຫ້ຍົກຕົວຢ່າງມາພ້ອມ
ແມ່ນຕະຫຼາດທີ່ມີ ການແລກປຽ່ນຊື້ ຂາຍບັນດາຫຼັກຊັບ ທີ່ໄດ້ມີການຈັດຕັ້ງປະຕິບັດເປັນລະບົບ ແລະ ລວມສູນໃນສະຖານທີ່ໃດໝຶ່ງທີ່ແນ່ນອນ.
ຕົວຢ່າງ: ຕະຫຼາດລວມສູນຂອງລາວ ແມ່ນ
- ຕະຫຼາດຫຼັກຊັບ ແຫ່ງປະເທດລາວ
- ຕະຫຼາດຫຼັກຊັບໂຕກຽວ
- ຕະຫຼາດຫຼັກຊັບນິວຢອກ
- ຕະຫຼາດຫຼັກຊັບລອນດອນ
- ຕະຫຼາດຫຼັກຊັບນະຄອນຫຼວງ ໂຮ່ຈີມິງ ເປັນຕົ້ນ.
4.4.ບັນດາເຄື່ອງມືເຄື່ອງຂອງຕະຫຼາດການເງິນ
- ບັນດາເຄືອງມື ທາງການເງິນໄລຍະສັ້ນ ປະກອບມີຄື:
- ພັນທະບັດຄັງເງິນ
- ໃບຢັ້ງຢືນການຝາກເງິນທີ່ສາມາດປ່ຽນກຳມະສິດໃນການຄອບຄອງ.
- ໃບຢັ້ງຢືນການຄ້າ.
- ໃບຢັ້ງຢືນການຊຳລະ.
- ສັນຍາຊື້ຄືນ.
- ຮູບແບບກູ້ຢືມຂ້າມຄືນ ຂອງທະນາຄານກາງ.
- ພັນທະບັດທະນາຄານກາງ.
ບັນດາເຄືອງມື ທາງການເງິນໄລຍະຍາວ ປະກອບມີຄື:
- ພັດທະບັດ ຫຼື ຮຸ້ນກູ້.
- ພັນທະບັດລັດຖະບານ.
- ຮຸ້ນກູ້ຂອງບໍລິສັດ ຫຼື ພັນທະບັດບໍລິສັດ.
- ຮຸ້ນທຶນ.
- ອະສັງຫາລິມາຊັບ.
- ສິນເຊື່ອການຄ້າ ແລະ ສິນເຊື່ອເພື່ອການໃຊ້ສອຍ.
ພັນທະບັດລັດຖະບານປະກອບມີ 4 ປະເພດຄື:
- ພັນທະບັດຄັງເງິນ
- ພັນທະບັດດຸ່ນດຽງງົບປະມານ
- ພັນທະບັດລະດົມທຶນເພືອການພັນທະນາ
- ພັນທະບັດປະກອບທຶນ
4.4.1. ພັນທະບັດ (Bonds) ຫຼື ຫຼັກຊັບໜີ້
ພັນທະບັດແມ່ນໃບຢັ້ງຢືນໜີ້ ເຊິ່ງແມ່ນລັດຖະບານ ຫຼື ວິສາຫະກິດພີມຈຳໜ່າຍໂດຍສັນຍາກັບຜູ້ໃຫ້ກູ້ (ຜູ້ຊື້ພັນທະບັດ) ວ່າຈະຈ່າຍຜົນຕອບແທນເປັນງວດ ແລະ ສົ່ງຕົ້ນທຶນຄືນໃຫ້ຜູ້ຖືເມື່ອຄົບກຳນົດການໄຖ່ຖອນ, ໃນໃບຢັ້ງຢືນໜີ້ດັ່ງກ່າວໄດ້ລະບຸມູນຄ່າໜ້າໃບ, ອັດຕາດອກເບ້ຍທີ່ຈະໄດ້ຮັບ ແລະ ວັນຄົບອາຍຸການໄຖ່ຖອນຢ່າງລະອຽດ.
4.4.2.ຄຸນລັກສະນະຂອງພັນທະບັດ
ມູນຄ່າກຳນົດ (Par value): ແມ່ນມູນຄ່າໃນນາມຂອງພັນທະບັດທີ່ໄດ້ລະບຸໄວ້ໃນໃບພັນທະບັດ ເພື່ອເປັນຫຼັກຖານໃຫ້ແກ່ການຊຳລະສະສາງເມື່ອຄົບອາຍຸຂອງພັນທະບັດ, ຕົວຢ່າງ: ພັນທະບັດໃບໜຶ່ງມີມູນຄ່າໜ້າໃບແມ່ນ 100.000 ກີບ, ມູນຄ່າໜ້າໃບຂອງພັນທະບັດໄດ້ກຳນົດໂດຍຂຶ້ນກັບຈຳນວນທີ່ຕ້ອງການລະດົມໃນງວດນັ້ນ, ການກຳນົດມູນຄ່າງຂອງພັນທະບັດທີ່ມີຈຳໜ່າຍມີແບບຕັ້ງຄິດໄລ່ດັ່ງນີ້:
ເອີ້ນ F: ແມ່ນມູນຄ່າໜ້າໃບ
ເອີ້ນ T: ແມ່ນຈຳນວນວົງເງິນທີ່ຕ້ອງການລະດົມ
ເອີ້ນ N: ແມ່ນຈຳນວນໃບພັນທະບັດ
ແບບຕັ້ງຄິດໄລ່: F=T/N
ຕົວຢ່າງ: ບໍລິສັດ A ຕ້ອງການລະດົມທຶນ 10 ຕື້ກີບ, ດ້ວຍວິທີການຈຳໜ່າຍພັນທະບັດ 10.000 ໃບ, ສະນັ້ນ, ແຕ່ລະໃບມີມູນຄ່າແມ່ນ
F=10.000.000.000/10.000=1.000.00 ກີບ
ອັດຕາດອກເບ້ຍ ແມ່ນອັດຕາດອກເບ້ຍໃນນາມ (coupon interest retes) ຂອງພັນທະບັດກຳນົດລະດັບກຳໄລຂອງນັກລົງທຶນທີ່ຈະໄດ້ຮັບໃນແຕ່ລະປີ, ຕາມປົກກຕິແລ້ວມີສອງວິທີຈ່າຍດອກເບ້ຍ, ຈ່າຍດອກເບ້ຍແຕ່ລະປີ ແລະ ຈ່າຍດອກເບ້ຍເປັນງວດ 6 ເດືອນຕໍ່ 1 ເທື່ອເຊັ່ນໃນພັນທະບັດແຕ່ລະໃບໄດ້ລະບຸອັດຕາດອກເບ້ຍ ແລະ ມີສັນຍາຊຳລະສະສາງໃຫ້ຜູ້ຖືພັນທະບັດ, ຕາມຈຳນວນດອກເບ້ຍ ແລະ ຕາມງວດທີ່ກຳນົດໄວ້ໃນວັນຄົບກຳນົດ, ພັນທະບັດໄດ້ພີມຈຳໜ່າຍດ້ວຍອັດຕາດອກເບ້ຍໃນນາມໂດຍໄດ້ກຳນົດຕາມເງື່ອນໄຂຂອງຕະຫຼາດໃນເວລາສະເໜີຂາຍພັນທະບັດ, ອັດຕາດອກເບ້ຍຂອງພັນທະບັດທີ່ປະກາດແມ່ນໄດ້ຄິດໄລ່ເປັນອັດຕາສ່ວນຮ້ອຍທຽບກັບມູນຄ່າໜ້າໃບຂອງພັນທະບັດ: ຈຳນວນເງິນທີ່ນັກລົງທຶນໄດ້ຮັບແຕ່ລະປີ ແມ່ນໄດ້ຮັບຕາມອັດຕາມດອກເບ້ຍຄູນກັບມູນຄ່າພັນທະບັດ.
ຕົວຢ່າງ: ບໍລິສັດ A ຈາກຕົວຢ່າງຂ້າງເທິງໄດ້ປະກາດລະດັບອັດຕາດອກເບ້ຍພັນທະບັດຈ່າຍໃນແຕ່ລະປີແມ່ນ 9% ດັ່ງນັ້ນ, ແຕ່ລະປີຜູ້ຖືພັນທະບັດໄດ້ຮັບຈນຳນວນເງິນແມ່ນ: 1.000.000*90%=90.000 ກີບ.
ລາຄາຊື້ພັນທະບັດ: ແມ່ນຈຳນວນເງິນຕົວຈິງທີ່ຜູ້ຊື້ຕ້ອງຈ່າຍເພື່ອໃຫ້ໄດ້ສິດຖືຄອງພັນທະບັດ. ລາຄາຊື້ອາດຈະເທົ່າກັບມູນຄ່າໜ້າໃບ (Par vaiue), ສູງກວ່າມູນຄ່າມູນຄ່າໜ້າໃບ (Premium) ຫຼື ຕ່ຳກວ່າມູນຄ່າໜ້າໃບ (Discunt) ເຖິງແມ່ນວ່າ, ລາຄາຊື້ຈະແມ່ນລາຄາໃດກໍ່ຕາມແຕ່ວ່າເງິນດອກເບ້ຍລວມແຕ່ໄດ້ຄິດໄລ່ຕາມມູນຄ່າໜ້າໃບພັນທະບັດ ແລະ ຮອດມື້ຄົບກຳນົດຜູ້ຖືພັນທະບັດກໍ່ຈະໄດ້ຮັບການສົ່ງຕົ້ນທຶນຄນຕາມມູນຄ່າໜ້າໃບ.
ໄລຍະເວລາຂອງພັນທະບັດ: ແມ່ນຈຳນວນປີເຊິ່ງໃນນັ້ນຜູ້ພີມຂຈຳໜ່າຍໃຫ້ສັນຍາວ່າ ຈະຕອບໜອງຕາມບັນດາເງື່ອນໄຂຕ່າງໆຂອງພັນທະບັດ, ໄລຍະເວລາຂອງພັນທະບັດແມ່ນວັນທີສິ້ນສຸດອາຍຸການຂອງພັນທະບັດ, ຜູ້ພີມຈຳໜ່າຍໄດ້ຊື້ຄືນພັນທະບັດດ້ວຍວິທີການຈ່າຍຄືນບ້ວງເງິນທີ່ກູ້ຢືມ.
ໄລຍະເວລາຂອງພັນທະບັດຢູ່ແຕ່ລະປະເທດກຳນົດແຕ່ກຕ່າງກັນ ເຊັ່ນຢູ່ປະເທດຫວຽດນາມອີງຕາມຄະນະກຳມະການຫຼັກຊັບແຫ່ງລັດກຳນົດ, ພັນທະບັດແຕ່ 1 ເຖິງ 5 ປີ, ເອີ້ນວ່າພັນທະບັດໄລຍະສັ້ນ, ແຕ່ 5 ເຖິງ 10 ປີ ເອີ້ນວ່າພັນທະບັດໄລຍະກາງ ແລະ 10 ປີຂຶ້ນເອີ້ນວ່າພັນທະບັດໄລະຍາວ, ກຳນົດເວລາທີ່ກ່າວມານັ້ນກໍ່ຖືວ່າເປັນອາຍຸການຂອງພັນທະບັດວັນຄົບກຳນົດເປັນວັນທີ່ອົງການຈັດຕັ້ງພີມຈຳໜ່າຍຊຳລະຕົ້ນທຶນ ແລະ ດອກເບ້ຍໃຫ້ແກ່ຜູ້ຖືພັນທະບັດ, ສ່ວນຢູ່ ສປປລາວ ມາຮອດປັດຈຸບັນນີ້ມີພຽງແຕ່ພັນທະບັດຄັງເງິນໄລຍະສັ້ນທີ່ຈໍລະຈອນຢູ່ໃນຕະຫຼາດເຊິ່ງມີກຳນົດໄຖ່ຖອນ 1 ປີໂດຍແມ່ນກະຊວງການເງິນເປັນຜູ້ພີມຈຳໜ່າຍ.
4.4.3.ປະເພດຮຸ້ນກູ້ ຫຼື ພັນທະບັດ
ຖ້າອີງໃສ່ພາກສ່ວນທີ່ພີມຈຳໜ່າຍອາດຈະແບ່ງຮຸ້ນກູ້ ຫຼື ພັນທະບັດອອກເປັນສອງປະເພດຄື: ຮຸ້ນກູ້ ລັດຖະບານ ແລະ ຮຸ້ນກູ້ ບໍລິສັດ
ຮຸ້ນກູ້ລັດຖະບານ (Government Bonds):
ເປັນຮຸ້ນກູ້ທີ່ອອກໂດຍສູນກາງ ຫຼື ທ້ອງຖິ່ນເພື່ອຈຸດປະສົງທົດແທນບັນດາບ້ວງໃຊ້ຈ່າຍເຂົ້າໃນການລົງທຶນຂອງງົບປະມານແຫ່ງລັດ, ຄຸ້ມຄອງອັດຕາເງິນເພີ້, ຫຼື ສະໜັບສະໜູນບັນໂຄງການຂອງລັດ, ຮຸ້ນກູ້ລັດຖະບານເປັນເຄື່ອງມືພິເສດ, ສຳຄັນ ແລະ ມີປະສິດທິຜົນເພື່ອລະດົມທຶນໃຫ້ແກ່ງົບປະມານແຫ່ງລັດ: ປະກອບສ່ວນເປັນເຈົ້າການໃນວຽກງານຄຸ້ມຄອງ ແລະ ຄວບຄຸມງົບປະມານແຫ່ງລັດ, ສະກັດກັ້ນ ແລະ ນຳໄປເຖິງການຢຸດເຊົາວຽກພີມຈຳໜ່າຍເງິນ ເພື່ອທົດແທນການຂາດດຸນງົບປະມານແຫ່ງລັດ, ນອກຈາກທົດແທນການຂາດດຸນງົບປະມານແຫ່ງລັດແລ້ວພັນທະບັດລັດຖະບານຍັງໄດ້ນຳໃຊ້ເພື່ອລະດົມທຶນໃຫ້ແກ່ບັນດາໂຄງການເສດຖະກິດ - ສັງຄົມຂອງລັດ.
ຮຸ້ນກູ້ວິສາຫະກິດ (Corporate Bounds):
ເປັນຮຸ້ນທີ່ບັນດາວິສາຫະກິດເປັນຜູ້ຈຳໜ່າຍຈຸດປະສົງລະດົມທຶນເພື່ອລົງທຶນ ເພື່ອລົງທຶນໄລຍະຍາວໃຫ້ແກ່ວິສາຫະກິດ, ເປີດກວ້າງຂະໜາດພັດທະນາການຜະລິດທຸລະກິດ.
ຮຸ້ນກູ້ທີ່ໄດ້ຮັບຜົນຕອບແທນ (Income Bonds):
ເປັນຮຸ້ນກູ້ປະເພດໜຶ່ງທີ່ບໍ່ມີຫຼັກຊັບຄ້ຳປະກັນແຕ່ຈະຕ້ອງຈ່າຍຜົນຕອບແທນຫຼືດອກເບ້ຍຕາມຄວາມສາມາດໃນການຫາກຳໄລຕົວຈິງຈາກການດຳເນີນທຸລະກິດເຊັ່ນບໍລິສັດມີພາລະຕ້ອງຈ່າຍດອກເບ້ຍ 100 ກີບ ແຕ່ບໍລິສັດມີກຳໄລ 50 ກີບ, ບໍລິສັດກໍ່ຈະຈາຍພຽງ 50 ກີບ ແຕ່ຖ້າບໍ່ມີກຳໄລກໍ່ຈະບໍ່ຈາຍ: ແຕ່ອາດຈະສະສົມດອກເບ້ຍຄ້າງຈ່າຍໄວ້ (ຂຶ້ນກັບວິທີຕົກລົງກັນໃນເວລາພີມຈຳໜ່າຍເບຶ້ອງຕົ້ນ) ຖ້າຈະສະສົມດອກເບ້ຍຄ້າງຈ່າຍໄວ້ (ຂຶ້ນກັບວິທີຕົກລົງກັນໃນເວລາພີມຈຳໜ່າຍເບື້ອງຕົ້ນ) ຖ້າສະສົມໄດ້ຈະເອີ້ນວ່າຮຸ້ນກູ້ແບບສະສົມ (ຮຸ້ນກູ້ແບບສະສົມ) (Cumulative income bond ) ແລະ ດອກເບ້ຍທີ່ຈ່າຍໄປສາມາດຖືກວ່າເປັນລາຍຈ່າຍທີ່ສາມາດຫຼຸດຜ່ອນຄ່າໃຊ້ໃນເວລາເສຍອາກອນໄດ້.
ຮຸ້ນກູ້ບໍ່ມີລັກຊັບຄ້ຳປະກັນ (Mortgage Bonds): ບັນດາວິສາຫະກິດຕ້ອງການພີມຈຳໜ່າຍຮຸ້ນກູ້ຕ້ອງມີການຄ້ຳປະກັນດ້ວຍຊັບສິນ ຫຼື ຫຼັກຊັບ, ຜູ້ຖືຮຸ້ນກູ້ດັ່ງກ່າວໄດ້ຮັບການຄ້ຳປະກັນໃນລະດັບສູງດ້ວຍຊັບສິນຄ້ຳປະກັນນັ້ນເອງໃນກໍລະນິວິສາຫະກິດລົ້ມລະລາຍ.
ຮຸ້ນກູ້ບໍລິການຄ້ຳປະກັນ (Debenture):
ບັນດາບໍລິສັດທີ່ມີຊຶ່ສຽງ ແລະ ຄວາມເຊື່ອຖືໃນຕະຫຼາດພາຍໃນ ແລະ ຕະຫຼາດຕ່າງປະເທດສາມາດພີມຈຳໜ່າຍພັນທະບັດໂດຍບໍ່ມີການຄ້ຳປະກັນ, ຍ້ອນວ່າ, ບໍລິສັດດັ່ງກ່າວນັ້ນມີຄວາມເຊື່ອຖືພຽງພໍອາໃສຊື່ສຽງນັ້ນເອງເປັນການຄ້ຳປະກັນ ຖ້າຫາກວ່າບໍລິສັດລົມລະລາຍຜູ້ຖືຮຸ້ນກູ້ນີ້ຈະໄດ້ຮັບການຊຳລະໜີ້ຫຼັງຜູ້ຖືຮຸ້ນກູ້ທີ່ມີການຄ້ຳປະກັນດ້ວຍຊັບສິນ, ແຕ່ວ່າຈະໄດ້ຮັບກ່ອນບັນດາຜູ້ຖືຮຸ້ນ.
ຮຸ້ນກູ້ແປງສະພາບໄດ້ ( Convertible Bonds):
ເປັນປະເພດຮຸ້ນກູ້ທີ່ສາມາດປ່ຽນສະພາບເປັນຮຸ້ນສາມັນໄດ້, ສຳລັບລາຄາຂອງໃບຮຸ້ນແມ່ນໄດ້ກຳນົດໄວ້ກ່ອນເອີ້ນວ່າລາຄາແປງສະພາບ, ຮຸ້ນກູ້ປະເພດນີ້ໄດ້ຮັບການນິຍົມກັນຫຼາຍທີ່ສຸດຍ້ອນວ່າເມື່ອລາຄາຮຸ້ນໃນຕະຫຼາດເພີ່ມຂຶ້ນຜູ້ຖືຮຸ້ນກູ້ຈະປະຕິບັດການແປສະພາບ ແລະ ຈະໄດ້ຮັບກຳໄລຈາກສ່ວນຕ່າງລາຄາ.
ລາຄາແປງສະພາບ ( Convertible Price):
ແມ່ນລາຄາຮຸ້ນສາມັນເຊິ່ງຮຸ້ນກູ້ ເອົາເປັນບ່ອງອີງໃນການແປງສະພາບ, ລາຄາແປງສະພາບໄດ້ກຳນົດດ້ວຍມູນຄ່າໜ້າໃບຂອງຮຸ້ນກູ້ແປງສະພາບຫານໃຫ້ອັດຕາສ່ວນແປງສະພາບ.
ຕົວຢ່າງ: ຮຸ້ນກູ້ແປງສະພາບໃບໜຶ່ງມີມູນຄ່າ 1 ລ້ານກີບ, ໄດ້ກຳນົດໄວ້ຈະແປງສະພາບເປັນ 50 ຮຸ້ນສາມັນ: ສະນັ້ນລາຄາແປງສະພາບ ເທົ່າກັບ: 1.000.000: 50 = 200.000 ກີບ. ອັດຕາສ່ວນແປງສະພາບ (Conversion Rate): ແມ່ນຈຳນວນຮຸ້ນສາມັນທີ່ໄດ້ປ່ຽນຮູບມາຈາກຮຸ້ນກູ້, ອັດຕາສ່ວນປ່ຽນຮູບໄດ້ກຳນົດດ້ວຍມູນຄ່າຂອງຮຸ້ນກູ້ປ່ຽນຮູບຫານໃຫ້ລາຄາປ່ຽນຮູບ. ອັດຕາສ່ວນແປງສະພາບ=(ມູນຄ່າທີ່ກຳນົດຂອງຮຸ້ນກູ້ແປ່ງສະພາບ)/ລາຄາແປງສະພາບ
ຕົວຢ່າງ 1: ຮຸ້ນກູ້ແປງສະພາບບໍລິສັດ A ມີມູນຄ່າ 100.000 ກີບ, ກຳນົດໃຫ້ປ່ຽນເປັນຮຸ້ນສາມັນຂອງບໍລິສັດດ້ວຍມູນຄ່າ: 10.000 ກີບ, ຈົ່ງຄິດໄລ່ອັດຕາສ່ວນປ່ຽນຮູບແມ່ນເທົ່າ? ອີງຕາມແບບຕັ້ງ: ອັດຕາສ່ວນແປງສະພາບ=(ມູນຄາທີ່ກຳນົດຂອງຮຸ້ນກູ້ແປ່ງສະພາບ)/ລາຄາແປງສະພາບ ດັ່ງນັ້ນ, ອັດຕາສ່ວນແປງສະພາບ = 100.000/10.000 = 10. ມີຄວາມໝາຍວ່າຮຸ້ນກູ້ 1 ຮຸ້ນ ແປງສະພາບເປັນ 10 ຮຸ້ນສາມັນ.
ຕົວຢ່າງ 2 : ບໍລິສັດແຫ່ງໜຶ່ງອອກຮຸ້ນກູ້ແປງສະພາບໃນລາຄາກຳນົດໄວ້ຮຸ້ນລະ 10.00 ກີບ. ແລະ ຂາຍຕາມລາຄາທີ່ກຳນົດໄວ້ໂດຍກຳນົດລາຄາແປງສະພາບເປັນຮຸ້ນສາມັນລະ 100 ກີບ, ຈົ່ງຄິດໄລ່ອັດຕາແປງສະພາບຂອງຮຸ້ນກູ້ດັ່ງກ່າວແມ່ນເທົ່າໃດ. ອີງຕາມແບບຕັ້ງ: ອັດຕາສ່ວນແປງສະພາບ=(ມູນຄ່າທີ່ກຳນົດຂອງຮຸ້ນກູ້ແປ່ງສະພາບ)/ລາຄາແປງສະພາບດັ່ງນັ້ນ, ອັດຕາສ່ວນແປງສະພາບ = 100.000/10.000 = 100 ມີຄວາມໝາຍວ່າຮຸ້ນກູ້ 1 ຮຸ້ນແປງສະພາບເປັນ 100 ຮຸ້ນສາມັນ.
ຮຸ້ນສາມາດໄຖ່ຖອນຄືນກ່ອນຄົບກຳນົດ (Callable Bonds)
ຮຸ້ນກູ້ດັ່ງກ່າວນີ້ໄດ້ລະບຸເງື່ອນໄຂວ່າຜູ້ອອກສາມາດຮຽກໄຖຖ່ອນຄືນກ່ອນຄບົກຳນົດໄວ.
ຮຸ້ນກູ້ທີ່ອອກພ້ອມກັນ ໃບຢັ້ງຢືນສິດ (Bond with warrant):
ເປັນຮູ້ນກູ້ ທີ່ອອກຈຳໜ່າຍໂດຍມີໃບຢັ້ງຢືນສິດແກ່ຜູ້ຖືສິດຊື້ຮຸ້ນສາມັນຕາມຈຳນວນ ແລະ ລາຄາທີ່ກຳນົດໄວ້ໃນໃບຢັ້ງຢືນສິດ.
ຮຸ້ນກູ້ທີ່ມີສະຖຽງລະພາບທາງດ້ານດອກເບັ້ຍ(Straight Bonds):
ເປັນປະເພດຮຸ້ນກູ້ພື້ນຖານທີ່ໄດ້ຈຳໜ່າຍແຜ່ຫຼາຍໃນບັນດາຕະຫຼາດຫຼັກຊັບໂລກ, ຈ່າຍດອກເບັ້ຍເປັນປະຈຳ ແລະ ເປັນງວດຕາມປົກກະຕິ ແມ່ນ 6 ເດືອນ ຫຼື 1 ປີຕໍ່ຄັ້ງ, ບັງຄັບໃຫ້ວິສາຫະກິດຕ້ອງມີພັນທະຈ່າດອກເບ້ຍຕະຫຼອດໄລຍະທີ່ມີການເກັບຮັກສາ.
ຮຸ້ນກູ້ທີ່ມີດອກເບ້ຍລອຍຕົວ (Floating Rate Bonds):
ແມ່ນປະເພດຮຸ້ນກູ້ເຊິ່ງດອກເບ້ຍຂອງມັນໄດ້ປັບໄປຕາມການປ່ຽນຂອງດອກເບ້ຍຕະຫຼາດ.
ຮຸ້ນກູ້ອັດຕາດອກເບ້ຍຕ່ຳ ຫຼື ບໍ່ມີດອກເບ້ຍ (Low and Zero Coupori Bonds):
ເປັນປະເພດດຮຸ້ນທີ່ກູ້ທີລະບຸອັດຕາດອກເບ້ຍຕ່ຳ ຫຼື ບໍ່ມີອັດຕາດອກເບ້ຍ, ສ່ວນຫຼາຍຈະຈຳໜ່າຍຕ່ຳກວ່າລາຄາໜ້າໃບເມື່ອຄົບກຳນົດໄຖຖ່ອນກໍ່ຈະໄດ້ຮັບຄົບຕາມມູນຄ່າໜ້າໃບ.
ຮຸນທຸກປະເພດ (Foreign Bonds):
ແມ່ນໃບຢັ້ງຢືນໜີ້ຂອງລັດຖະບານ ຫຼື ວິສາຫະກິດພີມຈຳໜ່າຍຂາຍໃນຕະຫຼາດທຶນສາກົນ ເພື່ອລະດົມທຶນເປັນສະກຸນເງິນຕ່າງ ປະເທດ.
ຄວາມເຂົ້າໃຈກ່ຽວກັບຮຸ້ນ:
ຮຸ້ນແມ່ນຫຍັງ: ແມ່ນຫຼັກຊັບປະເພດໝຶ່ງທີ່ບໍລິສັດອອກໃຫ້ແກ່ຜູ້ຖືຄອງ, ຜູ້ຖືຮຸ້ນມີສິດໃນການຮຽກຮ້ອງສິດໃນຊັບສິນ ແລະ ຜົນຕອບແທນ, ຜູ້ຖືຮຸ້ນແມ່ນເຈົ້າຂອງບໍລິສັດ, ຄວາມເປັນເຈົ້າຂອງຕາມສັດສ່ວນຖືຄອງ.
ຮຸ້ນມີ 2 ປະເພດຄື:
- ຮຸ້ນສາມັນ
- ຮຸ້ນບູລິມະສິດ
ຮຸ້ນສາມັນ ແລະ ຮຸ້ນບູລິມະສິດ ມີສິດຄວາມແຕກຕ່າງກັນຄືແນວໃດ:
ສິດຄວາມແຕກຕ່າງຂອງຮຸ້ນສາມັນຄື:
- ມີສິດການເປັນເຈົ້າຂອງ
- ມີສິດລົງຄະແນນສຽງໃນກອງປະຊຸ່ມຜູ້ຖືຮຸ້ນ
- ມີສິດຮັບເງິນປັນຜົນ
- ມີສິດຮັບເງິນຊຳລະຄືນ (ຫຼັງຮຸ້ນບູລິມະສິດ)
ສິດຄວາມແຕກຕ່າງຂອງຮຸ້ນບູລິມະສິດຄື:
- ມີສິດການເປັນເຈົ້າຂອງ
- ມີສິດຮັບເງິນປັນຜົນ
- ມີສິດຮັບເງິນຊຳລະຄືນ (ກ່ອນຮຸ້ນສາມັນ)
ຜົນຕອບແທນ, ຄວາມສຽງ ແລະ ລາຄາຂອງຮຸ້ນ:
- ແມ່ນຂຶ້ນກັບຜົນການດຳເນີນງານຂອງບໍລິສັດນັ້ນ
- ແມ່ນຂຶ້ນກັບສະພາບເສດຖະກິດໃນແຕ່ລະໄລຍະ
- ແມ່ນລວມທັງສະຖານະການຊື້ - ຂາຍ ໃນຕະຫຼາດຫຼັກຊັບ
ເງືອນໄຂການອອກຈຳໝ່າຍຮຸ້ນ:
ສຳລັບອອກຈຳໝ່າຍຮຸ້ນຢູ່ ສປປ ລາວ ຕ້ອງມີເງືອນໄຂດັ່ງນີ້:
- ໄດ້ຮັບອະນຸຍາດຈາກ ຄຄຊ
- ເປັນບໍລິສັດມະຫາຊົນ (ຂາຮຸ້ນຢ່າງໝ້ອຍ 9 ທ່ານ)
- ມີທຶນຈົດທະບຽນຢ່າງໝ້ອຍ 500.000.000 ກີບ
- ມີໂຄງປະກອບຂອງສະພາບໍລິຫານ ຕາມການກຳນົດຂອງ ຄຄຊ
- ມີແຜນການອອກຈຳໝ່າຍຮຸ້ນ ແລະ ການນຳໃຊ້ທຶນທີລະດົມໄດ້ ຊຶ່ງຖືກຮັບຮອງຈາກກອງປະຊຸມຜູ້ຖືກຮຸ້ນ.
- ມີເອກະສານລາຍງານການເງິນ ທີ່ຜ່ານການກວດສອບຈາກ ບໍລິສັດ ກວດສອບພາຍນອກ ທີ່ໄດ້ຮັບຮອງຈາກ ຄຄຊ
- ມີເງືອນໄຂອື່ນ ຕາມການກຳນົດຂອງ ຄຄຊ
ຂັ້ນຕອນການອອກຈຳໝ່າຍຮຸ້ນມີຄື:
- ປະກາດກ່ຽວກັບການອະນຸຍາດໃຫ້ອອກຈຳໜ່າຍຮຸ້ນໃຫ້ແກ່ມວນຊົນ
- ໂຄສະນາອອກຈຳໜ່າຍຮຸ້ນໃຫ້ແກ່ມວນຊົນ ຜ່ານພາຫະນະສື່ມວນຊົນ ແລະ ວິທີອື່ນໆ
- ການຈອງຊື້ຮຸ້ນ ແລະ ວາງເງິນມັດຈຳ
- ການຈັດສັນຮຸ້ນ.
- ການຊຳລະ ແລະ ສົ່ງເງິນມັດຈຳຄືນ
- ອອກໃບຢັ້ງຢືນການຈັດສັນຮຸ້ນ
4.4.3.1.ຜົນຕອບແທນຄວາມສ່ຽງຂອງຮຸ້ນກູ້ (Retum and risk)
ຜົນຕອບແທນຮຸ້ນກູ້ແມ່ນລາຍໄດ້ຂອງນັກລົງທຶນທີ່ໄດ້ຮັບຈາກຮຸ້ນກູ້, ນັກລົງທຶນຊື້ຮຸ້ນກູ້ໄດ້ຮັບຜົນຕອບແທນ ແລະ ຄວາມສ່ຽງຈາກ:
ຜົນຕອບແທນ:
- ໄດ້ຮັບດອກເບ້ຍເປັນງວດຕາມປົກກະຕິ ແມ່ນຈ່າຍແຕ່ລະປີ ຫຼື ເຄິ່ງປີຕໍ່ 1 ເທື່ອ.
- ຜົນຕອບແທນຈາກທຶນ (ສ່ວນຕ່າງລາຄາ).
- ຜົນຕອບແທນຈາກການລົງທຶນກຳໄລ.
ຄວາມສ່ຽງ:
- ຄວາມສ່ຽງອັດຕາດອກເບ້ຍ
- ຄວາມສ່ຽງຊຳລະສະສາງ
- ຄວ່ມສ່ຽງອັດຕາເງິນເຟີ້
- ຄວາມສ່ຽງອັດຕາແລກປ່ຽນ
ບັນດາປັດໃຈທີ່ສົ່ງຜົນກະທົບ ຕໍ່ລາຄາຮຸ້ນກູ້:
- ຄວາມສາມາດທາງດ້ານການເງິນຂອງຜູ້ອອກຮຸ້ນກູ້
- ໄລຍະເວລາຄົບກຳນົດ
- ຄາດຄະເນກ່ຽວກັບເງິນເຟີ້
- ກາກເໜັງຕີງຂອງອັດຕາດອກເບ້ຍຕະຫຼາດ
- ການປ່ຽນແປງອັດຕາແລກປ່ຽນ
4.4.4.4.ຜົນດີ ແລະ ຜົນເສຍໃນການຈຳໝ່າຍຮຸ້ນກູ້.
ຜົນດີ:
ຮູ້ກຳນົດລາຍຈ່າຍລ່ວງໜ້າດອກເບ້ຍ ແລະ ເງິນຕົ້ນທຶນຄືນໃນຈຳນວນ ແລະ ເວລາທີ່ແນ່ນອນ, ດອກເບ້ຍທີ່ຈ່າຍເປັນຄ່າໃຊ້ຈ່າຍທີ່ຫຼຸດຜ່ອນພາລະການຈ່າຍພາສີອາກອນ, ສາມາດລະບຸເງື່ອນໄຂຕ່າງໆໃຫ້ເໝາະສົມກັບຄວາມຮ້ອງການ ແລະ ຖານະຂອງກິດຈະການໄດ້, ຄ່າໃຊ້ຈ່າຍໃນການອອກຮຸ້ນກູ້ຈະຕ່ຳກວ່າຄ່າໃຊ້ຈ່າຍໃນການອອກຮຸ້ນສາມມັນ.
ຜົນເສຍ:
ເຮັດໃຫ້ຄວາມສ່ຽງຂອງກິດຈະການສູງຂຶ້ນມີຜົນກະທົບຕໍ່ຕົ້ນທຶນເງິນທຶນສະເລ່ຍຂອງກິດຈະການ, ມີພາລະໃນນການຈ່າຍດອກເບ້ຍເປັນປະຈຳ, ຕ້ອງມີແຜນກະກ່ຽມເງິນເພື່ອໄຖ່ຖອນຮຸ້ນກູ້ ເມື່ອຄົບກຳນົດ.
ເງືອນໄຂຂອງການອອກຈຳໝ່າຍຮຸ້ນກູ້ມີຄື:
- ໄດ້ຮັບອະນຸຍາດຈາກ ຄຄຊ
- ສ້າງຕັ້ງຂຶ້ນຢ່າງຖືກຕ້ອງຕາມກົດໝາຍ
- ມີທຶນຈົດທະບຽນຢ່າງນ້ອຍ 1 ຕື້ກີບ
- ມີແຜນອອກຈຳໝ່າຍເງິນກູ້, ການນຳໃຊ້ທຶນ ແລະ ການຊະລຳຕົ້ນທຶນ ແລະ ດອກເບ້ຍ ທີ່ຖືກຮັບຮອງຈາກກອງປະຊຸມ ຜູ້ຖືຮຸ້ນ ແລະ ສະພາບໍລິຫານ.
- ມີການກຳນົດຄຸນລັກສະນະຂອງຮຸ້ນກູ້, ສິດ ແລະ ໝ້າທີ ຂອງຜູ້ອອກຈຳໝ່າຍຮຸ້ນກູ້ ແລະ ຜູ້ຖືຮຸ້ນ ຫຼື ຕົວແທນຜູ້ຖືຮຸ້ນກູ້.
- ມີເອກະສານລາຍງານການເງິນ ທີ່ຜ່ານການກວດສອບຂອງບໍລິສັດ ກວດສອບທີໄດ້ຮັບການ ຮັບຮອງຈາກ ຄຄຊ.
4.4.5.ຫຼັກຊັບທຶນ ຫຼື ຮຸ້ນທຶນ (Epuite stock)
4.4.5.1.ຮຸ້ນທຶນ (Stock)
ແມ່ນຫຼັກຊັບປະເພດໜຶ່ງທີ່ໄດ້ຈຳໜ່າຍດ້ວຍຮູບແບບໃບຢັ້ງຢືນ ຫຼື ການບັນທຶກບັນຊີ ໂດຍກຳນົດສິດເປັນເຈົ້າ ແລະ ຜົນປະໂຫຍດຂອງຜູ້ຖືຮຸ້ນທຶນຕໍ່ກັບຊັບສິນ ຫຼື ທຶນຂອງບໍລິສັດຮຸ້ນ ສ່ວນໜຶ່ງໆ ເຊິ່ງຖືກຕ້ອງຕາມກົດໝາຍ.
4.4.5.2.ຮຸ້ນສາມັນ (Conmon Stock)
ຮຸ້ນສາມັນເປັນໃບຢັ້ງຢືນກຳມະສິດເປັນເຈົ້າຂອງ, ໄດ້ກຳນົດກຳມະສິດຂອງຜູ້ຖືຮຸ້ນຕໍ່ກັບບໍລິສັດຮຸ້ນສ່ວນ ໜຶ່ງໆ.
ຈຸດພິເສດຂອງຮຸ້ນສາມັນ:
- ໃບຮຸ້ນແມ່ນໃບຢັ້ງຢືນການປະກອບທຶນ ເຊິ່ງໃນນັ້ນບໍ່ກຳນົດໃນການໄຖ່ຖອນທຶນ.
- ຜົນຕອບແທນຂອງໃບຮຸ້ນ ແມ່ນຂຶ້ນກັບຜົນການດຳເນີນທຸລະກິດຂອງວິສາຫະກິດ,ບໍ່ຄົງທີ່.
- ຜູ້ຮຸ້ນສາມັນມີສິດຊື້ຮຸ້ນໃໝ່ຂອງບໍລິສັດ, ມີສິດປ່ອນບັດ, ມີສິດຮັບຜົນຕອບແທນ (ເປັນເງິນ ຫຼື ໃບຮຸ້ນ).
- ເມື່ອບໍລິສັດຖືກລົມລະລາຍຜູ້ຖືຮຸນສາມັນໄດ້ຮັບສ່ວນແບ່ງສຸດທ້າຍຂອງຊັບສິນທີ່ຍັງເຫຼືອ.
- ລາຄາຮຸ້ນມີການເໜັ່ງຕີງຢ່າງວ່ອງໄວ ໂດຍສະເພາະແມ່ນຢູ່ໃນຕະຫຼາດຂັ້ນສອງ ຍ້ອນມີຫຼາຍປັດໃຈສົ່ງຜົນກະທົບ, ແຕ່ລະປັດໃຈພື້ນຖານທີ່ພາໃຫ້ລາຄາຂອງຮຸ້ນມີການເໜັ່ງຕີງ ແມ່ນປະສິດທິຜົນຂອງທຸລະກິດ ແລະມຸນຄ່າຕະຫຼາດຂອງໃບຮຸ້ນ.
ເງິນປັນຜົນ (Dividend):
ແມ່ນເງິນທີ່ໄດ້ແບ່ງປັນໃຫ້ແກ່ຜູ້ຖືຮຸ້ນສາມັນແຕ່ລະຄົນ, ອີງໃສ່ຜົນໄດ້ຮັບຈາກການດຳເນີນການຜະລິດທຸລະກິດຂອງບໍລິສັດ, ເງິນປັນຜົນຂອງຮຸ້ນສາມັນໄດ້ຈ່າຍຫຼັງເມື່ອຈ່າຍຜົນຕອບແທນຄົງທີ່ໃຫ້ແກ່ບຸລິມະສິດ ແຕ່ລະປີປະທານສະພາບໍລິຫານປະກາດຈ່າຍເງິນປັນຜົນ ຫຼື ວ່າບໍ່ຈ່າຍ ແລະ ມີນະໂຍບາຍການຈ່າຍເງິນປັນຜົນຄືແນວໃດ.
ຜົນຕອບແທນ ແລະ ຄວາມສ່ຽງ (Return and Risk):
ຜົນຕອບແທນຂອງໃບຮຸ້ນ: ແມ່ນທັງໝົດຜົນຕອບແທນທີ່ໄດ້ຈາກໃບຮຸ້ນ, ນັກລົງທຶນທີ່ຊື້ຮຸ້ນໄດ້ຮັບຜົນຕອບແທນຈາກສອງແຫຼ່ງຄື:
1.ເງິນປັນຜົນ: ແມ່ນສ່ວນແບ່ງປັນໃຫ້ແຕ່ລະຮຸ້ນ (Capital gain yield)
2.ຜົນຕອບແທນຈາກທຶນ (ສ່ວນຕ່າງລາຄາ) (Capital gain yield)
4.4.5.3.ຮຸ້ນບູລິມາສິດ (Preferred Stock)
ແມ່ນເປັນຮຸ້ນທຶນປະເພດໜຶ່ງທີ່ຜູ້ຊື້ຮຸ້ນຈະມີສ່ວນຮ່ວມ ໃນການເປັນເຈົ້າຂອງກິດຈະການຄ້າຍຄືກັບຮຸ້ນສາມັນ ແຕ່ຈະມີຄວາມແຕກຕ່າງຈາກຮຸ້ນສາມັນຢູ່ບ່ອນວ່າ ຜູ້ຖືຮຸ້ນບູລິມະສິດມີສິດອອກສຽງໃນກອງປະຊຸມໜ້ອຍກວ່າຜູ້ຖືຮຸ້ນສາມັນ ແຕ່ມີສິດພິເສດໃນການໄດ້ຮັບເງິນປັນຜົນເໜື່ອກວ່າຮຸ້ນສາມັນເຊັ່ນ ໄດ້ຮັບເງິນປັນຜົນໃນອັດຕາແນ່ນອນ, ນອກຈາກນີ້ໃນກໍລະນີບໍລິສັດລົມລະລາຍຜູ້ຖືຮຸ້ນບູລິມະສິດຈະໄດ້ຮັບສິດໃນການຊຳລະຄືນເງິນທຶນກ່ອນຮຸ້ນສາມັນ, ຮຸ້ນປະເພດນີ້ມີໜ້ອຍທີ່ສຸດໃນຕະຫຼາດຫຼັກຊັບ ແລະ ມີຄວາມສ່ຽງຕ່ຳ.
4.5.ບັນດາຫົວໜ່ວຍທີ່ເຂົ້າຮ່ວມໃນຕະຫຼາດການເງິນ
ປະກອບມີຄື:
- ບັນດາຜູ້ຈຳໝ່າຍຮຸ້ນ
- ບັນດານັກລົງທຶນ (ຜູ້ໃຫ້ກູ້ຢືມ)
- ບັນດາຜູ້ໃຫ້ບໍລິການໃນຕະຫຼາດການເງິນ
- ຜູ້ຄຸ້ມຄອງຕະຫຼາດ